ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ຍາມໃດກໍ່ “ເຍືອງທາງໃຫ້ປະຊາຊົນໃນທົ່ວປະເທດເດີນຕາມ”

(VOVWORLD) -ຫວຽດນາມ ພວມມານະພະຍາຍາມສ້າງ ແລະພັດທະນາພື້ນຖານວັດທະນະທຳກ້າວຫນ້າ,ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ຮັບເອົາສິ່ງຍອດຍິ່ງວັດທະນະທຳຂອງມວນມະນຸດ; ລົງທຶນໃຫ້ວັດທະນະທຳ, ວັນນະສິນ ໄປຄຽງຄູ່ກັບການລົງທຶນໃຫ້ມະນຸດ ແລະ ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ. ບັນດາການເຄື່ອນໄຫວນີ້ໄດ້ເລີ່ມຂຶ້ນ ແລະ ໄດ້ຮັບການກຳນົດທິດຈາກ ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມປີ 1943.

ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ຍາມໃດກໍ່ “ເຍືອງທາງໃຫ້ປະຊາຊົນໃນທົ່ວປະເທດເດີນຕາມ” - ảnh 1ທ່ານ ຕະກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ລາຍງານການເຄື່ອນໄຫວສະເຫລີມສະຫລອງ 80 ປິແຫ່ງວັນສ້າງໂຄງຮ່າງວັດທະນະທຳ ຫວຽດນາມ; (ພາບ:VGP/Diệp Anh)

ໃນໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມປີ 1943, ເປັນຄັ້ງທຳອິດ ພັກກອມມູນິດ ຫວຽດນາມ ໄດ້ວາງຮ່າງພື້ນຖານ 3 ໄລຍະພັດທະນາຂອງປະຫວັດສາດວັດທະນະທຳ ຫວຽດນາມພ້ອມທັງ ກຳນົດບັນດາທ່າອ່ຽງວັດທະນະທຳ ຫວຽດນາມໃນແຕ່ລະໄລຍະ ດ້ວຍລັກສະນະພິເສດ, ຄຸນທາດ, ຂອບເຂດ ແລະບົດບາດຜົນສະທ້ອນແຕກຕ່າງກັນ, ຢັ້ງຢືນບົດບາດທີ່ຕັ້ງຂອງວັດທະນະທຳ ແມ່ນຫນຶ່ງໃນ 3 ແນວຮົບດ້ານການເມືອງ- ເສດຖະກິດ - ວັດທະນະທຳ ພ້ອມທັງແມ່ນກຳລັງແຮງພາຍໃນ, ພື້ນຖານດ້ານຈິດໃຈຂອງສັງຄົມ. ທ່ານສາດສະດາຈານ ຟອງເລ,    ອະດີດຫົວຫນ້າສະຖາບັນວັດທະນະທຳ, ສະຖາບັນດິດວິທະຍາສາດສັງຄົມ ຫວຽດນາມ ວິເຄາະວ່າ:                            

ໂຄງຮ່າງກ່ຽວກັບວັດທະນະທຳປີ 1943 ຂອງພັກຊີ້ແຈ້ງວ່າ: ພວກເຮົາ ຄວນເອົາໃຈໃສ່ດ້ານການເມືອງ, ເສດຖະກິດ, ວັດທະນະທຳ. ນັ້ນແມ່ນ 3 ຂົງເຂດຊ່ືງນັກກອມມູນິດ ຕ້ອງກຳໃຫ້ໄດ້ເພື່ອໝູນໃຊ້ເຂົ້າໃນການເຄື່ອນໄຫວ. ໃນ ໂຄງຮ່າງວັດທະນະທຳປີ 1943 ກໍ່ມີທັດສະດີກ່ຽວກັບວັດທະນະທຳ, ແນວຄິດ, ສີລະປະວິທະຍາ ແລະ ສີລະປະຕິດພັນກັບສະຕິປັນຍາ. ຄວາມຈິງ ລັດຖະບານຊົ່ວຄາວທຳອິດ ໂດຍປະທານໂຮ່ຈີມິນ ນຳພາ ໄດ້ເຕົ້າໂຮມປັນຍາຊົນດີເດັ່ນທຸກຊັ້ນວັນນະຂອງຫວຽດນາມ ໃນຄາວນັ້ນ”

ເປັນອັນວ່າ, ຄວາມໝາຍ ແລະ ຂອບຂະຫນາດຂອງ ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມ ແມ່ນເຍືອງທາງ, ນຳພາການພັດທະນາວັດທະນະທຳຂອງປະເທດຊາດ ຫວຽດນາມ, ແມ່ນໂຄງການດຳເນີນງານດ້ານວັດທະນະທຳລຸລ່ວງຢູ່ໃນ ແລະ ຫລັງການປະຕິວັດປົດປ່ອຍຊາດ, ກຳນົດທິດການພັດທະນາວັດທະນະທຳຫວຽດນາມ ນັບແຕ່ນັ້ນມາ. ວັນທີ 24 ພະຈິກ ປີ 1946, ທີ່ກອງປະຊຸມວັດທະນະທຳທົ່ວປະເທດຄັ້ງປະຖົມມະເລິກ ຈັດຂຶ້ນຢູ່ ຮ່າໂນ້ຍ, ທ່ານປະທານໂຮ່ຈີມິນ  ໄດ້ເນັ້ນຫນັກວ່າ: ບົດບາດຂອງວັດທະນະທຳສຳລັບພາລະກິດການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຢັ້ງຢືນ: “ວັດທະນະທຳເຍືອງທາງໃຫ້ປະຊາຊົນໃນທົ່ວປະເທດເດີນຕາມ”

ເຍືອງທາງໃຫ້ປະຊາຊົນໃນທົ່ວປະເທດເດີນຕາມ”

ໂດຍສືບທອດ ແລະ ເສີມຂະຫຍາຍຈິດໃຈ ແລະ ວິທີຈິນຕະນາການຂອງ ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມປີ 1943, ພັກກອມມູນິດ ຫວຽດນາມ ໄດ້ວາງອອກບັນດາຍຸດທະສາດໃຫມ່ ກ່ຽວກັບວັດທະນະທຳ ຫວຽດນາມ ໃຫ້ເໝາະສົມກັບແຕ່ລະໄລຍະ, ໃນນັ້ນ ມີ ສອງ “ຍຸດທະສາດ”- “ໂຄງການດຳເນີນງານໃຫຍ່”.

ຂອບເຂດຂອງວັດທະນະທຳ ໃນ ບັນດາ “ໂຄງການດຳເນີນງານ”ໃຫມ່ນັ້ນ ໄດ້ພັດທະນາເປີດກວ້າງກວ່າເມື່ອທຽບໃສ່ ໂຄງຮ່າງກ່ຽວກັບວັດທະນະທຳ ຫວຽດນາມປີ 1943, ກວມເອົາຫລາຍຂົງເຂດ: ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດ;ສະພາບແວດລ້ອມວັດທະນະທຳ, ການສຶກສາ ແລະບຳລຸງສ້າງ, ວິທະຍາສາດ ແລະເຕັກໂນໂລຊີ; ວັນນະຄະດີ ສີລະປະ, ສື່ມວນຊົນ; ການພົວພັນແລກປ່ຽນວັດທະນະທຳກັບຕ່າງປະເທດ… ສິ່ງສຳຄັນກວ່າໝູ່ນັ້ນແມ່ນ ພັກຕ້ອງ “ນຳພາຂະບວນການວັດທະນະທຳໃຫ້ໄດ້”

ບົນເນື້ອໃນຈິດໃຈນັ້ນ ທີ່ກອງປະຊຸມວັດທະນະທຳທົ່ວປະເທດຄັ້ງທີ 2 (ເມື່ອວັນທີ 24 ພະຈິກ ປີ 2021), ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນ: ທັດສະນະຂອງພັກກອມມູນິດ ຫວຽດນາມ ແມ່ນຍາມໃດກໍ່ຖືບົດບາດວັດທະນະທຳເປັນສຳຄັນ. ທ່ານ ສາດສະດາຈານ, ປອ ຫວູວັນຫ່ຽນ, ອະດີດ ຮອງປະທານສະພາທິດສະດີສູນກາງ ຖືວ່າ:

 “ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊີ້ແຈ້ງ ທັດສະນະຂອງພັກກອມມູນິດ ຫວຽດນາມກ່ຽວກັບວັດທະນະທຳນັບມື້ນັບພັດທະນາ ແລະ ຮັບຮູ້ນັບມື້ນັບຈະແຈ້ງກວ່າ, ເລິກເຊິ່ງກວ່າ. ຕໍ່ຫນ້າສະພາບການໃຫມ່, ການພັດທະນາວັດທະນະທຳຕ້ອງມີເງື່ອນໄຂ, ມີຫົວຄິດປະດິດສ້າງ ແລະ ມີບາດກ້າວກະໂດດຂັ້ນ ເພື່ອນຳປະເທດຊາດກ້າວຂຶ້ນ, ເປັນຕົ້ນໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນ ແລະ ຖານະບົດບາດຂອງປະເທດຊາດປະຈຸບັນ”

ຕາມຈິດໃຈ “ເຍືອງທາງໃຫ້ປະຊາຊົນໃນທົ່ວປະເທດເດີນຕາມ”, ບັນດາຜູ້ເຮັດວຽກງານການປະຕິວັດວັດທະນະທຳປະຈຸບັນ ຕ້ອງປະຕິບັດຕາມແບບຢ່າງນັກວັດທະນະທຳ ຫວຽດນາມ ລຸ້ນກ່ອນ ໄດ້, ພວມ ແລະ ສືບຕໍ່ປະຕິບັດຫນ້າທີ່ຈຳເປັນ ຫັນພື້ນຖານວັດທະນະທຳ “ມີລັກສະນະຂອງຊາດກ່ຽວກັບດ້ານຮູບການ ແລະ ປະຊາທິປະໄຕກ່ຽວກັບດ້ານເນື້ອໃນ”ໃຫ້ປະກົດຜົນເປັນຈິງ ເພື່ອໃຫ້ມີພື້ນຖານວັດທະນະທຳ “ການປະຕິວັດດີສຸດ ແລະ ກ້າວຫນ້າສຸດ”. ນັ້ນແມ່ນ ພື້ນຖານວັດທະນະທຳເອກະລາດຊົນຊາດ ແລະ ສັງຄົມນິຍົມ, ເດີນຕາມລັດທິ ມາກເລນີນ ແລະ ແນວຄິດໂຮ່ຈີມິນ; ທຸກສິ່ງທຸກຢ່າງເພື່ອຄວາມຜາສຸກ ແລະ ການພັດທະນາອຸດົມສົມບູນ, ເສລີພາບ, ຮອບດ້ານຂອງມະນຸດ -ຂອງຊາວ ຫວຽດນາມ ທີ່ຮັກປະເທດຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຮູ້ຈັກຄວາມຄາດຫວັງຂອງປະເທດຊາດແມ່ນຢາກໃຫ້ຈະເລີນຮຸ່ງເລືອງ ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ