ໂລກ ເຊີດຊູ, ຮັກສາ ແລະ ເສີມຂະຫຍາຍມໍລະດົກກ່ຽວກັບ ປະທານ ໂຮ່ຈີມິນ

(VOVWORLD) -ປີ 1987, ກອງປະຊຸມສະມັດຊາໃຫຍ່ຂອງອົງການສຶກສາ, ວິທະຍາສາດ, ວັດທະນະທຳ ສະຫະປະຊາຊາດ (UNESCO) ໄດ້ອອກມະຕິ ສະເຫລີມສະຫລອງ 100 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ດ້ວຍຖານະ “ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳດີເລີດ; ຮັບຮູ້ວ່າ ປະທານ ໂຮ່ຈີມິນ ແມ່ນຫນຶ່ງໃນບັນດາຜູ້ທີ່ດີເລີດ ໄດ້ສ້າງຂີດໝາຍໃນວິວັດທະນາການພັດທະນາຂອງມວນມະນຸດ ແລະ ມະຕິກໍ່ຮຽກຮ້ອງທຸກປະເທດສະມາຊິກພ້ອມກັນເຊີດຊູ ປະທານໂຮ່ຈີມິນ ຜ່ານການເຄື່ອນໄຫວສະເຫລີມສະຫລອງທີ່ແຕກຕ່າງກັນ. ນັບແຕ່ນັ້ນມາຮອດປະຈຸບັນ ການເຄື່ອນໄຫວເຊີດຊູ ປະທານ ໂຮ່ຈີມິນ ໄດ້ດຳເນີນໄປຢູ່ທົ່ວທຸກແຫ່ງໃນໂລກ.

ໂລກ ເຊີດຊູ, ຮັກສາ ແລະ ເສີມຂະຫຍາຍມໍລະດົກກ່ຽວກັບ ປະທານ ໂຮ່ຈີມິນ - ảnh 1ຜູ້ແທນເຂົ້າຮ່ວມພິທີຕັ້ງຮູບປັ້ນ ປະທານໂຮ່ຈີມີນ ຢຸ່ New Delhi, ອີນເດຍ ເມື່ອວັນທີ 1/9/2021. ພາບ:VOV

ຕອນເຊົ້າວັນທີ 1 ກັນຍາປີ 2021 ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ສົມທົບກັບກະຊວງການຕ່າງປະເທດ ອິນເດຍ ແລະ ອຳນາດການປົກຄອງ ນະຄອນຫລວງ New Delhi ໄດ້ຈັດພິທີຕັ້ງຮູບປັ້ນ ປະທານໂຮ່ຈີມິນ ຢູ່ ນະຄອນ ນີ້. ພິທີດັ່ງກ່າວແມ່ນຂອດສຸດທ້າຍເພື່ອກະກຽມໃຫ້ແກ່ພິທີເປີດສະຫລອງອະນຸສາວາລີ ປະທານໂຮ່ຈີມິນ ຢູ່ ນະຄອນ New Delhi ເນື່ອງໃນໂອກາດສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອິນເດຍ.

ຕໍ່ຈາກນັ້ນ, ໃນມື້ສຸດທ້າຍຂອງເດືອນກັນຍາ ປີ 2021, ສະຖານທູດ ຫວຽດນາມ ປະຈຳ ຈີເລ ໄດ້ສົມທົບກັບອຳນາດການປົກຄອງ ເມືອງ Recoleta, Santiago ພ້ອມກັບສະຖາບັນວັດທະນະທຳມິດຕະພາບ ຈີເລ- ຫວຽດນາມ ແລະ ສະມາຄົມນັກສີລະປິນປະຕິມາກຳ ຈີເລ ຈັດຕັ້ງງານວາງສະແດງຮູບພາບກ່ຽວກັບ ປະທານໂຮ່ຈີມິນ: ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳດີເລີດ.

ວັນທີ 26 ພະຈິກ ປີ 2021, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ພ້ອມກັບອຳນາດການປົກຄອງນະຄອນ Marseille ຈັດຕັ້ງພິທີເປີດສະຫລອງປ້າຍສະເຫລີມສະຫລອງປະທານໂຮ່ຈີມິນ ຢູ່ ເຂດ ທ່າກຳປັ່ນເກົ່ານະຄອນ Marseille ຊື່ງແມ່ນບ່ອນທີ່ທ່ານປະທານໂຮ່ຈີມິນ ເດີນທາງມາເຖິງຝລັ່ງເປັນຄັ້ງທຳອິດໃນປີ 1911. ກ່າວຄຳເຫັນນະທີ່ນີ້, ທ່ານນາງ Audrey Garino ຮອງເຈົ້າຄອງນະຄອນ  Marseille ຖືວ່າ: ປະທານໂຮ່ຈີມິນ ຜ່ານຊີວິດຂອງຕົນ ແລະ ຂີດໝາຍທີ່ທ່ານປະໄວ້ໃນປະຫວັດສາດຂອງສັດຕະວັດທີ 20 ແມ່ນສ່ວນຫນຶ່ງຂອງປະຫວັດສາດລວມຂອງປະເທດຊາດ ແລະ ປະຊາຊົນສອງປະເທດ ຝລັ່ງ ແລະ ຫວຽດນາມ.

ມາຮອດປະຈຸບັນ 22 ປະເທດ ຢູ່ ອາຊີ, ເອີລົບ, ອາເມລິກາລາຕີນ, ທະວີບ ອາຟຼິກາ ໄດ້ມີ 29 ກິດຈະກຳ ຮູບປັ້ນ, ອະນຸສາວາລີປະທານໂຮ່ຈີມິນ ທີ່ເປັນສັນຍາລັກຂອງຄວາມສາມັກຄີ, ມິດຕະພາບ ລະຫວ່າງ ຫວຽດນາມ ແລະ ບັນດາປະເທດ ພ້ອມທັງແມ່ນບ່ອນເກັບຮັກສາບັນດາອະນຸສອນກ່ຽວກັບປະທານໂຮ່ຈີມິນ ແລະ ແມ່ນບ່ອນຈັດຕັ້ງບັນດາການເຄື່ອນໄຫວພົວພັນແລກປ່ຽນກັບປະຊາຊົນ, ເພື່ອນມິດສາກົນ.

ກະຊວງການຕ່າງປະເທດ ຫວຽດນາມກໍ່ໄດ້ກໍ່ສ້າງ, ບູລະນະປະຕິສັງຂອນບັນດາເຂດປູຊະນີຍະສະຖານ ເຂດອະນຸສອນ, ຫໍພິພິທະພັນ.. ຢູ່ສະຖານທີ່ຊື່ງປະທານໂຮ່ຈີມິນ ມີໄລຍະເວລາໄດ້ດຳລົງຊີວິດ ແລະ ເຄື່ອນໄຫວ. ໄລ່ຮອດປະຈຸບັນ ມີ 11 ເຂດອາໄລຫາທີ່ມີຊື່ວ່າ ປະທານໂຮ່ຈີມິນ ຢູ່ຕ່າງປະເທດ, ໃນນັ້ນ ມີ 8 ກິດຈະກຳຢູ່ ຈີນ, ລາວ, ໄທ, 3 ກິດຈະກຳຢູ່ ຝລັ່ງ, ລັດເຊຍ, ເຢຍລະມັນ. ກິດຈະກຳດັ່ງກ່າວສ່ວນຫລາຍແມ່ນໄດ້ຮັບການກໍ່ສ້າງຈາກແຫລ່ງງົບປະມານຂອງປະເທດປະຈຳຖິ່ນ, ພົ້ນເດັ່ນແມ່ນຢູ່ ຈີນ, ໄທ, ລາວ.. ເປັນການສະແດງໃຫ້ເຫັນຄວາມເຄົາລົບຮັກແພງຂອງປະຊາຊົນໂລກທີ່ສະຫງວນໃຫ້ແກ່ປະທານໂຮ່ຈີມິນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ.

ໂລກ ເຊີດຊູ, ຮັກສາ ແລະ ເສີມຂະຫຍາຍມໍລະດົກກ່ຽວກັບ ປະທານ ໂຮ່ຈີມິນ - ảnh 2ຮູບປັ້ນປະທານໂຮ່ຈີມິນນັ່ງຢູ່ໂຕະຕັ່ງທີ່ລຽບງ່າຍ  . ພາບ:baotanglichsuquocgia.vn

 ບັນດາອົງການຜູ້ຕາງຫນ້າ ກໍ່ໄດ້ວາງແຜ່ນສີລາ, ຕິດປ້າຍທອງ ຢູ່ ສິງກະໂປ, ອັງກິດ, ສະໂລວາກີ, ອິນເດຍ, ຝລັ່ງ.. ເພື່ອແນໃສ່ຮັກສາບັນດາສະຖານທີ່ຊື່ງທ່ານປະທານ ໂຮ່ຈີມິນ ມີໄລຍະເວລາໄດ້ດຳລົງຊີວິດ, ຮ່ຳຮຽນ, ເຮັດວຽກ ຫລື ໄດ້ໄປຜ່ານ. ປອ ຈູດຶກຕິງ, ອະດີດ ຜູ້ອຳນວຍການ ຫໍພິພິທະພັນໂຮ່ຈີມິນ, ຜູ້ເຂົ້າຮ່ວມໂດຍກົງແຜນຮ່າງເຊີດຊູປະທານ ໂຮ່ຈີມິນ ຢູ່ ຕ່າງປະເທດ ໃນ ຕະຫລອດ 10 ປີ ແຕ່ປີ 2009 – 2019 ໄດ້ ເວົ້າວ່າ:

“ບໍ່ວ່າ ຢູ່ ປະເທດໃດ, ຢູ່ ອາຊີ, ເອີລົບ ຫລື ອາເມລິກາໃຕ້, ອາເມລິກາ ກາງ ພວກຂ້າພະເຈົ້າມາເພື່ອອະພິປາຍ, ຕອບຄຳຖາມ, ລາຍງານກ່ຽວກັບການຕັ້ງອະນຸສາວາລີປະທານໂຮ່ຈີມິນ ລ້ວນແຕ່ໄດ້ຮັບຄວາມເຫັນດີຕົກລົງເປັນຢ່າງສູງຈາກສະພາປະຊາຊົນນະຄອນ. ນັ້ນແມ່ນສິ່ງທີ່ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນ ຍ້ອນໄດ້ເຊີດຊູຜູ້ນຳທີ່ຍິ່ງໃຫຍ່ ຊື່ງບໍ່ພຽງແຕ່ ຫວຽດນາມ ເຄົາລົບນັບຖື ຮັກແພງເທົ່ານັ້ນ ຫາກເພື່ອນມິດສາກົນ ກໍ່ມີຄວາມເຄົາລົບຮັກແພງອີກດ້ວຍ.”

ຕາມຕົວເລກຂອງຫໍພິພິທະພັນໂຮ່ຈີມິນ, ປະທານໂຮ່ຈີມິນ ໄດ້ເດີນທາງໄປເຖິງ 56 ປະເທດໃນໂລກ. ຄຽງຂ້າງນັ້ນ ເລື່ອງຕັ້ງຊື່ໂຮງຮຽນ, ຫ້ອງຮຽນແມ່ນຊື່ “ໂຮ່ຈີມິນ” ກໍ່ໄດ້ປະຕິບັດຢູ່ບາງປະເທດຄື: ລັດເຊຍ, ຢູແກຼນ, ມົງໂກນ, ສປປ ເກົາຫລີ, ເມກຊີໂກ ແລະ ກູບາ. ປະຈຸບັນ ມີ ເສັ້ນທາງ, ທາງຫລວງ 20 ສາຍ ມີຊື່ປະທານໂຮ່ຈີມິນ. ສິ່ງພິເສດ ເຖິງວ່າ ໄລຍະເວລາທີ່ທ່ານປະທານໂຮ່ຈີມິນ ມາຢ້ຽມຢາມ ແລະ ອາໄສຢູ່ບາງປະເທດ ອາຟິິີຼິກາເຫນືອ ບໍ່ດົນ ແຕ່ກໍ່ໄດ້ເຮັດໃຫ້ປະຊາຊົນຢູ່ທີ່ນີ້ເຄົາລົບນັບຖື. ວຽກງານພິມຈຳຫນ່າຍ, ຈຳຫນ່າຍສື່ສິ່ງພິມ, ປື້ມ, ຫນັງສືພິມ, ຮູບເງົາກ່ຽວກັບປະທານໂຮ່ຈີມິນ ກໍ່ໄດ້ຮັບຄວາມເອົາໃຈໃສ່, ໃນນັ້ນ ມີປື້ມປະມານ 40 ຫົວຂອງນັກແຕ່ງຕ່າງປະເທດ ໄດ້ແນະນຳກ່ຽວກັບຊີວະປະຫວັດ, ບົດພິໄນກຳ ແລະ ພາລະກິດຂອງປະທານໂຮ່ຈີມິນ.

ອະນຸສາວາລີໂຮ່ຈີມິນຢູ່ຕ່າງປະເທດ ໄດ້ກາຍເປັນມໍລະດົກ, ຂີດໝາຍຂອງປະທານໂຮ່ຈີມິນ, ຂີດໝາຍຂອງຫວຽດນາມ ຢູ່ແຕ່ລະປະເທດ. ນັ້ນກໍ່ແມ່ນວິທີການເກັບຮັກສາຮູບພາບນັກວິລະຊົນປົດປ່ອຍຊາດຂອງຫວຽດນາມ ໃນຊີວິດຂອງມວນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ