ໂລກກັບການສ້າງ ແລະ ປະຕິບັດສຳເລັດບັນດາຂໍ້ກຳນົດກ່ຽວກັບປັນຍາປະດິດ AI

(VOVWORLD) - ວັນທີ 18 ກໍລະກົດ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຄັ້ງທຳອິດ ກ່ຽວກັບບັນດາໄພນາບຂູ່ຂອງ ເຕັກໂນໂລຊີປັນຍາປະດິດ (AI) ທີ່ມີຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ໂດຍໄດ້ຮັບຖືວ່າ ແມ່ນບາດກ້າວບຸກທະລຸຂອງການປະຕິວັດອຸດສາຫະກຳ 4.0, ເຕັກໂນໂລຊີປັນຍາປະດິດນຳມາເຊິ່ງຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງຫຼາຍຢ່າງ, ແຕ່ກໍ່ໄດ້ວາງອອກບັນດາສິ່ງທ້າທາຍທີ່ມີຕໍ່ໂລກມະນຸດໃນປະຈຸບັນ.

\
ໂລກກັບການສ້າງ ແລະ ປະຕິບັດສຳເລັດບັນດາຂໍ້ກຳນົດກ່ຽວກັບປັນຍາປະດິດ AI - ảnh 1ພາບປະກອບ

ປັນຍາປະດິດພວມມີໜ້າໃນທຸກດ້ານຂອງຊີວິດປະຈຳວັນ. ນັບແຕ່ຊອບແວກຳນົດໃບໜ້າມະນຸດ ຕະຫຼອດຮອດບັນດາໂປຼແກມຂອງ smart phone ລ້ວນແຕ່ໄດ້ນຳໃຊ້ປັນຍາປະດິດ. ຫຼືບັນດາການນຳສະເໜີກ່ຽວກັບຂ່າວ, ວີດີໂອ, ເພງ… ໃນສື່ສັງຄົມອອນລາຍ, ໂປຼແກມ ກ່ຽວກັບການຊື້ - ຂາຍໃນອິນເຕີເນັດ… ກໍ່ລ້ວນແຕ່ແມ່ນປັນຍາ ປະດິດບັນຊາ. AI ກໍ່ໄດ້ໝູນໃຊ້ໃນລົດໂອໂຕບໍ່ມີຄົນຂັບ ຫຼື ຫຸ່ນຍົນໃນໂຮງໝໍ, ສູນການຄ້າ, ໂຮງຮຽນ…

ຄວາມສ່ຽງຊ້ອນແຝງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ

        ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ກ່າວຄຳເຫັນໄຂກອງປະຊຸມ ໂດຍຢັ້ງຢືນວ່າ: AI ມີຄວາມບົ່ມຊ້ອນ ປັບປຸງການເບິ່ງແຍງດູແລສຸຂະພາບ, ການສຶກສາ ແລະ ບັນດາແງ່ມູມອື່ນໆໃນຊີວິດການເປັນຢູ່ຂອງປະຊາຊົນ. ສປຊ ກໍ່ພວມໝູນໃຊ້ເຕັກໂນໂລຊີນີ້ເພື່ອລະບຸໄດ້ບັນດາຮູບແບບການໃຊ້ຄວາມຮຸນແຮງ, ຕິດຕາມກວດກາບັນດາຄຳສັ່ງຢຸດຍິງ ແລະ ໜູນຊ່ວຍບັນດາຄວາມມານະພະຍາຍາມຮັກສາສັນຕິພາບ. ແຕ່ວ່າ, ບັນດາເຕັກໂນໂລຊີ AI ອາດຈະຖືກສວຍໃຊ້ເພື່ອຈຸດປະສົງມ້າງທຳລາຍ, ກໍ່ການຮ້າຍ ແລະ ອາດຊະຍາກຳ, ອາດຈະກໍ່ໃຫ້ເກີດບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງສຳລັບສັນຕິພາບ ແລະ ຄວາມໝັ້ນຄົງທົ່ວໂລກ. ມັນສາມາດໄດ້ນຳໃຊ້ເພື່ອໂຄສະນາຂໍ້ມູນຂ່າວທີ່ຜິດເຂວ ແລະ ບັນດາເລື່ອງຫຍໍ້ທໍ້ອື່ນໆອີກ. ຖ້າບໍ່ມີການກະທຳເພື່ອແກ້ໄຂບັນດາຄວາມສ່ຽງນີ້, ໂລກຈະຂາດຄວາມຮັບຜິດຊອບຕໍ່ລຸ້ນຄົນປະຈຸບັນ ແລະ ອະນາຄົດ. ຍ້ອນເຫດນັ້ນ, ທ່ານເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງຕ້ອງສ້າງຫຼັກການສາກົນ ເພື່ອຄວບຄຸມບັນດາຄວາມສ່ຽງໂດຍ AI ກໍ່ຂຶ້ນ. ບັນດາປະເທດຕ້ອງຍົກອອກສົນທິສັນຍາຜູກມັດດ້ານນິຕິກຳ ເພື່ອເກືອດຫ້າມບັນດາລະບົບອາວຸດເຄື່ອນໄຫວເອງໂດຍກໍ່ຄວາມລົ້ມຫາຍຕາຍຈາກ ໃນທ້າຍປີ 2026. ນອກຈາກນັ້ນ, ຕ້ອງສ້າງກຸ່ມປະຕິບັດງານປຶກສາຫາລືກ່ຽວກັບການຄຸ້ມຄອງ AI ໃນທົ່ວໂລກ, ຕາມຮູບແບບຂອງອົງການພະລັງງານປະລະມານູສາກົນ ຫຼື ອົງການການບິນພົນລະເຮືອນສາກົນ.

        ຕາມທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly, ປະເທດປະທານໝູນວຽນສະພາຄວາມໝັ້ນຄົງ ສປຊ ໃນເດືອນກໍລະກົດແລ້ວ, ເຕັກໂນໂລຊີປັນຍາປະດິດ “ບໍ່ມີພົມແດນ” ແລະ ຈະປ່ຽນແປງທຸກແງ່ມູມຂອງຊີວິດການເປັນຢູ່ຂອງມະນຸດໂດຍພື້ນຖານ, ອາດຈະເພີ່ມທະວີ ຫຼື ທັບມ້າງທຳລາຍຍຸດທະສາດຄວາມສະຖຽນລະພາບທົ່ວໂລກ.

       ສ່ວນທ່ານ Jeffrey DeLaurentis, ອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ຖືວ່າ: ບັນດາປະເທດຄວນຮ່ວມມືນຳກັນ ໃນບັນດາຄວາມມານະພະຍາຍາມຄຸ້ມຄອງ AI ແລະ ບັນດາເຕັກໂນໂລຊີໃໝ່ອື່ນ, ເພື່ອແນໃສ່ແກ້ໄຂບັນດາບັນຫາກ່ຽວກັບສິດທິມະນຸດ, ບັນດາໄພນາບຂູ່ສັນຕິພາບ ແລະ ຄວາມໝັ້ນຄົງ.

ໂລກກັບການສ້າງ ແລະ ປະຕິບັດສຳເລັດບັນດາຂໍ້ກຳນົດກ່ຽວກັບປັນຍາປະດິດ AI - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ James Cleverly
(ພາບ:AFP/TTXVN)

ການກະທຳຈາກປະຊາຄົມສາກົນ

        ບັນດາຄວາມສ່ຽງບົ່ມຊ້ອນຂອງປັນຍາປະດິດ AI ເຮັດໃຫ້ຫຼາຍປະເທດມີຄວາມວິຕົກວັງວົນທີ່ສຸດ. ນັບແຕ່ປະເທດອາເມລິກາ ຕະຫຼອດຮອດ ເອີລົບ, ບັນດາການກະທຳຄວບຄຸມພວມຄ່ອຍໆຖືກຮັດແໜ້ນກ່ວາອີກ. ຄວາມມານະພະຍາຍາມຢ່າງແຮງເໜືອກ່ວາສິ່ງພວມເກີດຂຶ້ນພາຍໃນສະຫະພາບເອີລົບ, ເຊິ່ງເປັນບ່ອນພວມມຸ່ງໄປເຖິງການສ້າງກົດໝາຍສະບັບທຳອິດໃນໂລກກ່ຽວກັບການຄຸ້ມຄອງ AI. ວັນທີ 14 ມິຖຸນາ, ບັນດາສະມາຊິກຂອງລັດຖະສະພາ ເອີລົບ (EP) ໄດ້ປ່ອນບັດຮັບຮອງເອົາທັດສະນະເຈລະຈາກ່ຽວກັບກົດໝາຍວ່າດ້ວຍປັນຍາປະດິດ, ເພື່ອແນໃສ່ປະກາດໃຊ້ກອບນິຕິກຳເພື່ອຄຸ້ມຄອງບັນດາລະບົບ AI ໂດຍໄວ, ແຕ່ບໍ່ກົດໜ່ວງການພັດທະນາໃນຂົງເຂດນີ້. ບຸລິມະສິດຂອງ EP ແມ່ນຮັບປະກັນໃຫ້ບັນດາລະບົບ AI ທີ່ໄດ້ນຳໃຊ້ຢູ່ ສະຫະພາບເອີລົບ (EU) ມີຄວາມປອດໄພ, ໂປ່ງໃສ, ສາມາດຕິດຕາມກວດກາ, ບໍ່ຈຳແນກການປະພຶດ ແລະ ເປັນມິດກັບສິ່ງແວດລ້ອມ. ຖ້າວ່າ EP ແລະ 27 ປະເທດສະມາຊິກ EU ບັນລຸໄດ້ຂໍ້ຕົກລົງໃນທ້າຍປີນີ້ ຄືດັ່ງເປົ້າໝາຍທີ່ໄດ້ວາງອອກ, ກຸ່ມນີ້ຈະມີປະມວນກົດໝາຍທຳອິດໃນໂລກ ກ່ຽວກັບການຄຸ້ມຄອງ AI.

          ໃນຂະນະນັ້ນ, ເນື່ອງໃນໂອກາດການຢ້ຽມຢາມ ອາເມລິກາ ໃນຕົ້ນເດືອນ ມິຖຸນາ, ທ່ານ Rishi Sunak, ນາຍົກລັດຖະມົນຕີ ອັງກິດ ໃຫ້ຮູ້ວ່າ: ປະເທດນີ້ມີແຜນການຈັດກອງປະຊຸມສຸດຍອດ AI ໃນທ້າຍປີນີ້ ເພື່ອແນໃສ່ປຶກສາຫາລືກ່ຽວກັບໜຶ່ງໃນບັນດາສິ່ງທ້າທາຍໃຫຍ່ທີ່ສຸດຂອງສະຕະວັດທີ 21 ນີ້.

        ກໍ່ໃນເດືອນ ມິຖຸນາ, ບັນດາສະມາຊິກສະພາສູງ ອາເມລິກາ ໄດ້ນຳສະເໜີຮ່າງກົດໝາຍທີ່ກ່ຽວຂ້ອງເຖິງຂໍ້ກຳນົດການຄຸ້ມຄອງ AI ສອງສະບັບ. ໜຶ່ງໃນຈຳນວນສອງຮ່າງກົດໝາຍນີ້ໄດ້ຮຽກຮ້ອງບັນດາອົງການມີສິດອຳນາດຂອງ ອາເມລິກາ ປະກາດ ຢ່າງເປີດເຜີຍກ່ຽວກັບການນຳໃຊ້ເຕັກໂນໂລຊີ AI ເມື່ອຮ່ວມປະຕິບັດປະຊາຊົນ.

        ຫວ່າງແລ້ວນີ້, ໃນວັນທີ 13 ກໍລະກົດ, ຈີນ ໄດ້ປະກາດໃຊ້ “ມາດຕະການຊົ່ວຄາວ ເພື່ອຄຸ້ມຄອງການບໍລິການປັນຍາປະດິດ (AI)”. ມາດຕະການນີ້ມີຜົນສັກສິດແຕ່ວັນທີ 15 ສິງຫາ ເປັນຕົ້ນໄປ. ນີ້ແມ່ນຂໍ້ກຳນົດການຄຸ້ມຄອງ AI ທຳອິດຂອງ ຈີນ.

        ນັບທັງບັນດາວິສາຫະກິດເຕັກໂນໂລຊີ ກໍ່ກ່າວເຕືອນກ່ຽວກັບຜົນຮ້າຍຢ້ອນຫຼັງທີ່ຍາກຄາດຄະເນລ່ວງໜ້າໄດ້ ຖ້າຫາກວ່າ ເຕັກໂນໂລຊີ ຖືກສວຍໃຊ້ເຂົ້າຈຸດປະສົງຊົ່ວຮ້າຍ ແລະ ພັດທະນາບໍ່ຖືກທິດ, ພ້ອມທັງຮຽກຮ້ອງວົງການນັກຄຸ້ມຄອງສ້າງສຳເລັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ AI ຢ່າງສົມບູນໂດຍໄວ.

        ບັນດາຜົນປະໂຫຍດເຊິ່ງ AI ນຳມາໃຫ້ໂລກ ແມ່ນບໍ່ສາມາດປະຕິເສດໄດ້. ແຕ່ວ່າ, ເລື່ອງບັນດາພື້ນຖານດີຈີຕອນໄດ້ຮັບການກຳເນີດ ແຕ່ບໍ່ໄດ້ຮັບການຕີລາຄາຢ່າງຄົບຖ້ວນ ກ່ຽວກັບບັນດາຄວາມສ່ຽງຊ້ອນແຝງຕໍ່ກັບສັງຄົມ ໄດ້ບັງຄັບໃຫ້ຫຼາຍປະເທດຕ້ອງຄວບຄຸມເພື່ອຮັບປະກັນວ່າ ເຕັກໂນໂລຊີນີ້ຈະບໍ່ກໍ່ໃຫ້ເກີດຄວາມອັນຕະລາຍແກ່ຊີວິດການເປັນຢູ່ຂອງມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ