ໂລກຊອກຫາທາງອອກໃນຊ່ວງເວລາເກີດໂລກລະບາດ

(VOVWORLD) -ຕາມບົດລາຍງານຫຼ້າສຸດຂອງອົງການການຄ້າໂລກ (WTO), ການແລກປ່ຽນການຄ້າທົ່ວໂລກໃນປີ 2020 ຄາດວ່າຖືກຫຼຸດລົງແຕ່ 13% ຫາ 32%. ມີປະຊາຊົນປະມານ 500 ລ້ານຄົນອາດຈະຕົກເຂົ້າສູ່ສະພາບອຶດຫິວທຸກຍາກ.

ໂລກຊອກຫາທາງອອກໃນຊ່ວງເວລາເກີດໂລກລະບາດ - ảnh 1ສຳນັກງານທະນາຄານສູນກາງເອີລົບ

(ພາບ: fxstreet)

ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ທົ່ວໂລກ ດ້ວຍລະດັບຮ້າຍແຮງ, ກໍ່ຄວາມປັ່ນປ່ວນທາງດ້ານເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືທຸກດ້ານໃນສັງຄົມທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງໂລກ, ເຮັດໃຫ້ບັນດາປະເທດ ເຖິງວ່າແມ່ນປະເທດທີ່ມີຄວາມເຂັ້ມແຂງແຮງກຳທີ່ສຸດກໍ່ຕາມ, ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກ. ໃນຈຸດເວລານີ້, ແຕ່ລະປະເທດພວມມານະພະຍາຍາມຊອກຫາທາງອອກ, ຖືການຕ້ານການຊຸດໂຊມທາງດ້ານເສດຖະກິດແມ່ນເລື່ອງຮີບດ່ວນບໍ່ນ້ອຍໜ້າກັບການຕ້ານໂລກລະບາດ, ຮັບປະກັນຄວາມໝັ້ນຄົງເມື່ອໂລກລະບາດສິ້ນສຸດລົງ.

        ຕາມບົດລາຍງານຫຼ້າສຸດຂອງອົງການການຄ້າໂລກ (WTO), ການແລກປ່ຽນການຄ້າທົ່ວໂລກໃນປີ 2020 ຄາດວ່າຖືກຫຼຸດລົງແຕ່ 13% ຫາ 32%. ມີປະຊາຊົນປະມານ 500 ລ້ານຄົນອາດຈະຕົກເຂົ້າສູ່ສະພາບອຶດຫິວທຸກຍາກ. ໂລກພວມປະເຊີນໜ້າກັບການຊຸດໂຊມທາງດ້ານເສດຖະກິດຢ່າງຫນັກຫນ່ວງທີ່ສຸດ, ເຊິ່ງໄດ້ຮັບການຕີລາຄາວ່າຮ້າຍແຮງກວ່າບັນດາວິກິດການໃນເມື່ອກ່ອນ. ເພື່ອຮັບມືກັບໂລກລະບາດໂຄວິດ-19, ບັນດາພື້ນຖານເສດຖະກິດໃຫຍ່ໄດ້ຍົກອອກຫຼາຍມາດຕະການເພີ່ມ “ກູ້ຊ່ວຍ”, ເພີ່ມ “ກຳລັງແຮງຕ້ານທານ” ເພື່ອຫຼີກລ້ຽງຄວາມສ່ຽງຖືກຊຸດໂຊມທີ່ຮ້າຍແຮງ.

ຕ້ານການຊຸດໂຊມທາງດ້ານເສດຖະກິດ-ໜ້າທີ່ອັນຮີບດ່ວນ

 ການຈຳກັດຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດຕໍ່ເສດຖະກິດພວມແມ່ນບຸລິມະສິດແຖວໜ້າຂອງບັນດາພື້ນຖານເສດຖະກິດໃຫຍ່. ຢູ່ເອີລົບ, ທະນາຄານສູນກາງເອີລົບ (ECB) ໄດ້ຮັບຮອງເອົາບ້ວງເງິນກະຕຸກຊຸກຍູ້ເສດຖະກິດທີ່ມີມູນຄ່າ 130 ຕື້ USD ເພື່ອໜູນຊ່ວຍບັນດາພື້ນຖານເສດຖະກິດຢູ່ພາກພື້ນ. ທ່ານ Ursula von der Leyen, ປະທານຄະນະກຳມະການເອີລົບ (EC) ໃຫ້ຮູ້ວ່າ, ສະຫະພາບເອີລົບ ໄດ້ລະດົມຈຳນວນເງິນຢ່າງໜ້ອຍສຸດ 41 ຕື້ USD ເພື່ອຕ້ານໂລກລະບາດ. ພື້ນຖານເສດຖະກິດແຖວໜ້າເອີລົບ ແມ່ນເຢຍລະມັນ ກໍ່ສະໜອງບ້ວງເງິນໜູນຊ່ວຍເສດຖະກິດໃຫຍ່ທີ່ສຸດໃນປະຫວັດສາດພາຍຫຼັງສົງຄາມຂອງປະເທດນີ້, ດ້ວຍຈຳນວນເງິນ 597 ຕື້ USD ໃຫ້ແກ່ບັນດາບໍລິສັດຫາກໍ່ເລີ່ມທຸລະກິດ. ຢູ່ພື້ນຖານເສດຖະກິດໃຫຍ່ແຖວໜ້າໂລກແມ່ນອາເມລິກາ, ທ່ານປະທານາທິບໍດີອາເມລິກາ Donald Trump ຖະແຫຼງວ່າ ຫຼຸດຜ່ອນພາສີອາກອນເພື່ອຊ່ວຍສົ່ງເສີມການໃຊ້ສອຍ ແລະ ໜູນຊ່ວຍປະຊາຊົນຈ່າຍຄ່າເຊົ່າເຮືອນ, ໜີ້ຈຳນອງໃຫ້ຖືກກັບເວລາກຳນົດ ຫຼື ຈ່າຍຄ່າກວດປິ່ນປົວສຸຂະພາບ… ຈີນ ກໍ່ຍົກອອກບັນດາມາດຕະການໃໝ່ເພື່ອ “ຟື້ນຟູກຳລັງແຮງ” ໃຫ້ແກ່ພື້ນຖານເສດຖະກິດໃຫຍ່ທີ 2 ຂອງໂລກ ດ້ວຍເລື່ອງຫຼຸດຜ່ອນອັດຕາສະສົມເງິນຕາແບບບັງຄັບສຳລັບບັນດາທະນາຄານທີ່ມີເງື່ອນໄຂຢ່າງພຽງພໍນັບແຕ່ວັນທີ 16 ມີນາ. ຢູ່ບັນດາພື້ນຖານເສດຖະກິດໃຫຍ່ອື່ນຄື: ສ.ເກົາຫຼີ, ຍີ່ປຸ່ນ, ບັນດາມາດຕະການ “ກູ້ຊ່ວຍ” ພື້ນຖານເສດຖະກິດໃຫ້ຫຼຸດພົ້ນອອກຈາກຄວາມສ່ຽງຊຸດໂຊມກໍ່ໄດ້ສ້າງແຜນການຂຶ້ນ. ທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ໄດ້ກະຕຸກຊຸກຍູ້ປະເທດນີ້ຜັນຂະຫຍາຍບັນດາມາດຕະການ “ບໍ່ເຄີຍມີມາກ່ອນ” ເພື່ອຮັບມືກັບບັນດາຜົນສະທ້ອນທາງດ້ານເສດຖະກິດຈາກໂລກລະບາດ.

ໃນຂະນະນັ້ນ, ຢູ່ ພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຂອງໂລກ ແມ່ນ ຍີ່ປຸ່ນ, ທ່ານ Shinzo Abe ນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຈະພິຈາລະນາບັນດາການເລືອກເຟັ້ນທີ່ແຕກຕ່າງກັນ, ລວມມີຂໍ້ສະເໜີຢຸດຕິຊົ່ວຄາວການຫຼຸດຜ່ອນອາກອນຊົມໃຊ້ເພື່ອໜູນຊ່ວຍໃຫ້ແກ່ພື້ນຖານເສດຖະກິດ. ຕາມແງ່ມູນທົ່ວໂລກ, ບັນດາອົງການຈັດຕັ້ງການເງິນສາກົນຄື ທະນາຄານພັດທະນາອາຊີ (ADB), ທະນາຄານໂລກ (WB) ກໍ່ວາງອອກບັນດາມາດຕະການໜູນຊ່ວຍ, ຕໍ່ກຳລັງແຮງລວມມີບັນດາບ້ວງເງິນກູ້ຢືມບຸລິມະສິດໃຫ້ແກ່ບັນດາພື້ນຖານເສດຖະກິດ, ພິເສດແມ່ນບັນດາປະເທດສະມາຊິກທີ່ມີຄວາມສ່ຽງສູງກ່ວາໝູ່.

ສາມັກຄີກັນໃນການສູ້ຮົບເປັນຕາຍ

ປັດຈຸບັນ ໂລກພວມມານະພະຍາຍາມຜ່ານຜ່າວິກິດການຢ່າງບໍ່ຢຸດຢັ້ງ, ທັງຕ້ານ ໂລກລະບາດ ທັງຊອກຫາກາລະໂອກາດໃໝ່ເພື່ອຮັບປະກັນການພັດທະນາເສດຖະກິດ. ໂດຍເຫັນດີວ່າ ໂລກລະບາດໄດ້ກໍ່ໃຫ້ເກີດຜົນເສຍຫາຍຢ່າງຮ້າຍແຮງທາງດ້ານເສດຖະກິດ, ແຕ່ວ່າກໍ່ມີຄຳເຫັນຫຼາຍຢ່າງທີ່ຖືວ່າ Covid – 19  ໄປຄຽງຄູ່ກັບການປ່ຽນແປງຫຼາຍຢ່າງທີ່ມີລັກສະນະຕັ້ງໜ້າສຳລັບພື້ນຖານເສດຖະກິດທົ່ວໂລກ.

ຍົກຕົວຢ່າງຄື: ແທນທີ່ການອີງໃສ່ ໂຮງງານຂອງ ຈີນ, ບັນດາປະເທດຕ້ອງຫັນປ່ຽນແຫຼ່ງສະໜອງໄປເປັນຫຼາຍຮູບຫຼາຍແບບ, ເພີ່ມເຕີມສິນຄ້າປະເພດຕ່າງໆໃນສາງສຳຮອງ. ໂລກລະບາດເຮັດໃຫ້ວິສາຫະກິດຫຼາຍແຫ່ງມີຄວາມສ່ຽງລົ້ມລະລາຍ ແຕ່ກໍ່ຊຸກຍູ້ການປະກົດຂຶ້ນ ຂໍ້ລິເລີ່ມ, ຮູບການດຳເນີນທຸລະກິດໃຫມ່ຢ່າງຫຼວງຫຼາຍ. ຍິ່ງໄປກ່ວານັ້ນແມ່ນ ເມື່ອມີຄວາມຊິນເຄີຍ ຂອງ ຜູ້ບໍລິໂພກ ໃນການຊື້ເຄື່ອງຂອງຈາກທາງໄກ ໃນໄລຍະເກີດໂລກລະບາດ ກໍ່ຈະຮັບປະກັນການພັດທະນາຂອງການຄ້າເອເລັກໂຕນິກໃນຊຸມປີຈະມາເຖິງ, ຫັນສິ່ງເຫຼົ່ານີ້ກາຍເປັນກຳລັງໜູນເຕີບໂຕເສດຖະກິດສຳລັບຫຼາຍປະເທດ...

ມີນັກຊ່ຽວຊານຫຼາຍຄົນຖືວ່າ, ເມື່ອ Covid - 19 ກາຍເປັນໂລກລະບາດ ແລະ ແຜ່ລາມໄປທົ່ວໂລກ, ຊ່ອງທາງ ໜຶ່ງດຽວນັ້ນແມ່ນ ພ້ອມກັນ “ຮ່ວມຂຸມຄອງດຽວກັນ”. ຕໍ່ໜ້າການທຳລາຍຮ້າຍແຮງຂອງໂລກລະບາດ, ບັນດາປະເທດຕ້ອງສາມັກຄີກັນ. ຄຽງຄູ່ກັນນັ້ນຕ້ອງສ້າງຍຸດທະສາດກ່ຽວກັບການສິ້ນສຸດໂລກລະບາດ ຢູ່ ແຕ່ລະປະເທດ, ຕ້ອງມີການສົບທົບກັນຢູ່ລະດັບພາກພື້ນ ແລະ ທົ່ວໂລກ. ບັນດາປະເທດກໍ່ພ້ອມກັນແບ່ງປັນບັນດາມູນຄ່າລວມກ່ຽວກັບ ການຄ້າເສລີ, ສ້າງຄວາມສະດວກໃຫ້ແກ່ການລົງທຶນ, ບໍ່ປະໃຫ້ບັນດາລະບົບສະໜອງຖືກຢຸດສະງັກ, ຫັນບັນດາການເຄື່ອນໄຫວພົວພັນການຄ້າພາຍຫຼັງສິ້ນສຸດໂລກລະບາດໃຫ້ເປັນປົກກະຕິໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ