ໂລກ​ຊອ​ກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ

(VOVWORLD) -ໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຮອບໃໝ່ຢູ່ທົ່ວທຸກແຖບຖິ່ນໃນ ໂລກ ອັນໄດ້ເຮັດໃຫ້ຫຼາຍປະເທດຕົກເຂົ້າສູ່ວິກິດການຢ່າງຮ້າຍແຮງ, ນັ້ນແມ່ນວິກິດການດ້ານສາທາລະນະສຸກ. ໂລກລະບາດໄດ້ເພີ່ມກຳລັງກົດດັນຕໍ່ລະບົບສາທາລະນະສຸກ, ພິເສດແມ່ນຢູ່ບັນດາປະເທດດ້ອຍພັດທະນາ ຫຼື ພວມພັດທະນາ ແລ້ວເຮັດໃຫ້ໂລກຈຳເປັນຕ້ອງຮ່ວມແຮງຮ່ວມໃຈຊອກຫາມາດຕະການ ເພື່ອຜ່ານຜ່າ ແລະ ຫຼຸດຜ່ອນຜົນເສຍຫາຍກ່ຽວກັບຊີວິດອິນຊີ.

ຕາມການຄາດຄະເນແລ້ວ, ໃນແຕ່ລະວັນ, ທົ່ວໂລກຢັ້ງຢືນມີຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ປະມານ 12.000 ຄົນ. ມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ ໂຄວິດ - 19 ໃນທົ່ວໂລກ ແມ່ນຫຼາຍກວ່າ 3,4 ລ້ານຄົນ, ຕົວເລກດັ່ງກ່າວແມ່ນເທົ່າກັບຈຳນວນປະຊາກອນຂອງຫຼາຍນະຄອນໃຫຍ່ໃນໂລກ. ໃນນັ້ນ, ມີພະນັກງານການແພດປະມານ 7.000 ຄົນເສຍຊີວິດ, ມີພະຍາບານ 136 ລ້ານຄົນ ມີຄວາມສ່ຽງຖືກຕິດເຊື້ອພະຍາດດັ່ງກ່າວໃນຂະນະທີ່ພວມເຮັດວຽກ, ຕາມຂໍ້ມູນຈາກ ອົງການແຮງງານສາກົນ ທີ່ໄດ້ປະກາດໃນທ້າຍເດືອນ ເມສາ 2021 ນີ້.

ເພີ່ມກຳລັງກົດດັນຕໍ່ລະບົບສາທາລະນະສຸກ

ການຄຸກຄາມຂອງໂລກລະບາດໂຄວິດ - 19 ໃນຕະຫຼອດໄລຍະ 1 ປີ ກວ່າຜ່ານມາ ໄດ້ເຮັດໃຫ້ລະບົບສາທາລະນະສຸກຂອງຫຼາຍປະເທດຕົກເຂົ້າສູ່ສະພາບຊຸດໂຊມ ແລະ ເກີນຂອບຂະໜາດບັນຈຸ. ເຖິງວ່າ ການສັກວັກຊິນກັນພະຍາດໂຄວິດ - 19 ພວມໄດ້ຮັບການດຳເນີນໃນທົ່ວໂລກກໍຕາມ ແຕ່ຍັງບໍ່ທັນທົ່ວເຖິງເທື່ອ, ສະນັ້ນ, ຄວາມຄືບໜ້າໃນການຄວບຄຸມໂລກລະບາດຢູ່ບັນດາປະເທດແມ່ນແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ນັບທັງບັນດາປະເທດຮັ່ງມີກໍຖືກຕົກເຂົ້າສູ່ວິກິດການດ້ານສາທາລະນະສຸກ.

ໂລກ​ຊອ​ກ​ຫາ​ມາດ​ຕະ​ການ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃນ​ທົ່ວ​ໂລກ - ảnh 1ໂຮງໝໍ Lok Nayak Jai Prakash ຢູ່ນະຄອນຫຼວງ New Delhi ເກີນຂອບຂະໜາດບັນຈຸ (ພາບ: AFP)
ຢູ່ ອິນເດຍ, ສະພາບການທີ່ ຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ຕ້ອງນອນຄວບຕຽງ, ໂຮງໝໍຫຼາຍແຫ່ງປະຕິເສດບໍ່ຮັບຄົນເຈັບເພີ່ມເຕີມ ຍ້ອນບໍ່ມີຕຽງນອນອີກແລ້ວ ຫຼື ສະພາບການຂາດເຄື່ອງຊ່ວຍຫາຍໃຈ ແມ່ນເລື່ອງທີ່ເກີດຂຶ້ນເປັນປົກກະຕິ. ພື້ນຖານໂຄງລ່າງສາທາລະສະສຸກທີ່ອ່ອນດ້ອຍ ບວກກັບຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນສູງລະດັບສະຖິຕິ ໄດ້ເຮັດໃຫ້ຂະແໜງສາທາລະນະສຸກຂອງປະເທດນີ້ ບໍ່ສາມາດຕອບສະໜອງໄດ້. ສ່ວນຢູ່ ບຣາຊິນ ເຊິ່ງເປັນປະເທດຢືນອັນດັບທີ 3 ໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ, ລະບົບສາທາລະນະສຸກຂອງປະເທດນີ້ ພວມມານະພະຍາຍາມຢ່າງສຸດຂີດແບກຫາບຜົນຮ້າຍຢ້ອນຫຼັງຈາກໂລກລະບາດ. ນັບສິບລັດໃນທົ່ວປະເທດນີ້ ຢັ້ງຢືນສະພາບການເກີນຂອບຂະໜາດບັນຈຸຄົນເຈັບຢູ່ຫ້ອງສຸກເສີນພິເສດ, ສະພາບການຂາດແຄນຕຽງນອນ ເຮັດໃຫ້ຖັນແຖວແພດໝໍຕ້ອງ ປັບຕຽງນອນຂອງຄົນເຈັບທຳມະດາມາເປັນຕຽງນອນພິເສດ ເພື່ອປິ່ນປົວໃຫ້ແກ່ຜູ້ເຈັບໜັກ.  ຊ້ຳບໍ່ໜຳ, ຢູ່ໂຮງໝໍຫຼາຍແຫ່ງ, ຄົນເຈັບຕ້ອງປິ່ນປົວໃນສະພາບການທີ່ບໍ່ມີຢາສະຫຼົບສັກກ່ອນທີ່ຈະໃສ່ທໍ່ຊ່ວຍຫາຍໃຈ. ກຳມະການຄະນະເລຂາສາທາລະນະສຸກແຫ່ງຊາດ ໃຫ້ຮູ້ວ່າ, ປະມານ 1/5 ຈຳນວນນະຄອນໃນທົ່ວປະເທດນີ້ ມີຄວາມສ່ຽງຈະໝົດອົກຊີໃນໄລຍະຈະມາເຖິງ. ແພດໝໍຫຼາຍທ່ານໃຫ້ຮູ້ວ່າ ໃນໄລຍະເຮັດວຽກມາເປັນເວລານັບສິບກວ່າປີ, ເຂົາບໍ່ເຄີຍເຮັດວຽກໃນເງື່ອນໄຂຂາດແຄນຄືແນວນີ້ຈັກເທື່ອ.

ຊຸມອາທິດມໍ່ໆມານີ້, ດ້ວຍຈຳນວນຜູ້ຕິດເຊື້ອໂຄວິດ - 19 ເພີ່ມຂຶ້ນຢ່າງກະທັນຫັນ, ບໍ່ພຽງແຕ່ຢູ່ ອິນເດຍ, ບຣາຊິນ ເທົ່ານັ້ນ, ຫາກໂຮງໝໍຫຼາຍແຫ່ງໃນຫຼາຍປະເທດກໍເກີນຄວາມສາມາດ ຍ້ອນປະລິມານອົກຊີບໍ່ພຽງພໍເພື່ອສະໜອງແກ່ຄົນເຈັບ. ການຂາດແຄນອົກຊີການແພດໃນໂລກເວົ້າລວມ ໄດ້ເປັນກະບອກສຽງກ່າວເຕືອນຕໍ່ຄວາມສຳຄັນຂອງການສະໜອງອົກຊີຢ່າງພຽງພໍ, ເຊິ່ງເປັນໜຶ່ງໃນບັນດາປັດໄຈຕົ້ນຕໍຂອງຊີວິດ, ໃນການປິ່ນປົວສາທາລະນະສຸກ.

ໄປຄຽງຄູ່ກັນນັ້ນ, ສິ່ງທີ່ໜ້າວິຕົກກັງວົນທີ່ສຸດແມ່ນກຳລັງກົດດັນ ແລະ ຄວາມສ່ຽງ ເຊິ່ງພະນັກງານການແພດຕ້ອງປະເຊີນໜ້າໃນໄລຍະທີ່ໂລກລະບາດກໍ່ຜົນກະທົບຕໍ່ສຸຂະພາບທາງຈິດຂອງເຂົາເຈົ້າ. ຕົວເລກສະຖິຕິຊີ້ໃຫ້ເຫັນວ່າ ໃນທົ່ວໂລກ, ໃນຈຳນວນພະຍາບານ 5 ຄົນ ຈະມີ 1 ຄົນ ມີອາການເປັນໂລກຊຶມເສົ້າ ແລະ ເປັນຫ່ວງກັງວົນ.

ມານະພະຍາຍາມຮ່ວມມືຜ່ານຜ່າວິກິດການ

ເຖິງວ່າ, ໃນຄວາມຫຍຸ້ງຍາກຂອງວິກິດການ, ໂລກຍັງເຫັນປະຈັກຕາບັນດາສັນຍານຕັ້ງໜ້າ ເມື່ອມີຫຼາຍປະເທດພ້ອມແລ້ວທີ່ຈະນຳໜ້າໃນການແບ່ງປັນ, ຊ່ວຍເຫຼືອເຊິ່ງກັນແລະກັນ ເພື່ອຜ່ານຜ່າວິກິດການ. ມີນັບສິບປະເທດໄດ້ໃຫ້ການໜູນຊ່ວຍອຸປະກອນການແພດໂດຍດ່ວນ ເພື່ອຊ່ວຍ ອິນເດຍ ຜ່ານຜ່າໄລຍະອັນຫຍຸ້ງຍາກນີ້. ເຄື່ອງຜະລິດອົກຊີ, ໜ້າກາກເຄື່ອງຊ່ວຍຫາຍໃຈນັບຮ້ອຍເຄື່ອງ ແລະ ອົກຊີເຈນແຫຼວປະລິມານຫຼວງຫຼາຍ ໄດ້ຂົນສົ່ງໄປຍັງ ອິນເດຍ ເພື່ອຊ່ວຍຫຼຸດຜ່ອນສະພາວະສຸກເສີນຢູ່ ອິນເດຍ ໃນຊຸມວັນຜ່ານມາ.

ອົງການການຄ້າໂລກ (WTO) ກໍພວມປຶກສາຫາລື ກ່ຽວກັບການຍົກເວັ້ນລິຂະສິດປຸງແຕ່ງວັກຊິນກັນພະຍາດໂຄວິດ - 19, ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວສະໜອງວັກຊິນໃຫ້ແກ່ບັນດາປະເທດພວມພັດທະນາ. ຫວ່າງມໍ່ໆມານີ້, ເຢຍລະມັນ ກໍໄດ້ຍົກອອກຂໍ້ລິເລີ່ມສ້າງຕັ້ງສູນທົ່ວໂລກແຫ່ງໃໝ່, ເຕົ້າໂຮມບັນດາອົງການຈັດຕັ້ງລັດຖະບານ, ບັນດາອົງການວິຊາການສຶກສາ ແລະ ພາກເອກະຊົນ ແນໃສ່ຂຸດຄົ້ນແຫຼ່ງຂໍ້ມູນທົ່ວໂລກ ຮັບໃຊ້ວຽກງານຄາດຄະເນ ແລະ ຮັບມືກັບຄວາມສ່ຽງຊ້ອນແຝງຂອງໂລກລະບາດໃນທົ່ວໂລກ.

ພ້ອມກັນນັ້ນ, ບັນດານັກຄົ້ນຄວ້າວິທະຍາສາດໃນໂລກ ກໍໄດ້ປະກາດຜົນການທົດລອງຕ່າງໆຢ່າງຕໍ່ເນື່ອງ ນຳມາເຊິ່ງຄວາມຫວັງໃໝ່ໃຫ້ແກ່ມະນຸດໃນການຍູ້ໂລກລະບາດໃຫ້ຖອຍໄປ. ວັນທີ 17 ພຶດສະພາ, ກຸ່ມບໍລິສັດການຢາ Sanofi ຂອງ ຝລັ່ງ ແລະ ບໍລິສັດການຢາ GSK ຂອງ ອັງກິດ ໄດ້ແຈ້ງໃຫ້ຊາບວ່າ ບັນດາການທົດລອງໃນເບື້ອງຕົ້ນ ຊີ້ໃຫ້ເຫັນວ່າ ວັກຊິນກັນພະຍາດໂຄວິດ - 19 ເຊິ່ງສອງປະເທດນີ້ພວມສົມທົບກັນພັດທະນານັ້ນ ໄດ້ສ້າງພູມຕ້ານທານຢ່າງແຮງ. ຫວ່າງມໍ່ມານີ້, ນັກວິທະຍາສາດສາກົນ ຢູ່ສະຖາບັນສາທາລະນະສຸກ Menzies ສັງກັດມະຫາວິທະຍາໄລ Griffith (ອົດສະຕາລີ) ກໍປະກາດ ຊອກໄດ້ມາດຕະການໃໝ່ທີ່ສາມາດທຳລາຍໄວຣັດ SARS – CoV – 2 ໃນປອດຂອງຄົນເຈັບໄດ້ເຖິງ 99,9% ແລະ ຈະແມ່ນໜຶ່ງໃນບັນດາວິທີປິ່ນປົວພະຍາດດັ່ງກ່າວໄດ້ຢ່າງມີປະສິດທິຜົນທີ່ສຸດ.

ໄລ່ມາຮອດປັດຈຸບັນ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຍັງຢູ່ຂ້າງໜ້າ. ການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຈະມີຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເຊິ່ງຮຽກຮ້ອງໃຫ້ບັນດາປະເທດທັງໝົດຕ້ອງຮ່ວມແຮງຮ່ວມໃຈ ແລະ ມີແຕ່ຄວາມສາມັກຄີ, ການຮ່ວມມື ແລະ ແບ່ງປັນຊ່ວຍເຫຼືອເຊິ່ງກັນແລະກັນ ໂລກຈິ່ງຈະຜ່ານຜ່າວິກິດການດັ່ງກ່າວໄປໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ