ໂລກ​ຍັງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ການ​ຜັນ​ແປ​ທີ່ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ຂອງ​ໂລກ​ລະ​ບາດ Covid-19

(VOVWORLD) -ພາຍຫຼັງໄດ້ເກີດຂຶ້ນມາເປັນເວລາ 3 ເດືອນ, ໂລກລະບາດອັກເສບປອດທີ່ເກີດຈາກເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ (nCoV ຫລືເອີ້ນວ່າ Covid-19) ຍັງສືບຕໍ່ມີການຜັນແປທີ່ບໍ່ສາມາດຄາດຄະເນໄດ້ ແລະ ນັບມື້ນັບແຜ່ລາມອອກຢ່າງກວ້າງຂວາງ ຊື່ງເຮັດໃຫ້ໂລກຕ້ອງອອກແຮງຮັບມືດ້ວຍຄວາມລະມັດລະວັງຢູ່ໃນລະດັບສູງສຸດ.
ໂລກ​ຍັງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ການ​ຜັນ​ແປ​ທີ່ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ຂອງ​ໂລກ​ລະ​ບາດ Covid-19 - ảnh 1

ພາບ: Reuters

   ຕາມການລາຍງານຄັ້ງຫຼ້າສຸດເມື່ອວັນທີ 21 ກຸມພາ ຂອງຄະນະກຳມະການສາທາລະນະສຸກແຂວງ ຮູເປີຍ ປະເທດຈີນ ແລ້ວ, ໃນວັນທີ 20 ກຸມພາ, ທ້ອງຖິ່ນນີ້ມີຜູ້ເສຍຊີວິດ ຍ້ອນໂລກລະບາດ Covid-19 ຕື່ມອີກ 115 ຄົນ, ເພີ່ມຂຶ້ນ 5.6% ເມື່ອທຽບໃສ່ວັນທີ 19 ກຸມພາ ຊື່ງໄດ້ຍົກຈຳນວນຜູ້ເສຍຊີວິດທັງໝົດຂຶ້ນເປັນ 2.144 ຄົນ. ຈຳນວນຜູ້ຕິດເຊື້ອໃໝ່ແມ່ນ 411 ຄົນ. ຈຳນວນຜູ້ຕິດເຊື້ອ Covid-19  ທັງໝົດຢູ່ແຂວງຮູເປີຍ ແມ່ນ 62.442 ຄົນ. ໃນທົ່ວໂລກ, ມີຜູ້ຕິດເຊື້ອດັ່ງກ່າວທັງໝົດແມ່ນຂຶ້ນເຖິງ 76.200 ຄົນ ແລະ ຜູ້ເສຍຊີວິດແມ່ນ 2.245 ຄົນ ຊື່ງສ່ວນຫຼາຍແມ່ນຢູ່ຈີນ ດ້ວຍຈຸດສຸມແມ່ນນະຄອນ ອູຮັ້ນ, ແຂວງຮູເປີຍ.

ບັນດາການຜັນແປທີ່ເປັນໜ້າວິຕົກກັງວົນ

   ວັນທີ 20 ກຸມພາ, ວົງການເຈົ້າໜ້າທີ່ອີຣານ ໄດ້ກວດພົບ 3 ກໍລະນີຕິດເຊື້ອ Covid-19 ຕື່ມອີກ ອັນໄດ້ຍົກຈຳນວນຜູ້ຕິດເຊື້ອດັ່ງກ່າວທັງໝົດ ຢູ່ປະເທດນີ້ຂຶ້ນເປັນ 5 ຄົນ.

ກ່ອນນັ້ນ 1 ວັນ, ອີຣານ ປະກາດວ່າ 2 ກໍລະນີຕິດເຊື້ອທຳອິດ ແລະ ທັງສອງຄົນນີ້ໄດ້ເສຍຊີວິດ ພາຍຫຼັງພຽງ 2, 3 ຊົ່ວໂມງຕໍ່ມາ. ສິ່ງທີ່ເປັນໜ້າເວົ້າເຖິງນັ້ນແມ່ນ, ຜູ້ຕິດເຊື້ອທັງໝົດລ້ວນແຕ່ແມ່ນຊາວອີຣານ ແລະ ບໍ່ເຄີຍໄປຕ່າງປະເທດໃນເວລາຍາວນານ ຊື່ງໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນ ກ່ຽວກັບເສັ້ນທາງ ແລະ ກົນໄກຕິດແປດ Covid-19 ຢູ່ປະເທດຕາເວັນອອກກາງນີ້.

   ກໍ່ເຊັ່ນດຽວກັນ, ໃນວັນທີ 16 ກຸມພາ, ອຳນາດການປົກຄອງໄຕຫວັນ (ຈີນ) ກໍ່ກວດພົບກໍລະນີເສຍຊີວິດທຳອິດຍ້ອນ Covid-19  ຢູ່ເຂດດິນແດນແຫ່ງນີ້. ຢູ່ ສ.ເກົາຫຼີ, ຈຳນວນກໍລະນີຕິດເຊື້ອໄດ້ເພີ່ມຂຶ້ນຢ່າງແຮງ ໃນສອງສາມມື້ຜ່ານມາ, ສ່ວນຫຼາຍແມ່ນຢູ່ນະຄອນ Daegu ທາງທິດໃຕ້ປະເທດນີ້. ໄລ່ຮອດວັນທີ 20 ກຸມພາ, ຈຳນວນຜູ້ຕິດເຊື້ອທັງໝົດທີ່ໄດ້ກວດພົບຢູ່ ສ.ເກົາຫຼີ ແມ່ນ 104 ຄົນ.

ໂລກ​ຍັງ​ມີ​ຄວາມ​ລະ​ມັດ​ລະ​ວັງ​ຕໍ່​ການ​ຜັນ​ແປ​ທີ່ບໍ່​ສາ​ມາດ​ຄາດ​ຄະ​ເນ​ໄດ້​ຂອງ​ໂລກ​ລະ​ບາດ Covid-19 - ảnh 2

ພາບ: THX/TTXVN

 ໂລກມີປະຕິກິລິຍາໂຕ້ຕອບດ້ວຍຄວາມລະມັດລະວັງ

  ຕໍ່ໜ້າບັນດາການຜັນແປ ທີ່ບໍ່ສາມາດຄາດຄະເນລ່ວງໄດ້ຂອງໂລກລະບາດ, ປະຊາຄົມໂລກ ສືບຕໍ່ມີປະຕິກິລິຍາດ້ວຍຄວາມລະມັດລະວັງໃນລະດັບສູງສຸດ. ໃນຄຳຖະແຫຼງຫຼ້າສຸດ ເມື່ອວັນທີ 20 ກຸມພາ, ທ່ານ Tedros Adhanom Ghebreyesu ຜູ້ອຳນວຍການໃຫ່ຍອົງການອະນາໄມໂລກ  (WHO) ໄດ້ເນັ້ນໜັກວ່າ: ເລື່ອງຈຳນວນຜູ້ຕິດເຊື້ອ Covid-19 ໃໝ່ຢູ່ຈີນ ໄດ້ຫລຸດລົງຢ່າງລຽນຕິດໃນໄລຍະຜ່ານມາ ແມ່ນເປັນໜ້າຊື່ນຊົມ ແຕ່ຍັງບໍ່ທັນເຖິງເວລາທີ່ສາມາດຕີລາຄາໄດ້ວ່າ ທ່າອ່ຽງນີ້ຈະສືບຕໍ່ຫຼືບໍ່.

   ໃນຂະນະນັ້ນ, ປະເທດຕ່າງໆໄດ້ສະແດງໃຫ້ເຫັນຄວາມລະມັດລະວັງ ຕໍ່ໂລກລະບາດ Covid-19  ດ້ວຍການຜັນຂະຫຍາຍການເພີ່ມທະວີ ບັນດາມາດຕະການປ້ອງກັນໂລກລະບາດຢ່າງຂ້ຽວຂາດທີ່ສຸດ. ຢູ່ຈີນ, ພ້ອມກັບການປ່ຽນການນຳສູງສຸດ ຢູ່ທັງນະຄອນອູຮັ້ນ ແລະ ແຂວງຮູເປີຍນັ້ນ, ມາດຕະການແຍກຕົວຢ່າງເຂັ້ມງວດ ແລະ ຈຳກັດການໄປມາໃນລະດັບສູງສຸດໄດ້ຖືກນຳໃຊ້ ໃນຂະນະທີ່ບັນດາມາດຕະການຮັບມືກັບໂລກລະບາດ ກໍ່ໄດ້ຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດເກືອບທັງໝົດ.

   ຢູ່ນອກປະເທດຈີນ, ມີຫຼາຍປະເທດໄດ້ເພີ່ມເຕີມບັນດາມາດຕະການປ້ອງກັນ ແລະ ຄວບຄຸມໂລກລະບາດ. ວັນທີ 20 ກຸມພາ, ອົດສະຕາລີ ໄດ້ປະກາດຕໍ່ກຳນົດເວລາຄຳສັ່ງເກືອດຫ້າມສຳລັບຜູ້ມາຈາກຈີນ ຮອດວັນທີ 29 ກຸມພາ ເພື່ອສະກັດກັ້ນໄພເກີດການຕິດແປດ Covid-19. ວັນທີ 19 ກຸມພາ, ລັດຖະບານມາເລເຊຍ ໄດ້ປຶກສາຫາລືກ່ຽວກັບເລື່ອງຫ້າມນັກທ່ອງທ່ຽວຈີນເຂົ້າມາປະເທດນີ້ໂດຍຊົ່ວຄາວ. ນັບແຕ່ທ້າຍເດືອນມັງກອນ, ມາເລເຊຍ ກໍ່ໄດ້ປະກາດໃຊ້ຄຳສັ່ງຫ້າມເຂົ້າເມືອງ ສຳລັບພົນລະເມືອງຈີນ ຢູ່ແຂວງຮູເປີຍ. ວັນທີ 20 ກຸມພາ, ສູນຄວບຄຸມ ແລະ ປ້ອງກັນໂລກລະບາດອາເມລິກາ (CDC)  ໄດ້ປະກາດໃຊ້ຄຳກ່າວເຕືອນພົນລະເມືອງອາເມລິກາ ບໍ່ຄວນໄປຍັງປະເທດຍີ່ປຸ່ນ ແລະ ຮົງກົງ (ຈີນ). ໃນຂະນະນັ້ນ, ໄລ່ຮອດຈຸດເວລານີ້, ມີ 30 ກ່ວາບໍລິສັດການບິນສາກົນຍັງຮັກສາຄຳສັ່ງຫ້າມບິນໄປຍັງປະເທດຈີນ.

  ຕາມບັນດາຜູ້ຊ່ຽວຊານດ້ານສາທາລະນະສຸກແລ້ວ, ເລື່ອງໂລກສືບຕໍ່ມີປະຕິກິລິຍາຢ່າງລະມັດລະວັງຕໍ່ໂລກລະບາດ ໃນສະພາບການປະຈຸບັນ ແມ່ນມີຄວາມຈຳເປັນ, ແຕ່ສິ່ງສຳຄັນກ່ວາໝູ່ໝົດ ແມ່ນຕ້ອງມີການຮ່ວມມືໃນຂອບຂະໜາດທົ່ວໂລກ ຢ່າງແທດຈິງ ແລະ ມີປະສິດທິຜົນ, ເພື່ອສະກັດກັ້ນ ແລະ ເອົາຊະນະໂລກລະບາດນີ້ໃຫ້ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ