ໂລກປະເຊີນໜ້າກັບສິ່ງທ້າທາຍສະຫຼັບກັນຈາກການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -

ໃນລະຫວ່າງວັນທີ 13-14 ກຸມພາ ຜ່ານມາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດວາລະປະຊຸມປຶກສາຫາລືເປີດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການປະທະກັນ, ນີ້ໄດ້ຮັບຖືວ່າແມ່ນ 2 ຜົນສະທ້ອນສະຫຼັບກັນທີ່ຮ້າຍແຮງທີ່ສຸດໃນໄລຍະປະຈຸບັນ ທີ່ກໍ່ໃຫ້ເກີດໄພອຶດຫິວໃນໂລກ, ຈາກນັ້ນ, ກໍ່ສົ່ງຜົນສະທ້ອນເຖິງສະພາບແວດລ້ອມແຫ່ງສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ໂລກປະເຊີນໜ້າກັບສິ່ງທ້າທາຍສະຫຼັບກັນຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1ເດັກນ້ອຍລໍຖ້າເຄື່ອງໜູນຊ່ວຍຢູ່ນະຄອນ Rafah, ເຂດ Gaza.
(ພາບປະກອບຈາກ: ສຳນັກຂ່າວສານຊິນຮວາ/TTXVN)


        ດ້ວຍຫົວຂໍ້ວ່າ “ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານ ຕໍ່ການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”, ວາລະປຶກສາຫາລືຂອງສະພາຄວາມໝັ້ນຄົງ ສປຊ ໄດ້ດຳເນີນໄປພາຍໃຕ້ຮູບແບບເປີດໃນເວລາ 2 ວັນ (ວັນທີ 13 – 14 ກຸມພາ), ຕາມຂໍ້ລິເລີ່ມຂອງ Guyana, ປະເທດດຳລົງຕຳແໜ່ງເປັນປະທານໝູນວຽນ ສະພາຄວາມໝັ້ນຄົງ ສປຊ ໃນເດືອນ ກຸມພາ. ຜູ້ຕາງໜ້າຂອງເກືອບ 90 ປະເທດກໍ່ຄືທ່ານເລຂາທິການໃຫຍ່ ສປຊ ແລະ ການນຳຂອງຫຼາຍອົງການສາກົນໄດ້ເຂົ້າຮ່ວມການປຶກສາຫາລື.

ການປະທະກັນ ແລະ ການປ່ຽນແປງຈາກດິນຟ້າອາກາດເພີ່ມອັດຕາຄວາມທຸກຍາກອຶດຫິວ

        ທີ່ບັນດາວາລະປຶກສາຫາລື, ການນຳ ສປຊ ພ້ອມກັບຫຼາຍປະເທດ ແລະ ອົງການສາກົນ ມີຂໍ້ສັງເກດລວມທີ່ວ່າ: ໂລກພວມກ້າວເຂົ້າສູ່ໄລຍະຂາດສະຖຽນລະພາບຄັ້ງໃໝ່, ເມື່ອການປ່ຽນແປງຂອງດິນຟ້າອາກາດ ແລະ ການປະທະກັນສົ່ງຜົນສະທ້ອນທີ່ສະຫຼັບກັນ ແລະ ພ້ອມກັນຍູ້ສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກເພີ່ມຂຶ້ນ. ຕາມທ່ານ Antonio Guterres, ເລຂາທິການໃຫຍ່ ສປຊ ແລ້ວ, ການປະທະກັນບັງຄັບໃຫ້ປະຊາຊົນນັບລ້ານຄົນຕ້ອງອົບພະຍົບ, ທຳລາຍພື້ນຖານໂຄງລ່າງການຜະລິດກະສິກຳໃນຂະນະທີ່ການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ບັນດາປະກົດການດິນຟ້າອາກາດຮ້າຍແຮງເພີ່ມຂຶ້ນ.

        ຜູ້ນຳໜ້າ ສປຊ ໄດ້ຄັດສະເໜີຕົວເລກສະຖິຕິຈາກອົງການອາຫານໂລກ (WFP) ໃຫ້ຮູ້ວ່າ: ໄພອຶດຫິວຮ້າຍແຮງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນທົ່ວໂລກ ໃນຊຸມປີຜ່ານມາ ແລະ ໄລ່ຮອດທ້າຍປີ 2023, ມີປະຊາຊົນໃນໂລກກ່ວາ 330 ລ້ານຄົນໃນໂລກຕົກເຂົ້າສູ່ສະພາບການດັ່ງກ່າວ, ໝາຍຄວາມວ່າອາດສາມາດຖືກນາບຂູ່ທາງຊີວິດອິນຊີໃນທັນທີຍ້ອນຂາດບັນດາມາດຕະການໜູນຊ່ວຍ. ທ່ານ Simon Stiell, ເລຂາທິການບໍລິຫານສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ແບ່ງປັນກ່ຽວກັບຂໍ້ສັງເກດດັ່ງກ່າວວ່າ:

        “ກ່ອນນີ້ 2 3 ປີ, ໂລກເຊື່ອໝັ້ນວ່າອາດສາມາດລົບລ້າງໄພອຶດຫິວໄດ້, ແຕ່ປະຈຸບັນ, ສະເລ່ຍ 10 ຄົນ ຈະມີຄົນໜຶ່ງຖືກໄພອຶດຫິວ. ຕົວເລກນີ້ແມ່ນບໍ່ສາມາດຍອມຮັບໄດ້. ຖ້າຫາກການປ່ຽນແປງຂອງດິນຟ້າອາກາດເພີ່ມຂຶ້ນ ສະພາບອຶດຫິວຈະຮ້າຍແຮງກ່ວາ. ການປ່ຽນແປງຂອງດິນຟ້າພວມປະກອບສ່ວນເຂົ້າໃນຄວາມຂາດຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການປະທະກັນທີ່ເພີ່ມຂຶ້ນ”.

ໂລກປະເຊີນໜ້າກັບສິ່ງທ້າທາຍສະຫຼັບກັນຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 2ທ່ານເລຂາທິການໃຫຍ່ ສປຊ Antonio Guterres
(ພາບ: ສຳນັກຂ່າວສານຊິນຮວາ/TTXVN

        ທ່ານນາງ Beth Bechdol, ຮອງຜູ້ອຳນວຍການອົງການທັນຍາຫານ ແລະ ການກະເສດຂອງ ສປຊ (FAO), ໃຫ້ຮູ້ຕື່ມອີກວ່າ: ໃນ “ບົດລາຍງານທົ່ວໂລກກ່ຽວກັບວິກິດການສະບຽງອາຫານ” ໃນປີຜ່ານມາ, FAO ໄດ້ຮັບຮູ້ແຈ້ງວ່າ: ການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດແມ່ນບັນດາບັນຫາຮ້າຍແຮງທີ່ສຸດຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ ແລະ ພາໄປເຖິງຜົນຕາມມາຕໍ່ໄປແມ່ນການນາບຂູ່ດ້ານຄວາມໝັ້ນຄົງສາກົນ:

        “ພວກເຮົາໄດ້ຮັບຟັງຫຼາຍເທື່ອແລ້ວວ່າ ບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານ ຖ້າບໍ່ມີສັນຕິພາບ ແລະ ບໍ່ມີສັນຕິພາບ ຖ້າບໍ່ມີຄວາມໝັ້ນຄົງດ້ານສະບຽງອາຫານ. ກ່ອນອື່ນໝົດ, ພວກເຮົາເຫັນວ່າ ບັນດາການປະທະກັນພາໄປເຖິງໄພອຶດຫິວ ແລະ ຂາດທາດໂພຊະນາການຄືແນວໃດ ແລະ ເລື່ອງມີ ½ ຈຳນວນຜູ້ຖືກອຶດຫິວໃນໂລກທີ່ດຳລົງຊີວິດໃນເຂດຖືກຜົນສະທ້ອນຈາກການປະທະກັນນັ້ນ ບໍ່ແມ່ນເລື່ອງບັງເອີນ”.

        ຕາມທ່ານນາງ Beth Bechdol ແລ້ວ, ບັນດາການປະທະກັນຄັ້ງໃຫຍ່ຂອງໂລກໃນປະຈຸບັນ, ຄື: ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ການປະທະກັນຢູ່ເຂດ ກາຊາ ແມ່ນການພິສູດຢ່າງຈະແຈ້ງທີ່ສຸດໃຫ້ແກ່ຜົນສະທ້ອນຂອງການປະທະກັນທີ່ສົ່ງເຖິງຄວາມໝັ້ນຄົງດ້ານສະບຽງອາຫານ, ໃນຂະນະທີ່ຄວາມເສຍຫາຍສຳລັບລະບົບກະສິກຳຢູ່ ຢູແກຼນ ຄາດວ່າຂຶ້ນເຖິງຈຳນວນເງິນປະມານ 40 ຕື້ໂດລາສະຫະລັດນັ້ນ, ມີປະຊາຊົນປະມານ 2,2 ລ້ານຄົນຢູ່ເຂດ ກາຊາ ພວມຕົກເຂົ້າສູ່ສະພາບອຶດຫິວຢ່າງຮຸນແຮງຢູ່ໃນລະດັບທີ່ແຕກຕ່າງກັນ.

ໂລກປະເຊີນໜ້າກັບສິ່ງທ້າທາຍສະຫຼັບກັນຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 3ທ່ານ Simon Stiell, ເລຂາທິການບໍລິຫານສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC)
(ພາບ:AFP/TTXVN)

        ບຸລິມະສິດໃຫ້ແກ່ການກະທຳອັນຮີບດ່ວນ

        ໃນສະພາບການຂາດຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກເພີ່ມຂຶ້ນຄືປະຈຸບັນ, ສປຊ ຮຽກຮ້ອງໃຫ້ປະຊາຄົມສາກົນຕ້ອງມີການກະທຳອັນຮີບດ່ວນ. ຕາມທ່ານເລຂາທິການໃຫຍ່ ສປຊ Antonio Guterres, ໄພນາບຂູ່ຍາມໃດກໍ່ພາໄປເຖິງສະພາບການຈາລະຈົນ:

          “ຖ້າບໍ່ມີການກະທຳ, ສະພາບການຈະຮ້າຍແຮງລົງ. ບັນດາການປະທະກັນພວມເພີ່ມຂຶ້ນ, ວິກິດການດ້ານດິນຟ້າອາກາດເພີ່ມຂຶ້ນ ໃນຂະນະທີ່ການປ່ອຍອາຍພິດສືບຕໍ່ເພີ່ມຂຶ້ນ. ເພື່ອແນໃສ່ຫຼີກລ້ຽງບັນດາໄພນາບຂູ່ທີ່ນັບມື້ນັບເພີ່ມຂຶ້ນກັບສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນກະທຳໃນທັນທີເພື່ອມ້າງທຳລາຍສາຍກ່ຽວພັນລະຫວ່າງການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຂາດຄວາມໝັ້ນຄົງດ້ານສະບຽງອາຫານ”.

        ຕາມທ່ານ Hugh Hilton Todd, ລັດຖະມົນຕີການຕ່າງປະເທດ Guyana ແລ້ວ, ເຖິງວ່າມີຄວາມຮັບຮູ້ຢ່າງຈະແຈ້ງກ່ຽວກັບບັນດາຜົນກະທົບທີ່ສະຫຼັບກັນຂອງການປະທະກັນ ແລະ ການປ່ຽນແປງຂອງດິນຟ້າອາກາດເຖິງສັນຕິພາບ ແລະ ຄວາມໝັ້ນຄົງ ກໍ່ຕາມ, ແຕ່ ສະພາຄວາມໝັ້ນຄົງ ສປຊ ກໍ່ຄວນຮັບຮອງເອົາຍຸດທະສາດຍາວນານຢ່າງຮີບດ່ວນ, ໂດຍອີງໃສ່ບັນດາການຕີລາຄາຄວາມສ່ຽງຮອບດ້ານ, ພ້ອມທັງນຳໃຊ້ຕົວເລກ ແລະ ການໄຈ້ແຍກເພື່ອສ້າງລະບົບສະບຽງອາຫານທົ່ວໂລກໃໝ່ແບບຍືນຍົງ.

        ເມື່ອເຕື້ອງເຖິງຫົວຂໍ້ດັ່ງກ່າວ, ທີ່ກອງປະຊຸມສຳມະນາສາກົນ, ທີ່ຈັດຂຶ້ນໃນວັນທີ 14 ກຸມພາ, ຢູ່ Rome (ປະເທດ ອີຕາລີ), ທ່ານ Alvaro Lario, ປະທານກອງທຶນພັດທະນາກະສິກຳສາກົນ ຂອງ ສປຊ (IFAD) ກໍ່ໄດ້ຮຽກຮ້ອງຕ້ອງລົງທຶນຫຼາຍກ່ວາໃຫ້ແກ່ນະວັດຕະກຳໃນຂົງເຂດກະສິກຳ, ດ້ວຍແກ່ນສານແມ່ນບັນດາຮູບແບບກະສິກຳດ້ວຍຂອບຂະໜາດກາງ ແລະ ນ້ອຍຢູ່ບັນດາເຂດຊົນນະບົດ. ຜູ້ນຳໜ້າ IFAD ໃຫ້ຂໍ້ສັງເກດວ່າ ສິ່ງດັ່ງກ່າວຕ້ອງມີການປ່ຽນແປງ ຍ້ອນວ່າຊາວກະສິກອນແມ່ນບັນດາຜູ້ຖືກຜົນສະທ້ອນໂດຍກົງຈາກການປ່ຽນແປງຂອງດິນຟ້າອາກາດ, ດັ່ງນັ້ນ, ຕ້ອງມີການກະກຽມທີ່ດີກ່ວາກ່ຽວກັບດ້ານການເງິນ ແລະ ເຕັກໂນໂລຊີ./.

ຕອບກັບ

ຂ່າວ/ບົດ​ອື່ນ