​ໂລກປາດ​ຖະໜາຫຍັງ​ແດ່ ຈາກ ກອງ​ປະຊຸມ Davos 2019?

(VOVWORLD) - WEF 2019 ຢູ່ Davos ຖືກດໍາເນີນໃນສະພາບການທີ່ຫຼາຍບັນຫາສໍາຄັນຂອງໂລກພວມນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພວມຂາດສະຖຽນລະພາບ ຍິ່ງກວ່າເວລາໃດໝົດ.

        ກອງປະຊຸມປະຈໍາປີ ເວທີປາໄສເສດຖະກິດໂລກ WEF 2019 ພວມດໍາເນີນໄປຢູ່ Davos, ປະເທດສະວິດ ແຕ່ວັນທີ 22 25 ມັງກອນ. ດ້ວຍຫົວຂໍ້ຕົ້ນຕໍແມ່ນ “ໂລກາພິວັດ 4.0: ກໍານົດສະຖາປັດຕະຍາກໍາໃໝ່ ໃນສັງກາດແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4”, ກອງປະຊຸມຄັ້ງນີ້ ໄດ້ຮັບການຕີລາຄາວ່າ ແມ່ນໂອກາດເຕົ້າໂຮມຂອງບັນດາບຸຸກຄົນແຖວໜ້າຂອງໂລກ. ແຕ່ວ່າ ການບໍ່ມີໜ້າເຂົ້າຮ່່ວມຂອງບຸກຄົນທີ່ສໍາຄັນນັ້ນ ໄດ້ເຮັດໃຫ້ຄວາມປະທັບໃຈຂອງ Davos 2019 ຖືກຫຼຸດລົງ ແລະ ອາດຈະໄປຜິດເຂວກັບເປົ້າໝາຍການຫັນເປັນໂລກາພິວັດ.

        WEF 2019 ຢູ່ Davos ຖືກດໍາເນີນໃນສະພາບການທີ່ຫຼາຍບັນຫາສໍາຄັນຂອງໂລກພວມນັບມື້ນັບຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ພວມຂາດສະຖຽນລະພາບ ຍິ່ງກວ່າເວລາໃດໝົດ.

​ໂລກປາດ​ຖະໜາຫຍັງ​ແດ່ ຈາກ ກອງ​ປະຊຸມ Davos 2019? - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ບັນຫາທີ່ພົ້ນເດັ່ນຂຶ້ນທາງການເມືອງ ແລະ ເສດຖະກິດ

        ນັບແຕ່ Davos 2018, ການພົວພັນດ້ານການຄ້າ ແລະ ການຕ່າງປະເທດທົ່ວໂລກ ມີບັນຫາຫຼາຍຢ່າງຄວນໄດ້ຮັບການປຶກສາຫາລື. ເດືອນ ມັງກອນ 2018, ເປັນຄັ້ງທໍາອິດ ທີ່ທ່ານປະທານາທິບໍດີອາເມລິກາ Donald Trump ປະກາດກ່ຽວກັບເລື່ອງຈັດວາງອັດຕາພາສີສໍາລັບສິນຄ້ານໍາເຂົ້າຈາກ ຈີນ ແລະ ນັບແຕ່ນັ້ນມາຮອດປັດຈຸບັນ, ອາເມລິກາ ແລະ ຈີນ ໄດ້ນໍາໃຊ້ອັດຕາເສຍພາສີ ແມ່ນ 250 ຕື້ USD  ແລະ 110 ຕື້ USD ສໍາລັບສິນຄ້າຂອງກັນຕາມລໍາດັບ. ປັດຈຸບັນ, ວໍຊິງຕັນ ພວມເຫັນປະຈັກຕາສະພາບການທີ່ລັດຖະບານປິດປະຕູ ດ້ວຍໄລຍະເວລາຍາວບັນລຸລະດັບສະຖິຕິ, ຍ້ອນບໍ່ມີທາງອອກໃນແຜນການອຸປະຖໍາເພື່ອກໍ່ສ້າງກໍາແພງລຽບຕາມຊາຍແດນ. ສ່ວນ Brexit ຍັງຢູ່ໃນສະພາບທີ່ວຸ້ນວາຍ ແລະ ຍັງບໍ່ມີໝາກຜົນຢ່າງຈະແຈ້ງເທື່ອ, ເຖິງວ່າ ຍັງພຽງແຕ່ 2 – 3 ອາທິດຕື່ມອີກ ອັງກິດຕ້ອງຖອນຕົວອອກຈາກສະຫະພາບເອີຣົບ (ອີຢູ).

        ໃນຂະນະນັ້ນ ຢູ່ເອີຮົບ, ໃນປີຜ່ານມາກໍໄດ້ເຫັນປະຈັກຕາໄຊຊະນະຂອງລັດທິປະຊານິຍົມ, ບັນດາພັກຝ່າຍຂວາ ຂຶ້ນກໍາອໍານາດ ເຊິ່ງ ຢູ່ ອີຕາລີ ແມ່ນແບບຢ່າງພົ້ນເດັ່ນ. ລັດທິປະຊານິຍົມ ຂຶ້ນກໍາອໍານາດ ໄດ້ສົ່ງຜົນກະທົບຕໍ່ເລື່ອງ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Angele Merkel ຕ້ອງຖະແຫຼງວ່າ ຈະຖອນຕົວອອກຈາກເວທີການເມືອງຂອງປະເທດເຢຍລະມັນ ແລະ ເອີຣົບ, ປະລະບົດບາດເປັນປະທານ CDU. ສ່ວນ ຢູ່ ຝລັ່ງ, ທ່ານປະທານາທິບໍດີ ຝລັ່ງ Emmanual Macron ກໍພວມພະຍາຍາມຊອກຫາວິທີແກ້ໄຂການແຫ່ຂະບວນປະທ້ວງ ທີ່ພວມເກີດຂຶ້ນເປັນປະຈໍາ ແລະ ເຄັ່ງຕຶງທີ່ສຸດຢູ່ຕາມທ້ອງຖະໜົນຂອງນະຄອນຫຼວງ ປາຣີ.

        ບໍ່ພຽງແຕ່ ຢູ່ ອາເມລິກາ, ຢູ່ ອັງກິດ ມີ Brexit ເທົ່ານັ້ນ, ຫາກຢູ່ ບຣາຊີນ, ອີຕາລີ ແລະ ຮຸງກາຣີ ກໍ່ລ້ວນແຕ່ມີຜູ້ສະໝັກເລືອກຕັ້ງການເມືອງປະຊານິຍົມຫຼາຍຄົນ ພວມໄດ້ຮັບການເລືອກຕັ້ງ ແລະ ເລື່ອງປ່ຽນແປງໂຄງການດໍາເນີນງານນັ້ນ ໄດ້ເຮັດໃຫ້ລັດທິອາລັກຂາ ມີຄວາມຮ້າຍແຮງຂຶ້ນຕື່ມ ແລະ ເດີນຕາມລັດທິຊາດນິຍົມຫຼາຍກວ່າ. ໝາກຜົນແມ່ນ ເຮັດໃຫ້ບັນດາສາຍຮ່ວມສໍາພັນຫຼາຍ ແລະ ສະພາບການນີ້ ຖືກອ່ອນແອລົງ ແລະ ຕາມບັນດານັກໄຈ້ແຍກສາກົນແລ້ວ ສະພາບການດັ່ງກ່າວ ອາດຈະສືບຕໍ່ເກີດຂຶ້ນໃນປີ 2019.

        ໄປຄຽງຄູ່ກັນນັ້ນ, ອາດຊະຍາກໍາທາງເຄືອຂ່າຍອິນເຕີເນັດ, ໄພນາບຂູ່ກ່ຽວກັບສິ່ງແວດລ້ອມ ກໍຄືການປ່ຽນແປງກ່ຽວກັບພູມສາດການເມືອງ ກໍແມ່ນບັນດາຄວາມສ່ຽງໃຫຍ່ ສໍາລັບໂລກໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ໃນສະພາບການຄືແນວນັ້ນ, ບັນດາໂຄງການດໍາເນີນງານ ໃນທົ່ວໂລກ  ພັດພວມເຫັນປະຈັກຕາການເພີ່ມຂຶ້ນຂອງຄວາມບໍ່ລົງລອຍກັນລະຫວ່າງບັນດາປະເທດ ກໍຄື ເຮັດໃຫ້ບັນດາອົງການຈັດຕັ້ງຫຼາຍຝ່າຍອ່ອນເພຍລົງ. ໃນບົດລາຍງານທີ່ໄດ້ປະກາດຫວ່າງມໍ່ໆມານີ້, WEF ໄດ້ເນັ້ນໜັກວ່າ, ບັນດາຄວາມສ່ຽງໃນທົ່ວໂລກ ພວມເພີ່ມຂຶ້ນ ແຕ່ນໍ້າໃຈຂອງໝູ່ຄະນະ  ເພື່ອແກ້ໄຂບັນດາບັນຫານັ້ນ ເບິ່ງຄືວ່າຍັງບໍ່ທັນພຽງພໍ.

Davos 2019 ມີການຊຸກຍູ້ໂລກາພິວັດຫຼືບໍ?

        ໃນສະພາບການນັ້ນ, Davos 2019 ດ້ວຍການເຂົ້າຮ່ວມຂອງບຸກຄົນແຖວໜ້າ ແລະ ບັນດາເຈົ້າໜ້າທີ່ຂອງລັດຖະບານກວ່າ 100 ປະເທດ ພ້ອມດ້ວຍຜູ້ອໍານວຍການບໍລິຫານຂອງບໍລິສັດກວ່າ 1.000 ແຫ່ງໃນທົ່ວໂລກ ໄດ້ຄອງຄອຍການປຶກສາຫາລືກ່ຽວກັບບັນດາບັນຫາຕາມຄາດໝາຍຂອງເວທີປາໄສ ແມ່ນ “ປັບປຸງສະພາບການຂອງໂລກ”.

        ແຕ່ວ່າ ສິ່ງໃດທີ່ພວມດໍາເນີນຢູ່ເວທີປາໄສປີນີ້, ເຂົ້າເຈົ້າຈະບໍ່ຄອງຄອຍຕໍ່ຄວາມບຸກທະລຸໃດ.  ຄວາມຫວັງ Davos 2019 ອາດຈະສ້າງບາດກ້າວບຸກທະລຸໃນສົງຄາມການຄ້າລະຫວ່າງ ອາເມລິກາ - ຈີນ ຖືກລະລາຍເປັນເມກຄວັນ ເມື່ອຄະນະຜູ້ແທນທັງໝົດຂອງທໍານຽບຂາວບໍ່ມາເຂົ້າຮ່ວມ. ທ່ານປະທານາທິບໍດີ  ອາເມລິກາ Donald Trump ໄດ້ຍົກເລີກການເດີນທາງໄປ Davos ພຽງແຕ່ສົ່ງຄໍາອວຍພອນອັນດີງາມເຖິງ WEF. ຄ້າຍຄືກັນ, ທ່ານນາງນາຍົກລັດຖະມົນຕີອັງກິດ ກໍຍົກເລີກການເດີນທາງໄປ Davos ພາຍຫຼັງທີ່ແຜນການ Brexit ບໍ່ໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດ. ທ່ານປະທານາທິບໍດີ ຝລັ່ງ Emmanual Macron ພວມອອກເຫື່ອເທແຮງແກ້ໄຂສະພາບການແຫ່ຂະບວນປະທ້ວງຂອງຄົນເສື້ອເຫຼືອງ ໃນຫຼາຍອາທິດຜ່ານມາ. ຊໍ້າບໍ່ໜໍາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ກໍບໍ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ແລະ ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi  ກໍພວມຄ້າງຄາກັບວຽກຂົນຂວາຍຫາສຽງເລືອກຕັ້ງຄັ້ງທີ 2 ສະນັ້ນ ຈິ່ງບໍ່ໄດ້ເຂົ້າຮ່ວມເຊັ່ນດຽວກັນ.

        ໃນບົດລາຍງານກ່ຽວກັບສິ່ງທ້າທາຍທົ່ວໂລກ 2019 ຂອງ WEF  ໄດ້ຍົກອອກມາໃນເວທີປາໄສຄັ້ງນີ້ ກໍ່ໄດ້ກ່າວເຕືອນເຖິງ ຄວາມສ່ຽງອາດຈະເກີດການສູ້ຢັນກັນທາງດ້ານການເມືອງເພີ່ມຂຶ້ນ ລະຫວ່າງບັນດາປະເທດມະຫາອໍານາດ ຈະສະກັດກັ້ນບັນດາວິສາຫະກິດ ແລະ ລັດຖະບານແກ້ໄຂບັນດາບັນຫາຄື ການປ່ຽນແປງຂອງດິນຟ້າອາກາດ ຫຼື ບັນດາການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ. ເຖິງວ່າເວທີປາໄສ WEF  ແມ່ນກາລະໂອກາດອັນໃຫຍ່ຫຼວງ ເພື່ອໃຫ້ບັນດາ CEO, ຜູ້ວ່າການ, ນັກຊ່ຽວຊານດ້ານການເງິນ, ບຸກຄົນທີ່ຮັ່ງມີ ແລະ ມີສິດອໍານາດມາເຕົ້າໂຮມກັນ ແລະ ເຈລະຈານໍາກັນ ກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງເສດຖະກິດ, ການເມືອງ ແລະ ສັງຄົມໃນທົ່ວໂລກກໍຕາມ. ແຕ່ວ່າ, ການບໍ່ມີໜ້າຂອງການນໍາຫຼັກແຫຼ່ງຫຼາຍທ່ານຂອງບັນດາປະເທດມະຫາອໍານາດນັ້ນ ແມ່ນສັນຍານສະແດງໃຫ້ເຫັນວ່າ ການຫັນເປັນໂລກາພິວັດ ແມ່ນຍາກທີ່ສຸດ./.

ຕອບກັບ

ຂ່າວ/ບົດ​ອື່ນ