(VOVWORLD) -ໃນຊຸມວັນຜ່ານມາ, ຍາມໃດໂລກກໍຕິດຕາມທຸກຜັນແປທາງການເມືອງ ແລະ ຄວາມໝັ້ນຄົງຢູ່ ຊູດັງ - ບ່ອນທີ່ພວມເກີດການປະທະກັນລະຫວ່າງກອງທັບ ກັບ ອົງການເຄິ່ງການທະຫານກຳລັງປະຕິກິລິຍາໄວ (RSF) ຢ່າງໃກ້ຊິດ. ໄລ່ມາຮອດປັດຈຸບັນນີ້, ມີຜູ້ເສຍຊີວິດເກືອບ 100 ຄົນ, ໃນນັ້ນ ມີທັງພະນັກງານ ສປຊ. ບັນດາຄວາມມານະພະຍາຍາມທາງການທູດ ພວມໄດ້ຜັນຂະຫຍາຍເພື່ອແນໃສ່ຮຽກຮ້ອງບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈ, ສ້າງກາລະໂອກາດແກ່ການເຈລະຈາເພື່ອສ້າງສະຖຽນລະພາບໃຫ້ແກ່ພາກພື້ນ.
ຄວາມເຄັ່ງຕຶງທີ່ຊຳເຮື້ອຍືດເຍືອໃນຫຼາຍເດືອນຜ່ານມາຢູ່ ຊູດັງ ໄດ້ເພີ່ມຂຶ້ນຈຸດສູງໃນວັນທີ 15 ເມສາ ດ້ວຍການປະທະກັນຢ່າງດຸເດືອດລະຫວ່າງກອງທັບ ກັບ RSF ຢູ່ຫຼາຍສະຖານທີ່ໃນທົ່ວປະເທດ, ໃນນັ້ນ ມີທັງນະຄອນຫຼວງ Khartoum. RSF ຖະແຫຼງຍາດໄດ້ສິດຢຶດຄອງທົ່ວທຳນຽບປະທານາທິບໍດີ, ທຳນຽບຂອງຫົວໜ້າເສນາທິການກຳລັງກອງທັບ ກໍຄືສະໜາມບິນແຫ່ງຕ່າງໆ. ສ່ວນກອງທັບ ຊູດັງ ປະຕິເສດຂໍ້ມູນດັ່ງກ່າວຂອງ RSF. ໄລ່ມາຮອດປັດຈຸບັນ, ຂໍ້ມູນກ່ຽວກັບບັນຫາຕ່າງໆທີ່ເກີດຂຶ້ນຢູ່ຊູດັງ ຍັງມືດມົວພໍສົມຄວນ ແລະ ຍັງບໍ່ທັນຮູ້ຢ່າງຈະແຈ້ງວ່າ ປະເທດ ພວມຢູ່ພາຍໃຕ້ການປົກຄອງຂອງຝ່າຍໃດ.
ທີ່ມາຂອງສົງຄາມພາຍໃນຢູ່ຊູດັງ
ບັນດາການປະທະກັນໃນປັດຈຸບັນ ແມ່ນໄດ້ເລີ່ມມາຈາກການຂັດແຍ້ງກັນລະຫວ່າງບັນດາຝ່າຍກຳສິດອຳນາດຢູ່ປະເທດ ອາຟະລິກາເໜືອ ນີ້. ໂດຍເຄີຍເປັນປະເທດສຳພັນທະມິດທີ່ພ້ອມກັນເຂົ້າຮ່ວມການລັດຖະປະຫານຍາດອຳນາດການປົກຄອງໃນປີ 2019, ປັດຈຸບັນ, ກອງທັບ ຊູດັງ ແລະ RSF ຢູ່ ຊູດັງ ພັດຕໍ່ສູ້ກັນ ຍາດເອົາອຳນາດເພື່ອມີກຳລັງສົ່ງຜົນສະທ້ອນ.
ຄວັນພຸ່ງຂຶ້ນ ຢູ່ບ່ອນເກີດການປະທະກັນຢູ່ ຊູດັງ ໃນວັນທີ 15 ເມສາ (ພາບ: Reuters) |
ກອງທັບ ຊູດັງ ມີຄວາມຈົງຮັກພັກດີກັບ ນາຍພົນ Abdel Fattah al – Burhan, ສ່ວນກຳລັງ RSF ໂດຍນາຍພົນ Hemetti ນຳພາ. ໃນອຳນາດການປົກຄອງການທະຫານໄດ້ສ້າງຕັ້ງຂຶ້ນພາຍຫຼັງການເຮັດລັດຖະປະຫານ, ນາຍພົນ Al – Burhan ສວມບົດບາດເປັນຫົວໜ້າການນຳ, ສ່ວນນາຍພົນ Hemetti ສວມບົດບາດເປັນຮອງການນຳ. ເຖິງແນວນັ້ນກໍຕາມ, ການຂັດແຍ້ງລະຫວ່າງສອງຝ່າຍທີ່ເກີດຂຶ້ນໃນໄລຍະຜ່ານມາ ແມ່ນກ່ຽວຂ້ອງເຖິງແຜນການໂຮມກຳລັງ RSF ເຂົ້າກອງທັບຢ່າງເປັນທາງການ. RSF ຢາກໃຫ້ວິວັດການດັ່ງກ່າວແກ່ຍາວເປັນເວລາ 10 ປີ, ໃນຂະນະທີ່ ກອງທັບຢາກດຳເນີນວິວັດທະນາການນັ້ນພາຍໃນເວລາ 2 ປີ. ກຳລັງ RSF ໄດ້ສ້າງຕັ້ງຂຶ້ນແຕ່ປີ 2003 ພາຍໃຕ້ອາຍຸການຂອງທ່ານອະດີດປະທານາທິບໍດີ Al – Bashir, ເຊິ່ງອົງການທຳອິດແມ່ນກຳລັງທະຫານລາດ. ຮອດປີ 2017, ທ່ານ Al – Bashir ຈັດ RSF ຢູ່ພາຍໃຕ້ການຄຸ້ມຄອງຂອງກອງທັບ, ແຕ່ຍັງອະນຸຍາດໃຫ້ກຳລັງດັ່ງກ່າວດຳເນີນສິດເປັນເຈົ້າຕົນເອງດ້ວຍລະບົບບັນຊາສະເພາະ. ການໂຮມກຳລັງ RSF ເຂົ້າກອງທັບນັ້ນ ແມ່ນພາກສ່ວນໜຶ່ງຂອງຂໍ້ຕົກລົງວ່າດ້ວຍການນຳ ຊູດັງ ກັບຄືນສູ່ການຄຸ້ມຄອງລັດຖະບານພົນລະເຮືອນ, ເຊິ່ງເຄີຍໄດ້ຮັບການອຸປະຖຳຈາກ ອາຣັບບີ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ, ສປຊ ແລະ ອາເມລິກາ ເມື່ອທ້າຍປີກາຍ.
ຫວ່າງມໍ່ໆມານີ້, ການຄັດແຍ້ງໃໝ່ກໍເກີດຂຶ້ນລະຫວ່າງສອງຝ່າຍ ໂດຍກ່ຽວຂ້ອງເຖິງການຄັດເລືອກກົງຈັກນຳພາສຳລັບກຳລັງປະກອບອາວຸດລວມຂອງ ຊູດັງ ໃນໄລຍະໂຮມເຂົ້າກອງທັບ. ຝ່າຍກອງທັບຢາກໃຫ້ ອົງການນຳພາ ຈະລວມມີບັນດາສະມາຊິກຂອງກຳລັງປະກອບອາວຸດ, ເຖິງຢ່າງໃດກໍຕາມ, RSF ພັດຮຽກຮ້ອງວ່າ ອົງການນຳພາຕ້ອງຂຶ້ນກັບປະທານາທິບໍດີພົນລະເຮືອນ. ການຄັດແຍ້ງກັນກ່ຽວກັບທັດສະນະລະຫວ່າງສອງກຳລັງປະກອບອາວຸດຢູ່ ຊູດັງ ໄດ້ພາໄປເຖິງເລື່ອງບັນດາຝ່າຍເຂົ້າຮ່ວມວິວັດທະນາການການເມືອງ ຕ້ອງໂຈະການລົງນາມໃນຂໍ້ຕົກລົງສະບັບສຸດທ້າຍ ກ່ຽວກັບວິວັດທະນາການຫັນປ່ຽນລະບອບປະຊາທິປະໄຕຢູ່ ຊູດັງ ທີ່ໄດ້ຮັບການສະໜັບສະໜູນຈາກສາກົນ. ເລື່ອງໂຈະການລົງນາມໃນຂໍ້ຕົກລົງການເມືອງສະບັບສຸດທ້າຍ ແບບບໍ່ມີກຳນົດວັນເວລານັ້ນ ໄດ້ຮັບຖືວ່າ “ແມ່ນສາຍເຫດເຮັດໃຫ້ການຄັດແຍ້ງລະຫວ່າງກຳລັງກອງທັບ ຊູດັງ ແລະ RSF ເພີ່ມຂຶ້ນເຖິງຈຸດສູງສຸດ.
ປະຊາຄົມສາກົນ ມານະພະຍາຍາມຢຸດຕິການປະທະກັນ
ສະພາບການຜັນແປໃນປັດຈຸບັນ ຢູ່ ຊູດັງ ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນໃນພາກພື້ນ ກໍຄືປະຊາຄົມສາກົນ. ໃນການຜັນແປຫຼ້າສຸດ, ວັນທີ 17 ເມສາ, ສະພາຄວາມໝັ້ນຄົງ, ສປຊ ໄດ້ໂຮມປະຊຸມຢູ່ ນິວຢອກ, ປະເທດ ອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບການຢູ່ ຊູດັງ. ຫຼາຍກອງປະຊຸມດ່ວນຖືກດຳເນີນ, ດ້ວຍຄຳຮຽກຮ້ອງບັນດາຝ່າຍທີ່ເຂົ້າຮ່ວມການສູ້ຮົບ ຈົ່ງກັບຄືນສູ່ໂຕະເຈລະຈາ ເພື່ອຮັດແຄບຄວາມແຕກໂຕນ, ຄວາມບໍ່ລົງລອຍກັນ, ພິເສດແມ່ນກ່ຽວກັບການໂຮມກຳລັງ RSF ເຂົ້າກອງທັບ ຊູດັງ. ໄລ່ມາຮອດຈຸດເວລານີ້, ບາດກ້າວໜຶ່ງດຽວທີ່ບັນລຸໄດ້ ນັ້ນແມ່ນທັງສອງຝ່າຍເຂົ້າຮ່ວມການສູ້ຮົບຢູ່ ຊູດັງ ຕົກລົງເຫັນດີຕໍ່ຂໍ້ສະເໜີຂອງ ສປຊ ກ່ຽວກັບການເປີດກວ້າງແລວມະນຸດສະທຳໃຫ້ແກ່ກໍລະນີສຸກເສີນ 3 ຊົ່ວໂມງຕໍ່ມື້. ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງສະບັບນີ້ ຍັງບອບບາງທີ່ສຸດ ໃນຂະນະທີ່ທັງສອງຝ່າຍລ້ວນແຕ່ຮັກສາສິດໂຕ້ຕອບກັນ ຖ້າຫາກຝ່າຍກົງກັນຂ້າມລະເມີດຂໍ້ກຳນົດ.
ວັນທີ 16 ເມສາ, ຢູ່ ເອທີໂອປີ, ສະພາຄວາມໝັ້ນຄົງ ແລະ ສັນຕິພາບຂອງ ສະຫະພາບ ອາຟະລິກາ (AU) ກໍໄດ້ໂຮມປະຊຸມດ່ວນ, ຮຽກຮ້ອງທຸກຝ່າຍຢູ່ ຊູດັງ ຈົ່ງລະງັບໃຈ ແລະ ກັບຄືນສູ່ໂຕ້ເຈລະຈາ. ສະພາດັ່ງກ່າວ ໄດ້ອອກຖະແຫຼງການສະແດງທັດສະນະຄັດຄ້ານບໍ່ວ່າການແຊກແຊງໃດໆຈາກພາຍນອກ ທີ່ອາດຈະເຮັດໃຫ້ສະພາບການຢູ່ ຊູດັງ ສັບສົນຂຶ້ນຕື່ມ. ໃນກອງປະຊຸມດ່ວນຂອງ ສະຫະພັນ ອາຣັບ ຈັດຂຶ້ນໃນວັນດຽວກັນ, ເລັ່ງໃຫ້ບັນດາຝ່າຍຢຸດຕິການປະທະກັນທີ່ນຳໃຊ້ອາວຸດໃນທັນທີ ເພື່ອປົກປ້ອງສາມັນຊົນ ແລະ ຜືນແຜ່ນດິນອັນຄົບຖ້ວນ ກໍຄື ອະທິປະໄຕຂອງ ຊູດັງ. ບາງປະເທດກໍສະແດງຄວາມປາດຖະໜາຢາກເປັນປະເທດກາງໄກ່ເກ່ຍ, ແຕ່ຍັງບໍ່ທັນມີສັນຍານໃດທີ່ຊີ້ໃຫ້ເຫັນວ່າ ການປະທະກັນຈະຢຸດຕິໃນໄວໆນີ້. ເຫດການຄັ້ງນີ້ ໄດ້ຮັບການຄາດຄະເນວ່າ ຈະເຮັດໃຫ້ສະພາບດ້ານການເມືອງຢູ່ ຊູດັງ ທີ່ຂາດສະຖຽນລະພາບຢູ່ແລ້ວ ຍິ່ງມີຄວາມສັບສົນຂຶ້ນຕື່ມ./.