ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ພາຍໃຕ້ຮູບການທາງອອນລາຍ, ກອງປະຊຸມລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ (G20) ໂດຍ ອາຣັບບິ ຊະອຸດິ ເປັນປະທານ ຫາກໍໄດ້ອັດລົງໃນອາທິດນີ້ ດ້ວຍຄຳໝັ້ນສັນຍາຮ່ວມມືລະອຽດຫຼາຍຢ່າງ.  ຕາມນັ້ນແລ້ວ, ສືບຕໍ່ປະຕິບັດທຸກມາດຕະການ ແລະ ນຳໃຊ້ທຸກເຄື່ອງມືນະໂຍບາຍທີ່ມີຢູ່ແລ້ວ ເພື່ອຫຼຸດຜ່ອນຜົນເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມ ຍ້ອນໂລກລະບາດ ໂຄວິດ - 19 ກໍ່ຂຶ້ນ, ຟື້ນຟູການເຕີບໂຕທົ່ວໂລກ, ເພີ່ມກຳລັງຄວາມສາມາດໃນການຟື້ນຟູ ແລະ ຮັກສາຕະຫຼາດໃຫ້ສະຖຽນລະພາບ.
ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ກອງປະຊຸມລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ຂອງກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຈັດຂຶ້ນພາຍໃຕ້ຮູບການອອນລາຍ (ພາບ: qdnd.vn) 

ກອງປະຊຸມດັ່ງກ່າວມີການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 20 ປະເທດສະມາຊິກ G20 ແລະ ບາງພື້ນຖານເສດຖະກິດຖືກເຊີນ ພ້ອມດ້ວຍການນຳຂອງຫຼາຍອົງການຈັດຕັ້ງສາກົນໃຫຍ່ຄື ທະນາຄານໂລກ (WB), ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ກອງປະຊຸມ ສປຊ ກ່ຽວກັບການຄ້າ ແລະ ພັດທະນາ (UNCTAD)…

        ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ “ຍາດແຍ່ງບັນດາກາລະໂອກາດຂອງສະຕະວັດທີ 21 ໃຫ້ທຸກໆຄົນ” ໃນນັ້ນ ລວມທັງ 5 ເນື້ອໃນຕົ້ນຕໍ ດັ່ງນີ້: ໜູນຊ່ວຍການຟື້ນຟູການຄ້າ ແລະ ການລົງທຶນສາກົນ; ໜູນຊ່ວຍການປະຕິຮູບສິ່ງທີ່ຈຳເປັນຂອງອົງການ WTO; ຂໍ້ລິເລີ່ມ Riyadh ກ່ຽວກັບອະນາຄົດຂອງ WTO; ເພີ່ມທະວີກຳລັງຄວາມສາມາດໃນການແກ້ງແຍ້ງຂອງວິສາຫະກິດຂະໜາດກາງ, ຂະໜາດນ້ອຍ ແລະ ຈຸນລະວິສາຫະກິດ; ຊຸກຍູ້ເສດຖະກິດຫຼາຍຮູບຫຼາຍແບບ.

        ເສດຖະກິດໂລກ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19

        ພາຍຫຼັງເກືອບ 9 ເດືອນທີ່ພະຍາຍາມຮັບມືກັບໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດ ໂລກ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກຊຸດໂຊມ ດ້ວຍຜົນເສຍຫາຍ ຍາກທີ່ຄາດຄະເນລ່ວງໜ້າໄດ້. ໂຮງຈັກ, ໂຮງງານແຫ່ງຕ່າງໆຕ້ອງຢຸດການຜະລິດ, ລະບົບການສະໜອງຖືກຕັດຕອນ, ສິນຄ້າບໍ່ສາມາດຈໍລະຈອນໄດ້, ຮ້ານຄ້າ, ເຂດລະຫຼີ້ນບັນເທິງ ແລະ ການບໍລິການສ່ວນຫຼາຍ ລ້ວນແຕ່ຕ້ອງປິດປະຕູ. ແຮງງານນັບລ້ານຄົນຖືກຫວ່າງງານ. ອົງການຮ່ວມມື ແລະ ພັດທະນາເສດຖະກິດ ໄດ້ຄາດຄະເນວ່າ, ຍ້ອນບັນດາມາດຕະການປິດເມືອງ ແລະ ແຍກຫ່າງໃນສັງຄົມ ເພື່ອປ້ອງສະກັດກັ້ນໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດທົ່ວໂລກ ຈະຫຼຸດລົງຢ່າງໜ້ອຍສຸດແມ່ນ 6% ໃນປີ 2020.

ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ຟື້ນ​ຟູ​ພື້ນ​ຖານ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ເສດຖະກິດໂລກ ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 (ພາບ: hanoimoi.com.vn)

 ໃນຂະນະນັ້ນ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ໄດ້ກ່າວເຕືອນວ່າ,  ພື້ນຖານເສດຖະກິດທົ່ວໂລກພວມປະເຊີນໜ້າກັບ “ສາຍລົມພັດປິ້ນລວງ” ໃນເວລາຍາວນານ, ເຊິ່ງລວມທັງການປະກົດຕົວຂອງ ໂລກລະບາດໂຄວິດ - 19 ແຜ່ລະບາດຄັ້ງທີ 2, ອັນໄດ້ຊ້ອນແຝງຄວາມສ່ຽງເຮັດໃຫ້ອັດຕາຄົນທຸກຍາກ ແລະ ຄວາມບໍ່ສະເໝີພາບລະຫວ່າງ ຍິງ - ຊາຍເພື່ມຂຶ້ນ. GDP ທົ່ວໂລກ ຈະຫຼຸດລົງ 4,9% ໃນປີ 2020 ຍ້ອນໄລຍະປະຕິບັດບັນດາມາດຕະການປິດເມືອງຖືກແກ່ຍາວ. ໂລກລະບາດໂຄວິດ - 19 ກໍເຮັດໃຫ້ GDP ຂອງ G20 ຫຼຸດລົງຫຼາຍທີ່ສຸຸດໃນກວ່າສອງທົດສະວັດຜ່ານມາ. ຕາມຕົວເລກສະຖິຕິຂອງ OECD ແລ້ວ, ບັນດາມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ GDP ຂອງ G20 ຫຼຸດລົງ 3,4% ໃນໄຕມາດ 2 ຂອງປີ 2020, ເຊິ່ງແມ່ນລະດັບຫຼຸດລົງຫຼາຍທີ່ສຸດນັບແຕ່ປີ 1998 ເປັນຕົ້ນມາ. ຫວ່າງມໍ່ໆມານີ້, ບໍລິສັດຈັດອັນດັບຄວາມໄວ້ວາງໃຈ Moody’s ກໍໄດ້ຄາດຄະເນວ່າ ພື້ນຖານເສດຖະກິດຂອງບັນດາປະເທດ G20 ອາດຈະຊຸດໂຊມໃນປີນີ້.

        ໃນສະພາບການນັ້ນ, ລັດຖະມົນຕີກະຊວງການຄ້າ ແລະ ການລົງທຶນ ບັນດາປະເທດ G20 ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະປະຕິບັດທຸກມາດຕະການ ແລະ ນຳໃຊ້ບັນດາເຄື່ອງມືນະໂຍບາຍທັງໝົດທີ່ພວມມີຢູ່ແລ້ວ ເພື່ອຫຼຸດຜ່ອນຜົນເສຍຫາຍດ້ານເສດຖະກິດ - ສັງຄົມ ຈາກໂລກລະບາດໂຄວິດ - 19, ຟື້ນຟູການເຕີບໂຕທົ່ວໂລກ, ເພີ່ມກຳລັງຄວາມສາມາດໃນການຟື້ນຟູ ແລະ ຮັກສາໃຫ້ຕະຫຼາດມີສະຖຽນລະພາບ.

        ເປັນຈິດໜຶ່ງໃຈດຽວກັນເພື່ອເປົ້າໝາຍພັດທະນາລວມ

ຄາດວ່າ, ຍ້ອນໂລກລະບາດ ໄດ້ເຮັດໃຫ້ນັບຮ້ອຍປະເທດ ແລະ ເຂດແຄວ້ນ ຕ້ອງຈັດວາງບັນດາມາດຕະການຈຳກັດການນຳເຂົ້າ - ສົ່ງອອກສິນຄ້າ, ດັ່ງນັ້ນ ສິ່ງທີ່ຮີບເຮັ່ງທີ່ສຸດໃນປັດຈຸບັນ ແມ່ນຟື້ນຟູ ແລະ ຮັກສາບັນດາລະບົບການສະໜອງສິນຄ້າຂອງປະເທດ, ພາກພື້ນ ແລະ ທົ່ວໂລກ. ບັນດາລັດຖະມົນຕີ G20 ໄດ້ກະຕຸກຊຸກຍູ້ໃຫ້ບັນດາປະເທດ ຢຸດຕິບັນດາມາດຕະການຈຳກັດທາງການຄ້າ ແລະ ປະຕິບັດບັນດາບາດກ້າວທີ່ຈຳເປັນເພື່ອສົ່ງເສີມການຄ້າ. ລະບົບການຄ້າຫຼາຍຝ່າຍເປີດອົກເປີດໃຈ, ຍຸຕິທຳ, ເຄື່ອນໄຫວຕາມບັນດາຂໍ້ກຳນົດ ແມ່ນມີຄວາມໝາຍສຳຄັນເປັນພິເສດ ສຳລັບການຟື້ນຟູຂອງພື້ນຖານເສດຖະກິດໂລກ.

        ໄລ່ຮອດປັດຈຸບັນ, ບັນດາປະເທດ G20 ແລະ ບາງປະເທດ ອື່ນໆ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະຈັດແບ່ງຈຳນວນເງິນກວ່າ 21 ຕື້ USD ເພື່ອໜູນຊ່ວຍໃຫ້ແກ່ດ້ານການເງິນໃນຂົງເຂດສາທາລະນະສຸກທົ່ວໂລກ. ຈຳນວນເງິນດັ່ງກ່າວ ໄດ້ຈັດຕັ້ງຜັນຂະຫຍາຍການໜູນຊ່ວຍໂດຍກົງໃຫ້ແກ່ການບົ່ງມະຕິພະຍາດ, ພັດທະນາວັກຊິນ, ບັນດາມາດຕະການປິ່ນປົວ, ການເຄື່ອນໄຫວຄົ້ນຄວ້າ ແລະ ພັດທະນາ. ກ່ອນໜ້ານັ້ນ, ການນຳບັນດາປະເທດ G20 ກໍໄດ້ຍົກອອກບັນດາຂໍ້ລິເລີ່ມຕໍ່ການຕໍ່ກຳນົດເວລາຊຳລະໜີ້ສິນ ໃຫ້ແກ່ 73 ປະເທດທຸກຍາກທີ່ສຸດຢູ່ໃນໂລກ ໃນໄລຍະນັບແຕ່ນີ້ຮອດທ້າຍປີ 2020. ໂດຍມີເຖິງ 41 ປະເທດ ໄດ້ຍື່ນສະເໜີໃບຄຳຮ້ອງຂໍຄວາມຊ່ວຍເຫຼືອຕາມຂໍ້ລິເລີ່ມດັ່ງກ່າວ.

        G20 ກວມເອົາເຖິງ 85% ມູນຄ່າເສດຖະກິດ ທົ່ວໂລກ ແລະ ກວມເອົາ 2/3 ຈຳນວນປະຊາກອນໃນໂລກ. ເຮົາສາມາດເຫັນໄດ້ບົດບາດສຳຄັນຂອງ G20 ໃນການຍູ້ຖອຍວິກິດການດ້ານການເງິນ ໄລຍະ 2008 – 2009. ເພາະສະນັ້ນ, ເປັນທີ່ຈະແຈ້ງແລ້ວວ່າ ປັດຈຸບັນ G20 ພວມສວມບົດບາດສຳຄັນໃນການເປັນຜູ້ປະສານງານຂອງໂລກ ເພື່ອນຳປະຊາຄົມສາກົນຫຍັບມໍ່ເຂົ້າກັນກວ່າ. ເລື່ອງ G20 ຍົກອອກບັນດາຄຳໝັ້ນສັນຍາລະອຽດນັ້ນ ໄດ້ສະແດງໃຫ້ເຫັນບົດບາດຂອງກຸ່ມຕໍ່ບັນດາຄວາມສ່ຽງ ທີ່ເກີດມາຈາກໂລກລະບາດບໍ່ມີພົມແດນ. ສຳຄັນກວ່ານັ້ນອີກ, ການສົມທົບກັນກະທຳນີ້ ຍັງແມ່ນຄວາມຮັບຜິດຊອບຂອງບັນດາປະເທດໃຫຍ່ທີ່ມີຕໍ່ຄວາມສະຫງົບປອດໄພຂອງໂລກອີກດ້ວຍ./.

ຕອບກັບ

ຂ່າວ/ບົດ​ອື່ນ