ໃຊ້ເລ່ຫລ່ຽມເສກສັນປັ້ນແຕ່ງກໍ່ບໍ່ອາດບິດເບື່ອນຄວາມຈິງສິດເສລີດ້ານສື່ມວນຊົນຂອງຫວຽດນາມ ໄດ້

(VOVWORLD) -ເສກສັນປັ້ນແຕ່ງ, ເວົ້າເກີນໄປກ່ຽວກັບສະພາບການສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ ແມ່ນ ເລ່ຫລ່ຽມ ຊື່ງບາງອົງການ, ເປົ້າໝາຍຫົວຮຸນແຮງ, ຂາດເຈດຕະນາດີຕໍ່ ຫວຽດນາມ, ໃນນັ້ນ ມີອົງການນັກຂ່າວບໍ່ມີພົມແດນ (RSF) ນຳໃຊ້. ວັນທີ 3 ພຶດສະພາປີ 2022, ອົງການ (RSF) ໄດ້ປະກາດອັນທີ່ເອີ້ນວ່າ “ຕາຕະລາງຈັດອັນດັບປະຈຳປີກ່ຽວກັບສິດເສລີດ້ານສື່ມວນຊົນ” ຈັດອັນດັບສິດເສລີດ້ານສື່ມວນຊົນໃນທົ່ວໂລກ, ໃນນັ້ນ ມີບາງຂໍ້ມູນຂ່າວບໍ່ຖືກກັບຄວາມຈິງກ່ຽວກັບສິດເສລີດ້ານສື່ມວນຊົນຂອງຫວຽດນາມ. ນີ້ແມ່ນເລ່ຫລ່ຽມອັນເກົ່າແກ່ ຊື່ງເຂົາເຈົ້າເອົາມາໃຊ້ໃຫມ່ ເພື່ອແນໃສ່ເຮັດໃຫ້ອິດທິພົນຊື່ສຽງດ້ານສິດທິມະນຸດຂອງຫວຽດນາມ ຢູ່ເວທີສາກົນ ຫລຸດລົງ.

ໃຊ້ເລ່ຫລ່ຽມເສກສັນປັ້ນແຕ່ງກໍ່ບໍ່ອາດບິດເບື່ອນຄວາມຈິງສິດເສລີດ້ານສື່ມວນຊົນຂອງຫວຽດນາມ ໄດ້ - ảnh 1ແຜນທີ່ສິດເສລີດ້ານສື່ມວນຊົນ ຂອງ ອົງການນັກຂ່າວບໍ່ມີພົມແດນ ໃນບົດລາຍງານ ດັດຊະນີສິດເສລີດ້ານສື່ມວນຊົນໂລກປີ 2022. (ພາບ:AFP)

ດັດຊະນີສິດເສລີດ້ານສື່ມວນຊົນໂລກ ປີ 2022 ໂດຍ  RSF ປະກາດ ນັ້ນ ໄດ້ຈັດ ຫວຽດນາມ ຢູ່ອັນດັບທີ 174 ໃນຈຳນວນ 180 ປະເທດ ແລະ ເຂດແຄ້ວນ. ດັດຊະນີລະອຽດຂອງຫວຽດນາມ ທີ່ໄດ້ຍົກອອກມາ ຊື່ງລວມມີ: ດັດຊະນີດ້ານການເມືອງ ຢູ່ອັນດັບ 173, ເສດຖະກິດ ຢູ່ອັນດັບ 176, ນິຕິບັນຍັດ ຢູ່ອັນດັບ 172, ສັງຄົມ ຢູ່ອັນດັບ 170 ແລະ ຄວາມສະຫງົບປອດໄພ ຢູ່ອັນດັບ 170. ໃນຕາຕະລາງຈັດອັນດັບນີ້,  RSF ໄດ້ກ່າວຫາວ່າ: “ບັນດານັກຂ່າວ ແລະ blogger ແບບເອກະລາດ ຖືກຕິດຄຸກ”. ອົງການນີ້ ຍັງສະຫນັບສະຫນູນໃຫ້ບາງກຸ່ມຄົນ, ສ່ວນບຸກຄົນທີ່ໄດ້ສວຍໃຊ້ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນເພື່ອຕ້ານທຳລາຍ ຫວຽດນາມ.

ໂດຍໄດ້ຮັບການສ້າງຕັ້ງແຕ່ປີ 1985, RSF ຊື່ເປັນພາສາຝລັ່ງແມ່ນ “Reporters sans frontières”, ມີສຳນັກງານສາກົນຢູ່ ປາຣີ. ນີ້ແມ່ນອົງການບໍ່ຂຶ້ນກັບລັດຖະບານ ໂດຍເຄື່ອນໄຫວໃນທົ່ວໂລກ, ເອົາມາດຕາ 19 ຖະແຫລງການສາກົນວ່າດ້ວຍສິດທິມະນຸດຂອງ ສະຫະປະຊາຊາດ ເປັນພື້ນຖານເພື່ອກະທຳ. ແຕ່ໄປຝືນກັບແຜນນະໂຍບາຍຂອງ ສະຫະປະຊາຊາດ, ອົງການນີ້ມັກມີຖ້ອຍທຳນອງຜິດພາດ, ເສກສັນປັ້ນແຕ່ງ ບິດເບືອນຄວາມຈິງສະພາບສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າຂອງບາງປະເທດ, ໃນນັ້ນ ມີຫວຽດນາມ. ຫລາຍປະເທດໃນໂລກ ໄດ້ກ່າວຫາວ່າ  RSF ຢືນຢູ່ເບື້ອງຫລັງບັນດາກໍລະນີສັບສົນ, ກໍ່ຄວາມວຸ້ນວາຍ, ຂາດສະຖຽນລະພາບ, ຍຸແຍ່ການໃຊ້ຄວາມຮຸນແຮງ. ຕົວຈິງ RSF ຄົງຕົວ ແລະ ເຄື່ອນໄຫວໂດຍອີງໃສ່ແຫລ່ງງົບປະມານສ່ວນຫນຶ່ງຈາກບາງວົງການນັກການເມືອງຂອງ ຝ່າຍຕາເວັນຕົກ.

ເພາະສະນັ້ນ ໃນຕາຕະລາງຈັດອັນດັບສິດເສລີດ້ານສື່ມວນຊົນປະຈຳປີ,  RSF ມັກປະຕິບັດການຈັດອັນດັບຕາມເຈດຕະນາຂອງບາງລັດຖະບານຂອງປະເທດທີ່ໄດ້ອຸປະຖຳໃຫ້ອົງການນີ້ເຄື່ອນໄຫວ. ເລື່ອງ ອົງການນີ້ ຈັດອັນດັບສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ ແມ່ນມັກອີງໃສ່ຂໍ້ມູນຂ່າວຈາກອົງການ, ສ່ວນບຸກຄົນຈຳນວນຫນຶ່ງແມ່ນພວກປະຕິການ, ເປັນປໍລະປັກ, ສວຍໂອກາດດ້ານການເມືອງ, ມີການກະທຳລະເມີດກົດໝາຍຂອງຫວຽດນາມ, ສະນັ້ນ ຈຶ່ງບໍ່ເປັນພາວະວິໄສ, ຜິດກັບຄວາມຈິງກ່ຽວກັບສະພາບສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ.

ຫວຽດນາມ ຍາມໃດກໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີມາດຕາ 19, ຖະແຫລງການສາກົນວ່າດ້ວຍສິດທິມະນຸດ. ສິດທິມະນຸດ, ສິດພົນລະເມືອງໃນຂົງເຂດຊີວິດສັງຄົມ, ໃນນັ້ນ ມີສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ຍາມໃດ ລັດຫວຽດນາມ ກໍ່ຮັບປະກັນ, ເໝາະສົມກັບພຶດຕິກຳຕົວຈິງແຫ່ງການພັດທະນາຂອງປະເທດຊາດ ແລະ ທຳນຽມສາກົນ.

ເພື່ອຮັບປະກັນສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ແລະ ສິດໄດ້ຊົມໃຊ້ຂໍ້ມູນຂ່າວສານຂອງພົນລະເມືອງທຸກຄົນໂດຍໄດ້ປະຕິບັດໃນຊີວິດຕາມຂໍ້ກຳນົດຂອງລັດຖະທຳມະນູນ, ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ເອກະສານນິຕິກຳຫລາຍສະບັບ ສອດຄ່ອງກັບກົດໝາຍໃນບັນດາເອກະສານສາກົນກ່ຽວກັບສິດທິມະນຸດ, ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ.

ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ຂອງພົນລະເມືອງ ແລະ ພັນທະຂອງສ່ວນບຸກຄົນ, ອົງການຈັດຕັ້ງໃນການປະຕິບັດສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ກໍ່ໄດ້ລະບຸໄວ້ຢ່າງຈະແຈ້ງໃນກົດໝາຍວ່າດ້ວຍສື່ມວນຊົນປີ 2016. ຕາມນັ້ນແລ້ວ, ສິດ ແລະ ພັນທະຂອງພົນລະເມືອງຍາມໃດກໍ່ໄປພ້ອມໆກັນ, ບໍ່ອາດຕັດແຍກອອກຈາກກັນໄດ້; ພົນລະເມືອງ ຫວຽດນາມ ທຸກຄົນ ລ້ວນແຕ່ມີ ສິດເສລີໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ ພ້ອມທັງ ຕ້ອງມີພັນທະປະຕິບັດສິດນັ້ນໃນຂອບເຂດຂອງກົດໝາຍ.

ກໍ່ເຊັ່ນດຽວກັນກັບປະເທດອື່ນໃນໂລກ, ຢູ່ ຫວຽດນາມ ດ້ານຫນຶ່ງ ລັດຫວຽດນາມ ໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ພົນລະເມືອງປະຕິບັດສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າທາງສື່ມວນຊົນ ແລະ ເພື່ອໃຫ້ສື່ມວນຊົນເສີມຂະຫຍາຍໄດ້ບົດບາດຂອງຕົນ; ສື່ມວນຊົນ, ນັກຂ່າວ ເຄື່ອນໄຫວໃນຂອບເຂດຂອງກົດໝາຍ ແລະ ໄດ້ຮັບການປົກປ້ອງຈາກລັດ. ດ້ານອື່ນ ບໍ່ໃຫ້ຜູ້ໃດສວຍໃຊ້ ສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າທາງສື່ມວນຊົນ ເພື່ອລ່ວງລ້ຳຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ ແລະ ສ່ວນບຸກຄົນ.

ຢູ່ ຫວຽດນາມ, ບໍ່ມີຜູ້ໃດຖືກພິພາກສາ, ກັກຂັງ ຍ້ອນສະແດງທັດສະນະ ຄຳເຫັນຂອງຕົນ ຫລື ປົກປ້ອງສິດທິມະນຸດ. ມີພຽງແຕ່ເປົ້າໝາຍສວຍໃຊ້ ສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ ເພື່ອລ່ວງລ້ຳຜົນປະໂຫຍດຂອງລັດ, ສິດ ແລະ ຜົນປະໂຫຍດອັນຊອບທຳຂອງອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ລະເມີດກົດໝາຍຄື: ໃຫ້ຂ່າວປ່ອມ, ຂ່າວບໍ່ດີ, ເສກສັ້ນປັ້ນແຕ່ງ, ກ່າວຫາ ຫວັງກໍ່ຄວາມຂາດສະຖຽນລະພາບຂອງປະເທດຊາດ, ກໍ່ຄວາມບໍ່ສະຫງົບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເຮັດໃຫ້ຫາງສຽງວິຕົກກັງວົນ… ຈຶ່ງຖືກປັບໄຫມລົງໂທດຕາມກົດໝາຍ.

ຕາມກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ປະຈຸບັນ ຢູ່ ຫວຽດນາມ ມີປະມານ 41.000 ບຸກຄະລາກອນພວມເຂົ້າຮ່ວມການເຄື່ອນໄຫວໃນຂົງເຂດສື່ມວນຊົນ, 779 ອົງການສື່ມວນຊົນ (ໃນນັ້ນ ມີ142 ອົງການຫນັງສືພິມ, 612 ອົງການ ວາລະສານ, 25 ອົງການສື່ເອເລັກໂຕນິກ), 72 ອົງການສື່ມວນຊົນໄດ້ຮັບຫນັງສືອະນຸຍາດໃຫ້ເຄື່ອນໄຫວດ້ານກະຈາຍສຽງ - ໂທລະພາບ ດ້ວຍ 87 ຊ່ອງກະຈາຍສຽງ ແລະ 193 ຊ່ອງໂທລະພາບ.

ຄຸນນະພາບການເຂົ້າອິນເຕີແນັດ ຢູ່ ຫວຽດນາມ ແມ່ນຕອບສະຫນອງໄດ້ມາດຖານ ແລະ ມີບາງຕົວເລກຂໍ້ມູນຍັງສູງກວ່າຕົວເລກທີ່ໄດ້ປະກາດຈາກບັນດາລະບົບສາກົນ. ໃນຂະນະນັ້ນ ຂໍ້ມູນຂ່າວສານຈາກບັນດອົງການສື່ມວນຊົນສາກົນໃຫຍ່ ຄື: CNN, BBC, TV5, NHK, DW, Australia Network, KBS, Bloomberg…ຊາວ ຫວຽດນາມ ລ້ວນແຕ່ໄດ້ຮັບຊົມ, ເຂົ້າເຖິງຢ່າງງ່າຍດາຍ. ນີ້ ແມ່ນຄວາມຈິງ ບໍ່ອາດປະຕິເສດກ່ຽວກັບສະພາບການສິດເສລີດ້ານສື່ມວນຊົນຢູ່ ຫວຽດນາມ.

ເປັນທີ່ຈະແຈ້ງແລ້ວວ່າ, ເນື້ອໃນການຕີລາຄາຂອງ  RSF ໃນຕາຕະລາງຈັດອັນດັບດັ່ງກ່າວ ແມ່ນສືບຕໍ່ເມີນເສີຍຕໍ່ຄວາມຈິງກ່ຽວກັບການຮັບປະກັນ ສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ ຢູ່ ຫວຽດນາມ. ອົງການນີ້ ນັບມື້ນັບສະແດງໃຫ້ເຫັນທາດແທ້ ມີເຈດຕະນາບໍ່ດີຕໍ່ກັບຫວຽດນາມ, ຕັ້ງໃຈປະຕິເສດບັນດາຄວາມມານະພະຍາຍາມ, ຜົນງານຊື່ງ ພັກ, ລັດ ຫວຽດນາມ ບັນລຸໄດ້ໃນການຮັບປະກັນ ແລະ ເຄົາລົບ ສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າ. ເຖິງວ່າ ອົງການນີ້ ນຳໃຊ້ເລ່ຫລ່ຽມແນວໃດກໍຕາມ ແຕ່ກໍ່ບໍ່ອາດບິດເບືອນໃສ່ຮ້າຍປ້າຍສີຄວາມຈິງ ສິດເສລີດ້ານສື່ມວນຊົນ, ສິດເສລີໃນການປາກເວົ້າຢູ່ ຫວຽດນາມ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ