ໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງຄົນພິການ


(vovworld)- ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫາກໍ່​ຮັບ​ຮອງ​ເອົາ​ມະ​ຕິ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ ສະ​ຫະ​ປະ​ຊາ​ຊາດ(ສ​ປ​ຊ) ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ. ສິ່ງ​ດັ່ງ​ກ່າວ​ເປັນ​ການຢັ້ງຢື​ນ​​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ຕໍ່​ປະ​ຊາ​ຄົມ​ໂລກ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ປະ​ຕິ​ບັດ​ສິດ​ຂອງ​ຄົນ​ພິ​ການ​ຫວຽດ​ນາມ ຢ່າງ​ລະ​ອຽດ. ເນື່ອງ​ໃນ​ໂອ​ກາດ​ວັນ​ສາ​ກົນ​ກ່ຽວ​ກັບ​ຄົນ​ພິ​ການ(3/12), ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັນ​ຍາ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ:ບາ​ດ​ກ້າວ​ເດີນ​ໃຫມ່​ເພື່ອ​ໃຫ້​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ

        ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ໄດ້​ຮັບ​ການ​ຮັບ​ຮ​ອງ​ເອົາ​ທີ່ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ເມື່ອ​ວັນ​ທີ 13/12/2006, ແມ່ນ​ສົນ​ທິ​ສັນ​ຍາ​ສາ​ກົນ​ຮອບ​ດ້ານ​ທີ່​ສຸດ ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ພິ​ການ. ສົນ​ທິ​ສັນ​ຍາ​ໄດ້​ກຳ​ນົດ​ບັນ​ດາ​ສິດ​ຂອງ​ຄົນ​ພິ​ການ ແລະ ພັນ​ທະ​ຂອງ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ເພື່ອ​ຮັກ​ສາ ແລະ ຍູ້​ແຮງ​ບັນ​ດາ​ສິດນີ້. ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສົນ​ທິ​ສັນ​ຍາ​​ເມື່ອປີ 2007. ​ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ ແມ່ນ​ລະ​ບຽບ​ການ​ສຸດ​ທ້າຍ​ເພື່ອ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ.

ໃຫ້ສັດຕະຍາບັນສົນທິສັນຍາສະຫະປະຊາຊາດກ່ຽວກັບສິດຂອງຄົນພິການ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ກ່າວ​ຄຳ​ເຫັນ​ທີ່
ພິ​ທີ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ຫວຽດ​ນາມ​ໃຫ້
ສັດ​ຕະ​ຍາ​ບັນ​ສົນ​ທີ​ສັນ​ຍາ​ສ​ປ​ຊ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ

​ການໃຫ້​ສັດ​ຕະ​ຍາ​ບັນສົນ​ທິ​ສັນ​ຍາແມ່ນ​ມີ​ຄວາມ​ໝາຍ​ໃນ​ທຸກ​ດ້ານ​ການ​ເມືອງ,ເສດ​ຖະ​ກິດ,ສັງ​ຄົມ

        ຫ​ວຽດ​ນາມ ພວມ​ຢູ່ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ປະ​ຊາ​ຄົມ​ໂລກ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ, ແມ່ນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ ສ​ປ​ຊ. ລັດ​ຖະ​ທຳ​ມະ​ນູນ​ປີ 2013 ກ​ໍ​ໄດ້​ຢືນ​ຢັນ​ຢ່າງ​ແຮງ​ເຖິງ​ສິດ​ທິ​ມະ​ນຸດ. ສະ​ນັ້ນ ​ການໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ​ກ່ຽ​ວ​ກັບ​ຄົນ​ພິ​ການ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ.

        ກ່ຽວ​ກັບ​ດ້ານ​ການ​ເມືອງ, ເລື່ອງ​ຫວຽດ​ນາມ ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ ແມ່ນ​ເພື່ອ​ປະ​ຕິ​ບັດ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຊາດ, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ເພີ່ມ​ທະ​ວີ​ການ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ທ່ານນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ,ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຖື​ວ່າ:

        “ການໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ຈະ​ແມ່ນ​ຄ​ຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອ​ງ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ​້​ການ​ພັດ​ທະ​ນາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ພິ​ການ. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫລັກ​ຖານ​ດ້ານ​ກົດ​ໝາຍ​ເພື່ອ​ໃຫ້​ຫວຽດ​ນາມ ຢືນ​ຢັນ​ທັດ​ສະ​ນະ​ຂອງ​ຕົນ​ຕໍ່​ໂລກ​ກ່ຽວ​ກັບ​ຄົນ​ພິ​ການ​ເວົ້າ​ສ​ະ​ເພາະ ແລະ ສິດ​ທິ​ມະ​ນຸດ​ເວົ້າ​ລວມ. ແລະ ​ການໃຫ້​ສັດ​ຕະ​​ຍາ​ບັນ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ນັບ​ມື້​ນັບ​ມີ​ຄວາມ​ໝາຍ ເມື່ອ​ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ຂອງ ສ​ປ​ຊ ອາ​ຍຸ​ການ 2014-2016.”

        ​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ, ການ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດຂອງ​ຄົນ​ພິ​ການ ໄດ້​ປະ​ກອບ​ສ່ວນ​ສ້າງ​ລະ​ບົບ​ນະ​ໂຍ​ບາຍ, ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ​ໃຫ້​ສົມ​ບູນ​ແບບ, ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ທີ່​ມີ​ຕໍ່​ຄົນ​ພິ​ການ, ຊີ​ວິດ​ຂອງ​ຄົນ​ພິ​ການນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້​ນ ນັບ​ທັງ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ວຽກ​ເຮັດ​ງານ​ທຳ, ຄົ​ມ​ມະ​ນາ​ຄົມ​ຂົນ​ສົ່ງ, ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ… ສິ່ງ​ດັ່ງ​ກ່າວ​ຈະ​ຊຸກ​ຍູ້​ຄວາມ​ສາ​ມາດ ແລະ ກາ​ລະ​ໂອ​ກາດ​ໃຫ້​ຄົນ​ພິ​ການ ໃນ​ການ​ຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ໃຫ້​ດີກວ່າ, ຮັບ​ປະ​ກັນ​ຊີ​ວິດ​ໃຫ້​ແກ່​ຄົນ​ພິ​ການ.

       ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ເພື່ອ​ໃຫ້​ ສົນ​ທິ​ສັນ​ຍາເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ

       ການ​ໃຫ້​ສັດ​ຕະ​ຍາ​ບັນ​ ສົນ​ທິ​ສັນ​ຍາກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ຮຽກ​ຮ້ອງ​ໃຫ້​ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດ​ຕາມ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ ສົນ​ທິ​ສັນ​ຍາ, ໃນ​ນັ້ນ ມີ​ການ​ຮັບ​ປະ​ກັນ​ສິດ​ສຳ​ພັດ​ຂອງ​ຄົນ​ພິ​ການ​ສຳ​ລັບ​ສະ​ພາບ​ແວດ​ລ້ອມ​ດ້ານ​ວັດ​ຖຸ, ຄົມ​ມະ​ນາ​ຄົມ, ຂໍ້​ມູນ​ຂ່າວ​ສານ ແລະ ໂທ​ລະ​ຄົມ. ພາຍ​ຫລັງ​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ, ຫລັງ​ຈາກນັ້​ນ 2 ປີ ຫວຽດ​ນາມ ຈະ​ມີ​ບົດ​ລາຍ​ງານ​ແຫ່ງ​ຊາດ​ເພື່ອ​ສົ່ງ​ເຖິງ ສ​ປ​ຊ, ຈາກນັ້ນ   4ປີ/ເທື່ອຫນຶ່ງ, ​ຕ້ອງ​ລາຍ​ງານ​ຕໍ່ສະ​ພາ​ຄວ​າມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ປະ​ຕິ​ບັດ​ຂອງ​ຫວຽດ​ນາມ. ດ້ວຍ​ຄວາມ​ຮັບ​ຜິດ​ຊອບ​ແມ່ນ​ອົງ​ການ​ຄ​ຸ້ມຄອງ​​ລັດ ກ່ຽວ​ກັບ​ນະ​ໂຍ​ບາຍ​ໃຫ້​ແກ່​ຄົນ​ພິ​ການ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ຈະ​ສ້າງ​ບັນ​ດາ​ແຜນ​ການ​ຍື່ນ​ສະ​ເຫນີ​ຕໍ່​ລັດ​ຖະ​ບານ​ປະ​ຕິ​ບັດ​ໃນ​ໄລ​ຍະ 5 ປີ ແລະ ປະ​ຈຳ​ປີ, ສູ້​ຊົນ​ຄ່ອຍໆຍົກ​ບັນ​ດາ​ມາດ​ຖານເພື່ອ​ໃຫ້​ເງື່ອນ​ໄຂ​ດຳ​ລົງ​ຊີວິດ, ຮ່ຳ​ຮຽນ, ສຳ​ພັດ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ​ຂອງ​ຄົນ​ພິ​ການ​ໄດ້​ຮັບ​ການ​ປັບ​ປຸງ​ອ​ີ​ກ​ບາດ​ກ້າວ​ຫນຶ່ງ. ທ່ານ​ນາງ ຟ້າມ​ທິ​ຫາຍ​ຈ່​ວຽນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຮງ​ງານ,ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ສະ​ເຫນີ ຄົ້ນ​ຄ້​ວາ​ເພີ່ມ​ເຕີມ​ຂໍ້​ກຳ​ນົດ​ຍົກ​ເວັ້ນ​ຄ່າ​ຈົດ​ທະ​ບຽນຫນັງ​ສື​ຢັ້ງ​ຢືນການ​ເກີດ​ໃຫ້​ແກ່​ເດັກ​ພິ​ການ. ຄົ້ນ​ຄ້​ວາ​ເພີ່ມ​ເຕີມ​ຂໍ້​ກຳ​ນົດ​ຮັບ​ສະ​ຫ​ມັກ​ຄົນ​ພິ​ການ​ເຂົ້າ​ເຮັດ​ວຽກ​ຢູ່​ພາກ​ລັດ ແລະ ຮັບ​ປະ​ກັນ​ການ​ດັດ​ປັບ​ຢ່າງ​ເໝາະ​ສົມ​ຢູ່​ບ່ອນ​ເຮັດ​ວຽກ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຄົນ​ພິ​ການ​ມ​ີ​ໂອ​ກາດ​ໄດ້​ເຮັດ​ວຽກ.  ພວກ​ຂ້າ​ພະ​ເຈົ້າ​ກໍ​ສະ​ເຫນີ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ ຈົ່ງ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ວຽກ​ງານ​ດັ່ງ​ກ່າວ.”

        ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ສິດ​ຂອງ​ຄົນ​ພິ​ການ ແມ່ນ​ສົນ​ທິ​ສັນ​ຍາ ສາ​ກົນ​ຢ່າງ​ຮອບ​ດ້ານ​ທີ່​ສຸດ​ກ່ຽວ​ກັບ​ການ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ພິ​ການ. ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ, ຫວຽດ​ນາມ ອາດ​ຈະ​ປະ​ສົບ​ກັບ​ຄວ​າມ​ຫຍຸ້ງຍ​າ​ກ​ບາງ​ຢ່າງ ເມື່ອ​ແຫລ່ງ​ກຳ​ລັງ​ຍັງ​ຈຳ​ກັດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ດ້ວຍ​ການ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ເພື່ອ​ຄົນ​ພິ​ການ, ເພີ່ມ​ທະ​ວີ​ວຽກ​ງານກວດ​ກາ, ຫວຽດ​ນາມ ຈະ​ສຳ​ເລັດ​ຫນ້າ​ທີ່​ຂອງ​ປະ​ເທດ​ສະ​ມາ​ຊິກ ສົນ​ທິ​ສັນ​ຍາ, ຊ່ວຍ​ໃຫ້​ຊີ​ວິດ​ຂອງ​ຄົນ​ພິ​ການ​ປ່ຽນ​ແປງ​ຕາມ​ທິດ​ດີ​ງາມກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ