ໄປຊອກຫາອະນາຄົດທີ່ສະຫວ່າງສະໄຫວມາໃຫ້ຊາດຫວຽດນາມ

ວັນ​ທີ 5/6 ນີ້, ຊຶ່ງ​ແມ່ນ​ເຫດ​ການສະເຫຼີມ​ສະຫຼອງ 105 ປີແຫ່ງວັນ​ທ່ານປະ​ທານ​ໂຮ່​ຈິ​ມິນ​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ໃນ​ວັນ​ນັ້ນ ເພີ່ມ​ໄດ້​ເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ​ດ້ວຍ 2 ຝາ​ມື​ເບົ່າ ແລະ ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ລົ້ນ​ເຫຼືອ. ຮອດ​ເວ​ລາ​ກັບ​ຄືນມາປະ​ເທດ​ຊາດ, ເພິ່​ນໄດ້​ນຳ​ທັງ​ທ້ອງ​ຟ້າ​ທີ່​ແຈ່ມ​ໃສ ແລະ ອະ​ນາ​ຄົດ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ມາ​ໃຫ້​ຊາດ​ຫວຽດ​ນາມ.

                                    

ໄປຊອກຫາອະນາຄົດທີ່ສະຫວ່າງສະໄຫວມາໃຫ້ຊາດຫວຽດນາມ - ảnh 1
ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ລົງ​ເຮືອ Latouche Treville ເດີນ​ທາງອອກ​ຈາກທ່າ​ກຳ​ປັ່ນ ຍ່າ​ຮົ່ງ, ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ຊອກ​ຫາ​ເສັ້ນ​ທາງກູ້​ຊາດ
(ພາບ​ເອ​ກະ​ສານ)

      ວັນ​ທີ 5/6/1911, ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ລົງ​ເຮືອ Latouche Treville ເດີນ​ທາງອອກ​ຈາກທ່າ​ກຳ​ປັ່ນ ຍ່າ​ຮົ່ງ, ນະ​ຄອນ​ໂຮ່​ຈິ​ມິນ ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກ້າວ​ເດີນ​ໃຫ້​ປະ​ເທດ​ຊາດ. ເພາະ​ມີ​ຄວາມ​ຫວັງ​ຢາກ​ຊອກ​ຮູ້ຕົວ​ຈິງ​ກ່ຽວ​ກັບ​ທຸກ​ສິ່ງ​ທຸກ​ຢ່າງພວມ​ເກີດ​ຂຶ້ນ​ໃນ​ສັງ​ຄົມ​ຂອງ​ປະ​ເທດ​ທຶນ​ນິ​ຍົມ. ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ເ​ລືອກ​ເອົາເສັ້​ນທາງໄປ​ຍັງ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຊຶ່ງ​ແມ່ນ​ແຫ່ງ​ໃຫ້​ກຳ​ເນີດ​ບັນ​ດາ​ແນວ​ຄິດ​ໃຫຍ່, ບັນ​ດາ​ການ​ປະ​ຕິ​ວັດ​ໃຫຍ່​ດ້ວຍ​ຄ​ວາມ​ຫວັງ “ຊອກ​ຮູ້​ຢູ່​ປະ​ເທດ​ຝະ​ລັ່ງ ແລະ ບັນ​ດາ​ປະ​ເທດ​ອື່ນ​ຄື​ແນວ​ໃດ, ແລ້ວ​ກັບ​ມາ​ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຫວຽດ​ນາມ”

     ຈຸດ​ເລີ່ມ​ຕົ້ນ​ອັນ​ຖືກ​ຕ້ອງ

  ວັນ​ທີ 5/6/1911 ຊຶ່ງ​ແມ່ນ​ຈຸດ​ເວ​ລາ​ເປີດ​ສາກ​ໄລ​ຍະ​ທາງ 30 ປີ​ທີ່ທ່ານປະ​ທານ​ໂຮ່​ຈິ​ມິນ​ໄດ້​ພຳ​ນັກ​ຢູ່​ທົ່ວ​ທຸກ​ທະ​ວີບ​ໃນ​ໂລກ​ເພື່ອ ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ທ່ານ​ນາງ​ຫງວຽນ​ຖີ​ດຶກ ຜູ້​ຮ​ັກ​ສາ​ການ​ຜູ້​ອຳ​ນວຍ​ການ​ໃຫຍ່​ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນ ໃຫ້​ຮູ້​ວ່າ ນ້ຳ​ໃຈ​ຮັກ​ຊາດ ແລະ ສະ​ຕິ​ຄັດ​ຄ້ານ​ຈັກ​ກະ​ພັດ​ຂອງ ທ່ານປະ​ທານ​ໂຮ່​ຈິ​ມິນ​ ແມ່ນ​ເລີ່ມ​ມາ​ຈາ​ກ​ແກ່ນ​ສານ​ຂອງ​ສາຍ​ພົວ​ພັນ​ລະ​ຫວ່າງ​ມະ​ນຸດ​ດ້ວຍ​ກັນ. ທ່ານ​ນາງ​ຫງວຽນ​ຖີ​ດຶກ ຜູ້​ຮ​ັກ​ສາ​ການ​ຜູ້​ອຳ​ນວຍ​ການ​ໃຫຍ່​ຫໍ​ພິ​ພິ​ທະ​ພັນ​ໂຮ່​ຈິ​ມິນກ່າວ ​ວ່າ :

    “ ເມື່ອເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ, ທ່ານປະ​ທານ​ໂຮ່​ຈິ​ມິນໄດ້​ນຳ​ເອົາ​ຕາມ​ໂຕ​ດ້ວຍ​ລັດ​ທິ​ຮັກ​ຊາດ​ຫວຽດ​ນາມ, ມູນ​ເຊື້ອ​ປະ​ຕິ​ວັດແຫ່ງບ້ານເກີດ​ເມືອງນອນ ແລະ ສິ່ງ​ທັງ​ໝົດ​ເຫຼົ່າ​ນັ້ນ ພັດ​ໄດ້​ຮັບ​ການ​ລ້ຽງ​ດູ, ລະ​ດົມ​ກຳ​ລັງ​ໃຈ, ເສີມ​ສ້າງ​ໃນ​ມູນ​ເຊື້ອ​ຂອງ​ຄອບ​ຄົວ. ຈຸດ​ທີ່​ພົ້ນ​ເດັ່ນ​ໃນ​ເສັ້ນ​ທາງ​ກູ້​ຊາດ​ຂອງ ທ່ານປະ​ທານ​ໂຮ່​ຈິ​ມິນ​ ​ແມ່ນ​ໄວ​ໜຸ່ມ​ດ້ວຍ​ບັນ​ດາ​ຄວາມ​ຄາດຫວັງ​ອັນ​ແຮງ​ກ້າ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຊາດຫວຽດ​ນາມ, ພ້ອມ​ກັນ​ນັ້ນ ແມ່ນ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ໂລກ​ເພື່ອ​ພັດ​ທະ​ນາ. ທ່ານປະ​ທານ​ໂຮ່​ຈິ​ມິນ​  ໄດ້​ເລີ່ມ​ຕົ້ນ​ດ້ວຍ​ເສັ້​ນ​ທາງ​ແຫ່ງ​ພຶດ​ຕິ​ກຳຕົວ​ຈິງ ນັ້ນ​ແມ່ນ​ເລີ່ມ​ມາ​ຈາກ​ຊາວ​ຜູ້​ອອກ​ແຮງງານ ແລະ ຈາກ​ຕົວ​ຈິງນີ້​ເອງ, ເພິ່ນ​ໄດ້​ມີ​ລະ​ດັບ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິດ​​ໄດ້​ມີຊີ​ວິດ ແລະ ສະ​ແຫວງ​ຫາຄວາມຜາສຸກຂອງ​ບັນ​ດາ​ປະ​ຊາ​ຊາດ”

     ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ຊຸມ​ວັນ​ເດືອນ​ປີ​ແຫ່ງ​ການ​ອອກ​ແຮງ​ງານ​ດ້ວຍ​ຄວາມ​ລຳ​ບາກ​ກາກ​ກຳ ຊຶ່ງທ່ານປະ​ທານ​ໂຮ່​ຈິ​ມິນ​​ໄດ້​ຜ່ານ​ຜ່າ ຂະ​ນະ​ທີ່​ເພິ່ນ​ປະ​ກອບ​ອາ​ຊີບ​ເປັນ​ຄົນ​ໃຊ້​ໃນ​ເຮືອນ​ຄົວ​ໃນ​ກຳ​ປັ່ນ, ເປັນ​ນັກ​ຖ່າຍ​ຮູບ, ຄົນ​ຮັບ​ໃຊ້​ໃນ​ຮ້ານ​ອາ​ຫານ…ຍ​ັງ​ຄົງ​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ໃຫ້​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄົນ. ເພື່ອຊອກ​ຫາ​ເສັ້ນ​ທາງ​ທີ່​ສະ​ຫວ່າງ​ສະ​ໄຫວ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ປະ​ເທດ​ຊາດ, ທ່ານປະ​ທານ​ໂຮ່​ຈິ​ມິນ​ ໄດ້​ຜ່ານ​ຜ່າ​ບັນ​ດາ​ຄ່ຳ​ຄືນ​ໜາວ​ຈັດ​ຈົນ​ກະ​ດູກ​ດຳ​ຢູ່​ເອີ​ລົບ​ດ້ວຍ​ການ​ເອົາ​ກ້ອນ​ດິນ​ຈີ່​ຄ້າງ​ໄຟ​ ທຳ​ຄວາມ​ຮ້ອນ​ເພື່ອ​ໃຊ້ທົດ​ແທນ​ເຕົາ​ຝີງ ແລະ ຍັງ​ບໍ່​ມີ​ວັນ​ທີ່​ເພີ່ນ​ທໍ້​ຖອຍ​ໃຈ, ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງ​ຍາກ​ໃນ​ໄລ​ຍະ​ພຳ​ນັກ​ຢູ່​ບັນ​ດາ​ທະ​ວີບ​ໃນ​ໂລກນີ້.

     ຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຊາດເໜືອກວ່າ​ສິ່ງ​ໃດ​ໝົດ

  ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ວູ້​ມິນ​ຢາງ ປະ​ທານ​ສະ​ພາ​ວິ​ທະ​ຍາ​ສາດ ແລະ ກໍ່​ສ້າງ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ຖື​ວ່າ ເຈດ​ຈຳ​ນົງ ແລະ ມາ​ນະ​ຈິດແມ່ນ 2 ປັດ​ໄຈ​ທີ່​ສຳ​ຄັນ​ທີ່​ສຸດ​ເພື່ອ​ຊ່ວຍ ທ່ານປະ​ທານ​ໂຮ່​ຈິ​ມິນ​​ສາ​ມາດເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດເພື່ອຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ແລະ ກໍ​ຍ້ອນເຈດ​ຈຳ​ນົງ ແລະ ມາ​ນະ​ຈິດນັ້ນ ໄດ້​ຊ່ວຍໃຫ້​ອ້າຍ​ບ່າວ​ໃນ​ຄາວນັ້ນສາ​ມາດ​ຜ່ານ​ຜ່າທຸກ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາ​ກໃນ​ໄລ​ຍະ​ພຳ​ນັກ​ຢູ່​ຕ່າງ​ປະ​ເທດ​ໃນ​ຕະຫຼອດ 30 ປີ. ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຕັດ​ສິນ​ຜົນ​ສ​ຳ​ເລັດ​ຂອງ​ການເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ ເພື່ອຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດຂອງທ່ານປະ​ທານ​ໂຮ່​ຈິ​ມິນ​ ນັ້ນ​ແມ່ນ​ເພິ່ນ​ຍາມ​ໃດ​ກໍຖື​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດຊາດເໜືອກວ່າ​ສິ່ງ​ໃດ​ໝົດ. ທ່ານ​ສາດ​ສະ​ດາ​ຈານ, ດ​ຣ ວູ້​ມິນ​ຢາງ ກ່າວ​ວ່າ :

   “ປັດ​ໄຈ​ຕັດ​ສິນ​ຜົນ​ສ​ຳ​ເລັດ​ຂອງ​ການເດີນ​ທາງ​ອອກ​ຈາກ​ປະ​ເທດ​ຊາດ ເພື່ອຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດນັ້ນ, ກໍ​ແມ່ນ ຄຳ​ສັບ ຊົນ​ຊາດ. ທີ່ກອງ​ປະ​ຊຸມ​ໃຫຍ່​ສ້າງ​ຕັ້ງ​ພັກ​ກອ​ມມູ​ນິດຝະ​ລັ່ງ​ເມື່ອ​ປີ 1920, ເພິ່ນ​ໄດ້​ຕັ້ງ​ເອົາ​ຊື່​ແກ່​ຕົນ​ວ່າ ຫງວ​ຽນ​ອ້າຍ​ກ໋ວກ ແລະ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ທີ່​ສຳ​ຄັນ, ສະ​ໜັບ​ສະ​ໜູນ​ຂະ​ບວນ​ການສາ​ກົນ 3, ສະ​ໜັບ​ສະ​ໜູນ​ທ່າ​ອຽງ​ມາກ​ຊິດ​ເພາະ​ສະ​ໜັບ​ສະ​ໜູນ​ປະ​​ເທດຫົວ​ເມື​ອງ ​ຂຶ້ນ, ໃນ​ນັ້ນ ມີ​ປະ​ເທດ​ຫວຽດ​ນາມ. ເປັນ​ອັນ​ວ່າ ຖ້າ​ຫາກ​ທິດ​ສະ​ດີ​ອາດ​ຈະ​ດູດ​ດື່ມກວ່ານັ້ນ, ແຕ່ບໍ່​ສະ​ໜັບ​ສະ​ໜູນ​ປະ​​ເທດຫົວ​ເມື​ອງຂຶ້ນນັ້ນ, ລັດ​ທິ​ມາກ ກໍ​ບໍ່​ກະ​ທົບ​ເຖິງຫົວໃຈ​ຂອງ​ຫງວຽນ​ອ້າຍ​ກ໋ວກ. ດັ່ງ​ນັ້ນ​ປັດ​ໄຈ​ສຳ​ຄັນ​ກວ່າ​ໝູ່​ແມ່ນ​ເພິ່ນ​ຮັກ​ຊາດ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຊາດ  ”

      ພາຍຫຼັງ​​ຊຸມ​ວັນ​ເດືອນ​ປີທີ່​ໄດ້ພຳ​ນັກ ແລະ ເຄື່ອ​ນ​ໄຫວ​ປະ​ຕິ​ວັດ​ຢູ່​ຕ່າງ​ປະ​ເທດ, ອ້າຍ​ບ່າວ ຫງວຽນ​ເຕິດ​ແທ່ງ (ໝາຍ​ເຖິງທ່ານປະ​ທານ​ໂຮ່​ຈິ​ມິນ​) ໄດ້​ກາຍ​ເປັນ​ຜູ້​ພາ​ທາງ​ໃຫ້​ທັງ​ຊາດ​ຫວຽດ​ນາມ ແລະ ເຫດ​ການ​ວັນ​ທີ 5/6/1911 ແມ່ນມ​ີ​ຄວາມ​ໝາຍ​ສຳ​ຄັນ​ຍິ່ງ​ໃນ​ປະ​ຫວັດ​ສາດ​ຂອ​ງ​ຊາດ​ຫວຽດ​ນາມ. ທ່ານ ດ​ຣ ເລ​ດິງ​ນຳ, ຮອງ​ຫົວ​ໜ້າ​ພະ​ແນກ​ແນວ​ຄິດໂຮ່​ຈິ​ມິນ​, ສະ​ຖາ​ບັນ​ສື່ມວນ​ຊົນ ແລະ ໂຄ​ສະ​ນາ​ຖື​ວ່າ : ເສັ້​ນ​ທາງ​ເອ​ກະ​ລາດ​ແຫ່ງ​ຊາດ​ຕິດ​ພັນ​ກັບ​ລັດ​ທິ​ສັງ​ຄົມ​ນິ​ຍົມ ຊຶ່ງທ່ານ ປະ​ທານ​ໂຮ່​ຈິ​ມິນ​ໄດ້​ເລືອກ​ເຟັ້ນ​ແມ່ນ​ເສັ້ນ​ທາງ​ໜຶ່ງດຽວ ແລະ ຖືກ​ຕ້ອງ ຮັບ​ປະ​ກັນ​ໃຫ້​ຊາດ​ຫວຽດ​ນາມ​ມີ​ພື້ນ​ຖານ​ເອ​ກະ​ລາດ​ຢ່າງ​ແທ້​ຈິງ. ທ່ານ ດ​ຣ ເລ​ດິງ​ນຳ ຢືນ​ຢັນ​ວ່າ : 

    “ ພັກ​ກອ​ມມູ​ນິດຫວຽດ​ນາມ​ໄດ້ຮັບ​ຮູ້​ກ່ຽວ​ກັບ​ທີ່​ຕັ້ງ​ບົດ​ບາດ​ຂອງ​ແນວ​ຄິດໂຮ່​ຈິ​ມິນ​ໂດຍ​ໄວ. ໃນ​ມໍ່ໆ​ມານີ້, ພັກ​ເຮົາ​ໄດ້​ເຫັນ​ວ່າ ບໍ່​ພຽງ​ແຕ່​ຮ່ຳ​ຮຽນ​ຕາມ​ແນວ​ຄິດ ທ່ານປະ​ທານ​ໂຮ່​ຈິ​ມິນ​​ເທົ່າ​ນັ້ນ, ຫາກ​ຍັງ​ຮ່ຳ​ຮຽນ ແລະ ເຮັດ​ຕາມ​ແບບ​ຢ່າງ​ຄຸນ​ສົມ​ບັດ​ຂອງ​ເພິ່ນ​ອີກ​ດ້ວຍ. ພັກ​ເຮົາ​ນັບ​ມື້​ນັບ​ເຫັນ​ໄດ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ແນວ​ຄິດ ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ ທ່ານປະ​ທານ​ໂຮ່​ຈິ​ມິນ​ໃນ​ຊີ​ວິດ​ສັງ​ຄົມ”

      ການ​ເລືອກ​ເຟັ້ນ​ອັນ​ຖືກ​ຕ້ອງ ແລະ ຄຸນ​ງາມ​ຄວາມ​ດີ​ຂອງ ທ່ານປະ​ທານ​ໂຮ່​ຈິ​ມິນ​​ໃນ​ໄລ​ຍະ​ທາງ 30 ປີ​ແຫ່ງ​ການ​ໄປຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດນັ້ນ ໄດ້​ປັບ​ປຸງ​ຄວາມ​ເຊື່ອ​ໝັ້ນ​ຕື່ມ​ອີກ​ເພື່ອ​ໃຫ້​ຊາດ​ຫວຽດ​ນາມ​ສືບ​ຕໍ່​ເຊີດ​ຊູ​ຄັນ​ທຸງ​ເອ​ກະ​ລາດ​ແຫ່ງ​ຊາດ ແລະ ລັດ​ທິ​ສັງ​ຄົ​ມນິ​ຍົມ. ກ້າ​ວຂຶ້ນຢ່າງ​ໝັ້ນ​ຄົງບົນເສັ້​ນທາງທີ່​ເພິ່ນ​ໄດ້​ເລືອກ​ເຟັ້ນ, ຍູ້​ແຮງ​ກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ, ປະ​ຕິ​ບັດ​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ​ຢ່າງ​ສຳ​ເລັດ​ຜົນ ບໍ່​ພຽງ​ແຕ່​ແມ່ນ​ຄວາມ​ເຊ​ື່ອ​ໝັ້ນ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ອອກ​ຜ່າ​ນວ​ຽກ​ງານ​ປະ​ຈຳ​ວັນ​ຂອງ​ຊາວ​ຫວຽດ​ນ​າມ​ແຕ່​ລະ​ຄົນ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ