ໄພກໍ່ການຮ້າຍໄດ້ສ້າງຮົ້ວກີດຂວາງລະຫວ່າງ ອາເມລິກາ ແລະ ໂລກອາຣັບ

( vovworld ) –ວັນ​ທີ 12/9, ທ່ານ Chris Stevens ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ປະ​ຈຳ​ລີ​ບີ ພ້ອມກັບ​ພາລະ​ກອນ 3 ທ່ານ​ໄດ້​ເສຍ​ຊີວິດ​ໃນ​ການ​ບຸກ​ໂຈມ​ຕີ​​ແນ່​ໃສ່ກົງ​ສູນ​ອາ​ເມ​ລິ​ກາ. ​ເຫດການ​ຈະລາຈົນ​ດັ່ງກ່າວ​ໄດ້​ເລີ່​ມຈາກ​ຟິມຮູບ​ເງົາ​​ເລື່ອງ 1 ​ໂດຍ​ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ​ອິດສະຣາ​ແອນ ຜູ້ 1 ຜະລິດ ຊື່​ງຖືກ​ຖື​ວ່າ​ໄດ້​​ແຕະ​ຕ້ອງ​ເຖິງ​ກຽດ​ສັກ​ສີສາດສະໜາ​ອິດສະ​ລາມ​ ​ແລະ ​ນັກໂຫລະ​ສາດ Mohamad ຢ່າງ​ຮ້າຍ​ແຮງ. ຢູ່​ອີ​ຢີບ, ການ​ແຫ່​ຂະ​ບວນປະ​ທ້ວງ​ຄັດຄ້ານ​ຟິມຮູບ​ເງົາ​ດັ່ງກ່າວ​ກໍ່​ກາຍ​ເປັນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂະນະ​ທີ່​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ນັບ​ພັນ​ຄົນ​ໄດ້​ຈີກ​ທຸງ​ຢູ່​ສະຖານທູດ​ອາ​ເມ​ລິ​ກາ. ໜ້າ​ສົນໃຈ​ນັ້ນ​ແມ່ນ, ບັນດາ​ການ​ຈະລາຈົນ​ໄດ້​ເກີດ​ຂຶ້ນ​ກົງ​ກັບ​ຈຸດ​ເວລາ​​ເກີດ​ເຫດການ​ກໍ່​ການ​ຮ້າຍທີ 11/9 ຄົບຮອບ 11 ປີ ອັນ​ໄດ້​ເຮັດ​ໃຫ້​ຂໍ້​ຂັດ​ແຍ້​ງລະຫວ່າງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ກັບ​ໂລກ​ອາຣັບທີ່ຮ້າຍ​​ແຮງທີ່​ສຸດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາຍິ່ງ​ຮ້າຍ​ແຮງຂຶ້ນ​ຕື່ມ

ໄພກໍ່ການຮ້າຍໄດ້ສ້າງຮົ້ວກີດຂວາງລະຫວ່າງ ອາເມລິກາ ແລະ ໂລກອາຣັບ - ảnh 1

ລັດຖະມົນຕີການຕ່າງປະເທດອາເມລິກາ  Hillary Clinton ຈັບມື ເອກອັກຄະລັດຖະທູດ ລີບີ Ali Suleiman Aujali, ຢູ່ວໍຊິງຕັນ ເມື່ອວັນທີ 12/9 (ພາບ : Reuters)

   ຟິມຮູບ​ເງົາ​ທີ່​ມີ​ຄວາມ​ຍາວ 13 ນາ​ທີ​ດ້ວຍ​ຫົວ​ເລື່ອງ “ປະຊຸມສານ​ພິພາກສາ Mohamad“ ຊື່​ງຄາດ​ວ່າ​ໄດ້​ສາຍ​ໃນ​ໂອກາດ​ລະນຶກ 11 ປີ​ແຫ່ງ​ວັນ​ເກີດ​ການ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ທີ 11/9 ຢູ່​ອາ​ເມ​ລິ​ກາ. ​ໃນ​ທັນທີ, ຟິມຮູບ​ເງົາ​ເລື່ອງ​ດັ່ງກ່າວ​ໄດ້​ຮັບ​ການ​ຄັດຄ້ານ​ຢ່າງ​ແຮງ​ໃນ​ປະຊາ​ຄົມ​ມຸດ​ສະ​ລິ​ມຢູ່​ຫຼາຍ​ປະ​ເທດ. ຢູ່​ອີ​ຢີບ, ມີ​ປະມາ​ນ 2000 ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ນອກ​ສະຖານທູດ​ອາ​ເມ​ລິ​ກາ​ ປະຈຳນະຄອນຫຼວງ​ກາຍ​ໂຣ. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປີນ​ກຳ​ແພງ​ຂອງ​ສະຖານທູດ, ຈີກ​ທຸງ​ອາ​ເມ​ລິ​ກາ ​ແລະ ​ແທນ​ດ້ວຍ​ທຸງ​ອິດສະ​ລາມ​ສີດຳ. ທ່ານ Ahmed Khalil ການ​ນຳ​ຂັ້ນສູງ​ຂອງ​ພັກ Salafist Nour ຜູ້​ສວມ​ບົດບາດ​ສຳຄັນ​ຍິ່ງ​ໃນ​ການ​ແຫ່​ຂະ​ບວນປະ​ທ້ວງ​ໃຫ້​ຮູ້​ວ່າ, ພັກ​ນີ້​ໄດ້​ຝາກ​ຄຳ​ຮຽກຮ້ອງ​ໄປ​ຍັງ​ສະຖານທູດ​ອາ​ເ​ມລິ​ກາ, ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ, ຫ້າມ​​ສາຍຟິມຮູບ​ເງົາ​ເລື່ອງ​ດັ່ງກ່າວ ​ແລະ ຕ້ອງມີ​ຄຳ​ຂໍ​ໂທດ​ເປັນ​ທາງ​ການ. ລັດຖະບານ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ອີ​ຢີບ ຈົ່ງ​ລະງັບ​ໃຈ ​ແຕ່​ອົງ​ການ​ອ້າຍ​ນ້ອງ​ມຸດ​ສະ​ລິ​ມທີ່​ມີ​ສິດ​ອຳນາດ​ຢູ່​ປະ​ເທດ​ນີ້ ພັດ​ເດັດ​ດ່ຽວ​ຮຽກຮ້ອງ​ໃຫ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ທົ່ວ​ປະ​ເທດ. ສ່ວນ​ຢູ່​ລີ​ບີ, ລະດັບ​ການ​ຈະລາຈົນ​ພັດ​ຫນັກ​ໜ່ວງ​ກ່ວາ ຂະນະ​ທີ່​ມີ​ຫຼາຍ​ຄົນ​ໄດ້​ປິດ​ລ້ອມ, ທຳລາຍ​ສະຖານທູດ​ອາ​ເມ​ລິ​ກາ ຢູ່​ນະຄອນ Benghazi ​ແລະ ກຳລັງ​ປະກອບ​ອາວຸດ​ຈຳນວນ 1 ​ໄດ້​ບຸກ​ໂຈມ​ຕີ​ໃສ່​ສະຖານທູດ ຊື່​ງ​ໄດ້ເ​ຮັ​ດ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ​ອາ​ເມ​ລິ​ກາ ​ແລະ ພາລະ​ກອນອີກ 3 ທ່ານ​ເສຍ​ຊີວິດ. ​ໃນ​ການ​ກະທຳ​ເພື່ອ​ແນ​ໃສ່​ເຮັດ​ໃຫ້​ສະພາບ​ການ​ເຄັ່ງ​ຕຶງ​ຖືກ​ຜ່ອນຄາຍ​ລົງ, ສະຖານທູດ​ອາ​ເມ​ລິ​ກາ​ ໄດ້​ກ່າວ​ປະນາມ “ບຸກຄົນ​ຈຳນວນ 1 ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ດ້ານ​ການ​ເຫຼື້ອມ​ໃສ​ສຳລັບ​ຊາວ​ມຸດ​ສະ​ລິ​ມ“ ​ໂດຍ​ເຈດ​ຕະນາ. ປະທານາທິບໍດີ​ອາ​ເມ​ລິ​ກາ B.Obama ກໍ່​ໄດ້​ກ່າວ​ປະນາມ​ເຫດການ​ບຸກ​ໂຈມ​ຕີ​ຢ່າງ​ຮ້​າຍ​ແຮງ, ​ເຖິງ​ວ່າ​ໄດ້ “ຄັດຄ້ານ​ທຸກ​ການ​ກະທຳ​ແຕະຕ້ອງ​ເຖິງ​ກຽດ​ສັກ​ສີ​ຂອງ​ສາສະໜາ“, ສ່ວນ​ອີ​ຢູ ​ແລະ ນາ​ໂຕ ກໍ່​ໄດ້​ຮຽກຮ້ອງ​ໃຫ້​ລີ​ບີ ຈົ່ງ​ດຳ​ເນີນ​ການ​ສືບສວນ​ເຫດການ​ດັ່ງກ່າວ​ໂດຍ​ໄວ ກໍ່​ຄື​ເພີ່ມ​ທະວີ​ການ​ປົກປັກຮັກສາ​ວົງ​ການ​ນັກ​ການ​ທູດ​ປະ​ເທດ​ຕ່າງໆ. ​​ໃນ​ການ​ຕອບ​ຄືນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລີ​ບີ Mohamed al Megaryef ​ໄດ້​ຝາກ​ຄຳ​ຂໍ​ໂທດ​ໄປ​ຍັງ “ປະຊາຊົນ​ອາ​ເມ​ລິ​ກາ ​ແລະ ທົ່ວ​ໂລກ“.

  ນີ້​ບໍ່​ແມ່ນ​ຄັ້ງທຳ​ອິດ​ທີ່​ເລື່ອງ​ແຕະຕ້ອງ​ເຖະງນັກໂຫລະ​ສາດ Mohamad ​ແມ່ນ​ຂໍ້​ອ້າງ​ອີງ​ເພື່ອ​ໃຫ້​ຊາວ​ມຸດ​ສະ​ລິ​ມທີ່​ມີ​ຄວາມ​ອາ​ຄາດ​ບາດໝາງ​ໃຊ້​ເປັນ​ອາວຸດ​ເພື່ອ​ປະຕິບັດ​ບັນດາ​ການ​ກະທຳ​ແກ້​ແຄ້ນ. ສຳລັບຊາວ​ມຸດ​ສະ​ລິ​ມ​ແລ້ວ, ບໍ່​ວ່າການ​ພັນ​ລະນາ​ໃດໆ​ທີ່​ກ່ຽວຂ້ອງ​ເຖິງນັກໂຫລະ​ສາດ Mohamad ລ້ວນ​ແຕ່​ຖືກ​ຖື​ວ່າ​ແມ່ນ​ການກະທຳ​ແຕະຕ້ອງ. ​ເມື່ອ​ປີ 2010, ​ໂລກ​ໄດ້​ເຫັນ​ປະຈັກ​ຕາ​ຄວາມ​​ໂກດ​ແຄ້ນ​ຂອງ​ຊາວ​ມຸດ​ສະ​ລິ​ມຂະນະ​ທີ່​ຫຼວງ​ພໍ່​ອາ​ເມ​ລິ​ກາ​ ທ່ານ​ 1 ຢູ່​ລັດ Florida ​ໄດ້​ຈູດເຜົາ​ຄຳ​ພີ​ໂກຣານ. ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ອັນ​ນອງ​ເລືອດ​ໄດ້ເກີດ​ຂຶ້ນ​ຫຼັງ​ຈາກ​ນັ້ນ​ແນ່​ໃສ່​ກຳລັງ ສປຊ ​ແລະ ນາ​ໂຕ ຢູ່​ອາບ​ກາ​ນີສະຖານ ​ໄດ້​ເຮັດ​ໃຫ້​ຊາວ​ຕ່າງປະ​ເທດ​ຫຼາຍ​ຄົນ​ເສຍ​ຊີວິດ ​ແລະ ກະ​ແສ​ຟອງ​ຄັດຄ້ານ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຂອງ​ຊາ​ວ ມຸດ​ສະ​ລິ​ມ ​ໄດ້​ເກີດ​ຂຶ້ນ​ຢູ່​ທົ່ວ​ທຸກ​ແຫ່ງ​ໃນ​ໂລກ.

​    ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ການ​ປະ​ທະ​ກັນ ​ແລະ ພິ​ເສດ​ແມ່ນ​ໄພ​ກໍ່​ການ​ຮ້າຍ ​ໄດ້​ກໍ່​ຮົ້ວ​ກິດ​ຂວາງ​ລະຫວ່າງ​ອາ​ເມ​ລິ​ກາ ​ແລະ ​ໂລກ​ອາຣັບ. ການ​ສູ້​ຮົບ​ຕ້ານ ໄພ​ກໍ່​ການ​ຮ້າຍ​ໄດ້​ຖືກ​ປຸກລະດົມ​ພາຍຫຼັງ​ເຫດການ​ວັນ​ທີ 11/9/2001 ອັນ​ໄດ້​ເປັນ​ການ​ປຸກລຸກ​ນ້ຳ​ໃຈ​ຕ້ານອາ​ເມ​ລິ​ກາ​ໃນ ໂລກ​ອາຣັບນັບ​ມື້​ນັບ​ສູງ​ຂຶ້ນ. ຫຼາຍ​ປະ​ເທດ​ຄື ອີຣານ, ອີຣັກ, ຊີຣີ, ​ເຢ​ແມນ ລ້ອນ​ແຕ່​ຖືກ ອາ​ເມ​ລິ​ກາຈັດ​ເຂົ້າ​ກຸ່ມ​ເປົ້າໝາຍ​ໜູນ​ຫຼັງພວກ​ກໍ່​ການ​ຮ້າຍ. ການ​ສູ້​ຮົບ​ຕ້ານ ໄພ​ກໍ່​ການ​ຮ້າຍ​ໂດຍ ອາ​ເມ​ລິ​ກາລິ​ເລີ່​ມນັ້ນ, ​ໃນ​ປະຈຸ​ບັນ​ໄດ້​ແຜ່​ລາມ​ອອກ​ສູ່​ຂອບ​ເຂດ​ທົ່ວ​ໂລກ ​ແລະ ບັນດາ​ເຫດການ​ກບຸກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ໄດ້​ເກີດ​ຂຶ້ນ​ຢູ່​ທຸກ​ແຫ່ງ​ໃນ​ທົ່ວ​ໂລກ. 11 ປີ ພາຍຫຼັງ​ເຫດການ​ວັນ​ທີ 11/9, ​ເຖິງ​ວ່າ​ໄດ້​ດັບ​ສູນ​ຫົວ​ໂປ​ເຄືອ​ຂ່າຍກໍ່​ການ​ຮ້າຍອານ​ກິ​ດາ Osama Bin Laden ​, ​ເຮັດ​ໃຫ້ເຄືອ​ຂ່າຍກໍ່​ການ​ຮ້າຍນີ້​ອ່ອນ​ເພຍ​ລົງ ​ແລະ ບັນຫາ​ປະຊາທິປະ​ໄຕ​ໄດ້​ເລີ່​ມປະຕິບັດ​ໃນໂລກ​ອາຣັບຍ້ອນ​ການ​ປິ​ຕິ​ວັດ​ລະດູບານ​ໃໝ່​ອາຣັບ​ກໍ​ຕາມ, ​ແຕ່ອາ​ເມ​ລິ​ກາ​ໄດ້​ການ​ເປັນ​ເປົ້າ​ໝາຍ​ເບີ 1 ​ເພື່ອ​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍຂອງ​ລັດທິ​ອາຣັບຫົວ​ຮຸນ​ແຮງ. ດ້ວຍ​ການ​ແຊກ​ແຊງ​ທາງ​ດ້ານ​ການ​ທະຫານ​ເຂົ້າ​ບັນຫາ​ອາກາ​ນິສະຖານ, ອີຣັກນັ້ນ, ອາ​ເມ​ລິ​ກາຍັງ​ຄົງ​ຖືກ​ຖື​ວ່າ​ແມ່ນ​ຍາມ​ໃດ​ກໍ​ຫວັງ​ຊອກ​ຫາ​ວິທີ​ທາງ​ເພື່ອທຳລາຍໂລກ​ອາຣັບຢ່າງ​ປິດລັບ. ຄວາມ​ໂກດ​ແຄ້ນ​ສຳລັບ​ຊາວອາ​ເມ​ລິ​ກາ ກໍ​ໄດ້​ຫັນໂລກ​ອາຣັບກາຍ​ເປັນ​ສະພາບ​ແວດ​ລ້ອມທີ່​ສະດວກ​ເພື່ອ​ຊ່ວຍ​ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ເຄື່ອນ​ໄຫວ​ຢ່າງ​ແຂງ​ແຮງ​ກ່ວາ​ເກົ່າ.

   ​ໂດຍ​ບໍ່​ອາດ​ປະຕິ​ເສດ​ໄດ້, ນັບ​ແຕ່​ເຂົ້າ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີອາ​ເມ​ລິ​ກາ​ເມື່ອ​ເດືອນ 1/2009, ​ທ່ານ Barac Obama ​ໄດ້​ສະ​ແດງ​ເຈດ​ຕະນາ​ດີ​ຂອງ​ຕົນ​ມາ​ຫຼາຍ​ຄັ້ງ​ໃນ​ການ​ຊອກ​ຫາ​ສັນຕິພາບ​ກັບໂລກ​ອາຣັບ. ​ແຕ່ ບັນດາ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ ​ແລະ ໂລກ​ອາຣັບ ຂອງ​ ທ່ານ Barac Obama ຍັງ​ບໍ່​ທັນ​ບັນລຸ​ໝາກຜົນ​ດີ​ປານ​ໃດ. ​ເພາະວ່າ​ຢູ່​​ພາຍໃນປະ​ເທດ ອາ​ເມ​ລິ​ກາ​ເອງ, ກໍ​ຍັງ​ຄົງ​ຖືກ​ແບ່ງ​ແຍກ​ຍ້ອນ​ບັນຫາ​ນີ້ ​ແລະ ບັນດາ​ຜົນ​ພາຍຫຼັງ​ຈາກ​ນະ​ໂຍບາຍ​ຂອງ​ປະທານາທິບໍດີ​ສະ​ໄໝ​ກ່ອນ.

   ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ , ຖ້າ​ມີ​ຄວາມ​ຜິດ​ນ້ອຍ​ໜຶ່ງ ກໍ​ຈະ​ປຽບ​ເໝືອນ​ການ​ຖອກ​ນ້ຳ​ມັນ​ໃສ່​ແປວ​ໄຟ​ແຫ່ງ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ຮ້າຍ​ແຮງຍ້ອນ​ຄວາມ​ອາ​ຄາດ​ບາດໝາງ​ທີ່​ແກ່ຍາວໃນ​ອະດີດຕະການ ​ແລະ ຂາດ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ, ​ເຮັດ​ໃຫ້​ທຸກ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ການ​ພົວພັນ​ລະຫວ່າງອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ກັບໂລກ​ອາຣັບຖືກພັງ​ທະລາ​ຍ. ​ເພື່ອ​ກ້າວ​ໄປ​ເຖິງ​ການ​ໄກ່​ເກ່​ຍກັບ ໂລກ​ອາຣັບ, ປະທານາທິບໍດີ Barac Obama ​ເວົ້າ​ສະ​ເພາະ ​ແລະ ອາ​ເມ​ລິ​ກາ​ເວົ້າ​ລວມ ຕ້ອງ​ກ້າວ​ເດີນ​ຜ່ານ​ໄລຍະ​ທາງ​ທີ່​ຍາວ​ໄກ​ສົມຄວນ ຊຶ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ທົດ​ສອບ​ກ່ຽວ​ກັບ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ມານະ​ພະຍາຍາມ, ຄວາມ​ອົດທົນ ​ແລະ ຄວາມ​ເຫັນ​ອົກ​ເຫັນ​ໃຈ​ຕໍ່​ກັນ. ທ່ານ Barac Obama ຕ້ອງ​ເຮັດ​ຫຼາຍ​ກ່ວາ​ທຸກ​ສິ່ງ​ທີ່​ທ່ານ​ໄດ້​ໝັ້ນ​ໝາຍ ​ແລະ ​ປະຕິບັດ. ​ແຕ່​ນີ້​ແມ່ນ​ໜ້າ​ທີ່​ບໍ່​ງ່າຍດາຍ​, ຂະນະ​ທີ່​​ໃກ້​ຈະ​ຮອດການ​ເລືອກ​ຕັ້ງ​ປະທານາທິບໍດີອາ​ເມ​ລິ​ກາ ອັນ​ໄດ້​ເຮັດ​ໃຫ້​ທ່ານ Barac Obama ຢືນ​ຢູ່​ຕໍ່ໜ້າ​ຄວາມດັນ​ຫຼາຍ​ຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ