ໄພ​ອັນຕະລາຍຂອງ​ພື້ນຖານ​ເສດຖະກິດ​ໂລກ

(VOVWORLD) -ຍ້ອນຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ພື້ນຖານເສດຖະກິດພວມປະເຊີນໜ້າກັບສະພາບຖົດຖອຍຢ່າງແຮງ ແບບບໍ່ເຄີຍມີມາກອ່ນໃນຫຼາຍທົດສະວັດຜ່ານມາ. ຊໍ້າບໍ່ໜໍາ, ມີບົດຕີລາຄາບາງບົດຍັງຄາດຄະເນວ່າ ເສດຖະກິດທົ່ວໂລກອາດຈະຕົກເຂົ້າສູ່ສະພາບການຊຸດໂຊມຢ່າງຮ້າຍແຮງທີ່ຄ້າຍຄືກັນ ຫຼື ຮ້າຍແຮງກວ່າການຊຸດໂຊມໃນຊຸມປີ 1930 ຂອງສະຕະວັດກ່ອນ.

  ໃນບົດໄຈ້ແຍກລວມ ທີ່ໄດ້ເອົາລົງໃນວາລະສານ Foreign Policy ໃນວັນທີ 9 ກັນຍາ, ທັງຜູ້ອໍານວຍການໃຫຍ່ ກອງທຶນເງິນຕາສາກົນ (IMF) ທ່ານນາງ Kristalina Georgieva ແລະ ຫົວໜ້ານັກເສດຖະກິດຂອງ ກອງທຶນເງິນຕາສາກົນ ທ່ານ Gita Gopinath ກ່າວເຕືອນວ່າ ວິກິດການເສດຖະກິດທົ່ວໂລກໃນປັດຈຸບັນຍັງຈະແກ່ຍາວໄປອີກ, ຄວາມສາມາດຟື້ນຟູແມ່ນບອບບາງທີ່ສຸດ ແລະ ບໍ່ສະໝໍ່າສະເໝີລະຫວ່າງບັນດາເຂດ ແລະ ບັນດາຂົງເຂດ. ຄໍາກ່າວເຕືອນດັ່ງກ່າວໄດ້ຍົກອອກມາໃນສະພາບການໂລກລະບາດໂຄວິດ - 19 ສືບຕໍ່ມີການຜັນແປຢ່າງສັບສົນໃນຂອບເຂດທົ່ວໂລກ, ຫຼາຍປະເທດຕ້ອງຈັດວາງບັນດາມາດຕະການຄວບຄຸມຢ່າງເຄັ່ງຄັດ ເປັນຕົ້ນແມ່ນ ປິດປະຕູດ່ານຊາຍແດນ, ປິດລ້ອມສ່ວນໜຶ່ງ ຫຼື ທົ່ວປະເທດ, ຈໍາກັດການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດ… ອັນໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງລະບົບການສະໜອງທົ່ວໂລກ. ຜົນຕາມມາແມ່ນ ບັນດາດັດຊະນີ ແລະ ການຄາດຄະເນແງ່ຫວັງເສດຖະກິດມືດມົວ ຖືກຍົກອອກຢ່າງຕໍ່ເນື່ອງ.

ໄພ​ອັນຕະລາຍຂອງ​ພື້ນຖານ​ເສດຖະກິດ​ໂລກ - ảnh 1ທ່ານນາງ Kristalina Georgieva  ຜູ້ອໍານວຍການໃຫຍ່ ກອງທຶນເງິນຕາສາກົນ (ພາບ: TTXVN)

ບັນດາຕົວເລກເຕືອນໄພ

ວົງການນັກໄຈ້ແຍກ Wall Street ປະເທດ ອາເມລິກາ ໄດ້ໃຫ້້ຂໍ້ສັງເກດວ່າ ໂລກລະບາດໂຄວິດ - 19 ຈະເຮັດໃຫ້ GDP ທົ່ວໂລກເສຍຫາຍເຖິງ 5.000 ຕື້ USD. ສ່ວນຕາມກອງທຶນເງິນຕາສາກົນໄດ້ຄາດຄະເນວ່າ ເສດຖະກິດທົ່ວໂລກຈະເຕີບໂຕ -4,9% ໃນປີ 2020, ໃນນັ້ນ ບັນດາພື້ນຖານເສດຖະກິດພັດທະນາ ຈະເຕີບໂຕ - 8%, ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ ຈະເຕີບໂຕ -3%. ຄ້າຍຄືກັນນີ້, ທະນາຄານໂລກ (WB) ກໍໃຫ້ຂໍ້ສັງເກດວ່າ ເສດຖະກິດໂລກປີນີ້ ຈະເຕີບໂຕ - 5,2%, ໃນນັ້ນ ບັນດາພື້ນຖານເສດຖະກິດພັດທະນາ ຈະເຕີບໂຕ -7% ແລະ ບັນດາພື້ນຖານເສດຖະກິດຫາກໍພົ້ນເດັ່ນ ຈະເຕີບໂຕ -2,5%.

ປະເທດ ອາເມລິກາ ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ກໍແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ນັບທັງຈໍານວນຜູ້ຕິດເຊື້ອ ແລະ ຈໍານວນຜູ້ເສຍຊີວິດ, ໃນໄຕມາດ II ຜ່ານມາ ໄດ້ມີລະດັບເຕີບໂຕ GDP ແມ່ນ -9,1%, ເຊິ່ງຫຼາຍກວ່າທົບຫຼາຍເທົ່າເມື່ອທຽບໃສ່ລະດັບ -1,3% ຂອງໄຕມາດ I. ກອງທຶນເງິນຕາສາກົນໄດ້ຄາດຄະເນວ່າ ເສດຖະກິດ ອາເມລິກາ ທັງປີ 2020 ຈະຫຼຸດລົງ 6,6%. ພິເສດ, ຊໍ້າບໍ່ໜໍາ, ບາງອົງການການເງິນສາກົນ ຍັງຄາດຄະເນວ່າ ເສດຖະກິດ ອາເມລິກາ ໃນປີ 2020 ນີ້ ອາດຈະຊຸດໂຊມລົງຫຼາຍກວ່າ 8%, ເຊິ່ງເປັນລະດັບທີ່ບໍ່ເຄີຍມີມາກ່ອນໃນຫຼາຍທົດສະວັດຜ່ານມາ.

ສ່ວນຢູ່ ເອີຣົບ, ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນທະວີບ ຄື ເຢຍລະມັນ, ກໍຢັ້ງຢືນລະດັບຊຸດໂຊມ ເຖິງ 10,1% ໃນໄຕມາດ II/2020, ໃນຂະນະທີ່ ພື້ນຖານເສດຖະກິດຢູ່ພາກພື້ນ Eurozone ຫຼຸດລົງ 12,1%.

ຕາມວົງການນັກໄຈ້ແຍກແລ້ວ, ນີ້ແມ່ນຕົວເລກເປັນໜ້າເຕືອນໄພຢ່າງແທ້ຈິງ, ເຊິ່ງໄດ້ຊີ້ໃຫ້ເຫັນວ່າ ວິກິດການເສດຖະກິດໃນປັດຈຸບັນ ພວມມີການຜັນແປຢ່າງຮ້າຍແຮງກວ່າຫຼາຍເທົ່າ ເມື່ອທຽບໃສ່ວິກິດກິດການດ້ານການເງິນທົ່ວໂລກ ໃນຊຸມປີ 2008 – 2009, ເຊິ່ງອາດຈະເທົ່າກັນ, ຊໍ້າບໍ່ໜໍາຍັງຮ້າຍແຮງກວ່າການຊຸດໂຊມຄັ້ງໃຫຍ່ໃນຊຸມປີ 1930 ອີກດ້ວຍ.

ໄພ​ອັນຕະລາຍຂອງ​ພື້ນຖານ​ເສດຖະກິດ​ໂລກ - ảnh 2ໂລກລະບາດໂຄວິດ -19 ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງເຖິງພື້ນຖານເສດຖະກິດໂລກ (ພາບ: nhadautu.vn) 


ຄວາມສາມາດຟື້ນຟູ

ເຖິງວ່າໄດ້ກ່າວເຕືອນກ່ຽວກັບ ວິກິດການໃນປັດຈຸບັນນີ້ວ່າ ຈະສືບຕໍ່ແກ່ຍາວໄປອີກ, ແຕ່ໃນບົດໄຈ້ແຍກທີ່ໄດ້ເອົາລົງໃນວາລະສານ Foreign Policy ໃນວັນທີ 9 ກັນຍາ, ທ່ານຜູ້ອໍານວຍການໃຫຍ່ ແລະ ຫົວໜ້ານັກເສດຖະກິດ ກອງທຶນເງິນຕາສາກົນ ກໍໄດ້ໃຫ້ຂໍ້ສັງເກດວ່າ ເສດຖະກິດໂລກ ພວມມີບັນດາສັນຍານບົ່ງບອກວ່າການເຕີບໂຕຈະກັບຄືນມາ ພາຍຫຼັງໄລຍະຊຸດໂຊມຢ່າງຮ້າຍແຮງ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍຕາມ, ຄວາມສາມາດຟື້ນຟູເສດຖະກິດນັ້ນ ແມ່ນຕໍ່າທີ່ສຸດ, ຖ້າຫາກວ່າ ໂລກ ຍັງບໍ່ມີວັກຊິນກັນພະຍາດໄດ້ຢ່າງມີປະສິດທິຜົນເທື່ອ. ນີ້ກໍແມ່ນຂໍ້ສັງເກດຂອງນັກຊ່ຽວຊານຫຼາຍທ່ານທີ່ໄດ້ຍົກອອກມາກ່ອນໜ້ານັ້ນ ພ້ອມທັງເນັ້ນໜັກວ່າ ແງ່ຫວັງຟື້ນຟູເສດຖະກິດໂລກ ຕົ້ນຕໍແມ່ນຂຶ້ນກັບການຜະລິດວັກຊິນກັນພະຍາດໂຄວິດ -19 ຢ່າງມີປະສິດທິຜົນ. ເລື່ອງ ຫວ່າງມໍ່ໆມານີ້, ລັດເຊຍ - ແມ່ນປະເທດທໍາອິດໃນໂລກໄດ້ຮັບໃບອະນຸຍາດໃຫ້ນໍາໃຊ້ວັກຊິນກັນພະຍາດໂຄວິດ - 19 ແລະ ຫຼາຍປະເທດພວມເພີ່ມຄວາມໄວໃນການປຸງແຕ່ງວັກຊິນນັ້ນ, ຄວາມຫວັງກ່ຽວກັບການຟື້ນຟູເສດຖະກິດ ນັບມື້ນັບໄດ້ຮັບການປັບປຸງ.

ໄປຄຽງຄູ່ກັນນັ້ນ, ພື້ນຖານເສດຖະກິດໃຫຍ່ອັນດັບ 2 ໃນໂລກຄື ຈີນ, ກໍພວມສະແດງໃຫ້ເຫັນບັນດາສັນຍານຟື້ນຟູຢ່າງຕັ້ງໜ້າ. ນັບແຕ່ທ້າຍເດືອນ ກໍລະກົດ, Bloomberg ໄດ້ຄັດແຫຼ່ງຂ່່າວຈາກທະນາຄານ UBS Group AG ຂອງ ປະເທດ ສະວິດ ທີ່ໃຫ້ຂໍ້ສັງເກດວ່າ, ເສດຖະກິດ ຈີນ ອາດຈະບັນລຸໄດ້ລະດັບເຕີບໂຕ 2,5% ໃນປີ 2020, ສູງກວ່າຫຼາຍເມື່ອທຽບໃສ່່ລະດັບເຕີບໂຕ 1,5% ເຊິ່ງອົງການການເງິນດັ່ງກ່າວຍົກອອກມາກ່ອນໜ້ານັ້ນ. ຮອດໄຕມາດ III ຂອງປີ 2020 ນີ້, ເສດຖະກິດ ຈີນ ອາດຈະບັນລຸລະດັບເຕີບໂຕ 5,5% ແລະ ເພີ່ມຂຶ້ນໃນລະດັບ 6% ໃນໄຕມາດສຸດທ້າຍຂອງປີ. ຄາດຄະເນການເຕີບໂຕໃໝ່ນີ້ແມ່ນອີງໃສ່ການຟື້ນຕົວຂອງການບໍລິໂພກອຸປະໂພກຢູ່ພາຍໃນປະເທດ ແລະ ການລົງທຶນຢ່າງແຮງຂອງຈີນ.

ເຖິງຢ່າງໃດກໍຕາມ, ວົງການນັກຊ່ຽວຊານ ແລະ ບັນດານັກໄຈ້ແຍກ ຍັງສືບຕໍ່ຍົກອອກຄໍາກ່າວເຕືອນທີ່ວ່າ ໄພອັນຕະລາຍຂອງສະພາບການຊຸດໂຊມຢ່າງຮ້າຍແຮງ ຊ້ອນແຝງຢູ່ນໍາພື້ນຖານເສດຖະກິດທົ່ວໂລກ ຍ້ອນຫຼາຍປັດໄຈ. ໃນນັ້ນ, ລວມມີເຫດຜົນທີ່ມາຈາການຕໍ່ສູ້ດ້ານການຄ້າ ລະຫວ່າງ ອາເມລິກາ - ຈີນ ທີ່ຍັງບໍ່ຮູ້ວ່າຍາມໃດຈຶ່ງຈະສິ້ນສຸດ; ຄວາມຫຍຸ້ງຍາກໃນການຈັດແບ່ງວັກຊິນກັນພະຍາດໂຄວິດ - 19; ບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ເກີດຂຶ້ນຢ່າງລຽນຕິດຢູ່ບັນດາພາກພື້ນໃນໂລກ… ສະນັ້ນ, ແຕ່ລະປະເທດ ແລະ ທົ່ວໂລກ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ ແລະ ປະຕິບັດບັນດາຄວາມມານະພະຍາຍາມຄວບຄຸມໂລກລະບາດ ໄປຄຽງຄູ່ກັບການຟື້ນຟູເສດຖະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ