ໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດ

(VOVWORLD) -ວັນທີ 6 ກັນຍາ, ຢູ່ ນະຄອນ Leticia ປະເທດ ໂຄລົມເບຍ ໄດ້ດຳເນີນກອງປະຊຸມສຸດຍອດຂອງບັນດາປະເທດມີປ່າ Amazon ເພື່ອປຶກສາຫາລືນະໂຍບາຍລວມກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຂຸດຄົ້ນປ່າແບບຍືນຍົງໃນພາກພື້ນ. ເຫດການນີ້ ດຳເນີນໃນສະພາບການທີ່ສອງສາມອາທິດຜ່ານມາ ເຂດປ່າ Amazon ຖືກໄຟໄຫມ້ຢ່າງຮ້າຍແຮງກວ່າໝູ່ໃນຫລາຍປີຜ່ານມາ. ໄພພິບັດນີ້ໄດ້ຮັບຖືວ່າ ແມ່ນຜົນກະທົບຢ່າງແຮງຕໍ່ການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນທົ່ວໂລກ. ແລະ ປະຈຸບັນ ເລື່ອງໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດອີກ.

ໄຟໄຫມ້ປ່າ Amazon ບໍ່ແມ່ນເລື່ອງສະເພາະຂອງແຕ່ລະປະເທດ - ảnh 1 ໄຟໄຫມ້ປ່າ Amazon 

Amazon ແມ່ນເຂດປ່າເຂດຮ້ອນໃຫຍ່ກວ່າໝູ່ໃນໂລກ ດ້ວຍເນື້ອທີ່ເກືອບ 7,6 ລ້ານກິໂລຕາແມັດ ແກ່ຍາວໄປຜ່ານບັນດາປະເທດ ຄື: ບຣາຊີນ, ເປຣູ, ໂຄລົມເບຍ, ເວເນຊູເອລາ, ໂບລີເວຍ, ອີກົວໂດ, ຊູຣີເນັມ ແລະ ເຂດດິນແດນ ກີຊານາ ຂອງ ຝລັ່ງ. ເຫດໄຟໄຫມ້ໄດ້ເກີດຂຶ້ນໃນທ້າຍເດືອນ ກໍລະກົດ ແຕ່ຫລັງຈາກນັ້ນປະມານ 3 ອາທິດ, ໂລກ ຈຶ່ງເຫັນໄດ້ສະພາບການຮ້າຍແຮງຂອງມັນ. ສາຍເຫດ   ສ່ວນຫນຶ່ງແມ່ນເລີ່ມມາຈາກບັນດາປັດໄຈທຳມະຊາດ ເມື່ອລະດູແລ້ງວຽນມາ ແຕ່ກໍ່ຍ້ອນ ການກະທຳບໍ່ລະມັດລະວັງຂອງປະຊາຊົນໃນວິວັດການເຮັດກະສິກຳ.

ປ່າ Amazon ແນ່ນອນວ່າ ຕ້ອງໄດ້ຮັບການປົກປັກຮັກສາ

 

ເລື່ອງ ປົກປັກຮັກສາ ປ່າເຂດຮ້ອນ Amazon ໄດ້ຮັບຖືວ່າ ແມ່ນວຽກງານທີ່ຈຳເປັນທີ່ສຸດໃນການຕໍ່ສູ້ຕ້ານສະພາບປ່ຽນແປງຂອງດິນຟ້າອາກາດ ຍ້ອນປະລິມານ ກາກບອນ ທີ່ໃຫຍ່ຫລວງ ສູບເອົາໝົດ. Amazon ຜະລິດອອກ ອົກຊີແຊນ ປະມານ 20% ຂອງທັງໂລກ ແລະ ເຄີຍໄດ້ຮັບຖືວ່າ ແມ່ນ “ປອດ”ຂອງຫນ່ວຍໂລກ. ຕາມກອງທຶນສາກົນກ່ຽວກັບການປົກປັກຮັກສາທຳມະຊາດ ແລ້ວ, ຖ້າຫາກ ປ່າ Amazon ຖືກທຳລາຍຈົນຮອດລະດັບທີ່ບໍ່ອາດກອບກູ້ໄດ້, ມັນອາດຈະປ່ອຍ ກາກບອນ ຊື່ງແມ່ນສິ່ງທີ່ກໍ່ໃຫ້ເກີດການປ່ຽນແປງຂອງດິນຟ້າອາກາດ. ຄວາມຈິງໃຫ້ເຫັນວ່າບັນດາເຂດປ່າເຂດຮ້ອນ ທີ່ກວ້າງໃຫຍ່ນັ້ນ ແມ່ນສວມບົດບາດສຳຄັນໃນລະບົບຊີວະພາບຂອງໂລກ ຍ້ອນມັນສູບເອົາອຸນຫະພູມ ແທນທີ່ໃຫ້ການຄາຍອອກສູ່ຊັ້ນ ozone.

ເຖິງຢ່າງໃດກໍຕາມ, ສຳລັບບັນດາເຫດໄຟໄຫມ້ປ່າຮ້າຍແຮງນັ້ນ ໂລກ ອາດຈະໃຊ້ເວລາກວ່າຫນຶ່ງທົດສະວັດເພື່ອຟື້ນຟູຄືນຄວາມສາມາດສູບ ກາກບອນ ຊື່ງປ່າໄດ້ສູນຫາຍໄປ.

ວົງການນັກຊ່ຽວຊານຖືວ່າ ຂອບຂະຫນາດໄຟໄຫມ້ປ່າ Amazon ພວມຍູ້ໄວວິວັດການເຮັດໃຫ້ຫນ່ວຍໂລກອຸ່ນຂຶ້ນ ແລະສົ່ງຜົນສະທ້ອນໂດຍກົງເຖິງຊີວະນາໆພັນຂອງພາກພື້ນ. ອຸນຫະພູມທົ່ວໂລກ ຄາດວ່າ ຈະເພີ່ມຂຶ້ນຕື່ມອີກ 0,1 -0,2 ອົງສາ C.

ກ່ຽວກັບດ້ານຊີວະພາບ, ເມື່ອມີປ່າຫລາຍເຂດຖືກທຳລາຍ, ຜົນຮ້າຍຍິ່ງຮ້າຍແຮງກວ່າ. ຕົ້ນໄມ້ຢູ່ເຂດປ່າ Amazon ຊ່ວຍເອົານ້ຳຈາກພື້ນດິນເຂົ້າຊັ້ນ ozone, ສ້າງປະລິມານຝົນທີ່ຈຳເປັນໃຫ້ແກ່ເຂດອື່ນ. ຊີວະນາໆພັນ ກໍ່ຈະສູນຫາຍໄປ. ຕົ້ນໄມ້ນັບໝື່ນໆຊະນິດ, ແມງໄມ້ນັບແສນໆປະເພດ ແລະ ສັດປ່າປະເພດຕ່າງໆໃນປ່າ Amazon ຈະຖືກຜົນສະທ້ອນໄປນຳ. ໂລກ ຈະສູນຫາຍສັດສາວາສິ່ງນັບລ້ານໆປະເພດ.

ຈຳເປັນຕ້ອງມີການຮ່ວມມືນາໆຊາດ

ສະພາບໄຟໄຫມ້ປ່າ Amazon ແມ່ນຮ້າຍແຮງເຖິງລະດັບບໍ່ແມ່ນເລື່ອງພາຍໃນຂອງ ບຣາຊີນ ຫລື ບັນດາປະເທດ ອາເມລິກາໃຕ້ ເວົ້າລວມ ເທົ່ານັ້ນ ຫາກໄດ້ກາຍເປັນບັນຫາຮີບດ່ວນຂອງສາກົນອີກແລ້ວ. ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຮຽກຮ້ອງ ຈຳເປັນຕ້ອງປົກປັກຮັກສາເຂດປ່າ Amazon ດ້ວຍທຸກວິທີທາງ. ແລະ ກອງປະຊຸມກ່ຽວກັບສະພາບປະຈຸບັນ ຂອງເຂດປ່າ Amazon ຢູ່ ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຈະຖືກໄຂຂຶ້ນໃນວັນທີ 6 ກັນຍາ ຢູ່ ນະຄອນ Leticia ປະເທດ ໂຄລົມເບຍ ເພື່ອແນໃສ່ວາງອອກນະໂຍບາຍລວມ ເພື່ອປົກປັກຮັກສາເຂດປ່າ Amazon. ທ່ານ Antonio Guterres ສະແດງຄວາມຫວັງວ່າ “ປະຊາຄົມສາກົນຈະມີການກະທຳຢ່າງແຮງ ເພື່ອຫນູນຊ່ວຍບັນດາປະເທດໃນເຂດ Amazon ຢຸດຕິເຫດໄຟໄຫມ້ ໃຫ້ໄວເທົ່າທີ່ຈະໄວໄດ້ ດ້ວຍພາຫະນະທຸກຢ່າງທີ່ມີຄວາມເປັນໄປ ແລະ ຫລັງຈາກນັ້ນ ຜັນຂະຫຍາຍນະໂຍບາຍປູກປ່າຮອບດ້ານ”.

ກ່ອນຫນ້ານັ້ນ ກອງປະຊຸມສຸດຍອດ G7  ດຳເນີນໃນໄລຍະມໍ່ໆມານີ້ ຢູ່ ນະຄອນ Biarritz ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດ ຝລັ່ງ ໄດ້ເຫັນດີ ເບີກຈ່າຍຈຳນວນເງິນ 20 ລ້ານ ເອີໂຣ ໃຫ້ແກ່ເຂດປ່າ  Amazon, ໃນນັ້ນ ສ່ວນຫລາຍແມ່ນເພື່ອສົ່ງບັນດາເຮືອບິນດັບເພີງເພື່ອຄວບຄຸມການທຳລາຍຂອງໄຟໄຫມ້ທີ່ພວມປົກຄຸມໄປທົ່ວ ປ່າເຂດຮ້ອນໃຫຍ່ກວ່າໝູ່ໃນໂລກນີ້ ແລະ ແຜນການປູກປ່າຄືນໃຫມ່ໃນໄລຍະກາງ.

ທ່ານປະທານາທິບໍດີ ອາເມລິກາ Donald Trump ແມ່ນຜູ້ມີທັດສະນະແຂງກະດ້າງໃນບັນຫາສິ່ງແວດລ້ອມ ກໍ່ໄດ້ແລກປ່ຽນກັບຄູຕຳແຫນ່ງ ບຣາຊີນ ທາງໂທລະສັບ ເພື່ອປຶກສາຫາລືກ່ຽວກັບໄຟໄຫມ້ປ່າ Amazon  ພ້ອມທັງປະກາດວ່າ ອາເມລິກາ ພ້ອມແລ້ວທີ່ຈະຊ່ວຍເຫລືອບັນດາປະເທດ ອາເມລິກາໃຕ້ ເພື່ອແກ້ໄຂເຫດໄຟໄຫມ້ດັ່ງກ່າວ.

ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໝັ້ນໝາຍຈະຫນູນຊ່ວຍຈຳນວນເງິນ ກວ່າ 12 ລ້ານ ໂດລາສະຫະລັດ  ເພື່ອຊ່ວຍປົກປັກຮັກສາສິ່ງແວດລ້ອມໃນເຂດປ່າ Amazon ພ້ອມທັງຮຽກຮ້ອງບັນດາການນຳໃນໂລກຍູ້ແຮງຄວາມມານະພະຍາຍາມກູ້ເອົາສັດສາວາສິ່ງທີ່ມີຄວາມສ່ຽງຖືກສູນພັນ.

.ເຂດປ່າ Amazon ຖືກໄຟໄຫມ້ໃນເນື້ອທີ່ກວ້າງໃຫຍ່ ແລະ ໃນໄລຍະຍາວ ແມ່ນໄພພິບັດສຳລັບສິ່ງແວດລ້ອມດຳລົງຊີວິດໃນຫນ່ວຍໂລກ. ຜົນຮ້າຍອັນຍິ່ງໃຫຍ່ຊື່ງເຫດໄຟໄຫມ້ກໍ່ຂຶ້ນ ແມ່ນການກ່າວເຕືອນໃຫ້ມະນຸດຄວນມີຄວາມຮັບຜິດຊອບກວ່າອີກໃນການຂຸດຄົ້ນ, ຮັກສາສິ່ງອັນລ້ຳຄ່າຂອງທຳມະຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ