ໄມ້ວັດແທກຄຸນຄ່າຂອງບັນດາວາລະຊັກຖາມຢູ່ສະພາແຫ່ງຊາດ


(vovworld)- ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້​ສະ​ຫງວນ​ເວ​ລາ 2 ມື້​ເຄິ່ງ​ເພື່ອ​ດຳ​ເນີນ​ວາ​ລະ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ. ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ໄດ້​ຊັກ​ຖາມ​ລັດ​ຖະ​ມົນ​ຕີ 4 ທ່ານ ແລະ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຮັບ​ສິດມອບ​ໝາຍ​ຈາກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຮັດ​ແຈ້ງ​ບາງ​ບັນ​ຫາ​ຕື່ມ​ອີກ​ໃນ​ການ​ຊີ້​ນຳ, ບໍ​ລິ​ຫານ​ເສດ​ຖະ​ກິດ ສັງ​ຄົມ ຂຶ້ນ​ກັບ​ຫນ້າ​ທີ່​ຂອງ​ລັດ​ຖະ​ບານ ແລະ ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ​ຂອງ ສ​ສ​ຊ.

ໄມ້ວັດແທກຄຸນຄ່າຂອງບັນດາວາລະຊັກຖາມຢູ່ສະພາແຫ່ງຊາດ - ảnh 1
ທ່ານ​ຫງວຽນ​ກວນ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ
ເຕັກ​ໂນ​ໂລ​ຊີ ຕອບ​ຄຳ​ຊັກ​ຖາມ
ພາບ:chinhphu.vn

        ​ການ​ຊັກ​ຖາມ ແມ່ນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ທີ່​ສຳ​ຄັນ. ​ການຊັກ​ຖາມ​ແມ່ນ​ນຳ​ເອົາ​ສຽງ​ເວົ້າ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ຂອງ​ປະ​ຊາ​ຊົນ ຊື່ງ ສ​ສ​ຊ ແມ່ນ​​ຜູ້​ຕາງ​ຫນ້າ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ ແລະ ບັນ​ດາ​ສະ​ມ​າ​ຊິກ​ອື່ນ​ໃນ​ກົງ​ຈັກ​ລັດ, ເຮັດ​ແຈ້ງ​ບັນ​ດາ​ບັນ​ຫາ​ຊື່ງ​ຫາງ​ສຽງ​ສົນ​ໃຈ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂັດ​ໃຈ ແລະ ສ​ສ​ຊ ​ສົນ​ໃຈ.  ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ​ 9 ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ ໄດ້​ຮັບ​ເອ​ກະ​ສານ​ຊັກ​ຖາມ​ 46 ສະ​ບັບ ​ດ້ວຍ 61 ຄ​ຳ​ຖາມ​ຂອງ ສ​ສ​ຊ ສົ່ງ​ເຖິງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ, ການ​ນຳ​ຂະ​ແຫນງ 15 ທ່ານ.

        ບັນ​ດາ​ບັ​ນ​ຫາ​ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາງ​ຫາງ​ສຽງ​ລ້ວນ​ແຕ່​ຖືກ​​ຍົກ​ອອກ​ມາຊັກ​ຖາມ

        ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ​ 9 ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຄັ້ງນີ້, ລັດ​ຖະ​ມົນ​ຕີ 4 ທ່ານ ຕອບ​ຄຳ​ຊ​ັກ​ຖາມ ນັ້ນ​ແມ່ນ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ມ້ວນ​ທ້າຍ​ວາ​ລະ​ຊັກ​ຖາມ​ໃນ​ຕອນ​ເຊົ້າ​ວັນ​ທີ 13/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ ເຮັດ​ແຈ້ງ​ບາງ​ບັນ​ຫາ​ຕື່ມ​ອີກ​ໃນ​ການ​ຊີ້​ນຳ, ບໍ​ລິ​ຫານ​ເສດ​ຖະ​ກິດ​ສັງ​ຄົມ ຂຶ້ນ​ກັບ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ລັດ​ຖະ​ບານ ແລະ ຕອບ​ຄຳ​ຊັກ​ຖາມ​ໂດຍ​ກົງ ​ຂອງ​ບັນ​ດາ​ສ​ສ​ຊ. ທ່ານ ເລ​ໂບ້​ຫລີງ, ຮອງ​​ຫົວ​ຫນ້າ​ກຳ​ມາ​ທິ​ການ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ ແລະ ສິ່ງ​ແວດ​ລ້ອມ​ຂອງ​ສະ​ພາ​ແຫ່​ງ​ຊາດ, ກຳ​ມະ​ການ​ຄະ​ນະ​ເລ​ຂາ​ຂອງ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ​ 9 ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຖື​ວ່າ:

        “ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ​ 9 ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຄັ້ງ​ນີ້ ຊັກ​ຖາມ​ລັດ​ຖະ​ມົນ​ຕີ 4 ທ່ານ, ໃນ​ນັ້ນ 2 ທ່ານແມ່ນ ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຂົງ​ເຂດ​ເສດ​ຖະ​ກິດ ແລະ 2 ທ່ານ ແມ່​ນ​ຮັບ​ຜິດ​ຊອບ​ຂົງ​ເຂດ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາ​ບຳ​ລຸງ​ສ້າງ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ບັນ​ດາ​ບັນ​ຫາ​ພື້ນ​ຖານ​ທີ່​ສຸດສຳ​ລັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ພິ​ເສດ ແມ່ນ​ບັນ​ຫາ​ການ​ຜະ​ລິດ​ຕິດ​ພັນ​ກັບ​ຕ​ະ​ຫລາດ​ຈຳ​ຫນ່າຍ.”

        ບັນ​ດາ​ບັນ​ຫາ​​ຍົກ​ອອກ​ມາຊັກ​ຖາມບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ​ຄັ້ງ​ນີ້ ລ້ວນ​ແຕ່​ສຸມ​ໃສ່​​ບັນ​ຫາ​ທີ່ພວມ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດຈາງ​ຫ​າງ​ສຽງ​ໃນ​ສັງ​ຄົມ. ນັ້ນ​ແມ່ນ ມາດ​ຕະ​ການ​ພັດ​ທະ​ນາ​ຕະ​ຫລາດ​ສົ່ງ​ອອກ​ໃນ​ສະ​ພາບ​ການ​ທີ່​ຫວຽດ​ນາມ ໄດ້ ແລະ ພວມ​ເຂົ້າ​ຮ່ວມ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ຫລາຍ​ສະ​ບັບ, ຊອກ​ຫາ​ສົ້​ນ​ອອກ​ໃຫ້​​ແກ່ບັນ​ດາຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ຍູ້​ແຮງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ໂດຍ​ຫວຽດ​ນາມ ຜະ​ລິດ; ກົນ​ໄກ​ບໍ​ລິ​ຫານ​ລາ​ຄາ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ຈຳ​ເປ​ັນ​ຄື: ນ້ຳ​ມັນ, ໄຟ​ຟ້າ, ຖ່ານ​ຫີນ, ການ​ໝູນ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະ​ລິດ ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ງົບ​ປະ​ມານ​ວິ​ທະ​ຍາ​ສາດ ແລະ ເຕັ​ກ​ໂນ​ໂລ​ຊີ, ມາດ​ຕະ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຫລັກ​ສູດ, ປື້ມ​ຕຳ​ລາ​ມັດ​ທະ​ຍົມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ປ່ຽນ​ໃຫມ່​ວິ​ທີ​ການ​ຈັດ​ຕັ້ງ​ການ​ສອບ​ເສັງ​ແຫ່ງ​ຊາດ.

       ພາຍ​ຫລັງ​ຊັກ​ຖາມ ໂຄງ​ການ​ດຳ​ເນີນ​ງານ​ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ລະ​ອຽດ

        ວາ​ລະ​ຊັກ​ຖາມ​ທີ່ ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ​ 9 ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຄັ້ງ​ນີ້ ມີ​ການ​ປ່ຽນ​ໃຫມ່, ຕາມນັ້ນ​ແລ້ວ ບ​ັນ​ດາ​ບົດ​ລາຍ​ງານ​ລ້ວນ​ແຕ່​ກະ​ທັດ​ລັດ, ບັນ​ດາ​ທ່ານ​ລັດ​ຖະ​ມົນ​ຕີ, ການ​ນຳ​ຂະ​ແຫນງ​ສຸມ​ໃສ​່​ຕອບ​ຄຳ​ຖາມ​ໂດຍ​ກົງ. ສ​ສ​ຊ ກໍ​ຄື​ຜູ້​ມີ​ສິດ​ເລືອກ​ຕັ້ງ ປາດ​ຖະ​ຫນາ​ຢາກ​ບັນ​ດາ​ລັດ​ຖະ​ມົນ​ຕີ ຕ້ອງ​ຍົກ​ອອກ​ມາດ​ຕະ​ການ​ແກ້​ໄຂ​ ​ບັນ​ດາ​ບັນ​ຫາ​ຢ່າງ ລະ​ອຽດ ​. ທ່ານ ເລ​ຍ​ື​ຕຽນ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ, ສຶກ​ສາ, ຊາວ​ຫນຸ່ມ ເຍົາ​ວະ​ຊົນ ແລະ ອະ​ນຸ​ຊົນ ຂອງ​ສະ​ພ​າ​ແຫ່ງ​ຊາດ, ສ​ສ​ຊ ແຂວງ ກວ໋າງ​ຈີ້ ຖື​ວ່າ:

        “ສິ່ງ​ສຳ​ຄັນ​ຂອງ​ການ​ຊັກ​ຖາມ​ແມ່ນ ຕ້ອງ​ກຳ​ນົດ​ໄດ້​ຄວາມ​ຮັບ​ຜິດ​ຊອບ​ຂອງ​ສ່ວນ​ບຸກ​ຄົນ ຫາກບໍ່​ແມ່ນ​ຊັກ​ຖາມ​ເພື່ອ​ຊອກ​ຮູ້​ຂໍ້​ມູນ​ຂ່າວ​ສານ. ພາຍ​ຫລັງ​ຊັກ​ຖາມ ຕ້ອງ​ມີ​ການ​ກະ​ທຳ ຫາກບໍ່​ດັ່ງ​ນັ້ນ ການ​ເຄື່ອນ​ໄຫວ​ຊັກ​ຖາມ​ຈະ​ບໍ່​ມີ​ຄວາມໝາຍ.”

        ມີ ສ​ສ​ຊ ຫລາຍ​ທ່ານ ຖື​ວ່າ: ໂຄງ​ການ​ດຳ​ເນີນ​ງານ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ ພາຍ​ຫລັງ​ຕອບ​ຄຳ​ຊັກ​ຖາມ​ໃຫມ່ ແມ່ນ​ໄມ້​ວັດ​ແທກ​ຄຸນ​ຄ່າ​ສຳ​ລັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ.  ທ່ານ​ນາງ ຫງວຽນ​ແທງ​ຫາຍ, ສ​ສ​ຊ ແຂວງ ຮ່​ວາ​ບີງ ໃຫ້​ຮູ້​ວ່າ:

        “ສ​ສ​ຊ ສາ​ມາດ​ຊັກ​ຖາມ​ໃນ​ຕະ​ຫລອດ​ປີ ຫາກບໍ່​​ພຽງ​ແຕ່​ໃນ​ກອງ​ປະ​ຊຸມສະ​ໄຫມ​​ສາ​ມັນຂອງ​ສະ​ພາ​ແຫ່ງ​ຊາດ. ຂ້າ​ພະ​ເຈົ້າ ແລະ ສ​ສ​ຊ ຫລາຍ​ທ່ານ​ມີ​ຄວາມ​ສົນ​ໃຈ ເຖິງໝາກ​ຜົນ​ພາຍ​ຫລັງ​ການ​ຕິດ​ຕາມກວດ​ກາ, ໃນ​ນັ້ນ ມີ​ການ​ຊັກ​ຖາມ. ໝາກ​ຜົນ​ການ​ຊັກ​ຖາມ ຈະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ເກິດ ສັງ​ຄົມ.”

        ທີ່​ບັນ​ດາ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ, ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ ໄດ້​ສ້າງ​ບັນ​ຍາ​ກາດ​ເປີດ​ອົກ​ເປີດ​ໃຈ, ກົງ​ໄປ​ກົງ​ມາ ແລະ ປະ​ຊາ​ທິ​ປະ​ໄຕ. ​ໃນກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ ແຕ່​ລະ​ເທື່ອ​, ທຸກ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດລ້ວນແຕ່​ຖືກ​ຍົກ​ອອກ​ມາ​ຊັກ​ຖາມ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ສົນ​ໃຈ, ຕິດ​ຕາມ​ວາ​ລະ​ຊັກ​ຖາມ ດ້ວຍ​ຄວາມ​ປາດ​ຖະ​ຫນາ​ຢາກ​ສະ​ພາ​ແຫ່ງ​ຊາດ​ຊອກ​ໄດ້​ບັນ​ດາ​ມາດ​ຕະ​ການ​ເພື່ອ​ນຳ​ປະ​ເທດ​ຊາດ​ກ້າວ​ຂຶ້ນ. ໃນ​ໄລ​ຍະ​ຜ່ານ​ມາ, ​ບັນ​ດາກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ຕອບຫລາຍ​ຄຳ​ຊັກ​ຖາມ​  ດ້ວຍ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ສ້າງ​ສັນ ແລະ ​ມີຄຳ​ໝັ້ນ​ໝາຍ​​ຫລາຍ​ຢ່າງໄດ້ ປະ​ກົດ​ຜົນ​ເປັນ​ຈິງ, ​ອັນ​ໄດ້ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ຜູ​້​ມີ​ສິດ​ເລືອກ​ຕັ້ງ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ .

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ