ໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ: ມຸ່ງ​ໄປ​​ສູ່ອະ​ນາ​ຄົດ

(VOVWORLD) - ວັນທີ 12 ເມສາ ແມ່ນຄົບຮອບ 50 ປີແຫ່ງວັນ ຫວຽດນາມ ແລະ ຝລັ່ງສ້າງຕັ້ງການພົວພັນທາງການທູດ (12 ເມສາ 1973 – 12 ເມສາ 2023). ໃນໄລຍະ 50 ປີຜ່ານມາ, ຜ່ານຜ່າທຸກການຜັນແປໃນປະຫວັດສາດ, ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ ຫວຽດນາມ - ຝລັ່ງນັບມື້ນັບແໜ້ນແຟ້ນ, ເຂົ້າສູ່ລວງເລິກ, ການຮ່ວມມືຮອບດ້ານ, ອຸດົມສົມບູນ, ມີປະສິດທິຜົນໃນທຸກຂົງເຂດ. ສອງປະເທດໄດ້ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດນັບແຕ່ປີ 2013. ນີ້ແມ່ນໂອກາດເພື່ອໃຫ້ສອງປະເທດຫວນຄືນໄລຍະທາງຜ່ານມາ, ກຳນົດທິດເພື່ອເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງເລິກເຊິ່ງກ່ວາອີກໃນໄລຍະໃໝ່.

ໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ: ມຸ່ງ​ໄປ​​ສູ່ອະ​ນາ​ຄົດ - ảnh 1ພາບປະກອບ: baoquocte.vn

ພາຍຫຼັງ ການພົວພັນທາງການທູດໄດ້ຮັບການຕັ້ງສັ້ງຢ່າງເປັນທາງການໃນວັນທີ 12 ເມສາ ປີ 1973, ການພົວພັນລະຫວ່າງ ຫວຽດນາມ - ຝລັ່ງ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງແຮງຫຼາຍຂຶ້ນພາຍຫຼັງ ຫວຽດນາມ ເຂົ້າຮ່ວມອາຊຽນ ໃນປີ 1995, ຜ່ານຂອບເຂດການພົວພັນສອງຝ່າຍເພື່ອນອນໃນຂອບເຂດການພົວພັນລະຫວ່າງ ສະຫະພາບເອີລົບ (EU) ກັບ ຫວຽດນາມ ແລະ ນອນໃນນະໂຍບາຍຂອງຝລັ່ງຕໍ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ສອງປະເທດມີທັດສະນະດຽວກັນໃນຫຼາຍບັນຫາສາກົນໃໝ່, ເປັນຕົ້ນແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງເປົ້າໝາຍພັດທະນາແບບຍືນຍົງ, ເສີມຂະຫຍາຍຄວາມຫຼາກຫຼາຍສີສັນດ້ານວັດທະນະທຳ ແລະ ບົດບາດຂອງບັນດາກົນໄກຫຼາຍຝ່າຍໃນການດັດປັບ,ຄຸ້ມຄອງວິວັດການໂລກາພິວັດ.

ບັນດາຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ

ຫວຽດນາມ ແລະ ຝລັ່ງມີໄລຍະປະຫວັດສາດ ເປັນບະອິດລະອ້ຽວ ແລະ ຄວາມເຈັບປວດ. ເຖິງຢ່າງໃດກໍ່ຕາມ, ໂດຍຜ່ານທຸກສິ່ງທຸກຢ່າງ, ສອງປະເທດ ຝລັ່ງ ແລະ ຫວຽດນາມໄດ້ປະອະດີດຕະການ, ພ້ອມກັນແບ່ງປັນບັນດາຈຸດທີ່ຄ້າຍຄືກັນ ແລະ ຜົນປະໂຫຍດລວມ. ເລື່ອງສອງປະເທດສ້າງການພົວພັນຄູ່ຮ່ວມມືຍຸດທະສາດ ປີ 2013 ໄດ້ສ້າງຂີດໝາຍໃນໄລຍະໃໝ່ໃນການພົວພັນລະຫວ່າງ ຫວຽດນາມ ແລະ ຝລັ່ງ.

ນັບແຕ່ເວລາສອງປະເທດລົງນາມຖະແຫຼງການຮ່ວມກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝລັ່ງ, ການພົວພັນດ້ານການເມືອງອັນດີງາມລະຫວ່າງສອງປະເທດໄດ້ສ້າງຂີດໝາຍດ້ວຍການຢ້ຽມຢາມລະດັບສູງເຊິ່ງກັນແລະກັນ. ບັນດາການໂອ້ລົມທາງໂທລະສັບ ລະຫວ່າງການນຳຂັ້ນສູງ ສະແດງໃຫ້ເຫັນການພົວພັນດ້ານການເມືອງທີ່ສະໜິດແໜ້ນລະຫວ່າງສອງປະເທດ. ສອງປະເທດຮັກສາຫຼາຍກົນໄກແລກປ່ຽນເປັນປະຈຳກ່ຽວກັບການເມືອງ, ເສດຖະກິດ, ການປ້ອງກັນຊາດໃນທຸກຂັ້ນ, ພົ້ນເດັ່ນຄື: ການສົນທະນາຍຸດທະສາດການປ້ອງກັນຊາດປ້ອງກັນຄວາມສະຫງົບ ລະຫວ່າງກະຊວງການຕ່າງປະເທດສອງປະເທດ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຝລັ່ງ…

ໃນຂອບເຂດຄູ່ຮ່ວມມືຍຸດທະສາດໄດ້ນຳມາເຊິ່ງໝາກຜົນໃນການຮ່ວມມືຢ່າງແທດຈິງ, ນຳການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາບຳລຸງສ້າງ, ການຮ່ວມມືທ້ອງຖິ່ນ…ກາຍເປັນບັນດາຈຸດພົ້ນເດັ່ນໃນການພົວພັນສອງຝ່າຍ. ວົງເງິນການຄ້າ ຫວຽດນາມ - ຝລັ່ງມີລະດັບເຕີບໂຕສະເລ່ຍ 15,7%/ປີໃນໄລຍະ 2011 – 2019 ໃນປີ 2022, ວົງເງິນການຄ້າລະຫວ່າງສອງປະເທດ ບັນລຸໄດ້ກ່ວາ 5,3 ຕື້ ເອີໂຣ, ເພີ່ມຂຶ້ນກ່ວາ 10%ເມື່ອທຽບໃສ່ກັບປີ 2021.

ໂດຍສະເພາະໃນຂົງເຂດສົ່ງອອກ, ປັດຈຸບັນ ຝລັ່ງແມ່ນຕະຫຼາດສົ່ງອອກໃຫຍ່ອັນດັບທີ 4 ຂອງ ຫວຽດນາມໃນ EU. ກ່ຽວກັບການຮ່ວມມືໃນການລົງທຶນ, ປີ 2022, ຝລັ່ງແມ່ນຄູ່ຮ່ວມມືລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໃນ EU ແລະ ຢືນຢູ່ອັນດັບທີ 16/141 ປະເທດ ແລະ ເຂດແຄ້ວນທີ່ມາລົງທຶນຢູ່ ຫວຽດນາມ. ຝລັ່ງກໍ່ແມ່ນຜູ້ອຸປະຖຳເອີລົບສອງຝ່າຍແຖວໜ້າໃຫ້ແກ່ ຫວຽດນາມ ແລະ ຫວຽດນາມ ຢຶນຢູ່ອັນດັບທີ 2 ໃນຈຳນວນບັນດາປະເທດໄດ້ຮັບການຊ່ວຍເຫຼືອລ້າ (ODA)ຂອງ ຝລັ່ງຢູ່ອາຊີ.

ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດນັບມື້ນັບພັດທະນາ. ທຸກໆປີ, ລັດຖະບານຝລັ່ງສະຫງວນເງິນເປັນຈຳນວນ 5 ລ້ານ ເອີໂຣ ໃຫ້ແກ່ງົບປະມານການຮ່ວມມືດ້ານວັດທະນະທຳກັບ ຫວຽດນາມ, ພົ້ນເດັ່ນແມ່ນການໜູນຊ່ວຍເຄື່ອນໄຫວຂອງສູນວັດທະນະທຳຝລັ່ງຢູ່ ຮ່າໂນ້ຍ, ສະຖາບັນແລກປ່ຽນວັດທະນະທຳຢູ່ນະຄອນໂຮ່ຈີມິນ, ເຫ້ວ ແລະ ດ່ານັ້ງ. ສອງປະເທດກໍ່ມີການເຄື່ອນໄຫວຮ່ວມມືຫຼາຍຢ່າງໃນຂອບເຂດອົງການ ຝລັ່ງ ໂກໂຟນີສາກົນ (OIF).

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ່ວາອີກແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ມີຄວາມຈຳເປັນ

ໄລ​ຍະ​ທາງ 50 ປີ​ແຫ່ງ​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຝ​ລັ່ງ: ມຸ່ງ​ໄປ​​ສູ່ອະ​ນາ​ຄົດ - ảnh 2ລາຍການພົບປະແລກປ່ຽນປະຊາຊົນໃນໂອກາດວັນຈັດຕັ້ງ ອົງການ ຝລັ່ງ ໂກໂຟນີສາກົນ (OIF)
(ພາບ: ສະຖາບັນ ຝລັ່ງ ຢູ່ເຫ້ວ)

ພື້ນຖານການພົວພັນດ້ານການເມືອງ ແລະ ການພົວພັນຕ່າງປະເທດແບບຍືນຍົງພ້ອມກັບການພັດທະນາຢ່າງແຮງໃນການພົວພັນດ້ານເສດຖະກິດໃນໄລຍະຜ່ານມາໄດ້ສ້າງຄວາມສະດວກ, ປະກອບສ່ວນສ້າງການພົວພັນຄູ່ຮ່ວມມືຫວຽດນາມ - ຝລັ່ງໃນບັນດາຂົງເຂດຍຸດທະສາດໃນໄລຍະຈະມາເຖິງ ຄື: ພະລັງງານ, ສາທາລະນະສຸກ, ຄົມມະນາຄົມ, ສິ່ງແວດລ້ອມ ແລະ ແຫຼ່ງຊັບພະຍາກອນມະນຸດ.

ກ່ອນອື່ນໝົດ, ການພົວພັນຫວຽດນາມ - ຝລັ່ງມີການສະສົມທີ່ສຳຄັນນັບທັງຄຸນນະພາບ ແລະ ຈຳນວນ. ບັນດາໝາກຜົນຕັ້ງໜ້າທີ່ບັນລຸໄດ້ພ້ອມກັບຄວາມຮັບຮູ້ລວມລະຫວ່າງສອງປະເທດ ກ່ຽວກັບວິໄສທັດຂອງການພົວພັນແມ່ນ ບັນດາພື້ນຖານສຳຄັນໃຫ້ແກ່ບັນດາຄູ່ຮ່ວມມືສອງຝ່າຍສືບຕໍ່ນຳການເຊື່ອມຕໍ່ໃນການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກ່ວາ. ປັດຈຸບັນ, ຫວຽດນາມ ແລະ ຝລັ່ງມີຫຼາຍເງື່ອນໄຂສະດວກເພື່ອເພີ່ມທະວີການພົວພັນ. ຝລັ່ງແມ່ນປະເທດມະຫາອຳນາດຫຼັກແຫຼ່ງຢູ່ເອີລົບ, ພວມຕັ້ງໜ້າເສີມຂະຫຍາຍບົດບາດທົ່ວໂລກ, ມີຜົນປະໂຫຍດລວມ ແລະ ຜົນສະທ້ອນສຳຄັນຢູ່ອາຊີ. ຫວຽດນາມ ແມ່ນພື້ນຖານເສດຖະກິດພັດທະນາໄວ, ຂະຫຍັນຂັນເຄື່ອນ, ມີບົດບາດສຳຄັນຢູ່ອາຊຽນ ແລະ ອາຊີຕາເວັນອອກ. ສອງປະເທດພ້ອມກັນແບ່ງປັນທັດສະນະ ແລະ ຜົນປະໂຫຍດທີ່ຄ້າຍຄືກັນໃນບັນດາບັນຫາສາກົນ. ດັ່ງນັ້ນ, ເພີ່ມທະວີການພົວພັນຮ່ວມມື ຫວຽດນາມ - ຝລັ່ງກາຍເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ຈຳເປັນເພື່ອຜົນປະໂຫຍດຂອງທັງສອງປະເທດ.

ໃນສະພາບການໂລກປັດຈຸບັນ, ຫວຽດນາມ ແລະ ຝລັ່ງລ້ວນແຕ່ແບ່ງປັນວິໄສທັດລວມກ່ຽວກັບໂລກຫຼາຍສົ້ນ ແລະ ລັດທິຫຼາຍຝ່າຍໂດຍອີງຕາມການເຄົາລົບນັບຖືເຊິ່ງກັນແລະກັນ, ມີຄວາມສະເໝີພາບ, ຍຸຕິທຳ, ການຮ່ວມມືບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນມານະພະຍາຍາມສຸ້ສົນເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງກວມລວມ.

ຫວຽດນາມ ແລະ ຝລັ່ງໄດ້ພ້ອມກັນຜ່ານຜ່າບັນດາການຜັນແປໃນປະຫວັດສາດ, ພ້ອມກັນຜ່ານຜ່າໄລຍະທາງລະອິດລະອ້ຽວເພື່ອກາຍເປັນຄູ່ຮ່ວມເດີນທາງທີ່ມີຄວາມໄວ້ເນື້ອເຊື່ອໃຈ. ປັດຈຸບັນ, ການພົວພັນນີ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເພີ່ມທະວີການຮ່ວມມື,  ເລື່ອງເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ ແລະ ຝລັ່ງສືບຕໍ່ເລິກເຊິ່ງ ແລະ ແມ່ນຄວາມຮຽກຮ້ອງຕ້ອງການພາວິວິໄສ ແລະ ຈຳເປັນໃນໄລຍະທາງຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ