ໜຶ່ງ​ປີ ແຫ່ງ​ການ​ຕ້ານ​ຢັນ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ໂລກ

(VOVWORLD) -ກ່ອນນີ້ໜຶ່ງປີ, ວັນທີ 11 ມີນາ 2020, ອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການວ່າ ໂຄວິດ - 19 ແມ່ນໂລກລະບາດທົ່ວໂລກ. ນັບແຕ່ເວລານັ້ນເປັນຕົ້ນມາ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ປະຊາຊົນໂລກຕ້ອງປ່ຽນແປງຄວາມຊິນເຄີຍໃນການດຳລົງຊີວິດ. ໂລກລະບາດໂຄວິດ - 19 ໄດ້ຄຸກຄາມໄປທົ່ວທຸກແຫ່ງ, ຄອບງຳທຸກດ້ານຂອງຊີວິດເສດຖະກິດ - ສັງຄົມ ໃນທົ່ວໂລກ.

ໜຶ່ງປີຜ່ານໄປ, ຄຳວ່າ “ໂລກລະບາດ” ໄດ້ພົບເຫັນຜ່ານພາຫະນະສື່ມວນຊົນສາກົນທຸກປະເພດ. ໂລກລະບາດໄດ້ລະເບີດຂຶ້ນ ແລະ ແຜ່ລະບາດດ້ວຍລະດັບຄວາມໄວສະຖິຕິ. ຈາກຈຸດໃຈກາງຂອງໂລກລະບາດຢູ່ ອູຫັ້ນ ປະເທດ ຈີນ, ເຊື້ອໄວຣັດ SARS – CoV – 2 ເຊິ່ງເປັນເຊື້ອໄວຣັດທີ່ກໍ່ໃຫ້ເກີດພະຍາດ ໂຄວິດ - 19 ໄດ້ແຜ່ລະບາດອອກສູ່ຫຼາຍກວ່າ 220 ປະເທດ ແລະ ເຂດແຄວ້ນໃນໂລກຢ່າງວ່ອງໄວ ແລະ ມາຮອດຈຸດເວລານີ້  ໄດ້ມີຜູ້ຕິດເຊື້ອກວ່າ 118,5 ລ້ານຄົນ ແລະ ເຮັດໃຫ້ຫຼາຍກວ່າ 2,6 ລ້ານຄົນ ເສຍຊີວິດ. ໂລກລະບາດໂຄວິດ - 19 ບໍ່ໄດ້ຈຳແນກຜູ້ຮັ່ງມີຫຼືຜູ້ທຸກຍາກ, ເພດຊາຍຫຼືເພດຍິງ, ເກັ່ນອາຍຸ, ລະດັບຄວາມຮູ້, ຊົນຊັ້ນ ຫຼື ສັນຊາດໃດໆ.

ໜຶ່ງ​ປີ ແຫ່ງ​ການ​ຕ້ານ​ຢັນ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ໂລກ - ảnh 1ການສີດຢາຂ້າເຊື້ອຢູ່ ອູຫັ້ນ, ຈີນ (ພາບ: Xinhua)

ໂລກຍັງບໍ່ທັນມີວັນສະຫງົບສຸກ

ວັນທີ 30 ມັງກອນ 2020, ອົງການອະນາໄມໂລກ ໄດ້ປະກາດສະພາວະສຸກເສີນໃນທົ່ວໂລກ ແລະ ຫຼັງຈາກນັ້ນ, ຮອດວັນທີ 11 ມີນາ 2020 ໄດ້ຢັ້ງຢືນວ່າ ນີ້ແມ່ນໂລກລະບາດທົ່ວໂລກ. ໃນຈຸດເວລານັ້ນ, ເລື່ອງອົງການອະນາໄມໂລກ ປະກາດ ໂລກລະບາດໂຄວິດ - 19 ແມ່ນໂລກລະບາດທົ່ວໂລກ ພາຍຫຼັງ 3 ເດືອນ ນັບແຕ່ເມື່ອພະຍາດດັ່ງກ່າວໄດ້ເລີ່ມປະກົດຂຶ້ນ ເຊິ່ງໄດ້ສະແດງໃຫ້ເຫັນລະດັບແຜ່ລະບາດຂອງເຊືຶຶ້ອໄວຣັດໃນວົງກວ້າງກ່ຽວກັບດ້ານພູມມີປະເທດ ເຮັດໃຫ້ອົງການອະນາໄມໂລກ ມີຄວາມວິຕົກກັງວົນ ແລະ ຈຸດປະສົງຂອງອົງການອະນາໄມໂລກ ແມ່ນມີຄວາມປາດຖະໜາວ່າ ບັນດາປະເທດທັງໝົດໃນໂລກ ຕ້ອງມີການກະທຳໂດຍດ່ວນ ແລະ ຂ້ຽວຂາດ ເພື່ອຄວບຄຸມສະພາບການແຜ່ລະບາດຂອງເຊື້ອໄວຣັດດັ່ງກ່າວ.

ນັບແຕ່ເມື່ອອົງການອະນາໄມໂລກ ປະກາດວ່າເປັນໂລກລະບາດທົ່ວໂລກນັ້ນ, ໂລກ ຍັງບໍ່ທັນມີມື້ໃດທີ່ສະຫງົບສຸກເທື່ອ. ເຊື້ອໄວຣັດ SARS – CoV – 2 ສາມາດປ່ຽນພັນຢ່າງສັບສົນ ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ. ໃນຕະຫຼອດໄລຍະ  12 ເດືອນຜ່ານມາ, ກໍມີບາງໄລຍະທີ່ໂລກລະບາດມີສັນຍານຫຼຸດລົງຢູ່ຫຼາຍປະເທດ, ແຕ່ຫຼັງຈາກນັ້ນກໍກັບມາແຜ່ລະບາດຄືນໃໝ່ຢ່າງວ່ອງໄວ. ຫຼາຍປະເທດໃນໂລກ, ພິເສດແມ່ນ ເອີຣົບ ປັດຈຸບັນ ພວມຕ້ອງປະເຊີນໜ້າກັບການລະບາດຄັ້ງທີ 2 ຂອງໂລກລະບາດ, ຊ້ຳບໍ່ໜຳແມ່ນຄັ້ງທີສາມ ດ້ວຍຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນລະດັບສະຖິຕິ.

ສົ່ງຜົນສະທ້ອນຢ່າງໜັກໜ່ວງຕໍ່ທຸກດ້ານຂອງຊີວິດ - ສັງຄົມ ໃນທົ່ວໂລກ

ໂລກລະບາດໂຄວິດ - 19 ໄດ້ຄຸກຄາມຢູ່ທົ່ວທຸກແຫ່ງຫົນ, ເຮັດໃຫ້ຊີວິດທາງດ້ານເສດຖະກິດ - ສັງຄົມທົ່ວໂລກໃນປີຜ່ານມາຖືກຕ່າວປີ້ນ, ນັກຄົ້ນຄວ້າພາສາສາດຂອງ Collins - ວັດຈະນານຸກົມທີ່ມີຊື່ສຽງຂອງໂລກ ໄດ້ເລືອກຄຳວ່າ “lockdown” (ໝາຍຄວາມວ່າ ປິດລ້ອມ ຫຼື ປິດປະຕູ) ເປັນຄຳສັບທີ່ພົ້ນເດັ່ນທີ່ສຸດໃນປີ 2020. ຄຳສັບດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນການຄົ້ນຫາລວມຂອງປະຊາຊົນນັບຕື້ຄົນໃນໂລກ ເມື່ອໂລກລະບາດໂຄວິດ - 19 ໄດ້ແຜ່ລະບາດຢ່າງວ່ອງໄວຂອງ, ອັນໄດ້ເຮັດໃຫ້ລັດຖະບານບັນດາປະເທດ ໄດ້ປະກາດຄຳສັ່ງປິດເມືອງ, ແຍກຫ່າງໃນສັງຄົມ ເພື່ອແນໃສ່ສະກັດກັ້ນໂລກລະບາດ.

ໜຶ່ງ​ປີ ແຫ່ງ​ການ​ຕ້ານ​ຢັນ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ​ໂລກ - ảnh 2ຫ້ອງຮຽນແຫ່ງໜຶ່ງຢູ່ ເອທີໂອປີ (ພາບ: WHO)

ນອກຈາກການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຖືກຕ່າວປີ້ນໃນ 1 ປີຜ່ານມາແລ້ວ, ໂລກລະບາດໂຄວິດ - 19 ທີ່ໄດ້ລະເບີດຂຶ້ນ ໄດ້ເຮັດໃຫ້ບັນດາແຜນການເປົ້າໝາຍໃຫຍ່ຂອງໂລກໃນປີຜ່ານມາຖືກປ່ຽນແປງໄປ. ຖ້າຫາກວ່າໃນຕົ້ນປີ 2020, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ເຄີຍປະກາດ 4 ເປົ້າໝາຍໃຫຍ່ທີ່ຕ້ອງໄດ້ຮັບການແກ້ໄຂ ໃນປີ 2020. ນັ້ນແມ່ນຊອກຫາມາດຕະການເພື່ອແກ້ໄຂບັນດາຄວາມເຄັ່ງຕຶງດ້ານການເມືອງ, ຍູ້ແຮງບັ້ນຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ, ຊຸກຍູ້ບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ແລະ ເພີ່ມທະວີການສົມທົບລະຫວ່າງ ສປຊ ແລະ ບັນດາອົງການຫຼາຍຝ່າຍອື່ນໆ. ໂລກລະບາດໂຄວິດ - 19 ເກີດຂຶ້ນ ເຮັດໃຫ້ບັນດາເປົ້າໝາຍດັ່ງກ່າວບໍ່ສາມາດປະຕິບັດໄດ້, ຊ້ຳບໍ່ໜຳ ຜົນງານຫຼາຍຢ່າງເຊິ່ງ ສປຊ ໄດ້ມານະພະຍາຍາມເສີມສ້າງແຕ່ໃດໆມາກໍຖືກພັງທະລາຍ. ໂລກລະບາດໂຄວິດ - 19 ໄດ້ ມ້າງທຳລາຍພື້ນຖານເສດຖະກິດຂອງບັນດາປະເທດຢ່າງໜັກໜ່ວງ, ລົບລ້າງຄວາມກ້າວໜ້າຫຼາຍຢ່າງ ເຊິ່ງຫຼາຍປະເທດບັນລຸໄດ້ໃນການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ເຮັດໃຫ້ການຕໍ່ສູ້ຕ້ານຄວາມອຶດຫິວໃນໂລກຖືກຖອຍຫຼັງເປັນເວລາໜຶ່ງທົດສະວັດ. ສຳລັບບັນດາພາກພື້ນທີ່ເກີດການປະທະກັນຢ່າງຕໍ່ເນື່ອງຄືຢູ່ ອາຟະລິກາ ຫຼື ຕາເວັນອອກກາງ ນັ້ນ, ສະພາບອຶດຫິວທຸກຍາກ ກໍເລີ່ມກັບຄືນມາຄືກ່ອນນີ້ 30 ປີ. ພື້ນຖານເສດຖະກິດທົ່ວໂລກ ພວມຜ່ານຜ່າສະພາບການຊຸດໂຊມທີ່ຮ້າຍແຮງທີ່ສຸດ ນັບແຕ່ເມື່ອສະພາບການຊຸດໂຊມຄັ້ງໃຫຍ່ຂອງຊຸມປີ 1930.

ທົ່ວໂລກເຂົ້າຮ່ວມບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19

        ໜຶ່ງປີໄດ້ຜ່ານພົ້ນໄປ, ໂລກລະບາດໂຄວິດ - 19 ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນໂລກຖືກປ່ຽນແປງຢ່າງທັງໝົດ. ແຕ່ໃນຄວາມຫຍຸ້ງຍາກນັ້ນ ເຮົາໄດ້ເຫັນປະຈັກຕານ້ຳໃຈສາມັກຄີສາກົນ, ບັນດາປະເທດໃນໂລກໃຫ້ຄຳໝັ້ນສັນຍາຢ່າງແຮງໃນການຮ່ວມມື ແລະ ແບ່ງປັນຄວາມຮັບຜິດຊອບເພື່ອພ້ອມກັນຮັບມືກັບໂລກລະບາດໂຄວິດ - 19. ກົນໄກສຳຜັດກັບວັກຊິນທົ່ວໂລກ (COVAX) ກໍແມ່ນຄວາມມານະພະຍາຍາມທີ່ໃຫຍ່ຫຼວງໃນປີຜ່ານມາຂອງປະຊາຄົມສາກົນ. ກົນໄກ COVAX ໄດ້ຮັບຖືວ່າ ແມ່ນ “ຢາກູ້ຊີບ” ຂອງປະຊາຊົນບັນດາປະເທດທຸກຍາກໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19. ບັນດາຄຳໝັ້ນສັນຍາການເມືອງຢ່າງແຮງຂອງບັນດາປະເທດ ເພື່ອແນໃສ່ຮັບປະກັນການຈຳໜ່າຍວັກຊິນຢ່າງຍຸຕິທຳນັ້ນ ໄດ້ສ້າງຄວາມຫວັງທີ່ວ່າ ທຸກປະເທດ ແລະ ເຂດແຄວ້ນໃນໂລກ ລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຜົນງານພັດທະນາວັກຊິນກັນພະຍາດໂຄວິດ - 19 ເຊິ່ງ ໂລກໄດ້ມານະພະຍາຍາມແຂ່ງຂັນກັບການເວລາເພື່ອຜະລິດອອກ. ສິ່ງດັ່ງກ່າວ ແມ່ນກຳລັງໜູນເພື່ອສ້າງແນວຄວາມຄິດທີ່ຕັ້ງໜ້າໃນຂອບເຂດທົ່ວໂລກ, ເພີ່ມເຕີມກຳລັງແຮງໃຫ້ແກ່ປະຊາຄົມສາກົນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19./.

ຕອບກັບ

ຂ່າວ/ບົດ​ອື່ນ