ໜູນຊ່ວຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ: ການກະທຳທີ່ສັກກະລະບູຊາ ແລະ ມິດຈິດມິດໃຈຕໍ່ຊາວ ຫວຽດນາມ

(VOVWORLD) -ຄວາມເອົາໃຈໃສ່ຢ່າງທັນການຈາກ ຫວຽດນາມ ໄດ້ຊ່ວຍໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ຫຼຸດຜ່ອນຄວາມຫຍຸ້ງຍາກລົງໄດ້ສ່ວນໃດສ່ວນໜຶ່ງ, ປັບປຸງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ.
ໜູນຊ່ວຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ: ການກະທຳທີ່ສັກກະລະບູຊາ ແລະ ມິດຈິດມິດໃຈຕໍ່ຊາວ ຫວຽດນາມ - ảnh 1(ທ່ານປະທານປະເທດ ຫງວຽນຊວັນຟຸກ ທີ່ການລາຍງານກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ)

ໃນຊຸມມື້ຜ່ານມາ, ຕໍ່ໜ້າການຜັນແປດ້ານການທະຫານທີ່ສັບສົນຢູ່ ຢູແກຼນ, ລັດຖະບານ ຫວຽດນາມ ໄດ້ຈັດຫຼາຍຖ້ຽວບິນເພື່ອຈັດສົ່ງພົນລະເມືອງກັບຄືນປະເທດ, ພ້ອມກັນນັ້ນແມ່ນການໜູນຊ່ວຍບ່ອນຢູ່, ທັນຍາຫານ, ສະບຽງອາຫານ ແລະ ບັນດາເງື່ອນໄຂທີ່ຈຳເປັນອື່ນໆໃນການຍົກຍ້າຍພົນລະເມືອງຈາກ ຢູແກຼນ ໄປສູ່ປະເທດບ້ານໃກ້ເຮືອນຄຽງເພື່ອກັບຄືນ ຫວຽດນາມ. ຄວາມເອົາໃຈໃສ່ຢ່າງທັນການດັ່ງກ່າວ ໄດ້ຊ່ວຍໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ຫຼຸດຜ່ອນຄວາມຫຍຸ້ງຍາກລົງໄດ້ສ່ວນໃດສ່ວນໜຶ່ງ, ປັບປຸງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ.

        ຕາມການສະຖິຕິແລ້ວ, ປະຈຸບັນມີປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຢູແກຼນ ປະມານເກືອບ 7.000 ຄົນ. ໃນຊຸມມື້ຜ່ານມາ, ຫວຽດນາມ ໄດ້ຈັດ 4 ຖ້ຽວບິນ (ໃນນັ້ນ 2 ຖ້ຽວບິນໂດຍລັດຈ່າຍຄ່າບໍລິການທັງໝົດ ແລະ 2 ຖ້ຽວບິນໂດຍວິສາຫະກິດຊ່ວຍເຫຼືອ), ເພື່ອຈັດສົ່ງພົນລະເມືອງ ຫວຽດນາມ ອາໄສຢູ່ ຢູແກຼນ ກວ່າ 1.100 ຄົນກັບຄືນປະເທດດ້ວຍຄວາມປອດໄພ.

ສະຫງວນບຸລິມະສິດສູງສຸດໃຫ້ແກ່ເລື່ອງປົກປ້ອງພົນລະເມືອງ

        ພາຍຫຼັງສະພາບການຢູ່ ຢູແກຼນ ມີແນວໂນ້ມສັບສົນ, ການນຳ ຫວຽດນາມ ກຳນົດວ່າ: ໜຶ່ງໃນບັນດາຄວາມເອົາໃຈໃສ່ແຖວໜ້າ ແລະ ສະຫງວນບຸລິມະສິດສູງສຸດແມ່ນຮັບປະກັນຄວາມສະຫງົບປອດໄພກ່ຽວກັບຊີວິດອິນຊີ ແລະ ຊັບສິນ, ຜົນປະໂຫຍດອັນຊອບທຳໃຫ້ແກ່ພົນລະເມືອງ ແລະ ນິຕິບຸກຄົນ ຫວຽດນາມ ຢູ່ ຢູແກຼນ ແລະ ບັນດາເຂດທີ່ກ່ຽວຂ້ອງ. ກ່າວຄຳເຫັນທີ່ການເຮັດວຽກກັບບາງກະຊວງ, ຂະແໜງການກ່ຽວກັບການປົກປ້ອງພົນລະເມືອງ ຫວຽດນາມ ອາໄສຢູ່ ຢູແກຼນ ໃນວັນທີ 06 ມີນາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ຈິດໃຈຊີ້ນຳລວມແມ່ນບໍ່ປະໃຫ້ປະຊາຊົນ ຫວຽດນາມ ຢູ່ເຂດສູ້ຮົບຖືກເສຍຊີວິດ, ຮັບບາດເຈັບ. ຍ້ອນເຫດນັ້ນ, ວຽກງານປົກປ້ອງພົນລະເມືອງ ຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ພ້ອມກັນນັ້ນ, ກໍບໍ່ປະໃຫ້ປະຊາຊົນຖືກອຶດຫິວໃນເວລາຍົກຍ້າຍ. ພວກເຮົາຕ້ອງໃຫ້ບຸລິມະສິດສູງສຸດໃຫ້ແກ່ວຽກງານດັ່ງກ່າວ”.

        ໃນຂະນະນັ້ນ, ລັດຖະບານ ຫວຽດນາມ ໄດ້ສ້າງຕັ້ງໜ່ວຍປະຕິບັດງານພິເສດແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງສະພາບການ ຢູແກຼນ ໂດຍທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິນ ເປັນຫົວໜ້າ. ທ່ານນາຍົກລັດຖະມົນຕີກໍ່ປະກາດໃຊ້ໂທລະເລກກ່ຽວກັບການປົກປ້ອງພົນລະເມືອງ ແລະ ນິຕິບຸກຄົນ ຫວຽດນາມ ຢູ່ ຢູແກຼນ ແລະ ບັນດາເຂດທີ່ກ່ຽວຂ້ອງ. ພ້ອມທັງສ້າງແຜນການຍົກຍ້າຍພົນລະເມືອງ ແລະ ສະມາຊິກອົງການຜູ້ຕາງໜ້າປະຈຳ ຢູແກຼນ ເມື່ອມີຄວາມຈຳເປັນ ແລະ ຜັນຂະຫຍາຍການໜູນຊ່ວຍບ່ອນຢູ່, ສະບຽງອາຫານທີ່ຈຳເປັນ ແລະ ເງື່ອນໄຂອື່ນໆ.

ໜູນຊ່ວຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ: ການກະທຳທີ່ສັກກະລະບູຊາ ແລະ ມິດຈິດມິດໃຈຕໍ່ຊາວ ຫວຽດນາມ - ảnh 2ທ່ານ ຫງວຽນຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ທັງຮັບຜິດຊອບໜ້າທີ່ຢູ່ Litva
(ພາບ: ສະຖານທູດ ຫວຽດນາມ)

 ໂດຍປະຕິບັດຕາມການຊີ້ນຳຂອງການນຳລັດ, ລັດຖະບານ, ໃນຊຸມມື້ຜ່ານມາ, ບັນດາຖ້ຽວບິນຈັດສົ່ງພົນລະເມືອງທີ່ມີຄວາມຫວັງຢາກກັບຄືນປະເທດ ໄດ້ລົງຈອດຢູ່ສະໜາມບິນສາກົນ ໂນ້ຍບາຍ (ຮ່າໂນ້ຍ) ຢ່າງປອດໄພ. ພ້ອມກັບເລື່ອງຈັດສົ່ງພົນລະເມືອງ ຫວຽດນາມ ກັບຄືນປະເທດ, ໄລ່ຮອດວັນທີ 12 ມີນາ, ບັນດາອົງການຜູ້ຕາງໜ້າ ຫວຽດນາມ ກໍ່ໄດ້ຮັບປະຊາຊົນກວ່າ 4.500 ຄົນເດີນທາງຈາກ ຢູແກຼນ ໄປຍັງບັນດາປະເທດໃກ້ຄຽງ. ບັນດາອົງການຜູ້ຕາງໜ້າໄດ້ສົມທົບກັບອົງການທີ່ມີໜ້າທີ່ປະຈຳຖິ່ນ ແລະ ບັນດາຄະນະ, ສະມາຄົມຊາວ ຫວຽດນາມ ຢູ່ປະເທດປະຈຳຖິ່ນຮັບເອກະສານ, ແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບລະບຽບການເພື່ອໃຫ້ພໍ່ແມ່ປະຊາຊົນປະຕິບັດສຳເລັດລະບຽບການທີ່ຈຳເປັນ ເພື່ອກັບຄືນປະເທດໃນຖ້ຽວບິນຕໍ່ໄປ. ທ່ານ ຫງວຽນຮຸ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂປໂລຍ ທັງຮັບຜິດຊອບໜ້າທີ່ຢູ່ Litva, ໃຫ້ຮູ້ວ່າ:

        “ມີພໍ່ແມ່ປະຊາຊົນ ຫວຽດນາມ ຫຼາຍຄົນຢູ່ ຢູແກຼນ ໄປຍັງ ໂປໂລຍ ບໍ່ມີໜັງສືຄົບຖ້ວນຕາມຂໍ້ກຳນົດຂອງ ໂປໂລຍ ຄື ໜັງສືຜ່ານແດນ ຫຼື ໜັງສືປະຈຳຕົວອື່ນໆ. ສະຖານທູດ ຫວຽດນາມ ປະຈຳ ໂປໂລຍ ໄດ້ເຮັດວຽກກັບອົງການປ້ອງກັນຊາຍແດນ ໂປໂລຍ ເພື່ອໜູນຊ່ວຍພໍ່ແມ່ປະຊາຊົນ. ພວກຂ້າພະເຈົ້າກໍ່ດຳເນີນການກວດກາຢັ້ງຢືນໄວ ແລະ ເຮັດໜັງສື່ໝັ້ນໝາຍເພື່ອໃຫ້ອົງການປ້ອງກັນຊາຍແດນ ໂປໂລຍ ອະນຸຍາດໃຫ້ພໍ່ແມ່ປະຊາຊົນໄດ້ເຂົ້າເມືອງໂດຍໄວ”.

ຍົກສູງນ້ຳໃຈສາມັກຄີທົ່ວປວງຊົນທັງຊາດ

        ຈາກການຊີ້ນຳໂດຍໄວ, ຂ້ຽວຂາດ, ທັນການຂອງການນຳ ຫວຽດນາມ, ການໜູນຊ່ວຍ, ສ້າງເງື່ອນໄຂສະດວກຂອງສະຖານທູດ ຫວຽດນາມ ຢູ່ບັນດາປະເທດຈັດຖ້ຽວບິນເດີນທາງກັບຄືນ ຫວຽດນາມ, ໄດ້ສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ພໍ່ແມ່ຊາວ ຫວຽດນາມ ໃນການເດີນທາງຍົກຍ້າຍອອກຈາກເຂດສູ້ຮົບ. ເອື້ອຍ ລິວທິຮາວ, ຢູ່ແຂວງ ບັກຢາງ, ກັບຄືນປະເທດຈາກ ຢູແກຼນ, ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມຕື້ນຕັນໃຈ, ແລະ ຂອບໃຈນຳລັດ ຫວຽດນາມ ທີ່ໄດ້ຈັດສົ່ງພໍ່ແມ່ປະຊາຊົນກັບຄືນປະເທດດ້ວຍຄວາມປອດໄພ. ພວກຂ້າພະເຈົ້າກໍ່ຂໍຂອບໃຈພໍ່ແມ່ປະຊາຊົນຢູ່ບັນດາປະເທດ ຮຸູມານີ, ໂມນໂດວາ ໄດ້ຊ່ວຍເຫຼືອພວກຂ້າພະເຈົ້າໃນຍາມປະສົບກັບຄວາມຫຍຸ້ງຍາກ. ຂ້າພະເຈົ້າບໍ່ຄິດວ່າຈະມີວັນໄດ້ກັບຄືນປະເທດ ແຕ່ດ້ວຍການໜູນຊ່ວຍຂອງສະຖານທູດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຫຼາຍປະເທດນັ້ນ ພວກຂ້າພະເຈົ້າຈຶ່ງສາມາດໄດ້ກັບຄືນປະເທດ”.

ໜູນຊ່ວຍພົນລະເມືອງ ຫວຽດນາມ ຢູ່ ຢູແກຼນ: ການກະທຳທີ່ສັກກະລະບູຊາ ແລະ ມິດຈິດມິດໃຈຕໍ່ຊາວ ຫວຽດນາມ - ảnh 3ພະນັກງານສະຖານທູດ ໂປໂລຍ ໜູນຊ່ວຍລະບຽບການຕ່າງໆ
(ພາບ: TTXVN)

        ໃນຊຸມມື້ຈະມາເຖິງ, ຈະມີຫຼາຍຖ້ຽວບິນຈັດສົ່ງພົນລະເມືອງ ຫວຽດນາມ ຈາກ ຢູແກຼນ ກັບຄືນປະເທດ, ພ້ອມທັງມີບັນດາການເຄື່ອນໄຫວໜູນຊ່ວຍພໍ່ແມ່ປະຊາຊົນໃນດ້ານຍານພາຫະນະໄປມາ, ບ່ອນກິນບ່ອນຢູ່ຊົ່ວຄາວ ແລະ ເຄື່ອງຂອງທີ່ຈຳເປັນ ກໍສືບຕໍ່ໄດ້ຮັບຄວາມເອົາໃຈໃສ່.

        ດ້ວຍຈິດໃຈຊີ້ນຳຢ່າງທັນການຂອງການນຳ ຫວຽດນາມ, ການແບ່ງປັນກັບ ລັດ ຂອງບັນດາວິສາຫະກິດ, ຄະນະ, ສະມາຄົມ, ເລື່ອງປົກປ້ອງພົນລະເມືອງ ຫວຽດນາມ ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ຜ່ານນັ້ນ ກໍຢັ້ງຢືນຈິດໃຈມະນຸດສະທຳ, ຢັ້ງຢືນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມຊາວ ຫວຽດນາມ ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ