ໜູນຊ່ວຍແມ່ຍິງເລີ່ມທຸລະກິດໃນຍຸກສະໄຫມການປະຕິວັດອຸດສາຫະກຳ 4.0

(VOVWORLD) - Womenwill ແມ່ນໂຄງການທີ່ມີຫົວຄິດປະດິດສ້າງຂອງ Google ເພື່ອແນໃສ່ສ້າງກາລະໂອກາດ ແລະ ເງື່ອນໄຂໃຫ້ແກ່ແມ່ຍິງຢູ່ທົ່ວທຸກບ່ອນ ສາມາດພັດທະນາຕົນເອງ ແລະ ບັນລຸຜົນສຳເລັດໃນຊີວິດການເປັນຢູ່, ຍົກສູງສະຕິຄວາມສະເໝີພາບລະຫວ່າງ ຍິງ - ຊາຍ

ໃນສະພາບການ ຫວຽດນາມ ພວມເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າໃນພື້ນຖານເສດຖະກິດໂລກ, ພິເສດແມ່ນຕໍ່ໜ້າເລື່ອງການປະຕິວັດອຸດສາຫະກຳ 4.0 ພວມລະເບີດຂຶ້ນ, ແມ່ຍິງເວົ້າລວມ ແລະ ນັກທຸລະກິດຍິງເວົ້າສະເພາະຄວນກຳນົດກາລະໂອກາດ ແລະ ສິ່ງທ້າທາຍເພື່ອອາດຈະ “ບໍ່ຖືກຖອຍຫຼັງ”. ນັ້ນແມ່ນເນື້ອໃນຕົ້ນຕໍຂອງກອງປະຊຸມສຳມະນາ “Womenwill ຫວຽດນາມ - ແມ່ຍິງໃນການປະຕິວັດອຸດສາຫະກຳ 4.0” ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບສະພານັກທຸລະກິດຍິງ ຫວຽດນາມ ຈັດຕັ້ງ ໃນວັນທີ 17 ມັງກອນ ຢູ່ຮ່າໂນ້ຍ. ບົດຂຽນຂອງບັນນາທິການ VOV.

ໜູນຊ່ວຍແມ່ຍິງເລີ່ມທຸລະກິດໃນຍຸກສະໄຫມການປະຕິວັດອຸດສາຫະກຳ 4.0 - ảnh 1 ພາບປະກອບ

Womenwill ແມ່ນໂຄງການທີ່ມີຫົວຄິດປະດິດສ້າງຂອງ Google ເພື່ອແນໃສ່ສ້າງກາລະໂອກາດ ແລະ ເງື່ອນໄຂໃຫ້ແກ່ແມ່ຍິງຢູ່ທົ່ວທຸກບ່ອນ ສາມາດພັດທະນາຕົນເອງ ແລະ ບັນລຸຜົນສຳເລັດໃນຊີວິດການເປັນຢູ່, ຍົກສູງສະຕິຄວາມສະເໝີພາບລະຫວ່າງ ຍິງ - ຊາຍ; ຊ່ວຍໃຫ້ແມ່ຍິງໝູນໃຊ້ບັນດາເຕັກໂນໂລຢີທັນສະໄໝຢ່າງສູງສຸດ ເພື່ອສ້າງບັນດາທັກສະ, ອາລົມ ແລະ ເຊື່ອມຕໍ່ນຳກັນຜ່ານບັນດາຊຸດບຳລຸງສ້າງ, ເຫດການ ແລະ ກອງປະຊຸມສຳມະນາ.

ໜູນຊ່ວຍນັກທຸລະກິດຍິງຈາກການແບ່ງປັນຂໍ້ມູນຂ່າວສານຕະຫຼອດຮອດການສ້າງສ້າງແຫຼ່ງສະອອນໃຈ

       ດ້ວຍຈຸດໝາຍຄືແນວນັ້ນ, ທີ່ກອງປະຊຸມສຳມະນາ “Womenwill ຫວຽດນາມ - ແມ່ຍິງໃນການປະຕິວັດອຸດສາຫະກຳ 4.0” ດ້ວຍການນຳພາຂອງບັນດານັກນັກຊ່ຽວຊານທີ່ມາຈາກ Google, ບັນດານັກຊ່ຽວຊານ, ນັກທຸລະກິດຍິງ ໄດ້ແບ່ງປັນບັນດາຂໍ້ມູນຂ່າວສານທີ່ມີປະໂຫຍດກ່ຽວກັບບົດບາດຂອງແມ່ຍິງໃນການປະຕິວັດ ອຸດສາຫະກຳ 4.0. ຕາມທ່ານ ຟ້າມດຶກຫງ້ຽມ, ຮອງຫົວໜ້າກົມພັດທະນາຕະຫຼາດ ແລະ ວິສາຫະກິດວິທະຍາສາດ ແລະ ເຕັກໂລໂນຊີ, ສັງກັດກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ແລ້ວ: ເຖິງວ່າປະຈຸບັນ, ບັນດາວິສາຫະກິດ ໂດຍແມ່ຍິງເປັນເຈົ້າຂອງກວມເອົາພຽງແຕ່ 25% ຂອງຍອດຈຳນວນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ແຕ່ພັດປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ດຳເນີນທຸລະກິດ ຢູ່ ຫວຽດນາມ. ດັ່ງນັ້ນ, ແມ່ຍິງຄວນເອົາໃຈໃສ່ ແລະ ສົ່ງເສີມ, ໜູນຊ່ວຍໃຫ້ຫຼາຍກ່ວາອີກໃນການເຄື່ອນໄຫວຢ່າງມີຫົວຄິດປະດິດສ້າງ ແລະ ເລີ່ມທຸລະກິດ.  ທ່ານ ຟ້າມດຶກຫງ້ຽມ ໃຫ້ຮູ້ວ່າ:

        “ໃນການກຳນົດທິດຂອງກະຊວງວິທະຍາສາດ ແລະ ອຸດສາຫະກຳ ຫວຽດນາມ ແລ້ວ, ເມື່ອຊຸກຍູ້ການສ້າງລະບົບຊີວະພາບ ເລີ່ມທຸລະກິດ ຢ່າງມີຫົວຄິດປະດິດສ້າງນັ້ນ ພວກຂ້າພະເຈົ້າໄດ້ເອົາໃຈໃສ່ເປັນພິເສດທັງ 3 ກຸ່ມ. ກຸ່ມທີໜຶ່ງ ແມ່ນໜູນຊ່ວຍບັນດາການເຄື່ອນໄຫວທີ່ມີຫົວຄິດປະດິດສ້າງ, ຜະລິດບັນດາຜະລິດຕະພັນຊ່ວຍປົດປ່ອຍກຳລັງແຮງງານຂອງແມ່ຍິງ ແລະ ຊຸກຍູ້ຄວາມສະເໝີພາບສຳລັບ ແມ່ຍິງ. ກຸ່ມທີສອງ ແມ່ນໜູນຊ່ວຍບັນດາໂຄງການທີ່ມີຫົວຄິດປະດິດສ້າງໂດຍແມ່ຍິງເປັນເຈົ້າຂອງ. ກຸ່ມທີສາມ ແມ່ນໜູນຊ່ວຍໂຄງການທີ່ມີຫົວຄິດປະດິດສ້າງ ເຊິ່ງບັນດາວິສາຫະກິດ, ຫົວໜ່ວຍມີເອື້ອຍນ້ອງແມ່ຍິງຫຼາຍຄົນ, ທັງ 3 ກຸ່ມນີ້ລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ ແລະ ໄດ້ຮັບການໜູນຊ່ວຍ.”

ບັນດາມາດຕະການໜູນຊ່ວຍບັນດາວິສາຫະກິດຍິງຜ່ານຜ່າສິ່ງກີດຂວາງ

       ສະພາບຕົວຈິງໄດ້ສະແດງໃຫ້ເຫັນວ່າ, ການປະຕິວັດອຸດສາຫະກຳ 4.0 ໄດ້ ແລະ ພວມເຮັດໃຫ້ແບບແຜນການດຳລົງຊີວິດ, ການເຮັດວຽກມີການປ່ຽນແປງ ແລະ ກະທົບຕໍ່ກັນ, ເຮັດໃຫ້ບັນດາຂະແໜງອຸດສາຫະກຳສັບສົນ, ຈັດຕັ້ງບັນດາການພົວພັນຄືນໃໝ່, ຫັນປ່ຽນບັນດາຂະແໜງເສດຖະກິດ. ຍ້ອນເຫດນັ້ນ, ກອງປະຊຸມສຳມະນາກໍ່ແມ່ນກາລະໂອກາດໃຫ້ແກ່ບັນດາແມ່ຍິງແບ່ງປັນບັນດາເລື່ອງລາວຕ່າງໆກ່ຽວກັບການເລີ່ມທຸລະກິດຂອງຕົນ. ບັນດານັກຊ່ຽວຊານຢູ່ກອງປະຊຸມສຳມະນາຖືວ່າ: ການກຳແໜ້ນທ່າອ່ຽງແຫ່ງການພັດທະນາຂອງວິທະຍາສາດ ເຕັກໂນໂລຢີຈະຊ່ວຍໃຫ້ແມ່ຍິງຜ່ານຜ່າບັນດາສິ່ງທ້າທາຍ, ການຫັນປ່ຽນຂອງພື້ນຖານເສດຖະກິດໃນໄລຍະຈະມາເຖິງ, ໃນນັ້ນ, ເປົ້າໝາຍຜູ້ອອກແຮງງານໃນຂົງເຂດຫັດຖະກຳຢູ່ບັນດາຂະແໜງອາຊີບຄື ຕ່ຳແຜ່ນຕັດຫຍິບ, ເກີບໜັງ, ປຸງແຕ່ງສິນໃນນ້ຳ, ສິນທະລະ… ອາດຈະປ່ຽນແປງດ້ວຍການຫັນເປັນອັດຕະໂນມັດ, ນຳໃຊ້ ຫຸ່ນຍົນ… ກອງປະຊຸມສຳມະນາກໍ່ຍົກອອກຫຼາຍມາດຕະການເພື່ອແນໃສ່ໜູນຊ່ວຍບັນດາການນຳທີ່ເປັນເພດຍິງຜ່ານຜ່າບັນດາຮົ້ວກີດຂວາງ ແລະ ສິ່ງທ້າທາຍໃນວຽກງານ.

        ກອງປະຊຸມສຳມະນາກໍ່ໄດ້ຍົກອອກບັນດາຂໍ້ເຈາະຈິ້ມກ່ຽວກັບກາລະໂອກາດບຸກທະລຸໃຫ້ບັນດານັກທຸລະກິດຍິງ, ພ້ອມທັງໄຈ້ແຍກເພື່ອຮັບຮູ້ຜົນປະໂຫຍດຂອງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນການດຳເນີນທຸລະກິດ, ພ້ອມທັງສ້າງແຫຼ່ງອາລົມ, ໜູນຊ່ວຍບັນດາການນຳທີ່ເປັນເພດຍິງຜ່ານຜ່າບັນດາຮົ້ວກີດຂວາງ ແລະ ສິ່ງທ້າທາຍໃນວຽກງານເພື່ອເດີນຕາມເປົ້າໝາຍພາລະກິດ ແລະ ກາຍເປັນຜູ້ນຳໜ້າມີຄຸນນະທາດໃນຍຸກສະໄໝການປະຕິວັດອຸດສາຫະກຳ 4.0 ຢູ່ ຫວຽດນາມ.

        ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາກໍ່ເຫັນດີເປັນເອກະພາບໂດຍໃຫ້ຂໍ້ສັງເກດວ່າ: ການປະຕິວັດອຸດສາຫະກຳ 4.0 ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈກ່ຽວກັບພື້ນຖານເສດຖະກິດວັດທະນາຖາວອນ, ນຳມາເຊິ່ງກາລະໂອກາດອັນໃຫຍ່ຫຼວງໃຫ້ແກ່ບັນດາປະເທດຍັງທຸກຍາກ, ຍັງຫຼ້າຫຼັງ ເພື່ອໃຫ້ບໍ່ມີຜູ້ໃດຖືກປະໄວ້ຢູ່ທາງຫຼັງ.

 

ຕອບກັບ

ຂ່າວ/ບົດ​ອື່ນ