ໜ້າທີ່ຈຸດສຸມແມ່ນພັດທະນາເສດຖະກິດ, ໜ້າທີ່ຫຼັກແຫຼ່ງແມ່ນກໍ່ສ້າງພັກ

(vovworld) - ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 4, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຊຸດ​ທີ 12, ວັນ​ທີ 9/10/2016, ທ່າ​ນ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ, ຊີ້​ແຈ້ງ​ໜ້າ​ທີ່​ຈຸດ​ສຸມ​ທີ່​ພັກ​ພວມ​ປະ​ຕິ​ບັດ​ແມ່ນ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ແລະ ໜ້າ​ທີ່ຫຼັກ​ແຫຼ່ງ​ແມ່ນກໍ່​ສ້າງ, ປັບ​ປຸງ​ພັກ. VOV ໄດ້​ຄັດ​ສະ​ເໜີ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ.

(ພາບ: 
ໜ້າທີ່ຈຸດສຸມແມ່ນພັດທະນາເສດຖະກິດ, ໜ້າທີ່ຫຼັກແຫຼ່ງແມ່ນກໍ່ສ້າງພັກ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ກ່າວ​ຄຳ​ເຫັນ​ໄຂກອງ​ປະ​ຊ​ຸ​ມ

       ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 4 ຄັ້ງ​ນີ້, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ໄດ້​ປຶກ​ສາ​ຫາ​ລື, ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ການ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລ​ກ… ເນື້ອ​ໃນ​ປຶກ​ສາ​ຫາ​ລື​ສຳ​ຄັນ​ກ່​ວາ​ອີກນັ້ນ​ແມ່ນ​ການ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ການ​ຊຸດ​ໂຊມ​ກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນ​​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​​ປະ​ກົດ​ການ “ຜັນ​ແປ​​ເອງ”, “ຫັນ​ປ່ຽນ​ເອງ” ພາຍ​ໃນ​ພັກຫ້​ຖອຍ​ໄປ.

ຕີ​ລາ​ຄາສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມຢ່າງ​ພາ​ວະ​ວິ​ໄສ,ຮອບ​ດ້ານ​

       ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ແລ້ວ, ປີ 2016 ແມ່ນ​ປີ​ທຳ​ອິດ​​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ກາ​ລະ​ໂອ​ກາດ, ສິ່ງ​ສະ​ດວກ, ກໍ່​ປະ​ສົບ​ກັບ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍບໍ່​ແມ່ນ​ໜ້ອຍ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ວ່າ ກອງ​ປະ​ຊຸມ​ສູນ​ກາງ ໄດ້​ປຶກ​ສາ​ຫາ​ລື, ຕີ​ລາ​ຄາ​ສະ​ພາບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ 9 ເດືອນ​ຕົ້ນ​ປີ ຄາດ​ຄະ​ເນ​ຮອດ​ທ້າຍ​ປີ 2016 ແລະ ນີ້ຢ່າງພາ​ວະ​ວິ​ໄສ, ຮອບ​ດ້ານ​:

       “ຊີ້​ແຈ້ງ​ບັນ​ດາ​ໝາກ​ຜົນ, ຜົນ​ງານ​ທີ່​ບັນ​ລຸ​ໄດ້, ບັນ​ດາ​ສິ່ງ​ຈຳ​ກັດ, ຄວາມອ່ອນ​ດ້ອຍ​ທີ່​ຍັງ​ຄົງ​ຄ້າງ ແລະ ໄຈ້​ແຍກ, ເຮັດ​ແຈ້ງ​ບັນ​ດາ​ສາຍ​ເຫດ. ເອົາ​ໃຈ​ໃສ່​​ເຖິງ​ການປຽບ​ທຽບ​ກັບ​ບັນ​ດາ​ຄາດ​ໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ, ພິ​ເສດ​ແມ່ນ​ຄາດ​ໝາຍ, ໜ້າ​ທີ່​ຮັບ​ປະ​ກັນ​ເສດ​ຖະ​ກິດ​ມະ​ຫາ​ພາກ, ​ເປັນ​ປົກ​ກະ​ຕິການ​ເຕີບ​ໂຕ​ຢູ່​ໃນ​ລະ​ດັບ​ປະ​ມານ 6,7%, ພັດ​ທະ​ນາ​ເສດ​ຖະ​ກິດ - ສ​ັງ​ຄົມ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ຮັບ​ປະ​ກັນ​​ຊີ​ວິດສັງ​ຄົມ, ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ຄວາມໝັ້ນ​ຄົງ​ທາງ​ດ້ານ​ການ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ຄວາມ​ປອດ​ໄພ​ທາງ​ສັງ​ຄົມ, ຮັກ​ສາ​ສະ​ພາບ​ແວດ​ລ້ອມ ແລະ ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ເພື່ອ​ພັ​ດ​ທະ​ນາ​ປະ​ເທດ​ຊາດ.”

ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ບົນ​ພື້ນ​ຖານ​ການ​ໄຈ​້​ແຍກ, ຄາດ​ຄະ​ເນ​ສິ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສູນ​ກາງ ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຄາ​ດ​ໝາຍ​ສັງ​ລວມ, ບັນ​ດາ​​ຕົວ​ເລກຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ພື້ນ​ຖານ ແລະ ສຳ​ຄັນ​ທີ່​ສຸດ​ໃຫ້​ປີ 2017 ແລະ ວາງ​ອອກ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ, ມາດ​ຕະ​ການ​ມີ​ຄວາມ​ເປັນ​ໄປ​ສູງ. ເອົາ​ໃຈ​ໃສ່​ເປັນ​ພ​ິ​ເສດ​ເຖິງ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການ​ບຸກ​ທະ​ລຸ​ເພື່ອ​ຄວບ​ຄຸມ​ຫນີ້​ສາ​ທາ​ລະ​ນະ, ແກ້​ໄຂ​ຫນີ້​ເສຍ, ສ້າງ​ໂຄງ​ປະ​ກອບ​ງົບ​ປະ​ມານ​ແຫ່ງ​ລັດ​ຄືນ​ໃຫມ່, ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ, ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ແລະ ລະ​ບົບ​ທະ​ນາ​ຄານ​ການ​ຄ້າ, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ​ເພື່​ອ​ລະ​ດົມ ແລະ ນຳ​ໃຊ້​ບັນ​ດາ​ແຫລ່ງ​ກຳ​ລັງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ປະ​ກັນ​​ຄວາມດຸ່ນ​ດ່ຽງ​ໃຫຍ່​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ.

ກ່ຽວ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ບັນ​ຫາ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ ແລະ ຄວາມ​ສຳ​ຄັນ​ພິ​ເສດ, ຕັດ​ສິນ​ຊີ້​ຂາດ​ຜົນ​ສຳ​ເລັດ​ຂອງ​ພາ​ລະ​ກິດ​ປ່ຽນ​ແປງ​ໃຫ​ມ່ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ: ກອງ​ປະ​ຊຸມ​ສູນ​ກາ​ງ​ຄັ້ງ​ນີ້ ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ ຮູບ​ແບບ​ການ​ເຕີບ​ໂຕ​ຄວນ​ສູ້​ຊົນ​ກໍ່​ສ້າງ​​ດ້ວຍບັນ​ດາ​ການ​ປ່ຽນ​ແປງ​ໃຫມ່​ເມື່ອ​ທຽບ​ໃສ່​ຮູບ​ແບບ​ການ​ເຕີບ​ໂຕ​ປະ​ຈຸ​ບັນ.

ກ່ຽວ​ກັບ​ການ​ປະ​ຕິ​ບັດ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ ສັງ​ຄົມ​ໃນ​ສະ​ພາບ​ການ​ໃຫມ່, ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງສະ​ເຫນ​ີ: ສູນ​ກາງ​ ກຳ​ນົດ​ຢ່າງ​ຊັດ​ເຈນ​ບັນ​ດາ​ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ​ສຳ​ລັບ​ວິ​ວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ ແລະ ພາ​ລະ​ກິດ​ສ້າງ​ສາ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ 5-10 ປີ​ຈະ​ມາ​ເຖິງ. ເຮັດ​ແຈ້ງ​ທັດ​ສະ​ນະ, ແນວ​ຄິດຊີ້​ນຳ ແລະ ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ໃຫຍ່​ຈຳ​ນວນ​ຫນຶ່ງ ຮັບ​ປະ​ກັນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ​ໃຫ້​ສຳ​ເລັດ​ຜົນ ທັງ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ ສັງ​ຄົມ.

ສືບ​ຕໍ່​ຢືດ​ໝັ້ນ, ເດັດ​ດ່ຽວ​ປະ​ຕິ​ບັດ​ມະ​ຕິ​ກ່ຽວ​ກັບ​ການກໍ່​ສ້າງ​ພັກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽ​ນ​ຟູ​ຈ້ອງ ຊີ້​ແຈ້ງ​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ ແມ່ນ​ປະ​ຖົມ​ປັດ​ໄຈ​ຕົ້ນ​ຕໍ​ໃນ​ການ​ຕັດ​ສິນ​ຊີ້​ຂາດ​ທຸກ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ, ກໍ່​ສ້າງ, ປັບ​ປຸງ​ພັກ ຍາມ​ໃດ​ກໍ​ແມ່ນ​ຫນ້າ​ທີ່​ສຳ​ຄັນ​ພິ​ເສດ, ມີ​ຄວາມ​ໝາຍ​ເປັນ​ຕາຍ​ສຳ​ລັບ​ພັກ ແລະ ລະ​ບອບ. ກອງ​ປະ​ຊຸມ​ຄັ້ງນີ້ ຄວນ​ປຶກ​ສາ​ຫາ​ລື, ວາງ​ອອກ​ມະ​ຕິ​ກ່ຽວ​ກັບ “ການ​ເພີ່ມ​ທະ​ວີ​ການກໍ່​ສ້າງ, ປັບ​ປຸງ​ພັກ, ສະ​ກັດ​ກັ້ນ, ຍູ້​ການ​ເສື່ອມ​ທາດ​ຂາດ​ຄຸນ​ກ່ຽວ​ກັບ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ, ບັນ​ດາ​ປະ​ກົດ​ການ “ຜັນ​ແປ​ເອງ”, “ຫັນ​ປ່​ຽນ​ເອງ”ຢູ່​ພາຍ​ໃນ​ໃຫ້​ຖອຍ​ໄປ.

“ບົນ​ພື້ນ​ຖານ​ສືບ​ທອດ​ບັນ​ດາ​ມະ​ຕິ​ຂອງ​ສູນ​ກາງ​ກ່ອນນີ້, ພິ​ເສດ​ແມ່ນ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11, ສະ​ເຫນີ​ການ​ຄົ້ນ​ຄ້​ວາ​ເພີ່ມ​ເຕີມ, ເຮັດ​ແຈ້ງ​ການ​ເສື່ອ​ມ​ທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຄື​ແນວ​ໃດ?”

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ສະ​ເຫນີ: ກອງ​ປະ​ຊຸມ​ສູນ​ກາງ​ຄັ້ງນີ້​ຕ້ອງລົງ​ເລິກ​ໄຈ້​ແຍກ​ຢ່າງ​ , ເຮັດ​ແຈ້ງ, ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ມ​ີ​ປະ​ສິດ​ທິ​ຜົນ​ເພື່ອ​ໃຫ້​ວຽກ​ງານກໍ່​ສ້າງ​ພັກ​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ.

 


ຂ່າວ/ບົດ​ອື່ນ