ໜ້າທີ່ທີ່ຫຍຸ້ງຍາກຂອງທ່ານນາງນາຍົກລັດຖະມົນຕີອັງກິດ Theresa May

(VOVWORLD) -ຕາມແຜນການແລ້ວ, ວັນທີ 13 ທັນວາ, ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຈະມີການພົບປະກັບສະພາເອີຣົບ ເພື່ອແນໃສ່ຊອກຫາການສະໜັບສະໜູນ ກ່ຽວກັບການປ່ຽນແປງບາງມາດຕາໃນຂໍ້ຕົກລົງເບື້ອງຕົ້ນກ່ຽວກັບບັນຫາ Brexit. ການພົບປະຖືກດໍາເນີນໃນທັນທີພາຍຫຼັງທີ່ຜູ້ນໍາໜ້າຄະນະລັດຖະບານອັງກິດຂ້າມຜ່ານການປ່ອນບັດໄວ້ວາງໃຈຂອງພັກນິຍົມຮັກສາເດີມກໍາອໍານາດໃນທັນທີ. ໝາກຜົນດັ່ງກ່າວ ແມ່ນລະດົມກໍາລັງໃຈທ່ານນາງນາຍົກລັດຖະມົນຕີອັງກິດ ກ່ອນການພົບປະທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ ກັບ ສະພາເອີຣົບ ເພື່ອປຶກສາຫາລືກ່ຽວກັບບັນຫາ Brexit.

ການປ່ອນບັດໄວ້ວາງໃຈດັ່ງກ່າວ ຖືກດໍາເນີນພາຍຫຼັງ ທີ່ທ່ານນາງນາຍົກລັດຖະມົນຕີອັງກິດ Theresa May ຕັດສິນໃຈໂຈະການນໍາເອົາຂໍ້ຕົກລົງ Brexit ໄປຮັບຮອງເອົາຢູ່ສະພາຕໍ່າໃນວັນທີ 11 ທັນວາ ຕາມແຜນການທີ່ໄດ້ວາງອອກໃນເບື້ອງຕົ້ນ, ເພາະວ່າການປະລາໄຊ ອາດຈະເກີດຂຶ້ນຢ່າງແນ່ນອນ ເມື່ອສະມາຊິກແຕ່ກວ່າ 100 ຄົນ (ໃນຍອດຈໍານວນ 317 ຄົນ) ໃນພັກນິຍົມຮັກສາເດີມຢັ້ງຢືນວ່າ ຈະປ່ອນບັດຂາວ.  ຈໍານວນສະມາຊິກທີ່ຄັດຄ້ານຖືວ່າ ຂໍ້ຕົກລົງໃນປັດຈຸບັນ ຈະເຮັດໃຫ້ອັງກິດສືບຕໍ່ຖືກຜູກມັດກັບ ອີຢູ ໂດຍບໍ່ມີ ການກໍານົດເວລາແລະ ບໍ່ມີີສິດເສລີໃນການເຈລະຈາກ່ຽວກັບບັນດາຂໍ້ຕົກລົງດ້ານການຄ້າ ກັບບັນດາຄູ່ຮ່ວມມືອື່ນ ນອກຈາກອີຢູ ພາຍຫຼັງ Brexit.

ຂ້າມຜ່ານຮົ້ວກີດຂວາງພາຍໃນປະເທດ

        ໃນສະພາບການດ້ານການເມືອງອັງກິດພວມສັບສົນວຸ້ນວາຍ ຍ້ອນຮ່າງຂໍ້ຕົກລົງ Brexit ທີ່ບັນລຸໄດ້ເມື່ອວັນທີ 25 ພະຈິກ ຜ່ານມາລະຫວ່າງ ອັງກິດ ແລະ ອີຢູ ນັ້ນ ເລື່ອງສະມາຊິກຂອງພັກນິຍົມຮັກສາເດີມກວ່າ 63% ສະໜັບສະໜູນທ່ານນາງ Theresa May ສືບຕໍ່ດໍາລົງຕໍາແໜ່ງ ໄດ້ສະແດງໃຫ້ເຫັນວ່າ ເຂົາເຈົ້າຍັງຄົງປາດຖະໜາຢາກໃຫ້ ທ່ານນາງ Theresa May ສືບຕໍ່ພາລະກໍາ ນໍາປະເທດ ອັງກິດຖອນຕົວອອກຈາກ ອີຢູ. ນີ້ແມ່ນແຫຼ່ງລະດົມກໍາລັງ ໃຈບໍ່ແມ່ນໜ້ອຍ ຕໍ່ທ່ານນາງນາຍົກລັດຖະມົນຕີອັງກິດ ກ່ອນການພົບປະກັບສະພາເອີຣົບ ຢູ່ ບຣຸກແຊນ ເພື່ອຊອກຫາການສະໜັບສະໜູນໃນການດັດແປງບາງເນື້ອໃນຂອງຮ່າງຂໍ້ຕົກລົງດັ່ງກ່າວ. ບັນດາບຸກຄົນທີ່ສະໜັບສະໜູນ ທ່ານນາງ Theresa May ນັ້ນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນການປ່ອນບັດໄວ້ວາງໃຈ ແມ່ນ ໄຊຊະນະທີ່ສໍາຄັນ ໃນຈຸດເວລາທີ່ຫຍຸ້ງຍາກຂອງ ທ່ານນາງ. ເຂົາເຈົ້າກໍຮຽກຮ້ອງໃຫ້ພັກນິຍົມຮັກສາເດີມ ຈົ່່ງສາມັກຄີ, ສະໜັບສະໜູນໂຄງການດໍາເນີນງານຂອງທ່ານນາງ.

        ເຖິງຢ່າງໃດກໍຕາມ ຖ້າສັງເກດໃນທິດກົງກັນຂ້າມ. ເລື່ອງ 1/3 ຈໍານວນສະມາຊິກຂອງພັກນິຍົມຮັກສາເດີມບໍ່ມີຄວາມໄວ້ວາງໃຈຕໍ່ ທ່ານນາງ ໄດ້ສະແດງໃຫ້ເຫັນວ່າ ພາຍໃນພັກນິຍົມຮັກສາເດີມກໍາອໍານາດ ສືບຕໍ່ຖືກແຕກແຫງຢ່າງແຮງ ຍ້ອນວິວັດທະນາການອັງກິດ ຖອນຕົວອອກຈາກ ອີຢູ ພາຍໃຕ້ການນໍາພາຂອງ ທ່ານນາງ Theresa May. ກ່າວຄໍາເຫັນພາຍຫຼັງໄດ້ຮັບຜົນການປ່ອນບັດ,  ທ່ານນາງ Theresa May ໃຫ້ຮູ້ວ່າ ຈະຫັນຄວາມມຸ່ງມາດປາດຖະໜາຢາກຖອນຕົວອອກຈາກ ອີຢູ ຂອງປະຊາຊົນໃຫ້ປະກົດຜົນເປັນຈິງ ແຕ່ພ້ອມກັນນັ້ນ ກໍຕ້ອງຮັບຟັງຄໍາເຫັນເປັນໜ້າວິຕົກກັງວົນຂອງບັນດາສະມາຊິກທີ່ຄັດຄ້ານ.

ສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກໃນວິວັດທະນາການ Brexit

        ເລື່ອງຂ້າມຜ່ານການປ່ອນບັດໄວ້ວາງໃຈໃນພັກນິຍົມຮັກສາເດີມ ບໍ່ສາມາດປ່ຽນຄວາມຈິງທີ່ວ່າ ສິ່ງທ້າທາຍໃຫຍ່ທີ່ສຸດ ສໍາລັບນາຍົກລັດຖະມົນຕີ ອັງກິດ ໃນຊຸມວັນຈະມາເຖິງແມ່ນເຮັດແນວໃດເພື່ອໃຫ້ສະພາຕໍ່າຮັບຮອງເອົາຂໍ້ຕົກລົງ Brexit. ຖ້າຫາກ ທ່ານນາງ Theresa May ບໍ່ຍາດໄດ້ບັນດາຄວາມຜ່ອນສັ້ນຜ່ອນຍາວພາຍຫຼັງການພົບປະກັບບັນດາການນໍາເອີຣົບ ນັບແຕ່ນີ້ຮອດທ້າຍອາທິດ, ຮ່າງຂໍ້ຕົກລົງ Brexit ຍາກທີ່ຈະຍາດໄດ້ຈໍານວນບັດສະໜັບສະໜູນຢ່າງພຽງພໍ ເມື່ອນໍາມາຮັບຮອງເອົາພາຍຫຼັງງານງານບຸນຄິຼດສະມາດ.

        ເຖິງວ່າ ທ່ານນາງນາຍົກລັດຖະມົນຕີອັງກິດ ຢັ້ງຢືນວ່າ ທ່ານນາງຍັງຄົງບັນລຸໄດ້ຄວາມຄືບໜ້າໃນການເຈລະຈາກັບບັນດາການນໍາເອີຣົບ ແຕ່ເບິ່ງຄືວ່າ ຍາກທີ່ຈະມີການປ່ຽນແປງ ໃຫຍ່ ເມື່ອທຽບໃສ່ເນື້ອໃນຂອງຮ່າງຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ Brexit. ໝາກຜົນຕົວຈິງ ໃນການໄປປະຕິບັດງານຢູ່ ໂຮນລັງ, ເຢຍລະມັນ, ສ.ອຽກລັງ ຂອງ ທ່ານນາງ Theresa May ກ່ອນດໍາເນີນກອງປະຊຸມກັບສະພາເອີຣົບ ໄດ້ສະແດງໃຫ້ເຫັນວ່າ ຄໍາຢັ້ງຢືນດັ່ງກ່າວ ແມ່ນມີບ່ອນອີງ. ເຖິງວ່າ ທ່ານນາງ Theresa May ໄດ້ມີການພົບປະ ຊຶ່ງໄດ້ຮັບການຕີລາຄາວ່າ ແມ່ນມີປະໂຫຍດສໍາລັບທ່ານນາຍົກລັດຖະມົນຕີ ໂຮນລັງ Mark Rutte ກໍຕາມ ແຕ່ບໍ່ມີເນື້ອໃນລະອຽດໃດໄດ້ປະກາດຕື່ມ. ໃນຂະນະນັ້ນ, ຢູ່ ເຢຍລະມັນ, ທ່ານນາງນາຍົກລັດຖະມົນຕີ Angela Merkel ໄດ້ເນັ້ນໜັກວ່າ ຂໍ້ຕົກລົງທຸກສະບັບທີ່ກ່ຽວຂ້ອງເຖິງບັນຫາ Brexit ອາດຈະພຽງແຕ່ລົງນາມກັບ ອີຢູ ເວົ້າລວມເທົ່ານັ້ນ, ຫາກບໍ່ແມ່ນການລົງນາມສອງຝ່າຍກັບບັນດາປະເທດສະມາຊິກ. ທ່ານນາງ Angela Merkel ຢັ້ງຢືນວ່າ ບໍ່ມີວິທີໃດສາມາດປ່ຽນແປງຂໍ້ຕົກລົງທີ່ບັນລຸໄດ້ໃນວັນທີ 25 ພະຈິກຜ່ານມາ ລະຫວ່າງອັງກິດ ກັບບັນດາປະເທດສະມາຊິກຍັງເຫຼືອຂອງ ສະຫະພາບເອີຣົບ (ອີຢູ) ໄດ້.

        ກ່ອນໜ້ານັ້ນ, ທ່ານນາງ Mina Andreeva ໂຄສົກ ຄະນະກໍາມະການເອີຮົບ  ໃຫ້ຮູ້ວ່າ ອີຢູ ຈະບໍ່ດໍາເນີນການເຈລະຈາກ່ຽວກັບຂໍ້ຕົກລົງ Brexit ຄືນໃໝ່ ແລະເນັ້ນໜັກວ່າ ອີຢູ ໄດ້ນໍາມາໃຫ້ອັງກິດ ຂໍ້ຕົກລົງສະບັບໜຶ່ງ “ດີີທີ່ສຸດ ແລະ ມີຄວາມເປັນໄປໄດ້ືທີ່ສຸດ” ແລ້ວ.

        ອາດຈະເວົ້າໄດ້ວ່າ ສິ່ງທີ່ ທ່ານນາງ Theresa May ເອົາໃຈໃສ່ທີ່ສຸດ ນັ້ນແມ່ນ ແຜນການສໍາຮອງໃຫ້ແກ່ຊາຍແດນ ອຽກລັງ, ບັນຫາທີ່ຕ້ອງປະເຊີນໜ້າກັບການຄັດຄ້ານຢ່າງແຮງຂອງບັນດາສະມາຊິກພັກນິຍົມຮັກສາເດີມສະໜັບສະໜູນຂໍ້ຕົກລົງ Brexit, ຍາກທີ່ຈະບັນລຸໄດ້ຄວາມຜ່່ອນສັ້ນຜ່ອນຍາວຈາກອີຢູໃນການພົບປະລະຫວ່າງ ອັງກິດ - ອີຢູ ໃນວັນທີ 13 ທັນວາ, ຢູ່ ບຣຸກແຊນ ປະເທດ ແບນຊິກ. ຖ້າຫາກສິ່ງດັ່ງກ່າວເກີດຂຶ້ນ ຮ່າງຂໍ້ຕົກລົງເບື້ອງຕົ້ນກ່ຽວກັບ ບັນຫາ Brexit ຍາກທີ່ຈະໄດ້ຮັບການຮັບຮອງເອົາຈາກສະພາຕໍ່່າອັງກິດ ກ່່ອນວັນທີ 21 ມັງກອນ 2019 ແລະ ວິວັດທະນາການ Brexit ເບິ່ງຄືວ່າໄດ້ຮັບການແກ້ໄຂແລ້ວ ແຕ່ຍັງສືບຕໍ່ປະເຊີນໜ້າກັບຄວາມຫຍຸ້ງຍາກຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ