ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022

(VOVWORLD) -   ຂະແໜງພົວພັນຕ່າງປະເທດ ຫວຽດນາມ ປີ 2021 ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຈຶ່ງບັນລຸໄດ້ບັນດາຂີດໝາຍສຳຄັນ ແລະ ໝາກຜົນທີ່ພົ້ນເດັ່ນ. ໂດຍເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ວຽກງານພົວພັນຕ່າງປະເທດຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຜັນຂະຫຍາຍດ້ວຍຍຸດທະສາດໃໝ່, ບົນພື້ນຖານຈາກກຳລັງຄວາມສາມາດ, ທີ່ຕັ້ງບົດບາດໃໝ່ຂອງປະເທດຊາດ ແລະ ຈາກການປ່ຽນແປງຂອງສະພາບການສາກົນ.

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຊີ້ໃຫ້ເຫັນໜ້າທີ່ຢ່າງຈະແຈ້ງແມ່ນ “ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າຂອງວຽກງານພົວພັນຕ່າງປະເທດ” ໃນການປະຕິບັດ 3 ເປົ້າໝາຍ: “ກໍ່ສ້າງ ແລະ ຮັກສາສະພາບແວດລ້ອມ ສັນຕິພາບ, ສະຖຽນລະພາບໃຫ້ໝັ້ນຄົງ”, “ລະດົມກຳລັງຈາກພາຍນອກເພື່ອພັດທະນາປະເທດຊາດ” ແລະ “ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງປະເທດຊາດ”. ເປົ້າໝາຍສູງສຸດຂອງການພົວພັນຕ່າງປະເທດແມ່ນ ຕັ້ງໜ້າປະກອບສ່ວນຢ່າງເໝາະສົມເຂົ້າໃນການປະຕິບັດ 3 ເປົ້າໝາຍພັດທະນາຍຸດທະສາດຮອດປີ 2025, 2030 ແລະ 2045 ຂອງປະເທດຊາດຢ່າງມີໄຊ.

ສູງກວ່າກ່ຽວກັບຄຸນນະພາບປະສິດທິຜົນ, ເລິກເຊິ່ງກວ້າງຂວາງກວ່າກ່ຽວກັບຂົງເຂດທີ່ເຂົ້າຮ່ວມ

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022 - ảnh 1ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ (ພາບ: TTXVN)

ຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກສຳລັບວຽກງານພົວພັນຕ່າງປະເທດເວົ້າລວມ ແລະ ຂະແໜງການທູດເວົ້າສະເພາະໃນໄລຍະໃໝ່ແມ່ນເປັນເຈົ້າການ, ຕັ້ງໜ້າ, ຮອບດ້ານ, ເລິກເຊິ່ງກວ້າງຂວາງ, ຄ່ອງຕົວມີໄຫວພິບ, ມີປະສິດທິຜົນ, ເຮັດແຕ່ໄວ, ຈາກທາງໄກ ດ້ວຍເປົ້າໝາຍແມ່ນ ສູງກວ່າກ່ຽວກັບຄຸນນະພາບປະສິດທິຜົນ, ເລິກເຊິ່ງກວ້າງຂວາງກວ່າກ່ຽວກັບຂົງເຂດ ແລະ ກຳລັງເຂົ້າຮ່ວມ, ຄົບຊຸດ ແລະ ແໜ້ນແຟ້ນກວ່າກ່ຽວກັບການສົມທົບ, ເປັນເຈົ້າການ, ຕັ້ງໜ້າກວ່າໃນການຜັນຂະຫຍາຍ. ບົນພື້ນຖານນັ້ນ, ໜ້າທີ່ຈຸດສຸມຂອງຂະແໜງການທູດໃນປີ 2022 ແລະ ຊຸມປີຕໍ່ໄປ, ຕາມທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແມ່ນມີດັ່ງນີ້:

“ຜັນຂະຫຍາຍບັນດາໜ້າທີ່ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢ່າງຄົບຊຸດ ແລະ ມີປະສິດທິຜົນ ໄປຄຽງຄູ່ກັບການປົກປັກຮັກສາອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງຂ້ຽວຂາດ ແລະ  ຢຶດໝັ້ນ, ລະດົມກຳລັງຈາກພາຍນອກເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ. ສືບຕໍ່ເປີດກວ້າງ ແລະ ເຮັດໃຫ້ສາຍພົວພັນຕ່າງປະເທດຕ່າງໆເລິກເຊິ່ງກວ້າງຂວາງກວ່າ; ໃນນັ້ນ, ຈຸດສຸມແມ່ນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາຄູ່່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ, ເສີມຂະຫຍາຍບົດບາດຂອງ ຫວຽດນາມ ໃນກົນໄກຫຼາຍຝ່າຍທີ່ສຳຄັນຄື ອາຊຽນ, ສປຊ, APEC ແລະ ການຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ.”

ປີ 2022, ໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ຂະແໜງການທູດ ຫວຽດນາມ ສືບຕໍ່ຍູ້ແຮງການຮ່ວມມື, ຍາດແຍ່ງການສະໜັບສະໜູນຈາກປະຊາຄົມສາກົນໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ. ໃນປີ 2022, ດ້ວຍທິດນຳທີ່ວ່າ “ຂ້ຽວຂາດ, ປ່ຽນແປງໃໝ່, ເປັນເຈົ້າການຮັບມື, ມີປະສິດທິຜົນ, ປະດິດຄິດສ້າງ”, ການທູດເສດຖະກິດມີ 3 ໜ້າທີ່ຕົ້ນຕໍ, ລວມມີ: ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ; ຊຸກຍູ້ການປ່ຽນແປງໃໝ່ຮູບແບບການເຕີບໂຕ. ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ຊີ້ແຈ້ງວ່າ:

“ພວກເຮົາກຳນົດວ່າ ກໍ່ສ້າງພື້ນຖານການທູດເສດຖະກິດຮັບໃຊ້ການພັດທະນາຖືປະຊາຊົນທ້ອງຖິ່ນ, ວິສາຫະກິດເປັນໃຈກາງ. ເປັນທີ່ຈະແຈ້ງແລ້ວວ່າ ວຽກງານການທູດເສດຖະກິດ ຈະປະຕິບັດໄດ້ຢ່າງມີປະສິດທິຜົນ ໃນເມື່ອມີການສະໜັບສະໜູນ, ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການຂອງບັນດາທ້ອງຖິ່ນ, ວິສາຫະກິດ ແລະ ພິເສດແມ່ນບັນດາອົງການຜູ້ຕາງໜ້າ ຫວຽດນາມ ຢູ່ ຕ່າງປະເທດເທົ່ານັ້ນ. ຍາດແຍ່ງບັນດາປັດໄຈສະດວກໃນໂລກ, ບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງສຸດຂີດ, ໃນນັ້ນມີສັນຍາ FTA ສະບັບຕ່າງໆທີ່ໄດ້ລົງນາມ, ເພື່ອແນໃສ່ລະດົມແຫຼ່ງກຳລັງຈາກພາຍນອກ, ປະສານສົມທົບກັບບັນດາແຫຼ່ງກຳລັງຢູ່ພາຍໃນປະເທດເພື່ອຮັບໃຊ້ການພັດທະນາປະເທດຊາດຢ່າງວ່ອງໄວ ແລະ ຍືນຍົງ.”

ໜ້າ​ທີ່​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ໃນ​ປີ 2022 - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມສະຫຼຸບໄລຍະ 2 ປີ ເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ຂອງ ຫວຽດນາມ (ພາບ: baoquocte.vn)

ການພົວພັນຕ່າງປະເທດຫຼາຍຝ່າຍສືບຕໍ່ຢັ້ງຢືນທີ່ຕັ້ງ ແລະ ໂສມໜ້າໃໝ່ຂອງ ຫວຽດນາມ ໃນເວທີສາກົນ

ການພົວພັນຕ່າງປະເທດຫຼາຍຝ່າຍຂອງ ຫວຽດນາມ ໃນໄລຍະຜ່ານມາ ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ, ພິເສດ, ຫວຽດນາມ ຫາກໍສິ້ນສຸດໄລຍະ 2 ປີ ເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ບັນດາໝາກຜົນທີ່ບັນລຸໄດ້ໃນອາຍຸການນີ້ແມ່ນໜ້າເອກອ້າງທະນົງໃຈທີ່ສຸດ. ບໍ່ພຽງແຕ່ຊຸກຍູ້ການເຄົາລົບກົດໝາຍ, ວິທີການປະພຶດຫຼາຍຝ່າຍອີງໃສ່ກົດໝາຍສາກົນ, ຫວຽດນາມ ຍັງສ້າງສະພາບແວດລ້ອມສະດວກແກ່ການພັດທະນາ. ທີ່ກອງປະຊຸມສະຫຼຸບ 2 ປີ ຫວຽດນາມ ເປັນກຳມະການບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ເຊິ່ງຈັດຂຶ້ນຫວ່າງມໍ່ໆມານີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາການເຄື່ອນໄຫວພົວພັນຕ່າງປະເທດໃນໄລຍະຈະມາເຖິງຕ້ອງໄດ້ຮັບການຜັນຂະຫຍາຍຢ່າງແຮງກວ່າ, ເຂົ້າຮ່ວມການກຳນົດລະບຽບການ ໃນເວທີປາໄສຫຼາຍຝ່າຍສອດຄ່ອງກັບເງື່ອນໄຂ ແລະ ສະພາບການ; ເປັນເຈົ້າການສະເໜີບັນດາຂໍ້ລິເລີ່ມ, ສ້າງຂີດໝາຍຕັ້ງໜ້າ, ຍົກສູງທີ່ຕັ້ງ ແລະ ຄຸນຄ່າ ຫວຽດນາມ ໃນການພົວພັນກັບບັນດາປະເທດ:

“ໃນໄລຍະພັດທະນາໃໝ່, ວຽກງານພົວພັນຕ່າງປະເທດຈະສືບຕໍ່ສວມບົດບາດນຳໜ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ; ປະກອບສ່ວນສຳຄັນເຂົ້າໃນການປົກປັກສາເອກະລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ; ປະກອບສ່ວນປະຕິບັດເປົ້າໝາຍເພື່ອພາລະກິດສ້າງປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ມີປະຊາທິປະໄຕ, ຍຸຕິທຳ, ຮຸ່ງເຮືອງສີວິໄລ, ທັງໝົດແມ່ນເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ການພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນຂອງປະເທດຊາດໃນສະພາບການໃໝ່, ສືບຕໍ່ປະຕິບັດການພົວພັນຕ່າງປະເທດ ແລະ ການທູດທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ, ປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃຫ້ຫຼາຍກວ່າອີກ”.

     ໃນສະພາບການຢູ່ພາຍໃນປະເທດພວມປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນໂລກລະບາດໂຄວິດ - 19, ສະພາບການສາກົນມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ໜ້າທີ່ພົວພັນຕ່າງປະເທດໃນປີ 2022 ແມ່ນສວມບົດບາດໜັກໜ່ວງທີ່ສຸດ, ທັງຮັກສາໝາກຜົນຕັ້ງໜ້າທີ່ບັນລຸໄດ້, ທັງສືບຕໍ່ຍາດແຍ່ງບັນດາແຫຼ່ງກຳລັງຮັບໃຊ້ການພັດທະນາ. ບໍ່ພຽງແຕ່ໜູນຊ່ວຍການຊຸກຍູ້ ແລະ ຟື້ນຟູພັດທະນາເສດຖະກິດເທົ່ານັ້ນ, ການພົວພັນຕ່າງປະເທດກໍຍັງມີໜ້າທີ່ແຜ່ກະຈາຍສານກ່ຽວກັບປະເທດທີ່ຮັກຫອມສັນຕິພາບ, ວັດທະນະທຳມະນຸດ, ເຄົາລົບຄວາມຍຸຕິທຳ ແລະ ຄວາມເປັນທຳ, ປ່ຽນແປງໃໝ່, ຂະຫຍັນຂັນເຄື່ອນ, ພ້ອມແລ້ວທີ່ຈະແບກຫາບໜ້າທີ່ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ