ໜ້າທີ່ຮັບຜິດຊອບຂອງປະທານາທິບໍດີ Barak Obama ໃນການຢ້ຽມຢາມບັນດາປະເທດອາຊີ


(vovworld) - ວັນ​ທີ 22/4, ປະທານາທິບໍດີ Barak Obama​ເລີ່​ມຕົ້ນ​ການ​ຢ້ຽມຢາມ 4 ປະ​ເທດ​ອາຊີ​ຄື: ຍີ່ປຸ່ນ, ສ​ເກົາຫຼີ, ມຽນມາ ​ແລະ ຟີ​ລິບ​ປິນ. ການ​ຢ້ຽມຢາມ​ທີ່ດຳ​ເນີນ​ໃນ​ເວລາ 1 ສັບປະດາ, ​ໃນ​ລະຫວ່າງ​ວັນ​ທີ 22 – 28/4 ຂອງ​ທ່ານ​, ​ແມ່ນເພື່ອ​ແນ​ໃສ່​ຢັ້ງຢືນ​ແຜນ​ນະ​ໂຍບາຍ​​ສ້າງ​ຄວາມ​ສົມ​ດູ​ນ​​ໃຫ້​ແກ່ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ຢູ່​ອາຊີ - ປາຊີ​ຝິກ. ຍົກ​ອອກ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ເມ​ລິ​ກາ​ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ທີ່​ມີ​ຕໍ່​ບັນດາ​ພັນທະ​ມິດ​ຢູ່​ພາກ​ພື້ນ. ວົງ​ການ​ນັກ​ໄຈ້​ແຍກ​​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ຢ້ຽມຢາມ​ບັນດາ​ປະ​ເທດ​ອາຊີ​ຄັ້ງ​ນີ້, ​ເປັນ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ສຳລັບ ປະທານາທິບໍດີ Barak Obama.

ໜ້າທີ່ຮັບຜິດຊອບຂອງປະທານາທິບໍດີ Barak Obama ໃນການຢ້ຽມຢາມບັນດາປະເທດອາຊີ - ảnh 1

ປະທານາທິບໍດີ ອາເມລິກາ Barak Obama ແລະ
ນາຍົກລັດ​ຖະມົນຕີ ຍີ່ປຸ່ນ Shinzo Abe

        ຕາມ​ວົງ​ການ​ນັກ​ໄຈ້​ແຍກ​ແລ້ວ, ການ​ຢ້ຽມຢາມ​ບັນດາ​ປະ​ເທດ​ອາຊີ​ຄັ້ງ​ນີ້​ຂອງ ປະທານາທິບໍດີ Barak Obama ດຳ​ເນີນ​ໄປ​ໃນ​ສະພາບຄວາມ​ເຄັ່ງ​ຕຶງ​ ​ລະຫວ່າງ​ຈີນ - ຍີ່ປຸ່ນ ສືບ​ຕໍ່​ເພີ່ມ​ຂຶ້ນ. ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພັນທະ​ມິດ​ຂອງ​ວໍ​ຊິງ​ຕັນ​ ແມ່ນ​ຍີ່ປຸ່ນ ​ແລະ ສ​ເກົທຫຼີ ກໍ່​​ເກີດ​ບັນຫາ​ຍ້ອນ​ການ​ພິພາດ​ອະທິປະ​ໄຕທະ​ເລ, ​ເກາະ ລະຫວ່າງ​ສອງ​ປະ​ເທດ. ​ໃນ​ຂະນະ​ນັ້ນ, ​ສະພາບ​ຢູ່ແຫຼມ​ເກົາຫຼີ ​ນັບ​ມື້​ນັບ​ເຄັ່ງຮ້ອນ, ດ້ວຍ​ເລື່ອງ​ພຽງ​ຢາງ​ສືບ​ຕໍ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ ​ເພື່ອ​ໂຕ້​ຕອບ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ​ອາ​ເມ​ລິ​ກາ - ສ​ເກົາຫຼີ. ນອກ​ນັ້ນ, ວິ​ກິດ​ການ​ຢູ່ ຢູ​ແກຼນ ກໍ່​ຄື​ການ​ເຈລະຈາ​ສັນຕິພາບ​ລະຫວ່າງ​ອິດສະ​ຮາ​ແອນ - ປາ​ແລດ​ສະຕີ​ນ, ​ເສິກ​ກາງ​ເມືອງ​ຢູ່​ຊີ​ຮີ… ກໍ່​​ແມ່ນ​ບັນຫາ​ທີ່ອາ​ເມ​ລິ​ກາ​​ເອົາ​ໃຈ​ໃສ່​ທີ່​ສຸດໃນ​ການ​ປະຕິບັດ​ນະ​ໂຍບາຍ​ມຸງ​ໄປ​ສູ່​ອາຊີ.

        ຢັ້ງຢືນ​ແຜນ​ນະ​ໂຍບາຍສ້າງ​ຄວາມ​ສົມ​ດູນ​ໃນຍຸດ​ທະ​ສາດຢູ່​ອາຊີ - ປາຊີ​ຝິກ

        ກ່ອນ​ການ​ຢ້ຽມຢາມ, ຜູ້ອຳນວຍການ​ຂັ້ນ​ສູງ ຮັບຜິດຊອບ​ບັນດາ​ບັນຫາ​ອາຊີ​ຂອງ​ສະພາ​ຄວາມ​ໝັ້ນຄົງ​​ອາ​ເມ​ລິ​ກາ Evan Medeidos ຢືນຢັນ​ວ່າ ຍາມ​ໃດ​ອາ​ເມ​ລິ​ກາ​ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ຢ່າງ​ຄົບ​ຖ້ວນ​ກັບພາກ​ພື້ນ​ອາຊີ - ປາຊີ​ຝິກ. ນີ້​ບໍ່​ແມ່ນ​ບັນຫາ​ການ​ເມືອງ ຫາກ​ແມ່ນ​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດທາງ​ດ້ານ​ເສດຖະກິດ, ຄວາມ​ໝັ້ນຄົງ​ຂອງ​ອາ​ເມ​ລິ​ກາ​ ຢູ່​ພາກ​ພື້ນ​ນີ້, ສິ່ງ​ດັ່ງກ່າວ​ສະ​ແດງ​ອອກ​ຜ່ານ​ການ​ຢ້ຽມຢາມ 4 ປະ​ເທດ​ອາຊີ, ພິ​ເສດ​ແມ່ນ​ສອງ​ພັນທະ​ມິດ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ ແມ່ນ: ຍີ່ປຸ່ນ ​ແລະ ສ​ເກົາຫຼີ ຂອງ​ຜູ້ນຳທຳນຽບຂາວ.

        ຍີ່ປຸ່ນ​ແມ່ນ​ປະ​ເທດ​ທຳ​ອິດ​ທີ່ປະທານາທິບໍດີ Barak Obama ມາ​ຢ້ຽມຢາມ. ຄາດ​ວ່າ ປະທານາທິບໍດີ Barak Obama ຈະ​ເຂົ້າ​ຮ່ວມ​ງານ​ລ້ຽງ​ໂດຍ ພະ​ເຈົ້າ​ຈັກກະພັດ Akihito ​ເປັນ​ເຈົ້າພາບ, ​ໄປ​ຢ້ຽມຢາມ​ພະ​ວິຫານ Meiji ຢູ່​ນະຄອນຫຼວງ​ໂຕ​ກຽວ. ທ່ານ​ກໍ່​ຈະ​ເຈລະຈາ​ກັບ​ທ່ານ​ນາຍົກລັດ​ຖະມົນຕີ Shinzo Abe ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ ພັນທະ​ມິດ ​ແລະ ຄູ່​ຮ່ວມ​ມື​ປ້ອງ​ກັນ​ຄວາມ​ສະຫງົບ ກໍ່​ຄື​ການ​ພົວພັນ​ທາງ​ການ​ຄ້າ. ​ໃນ​ການ​ປະຊຸມ​ຂ່າວ​ກ່ອນ​ການ​ຢ້ຽມຢາມ​ໃນ​ວັນ​ທີ 21/4, ຮອງ​ຫົວໜ້າທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ອາ​ເມ​ລິ​ກາ Ben Rhodes ຢືນຢັນ​ວ່າ, ອາ​ເມ​ລິ​ກາ​ ຖື​ການ​ພົວພັນ ພັນທະ​ມິດ​ກັບ​ຍີ່ປຸ່ນ​ແມ່ນ​ສຳຄັນ​ໃນ​ຍຸດ​ທະ​ສາດ​ອາຊີ​ຂອງ​ວໍ​ຊິງ​ຕັນ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຫັນ​ການ​ພົວພັນ​ນີ້​ເປັນ​ທັນ​ສະ​ໄໝ.

        ຢູ່ ສ​ເກົາຫຼີ, ປະທານາທິບໍດີ Barak Obama ຈະ​ປຶກສາ​ຫາລື​ກັບ​ຄູ່​ຕຳ​ແໜ່​ງ ສ​ເກົາຫຼີ ທ່ານ​ນາງ Pak Geun – hye ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ ພັນທະ​ມິດ ​ແລະ ບັນດາ​ການ​ຜັນ​ແປ​ຫຼ້າ​ສຸດ​ຂອງ​ສະພາບ​ການ​ຢູ່​ແຫຼມ​ເກົາຫຼີ. ປະທານາທິບໍດີ Barak Obama ຄາດ​ຄະ​ເນ​ວ່າ​ຈະ​ຢ້ຽມຢາມ​ບັນດາ​ກຳລັງ​ທະຫານ​ອາ​ເມ​ລິ​ກາ​ ທີ່​ພວມ​ຕັ້ງ​ທັບ​ຢູ່ ສ​ເກົາຫຼີ. ການ​ພິພາດ​ຜືນ​ແຜ່ນດິນ​ຢູ່​ອາຊີ, ​ໃນ​ນັ້ນ​ມີ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຕາ​ເວັນ​ອອກ, ການ​ໜູນ​ຊ່ວຍ​ຂອງ​ອາ​ເມ​ລິ​ກາ​ໃຫ້ ສ​ເກົາຫຼີ ​ໃນ​​ເຫດ​​ເຮືອບັກ Sewol ຖືກ​ຈົມ​ໃຕ້​ນຳ້ກໍ່​ແມ່ນບັນຫາ​ຕົ້ນຕໍ​ໃນ​ການ​ພົບ​ປະລະ​ຫວ່າງ ປະທານາທິບໍດີ Barak Obama ​ແລະ ທ່ານ​ນາງ​ປະທານາທິບໍດີ Pak Geun – hye.

        ຢູ່ ມາ​ເລ​ເຊຍ, ປະທານາທິບໍດີ Barak Obama ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ຕ່າງໆ​ຄື: ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP) , ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງ​ກັນ​ຄວາມ​ສະ​ຫົງ​ບຢູ່​ເຂດ​ທະ​ເລ ​ແລະ ການ​ພິພາດ​ກັນ​ໃນ​ທະ​ເລ​ຕາ​ເວັນ​ອອກ.

        ຢູ່​ຟີ​ລິບ​ປິນ, ປະທານາທິບໍດີ Barak Obama ຈະ​ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາສຳລັບ​ຄວາມ​ສະ​ຫົງ​ບປອດ​ໄພ​ຂອງ​ມາ​ນີລາ. ປະທານາທິບໍດີ Barak Obama ຈະ​ເໜັ້ນໜັກ​ຂໍ້​ກຳນົດ​ການ​ປະພຶດ (COC) ລະຫວ່າງ​ອາ​ຊຽນ ​ແລະ ຈີນ  ​ແມ່ນ​ກົນ​ໄກ​ສຳຄັນ​ທີ່​ສຸດ​ໃນ​ການ​ແກ້​ໄຂ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ອາ​ເມ​ລິ​ກາ​ ຖື​ວ່າ ຄວນ​ຍູ້​ແຮງ​ວິວັດ​ການ​ສ້າງ​ຂໍ້​ກຳນົດ​ການ​ປະພຶດ​ນີ້, ເພື່ອ​ສ້າງ​ຂອບ​ເຂດ​ທີ່​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ ​​ແນ​ໃສ່​ຄວບ​ຄຸມ​ການ​ພິພາດ​ຜືນ​ແຜ່ນດິນ.

        ການ​ທ້າ​ທາຍ​ໃນ​ຕໍ່ໜ້າ

        ກ່ອນ​ອື່ນ​ໝົດ​ຕ້ອງ​ຢືນຢັນ​ວ່າ, ​ໃນ​ການ​ຢ້ຽມຢາມ​ອາຊີ, ອາ​ເມ​ລິ​ກາ​ຕ້ອງ​ຍູ້​ແຮງ​ບົດບາດ​ເປັນ​ຄົນ​ກາງ​ໄກ່​ເກ່ຍການ​ພົວພັນບໍ່​ດີ​ລະຫວ່າງ ສ​ເກົາຫຼີ - ຍີ່ປຸ່ນ ຍ້ອນ​ການ​ພິພາດ​ອະທິປະ​ໄຕ ກໍ່​ຄື​ເລື່ອງ​ບັນດາ​ເຈົ້າ​ໜ້າ​ທີ່​ຍີ່ປຸ່ນ​ໄປ​ຢ້ຽມຢາມ​ພະ​ວິຫານ Yasukuni, ​ເຊິ່ງ​ແມ່ນ​ບ່ອນ​ບູຊາ​ນັກ​ໂທດ​ສົງຄາມ​ຍີ່ປຸ່ນ 14 ຄົນ. ຄວາມ​ເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ​ພັນທະ​ມິດ​ສຳຄັນ​ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຄວາມ​ສົນ​ໃຈ​ໃຫຍ່​ທີ່​ສຸດ​ສຳລັບ​ວໍ​ຊິງ​ຕັນ ​ໃນ​ນະ​ໂຍບາຍ​ຫັນ​ໄປ​ສູ່​ອາຊີ​ຂອງ​ອາ​ເມ​ລິ​ກາ. ດັ່ງ​ນັ້ນ​ເລື່ອງ​ສອງ​ປະ​ເທດ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ​ໃນ​ພາກ​ພື້ນ​ຮ່ວມ​ມື​ກັນ​ເພື່ອ​ສ້າງ​ສາຍ​ພົວພັນ​ໃຫ້​ດີກ​ວ່າ ຈະ​ມີ​ປະ​ໂຫຍ​ດ​ໃຫ້​ຝ່າຍ​ຕ່າງໆ.

        ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ເກ້​ຍກ່ອມ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ຍີ່ປຸ່ນ ​ແລະ ມາ​ເລ​ເຊຍ ຍູ້​ແຮງ​ ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເຂດ​ປາຊີ​ຝິກ (TPP)​ໃຫ້​ສຳ​ເລັດ, ກໍ່​ແມ່ນ​ເນື້ອ​ໃນ​ສຳຄັນ​ໃນ​ລາຍການ​ດຳ​ເນີນ​ງານ. ມາ​ຮອດ​ປະຈຸ​ບັນ​ການ​ເຈລະຈາ​ຕ່າງໆ​ລະຫວ່າງ​ຍີ່ປຸ່ນ - ອາ​ເມ​ລິ​ກາ ກ່ຽວ​ກັບ TPP  ​ເຖິງ​ວ່າ​ບັນລຸ​ໄດ້​ຄວາມ​ຄືບ​ໜ້າ​ທີ່ແນ່ນອນ​ໃດ​ໜຶ່ງ​ແລ້ວ​ກໍ່ຕາມ, ​ແຕ່​ການ​ຈັດ​ວາງ​ອັດຕາ​ພາສີ​ສຳລັບ​ສອງ​ໝວດ​ສິນຄ້າ​ຄືຊີ້ນງົວ, ຊີ້ນ​ໝູ ​ແລະ ບັນດາ​ຜະລິດ​ຕະພັນ​ນຳ້ນົມ ​ເຊິ່ງຍີ່ປຸ່ນ​ອາລັກຂາ ​ແມ່ນ​ບໍ່​ໄດ້​ຮັບ​ຜົນ​ເທົ່າ​ທີ່​ຄວນ.

        ຍັງ​ມີ​ປັດ​ໃຈ​ໜຶ່ງ​ອີກ​ທີ່​ສົ່ງ​ຜົນ​ສະທ້ອນ​ ເຖິງ​ການ​ຢ້ຽມຢາມ​ຂອງ ປະທານາທິບໍດີ Barak Obama ນັ້ນ​ແມ່ນ​ການ​ຄັດຄ້ານ​ຂອງ ສປປ​ເກົາຫຼີ. ​ໃນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 21/4, ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ​ເນັ້ນ​ໜັກ​ວ່າ, ການ​ຢ້ຽມຢາມ​ຂອງ ປະທານາທິບໍດີ Barak Obama ພວມ​ກີດຂວາງ​ການ​ເຈລະຈາ 6 ຝ່າຍ ກ່ຽວ​ກັບ​ບັນຫາ​ປອດ​ອາວຸດ​ນິວຄະ​ເລຍ​ຢູ່​ແຫຼມ​ເກົາຫຼີ ​ແລະ ​ເລີ່​ມຕົ້ນ​ການ​ຊ່ວງ​ເສ​ງອາວຸດ​ຢູ່​ອາຊີ - ປາຊີ​ຝິກ. ສປປ ​ເກົາຫຼີ​ໄດ້​ກ່າວ​ເຕືອນ​ວ່າ, ປະ​ເທດ​ນີ້​ຈະ ”ມານະ​ພະຍາຍາມ​ເພີ່ມ​ບັນດາ​ມາດ​ຕະການ​ນາບ​ຄູ່​ຂຶ້ນ​ທົບ 2 ​ເທົ່າ​ເພື່ອ​ປົກ​ປ້ອງ​ປະ​ເທດ”.ພ້ອມ​ທັງ​ເຕືອນ​ໃຫ້​ອາ​ເມ​ລິ​ກາ ​ພິຈາລະນາ​ຄື​ນການ​ກະທຳ​ຕ່າງໆ​ທີ່​ອາດ​ຈະ​ກໍ່​ຄວາມ​ເຄັ່ງ​ຕຶງ​ກັບ ສປປ ​ເກົາຫຼີກ່ອນ.

        ການ​ຢ້ຽມຢາມ​ອາຊີ​ຂອງ ປະທານາທິບໍດີ Barak Obama ​ໄດ້​ເປັນ​ການ​ພິສູດ​ໃຫ້​ເຫັນ​ວ່າ, ອາ​ເມ​ລິ​ກາ ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ພາກ​ພື້ນ​ນີ້, ​ແຕ່​ເພື່ອ​ປະຕິບັດ​ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ໃຫ້​ໄດ້​ນັ້ນ, ມັນ​ຈະ​ແມ່ນ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ສຳລັບ ປະທານາທິບໍດີ Barak Obama.

ຕອບກັບ

ຂ່າວ/ບົດ​ອື່ນ