ໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ

(VOVWORLD) - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ໃນຕະຫຼອດ 31 ປີຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ.
ໜ້າປະຫວັດສາດໃໝ່ໃນການຮ່ວມມືລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ - ảnh 1ທ່ານເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ Yerlan Baizhanov
(ພາບ: dangcongsan.vn)

        ທ່ານປະທານາທິບໍດີ ສ.ກາຊັກສະຖານ Kassym-Jomart Tokayev ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ, ແຕ່ວັນທີ 20-22 ສິງຫາ. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ 2 ປະເທດເປີດໜ້າປະຫວັດສາດໃໝ່ໃນການພົວພັນ 2 ຝ່າຍ, ໂດຍສະເພາະແມ່ນໃນສະພາບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານເສດຖະກິດຍັງໃຫຍ່ຫຼວງຢູ່.

        ຫວຽດນາມ ແລະ ກາຊັກສະຖານ ໄດ້ສ້າງຕັ້ງການພົວພັນທາງການທູດກ່ອນນີ້ 31 ປີ (29 ມິຖຸນາ 1992 – 29 ມິຖຸນາ 2023). ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມຄືໃນປະຈຸບັນ ແມ່ນໄດ້ສືບທອດມາຈາກຄົ້ນລຸ້ນກ່ອນໆ, ຍາມໃດກໍ່ໄດ້ຮັບການເພີ່ມພູນຄູນສ້າງໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ເຂົ້າສູ່ຕົວຈິງຢ່າງບໍ່ຢຸດຢັ້ງ.

ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າຫຼາຍຢ່າງ

        ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ກາຊັກສະຖານ ແລະ ຫວຽດນາມ ໃນຕະຫຼອດ 31 ປີຜ່ານມາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ. ກາຊັກສະຖານ ແລະ ຫວຽດນາມ ໄດ້ຮັກສາບັນດາການພົວພັນມິດຕະພາບ 2 ຝ່າຍ, ແລກປ່ຽນການຢ້ຽມຢາມຂັ້ນສູງເຊິ່ງກັນແລະກັນ, ສະໜັບສະໜູນບັນດາຂໍ້ລິເລີ່ມສາກົນຂອງກັນ ແລະ ຮ່ວມມືໃນຂອບເຂດບັນດາອົງການຈັດຕັ້ງສາກົນ. 2 ຝ່າຍພັດທະນາການຮ່ວມມືໃນບັນດາຂົງເຂດທີ່ແຕກຕ່າງກັນ, ກ່ອນອື່ນໝົດແມ່ນໃນຂົງເຂດການຄ້າ.

        ສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີລົບ (EAEU) ເຊິ່ງ ກາຊັກສະຖານ ເປັນສະມາຊິກ, ມີຜົນສັກສິດນັບແຕ່ປີ 2016 ໄດ້ສ້າງກຳລັງໜູນຊຸກຍູ້ການແລກປ່ຽນການຄ້າລະຫວ່າງ 2 ປະເທດ.ເລື່ອງສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ກາຊັກສະຖານ ກ່ຽວກັບການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ວິທະຍາສາດ - ເຕັກນິກ ກໍ່ແມ່ນພື້ນຖານສຳຄັນເພື່ອເພີ່ມທະວີການພົວພັນ 2 ຝ່າຍ. ວົງເງິນການຄ້າ 2 ສົ້ນໄດ້ເພີ່ມຂຶ້ນປະມານທົບ 3 ເທົ່າເມື່ອທຽບໃສ່ກ່ອນຈຸດເວລາລົງນາມໃນສັນຍາການຄ້າເສລີ ຫວຽດນາມ - EAEU. ຕົວເລກໃນປີ 2022 ຊີ້ໃຫ້ເຫັນວ່າ, ວົງເງິນການຄ້າລະຫວ່າງ 2 ປະເທດບັນລຸເກືອບ 600 ລ້ານ USD. 2 ຝ່າຍພວມສູ້ຊົນນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງ 1,5 ຕື້ USD ໃນປີ 2030.

        ນອກຈາກນັ້ນ, ເລື່ອງເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດໃນເດືອນ ຕຸລາ 2022 ໄດ້ປະກອບສ່ວນສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການແລກປ່ຽນຄະນະຜູ້ແທນ ກໍຄືຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ຄື: ການທ່ອງທ່ຽວ, ຂົນສົ່ງ. ທ່ານເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ Yerlan Baizhanov, ຖືວ່າ:

        “ຫວຽດນາມ ແລະ ກາຊັກສະຖານ ໄດ້ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັບແຕ່ຄາວ ສະຊັກສະຖານ ແລະ ບັນດາປະເທດອື່ນຂຶ້ນກັບອະດີດສະຫະພາບ ໂຊວຽດ. ສາຍພົວພັນນັ້ນສືບຕໍ່ໄດ້ຮັບການຮັກສາໄວ້ມາຮອດປະຈຸບັນ ເມື່ອ ກາຊັກສະຖານ ກາຍເປັນປະເທດສາທາລະນະລັດເອກະລາດ. 2 ຝ່າຍໄດ້ລົງນາມໃນເອກະສານຫຼາຍສະບັບໃນການຮັບປະກັນການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນໄດ້ລົງນາມໃນສັນຍາການຄ້າເສລີ, ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງການກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລະ ຄະນະກຳມະການລົງທຶນ, ກະຊວງການຕ່າງປະເທດ ກາຊັກສະຖານ… ທາງດ້ານພູມຊາດ, 2 ປະເທດພວກເຮົາອາດຈະຢູ່ຫ່າງໄກກັນຕໍ່ຕາມ, ແຕ່ໃນຕົວຈິງພັດມີຄວາມໃກ້ຊິດໃນຫຼາຍດ້ານ”.

ພາກໃໝ່ໃນການພົວພັນ 2 ຝ່າຍ

        ຕາມທ່ານເອກອັກຄະລັດຖະທູດ ກາຊັກສະຖານ ປະຈຳ ຫວຽດນາມ Yerlan Baizhanov ແລ້ວ, ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Kassym-Jomart Tokayev, 2 ຝ່າຍໄດ້ລົງນາມໃນເອກະສານຫຼາຍສະບັບ, ໃນນັ້ນ ສຳຄັນທີ່ສຸດຕ້ອງເວົ້າເຖິງແຜນການສົມທົບກັນກະທຳ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ.

        “ພວກຂ້າພະເຈົ້າລໍຄອຍເລື່ອງເພີ່ມທະວີການແລກປ່ຽນວົງເງິນການຄ້າລະຫວ່າງ 2 ປະເທດ. ໃນປີ 2023 ນີ້, ພວກຂ້າພະເຈົ້າເຫັນວ່າມີການປ່ຽນແປງຕາມທິດຕັ້ງໜ້າ. ໃນໄລຍະ 5 ເດືອນຕົ້ນປີ 2023, ການແລກປ່ຽນການຄ້າໄດ້ບັນລຸການເຕີບໂຕຢ່າງເຫັນໄດ້ຊັດເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022 ແລະ ຄາດວ່າ, ນັບແຕ່ນີ້ຮອດທ້າຍປີ, ການແລກປ່ຽນການຄ້າລະຫວ່າງ 2 ປະເທດຈະບັນລຸລະດັບ 1 ຕື້ USD. ຕ້ອງເສີມຂະຫຍາຍບັນດາກົນໄກທີ່ມີຢູ່ແລ້ວໃຫ້ບັນລຸປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມມືດ້ານການຄ້າ, ເສດຖະກິດ ແລະ ຫວັງວ່າກົນໄກຈະເຄື່ອນໄຫວຢ່າງມີປະສິດທິຜົນ ແນໃສ່ເປີດກວ້າງການຮ່ວມມືດ້ານເສດຖະກິດລະຫວ່າງ 2 ຝ່າຍ”.

        ເພື່ອຊຸກຍູ້ການພົວພັນຮ່ວມມື 2 ຝ່າຍໃຫ້ດີຍິ່ງໆຂຶ້ນ, ທ່ານເອກອັກຄະລັດຖະທູດ Yerlan Baizhanov ຖືວ່າ, 2 ຝ່າຍອາດສາມາດສ້າງຕັ້ງບັນດາສະຖານບັນຮ່ວມມື, ລົງນາມໃນບັນດາຂໍ້ຕົກລົງ, ສ້າງຕັ້ງບັນດາຄະນະກຳມະການ, ອອກໃບອະນຸຍາດ ແລະ ໃບຢັ້ງຢືນ ເພື່ອສ້າງປະຖົມປັດໄຈ, ພື້ນຖານໂຄງລ່າງ ແລະ ພື້ນຖານ. ນອກນັ້ນແມ່ນເຈດຈຳນົງຢາກຮ່ວມມືກັບບັນດາສະຖາບັນ, ຄະນະກຳມະການນີ້ເຄື່ອນໄຫວຢ່າງມີປະສິດທິຜົນທີ່ແທ້ຈິງ. ເພື່ອເຮັດໄດ້ສິ່ງດັ່ງກ່າວ, ຕ້ອງສ້າງຕັ້ງບັນດາການພົວພັນໃໝ່ດ້ານວິທະຍາສາດ, ການແລກປ່ຽນການຄ້າ, ການສຶກສາ, ຖະແຫຼງຂ່າວ ແລະ ວັດທະນະທຳ…

ກວ່າ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ຫວຽດນາມ ແລະ ກາຊັກສະຖານ ພວມມຸ່ງໄປເຖິງການປ່ຽນແປງດ້ານຄຸນນະພາບໃນການພົວພັນ 2 ຝ່າຍ. ກາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານປະທານາທິບໍດີ Kassym-Jomart Tokayev ຈະປະກອບສ່ວນຫັນບັນດາເປົ້າໝາຍດັ່ງກ່າວໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ