ໜໍ່ແໜງແຍກຕົວອອກ ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດເອີລົບ

  ພາຍຫຼັງ​ເຫດ​ການ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ສະ​ກົດ​ແລນກວ່າ 4 ລ້ານ​ຄົນ​ໄປ​ປ່ອນ​ບັດ​ໃນ​ການ​ລົງ​ປະ​ຊາ​ມະ​ຕິ​ທວງເອົາ​ເອ​ກະ​ລາດ​ກ່ອນນີ້​ເກືອບ 2 ເດືອນ. ເຂດ Catalonia  ຢູ່​ແອ​ດ​ປາຍ ຫາ​ກໍດຳ​ເນີນການ​ລົງ​ປະ​ຊາ​ມະ​ຕິດ້ວຍ​ໝາກ​ຜົນ​ການ​ສະ​ໜັບ​ສະ​ໜູນຕໍ່​ການ ທວງເອົາ​ເອ​ກະ​ລາດ​ຂຶ້ນ​ເຖິງ 80%. ເຖິງວ່ານີ້​ແມ່ນ ການ​ລົງ​ປະ​ຊາ​ມະ​ຕິ​ຖືກ​ຖື​ວ່າ ລະ​ເມີດ​ລັດ​ຖະ​ທຳ​ມະ​ນູນ ແລະ ບໍ່​ມີ​ຄຸນ​ຄ່າ​ກໍ​ຕາມ, ແຕ່​ເລື່ອງເຂດ Catalonia ເດີນ​ຕາມ​ແບ​ບ​ສະ​ກົດ​ແລນນັ້ນ ແມ່ນ​ການ​ກ່າວ​ເຕືອນ, ເຮັດ​ໃຫ້​ບັນ​ດາ​ການ​ນຳ EU ຕ້ອງ​ຄິດ​ໄລ​ເຖິງ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ຈຳ​ກັດ​ໜໍ່​ແໜງແຍກ​ຕົວ​ອອກ​ຊຶ່ງ​ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງ, ເປັນ​ສິ່ງທ້າ​ທາຍຕໍ່​ອະ​ທິ​ປະ​ໄຕ​ຂອງຫຼາຍ​ປະ​ເທດ​ໃນ​ທະ​ວີບນີ້.

ໜໍ່ແໜງແຍກຕົວອອກ ເປັນສິ່ງທ້າທາຍຕໍ່ອະທິປະໄຕຂອງຫຼາຍປະເທດເອີລົບ - ảnh 1
ຜູ້​ມີ​ສິດ​ເລືອກ​ຕັ້ງ​ຊາວ​ Catalonia ໄປ​ປ່ອນ​ບັດ


   ກ່ອນ​ອື່ນ​ໝົດ, ບັນ​ດາ​ຕົວ​ເລກ​ໃນ​ປ່ອຍ​ບັດ​ລົງ​ປະ​ຊາ​ມະ​ຕິຢູ່ເຂດ Catalonia​ໄດ້​ສະ​ແດງ​ໃຫ້​ເຫັນ​ຫຼາຍ​ສິ່ງຫຼາຍ​ຢ່າງ. ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 2 ລ້ານ​ຄົນ​ໃນ​ຈຳ​ນວນ​ທັງ​ໝົດ 5,4 ລ້ານ​ຄົນ​ທີ່​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ແລະ ໃນ​ນັ້ນ​ມີ​ເຖິງ 80% ໄດ​້ສະ​ໜັບ​ສະ​ໜູນຕໍ່​ການ ທວງເອົາ​ເອ​ກະ​ລາດ. ເຖິງວ່າ​ສານ​ລັດ​ຖະ​ທຳ​ມະ​ນູນ​ແອດ​ປາຍບໍ່​ອະ​ນຸ​ຍາດ​ໃຫ້​ຈັດ​ຕັ້ງ ແລະ ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ຖະ​ແຫຼງວ່າ ໝາກ​ຜົນ​ການ​ປ່ອນ​ບັດ​ບໍ່​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ແຕ່​ຢ່າງ​ໃດ​ກໍ​ຕາມ, ແຕ່​ກໍ​ຕ້ອງຍອມ​ຮັບ​ວ​່າ ຝ່າຍ​ແຍກ​ຕົວ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຂະ​ນະ​ທີ່​ໄດ້​ລະ​ດົມ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ສະ​ກົດ​ແລນຈຳ​ນວນ​ເຫຼົ່າ​ນັ້ນ​ໄປ​ປ່ອນ​ບັດ.

    ໄພ​ອັນ​ຕະ​ລາຍ​ພາ​ໄປ​ເຖິງເກີດວິກິດ​ການ​ການ​ເມືອງ​ຍາວ​ນານ.

  ດ້ວຍ​ໝາກ​ຜົນ 80% ຈຳ​ນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໄປ​ປ່ອນ​ບັດ​ສະ​ໜັບ​ສະ​ໜູນນັ້ນ, ແນ່ນອນ​ວ່າ ລັດ​ຖະ​ບານ​ແອດ​ສະ​ປາຍ ບໍ່​ອາດ​ເມີນ​ເສີຍ ແລະ ຕ້ອງ​ມີ​ວິ​ທີ​ວິ​ທີ​ເຈ​ລະ​ຈາ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ Catalonia ຕາມ​ວິ​ທີ​ຕ່າງ​ຫາກ. ແຕ່​ໃນ​ການ​ຜັນ​ແປ​ເມື່ອມໍ່​ໆ​ມານີ້, ທ່ານ​ນາ​ຍົກ​ລົດ​ຖະ​ມົນ​ຕີ​ແອດ​ສະ​ປາຍ Mariano Rajoy ໄດ້​ປະ​ຕິ​ເສດ​ຂໍ້​ສະ​ເໜີ​ຂອງ​ຜູ້​ນຳເຂດ Catalonia ແລະ ໝັ້ນ​ໝາຍ​ຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ປ້ອງ​ກັນ​ເອ​ກະ​ພາບກໍ​ຄື​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ. ຊ້ຳ​ບໍ່​ໜຳ ບັນ​ດາ​ເຈົ້າ​ໜ້າ​ທີ່​ໄອ​ຍະ​ການ​ຂອງ​ປະ​ເທດນີ້​ຍັງ​ພວມ​ພິ​ຈາ​ລະ​ນາ​ເພື່ອ​ດຳ​ເນີນ​ຄະ​ດີ​ອາ​ຍາ​ສຳ​ລັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ເຂດ Catalonia ທີ່​ໄດ້​ລວງ​ລະ​ເມີດ​ຄຳ​ສັ່ງ​ເກືອດ​ຫ້າມ​ຂອງ​ສານ​ເມື່ອ​ເປີດ​ສະ​ຖານ​ທີ່​ປ່ອນ​ບັດ​ໃນ​ໂຮງ​ຮຽນ ແລະ ສຳ​ນັກ​ງານ​ປົກ​ຄອງ.

   ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ຄວາມ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນອາດ​ຈະ​ເຮັດໃຫ້​ຄວາມ ​ແຍ້ງ​ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ​ແອດ​ສະ​ປາຍ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ ເພີ່ມ​ຂຶ້ນ​ສູງກວ່າ​ອີກ ແລະ ອາດ​ຈະ​ພາ​ໄປ​ເຖິງເກີດວິກິດ​ການ​ການ​ເມືອງ​ຍາວ​ນານຢູ່​ແອດ​ສະ​ປາຍ.

  ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ຊຸກ​ຍູ້​ທ່າ​ອຽງ​ແຍກ​ຕົວ​ອອກ.

  ໃນ​ກຸ່​ມ​ເອີ​ໂຣ ປະ​ຈຸ​ບັນ, ແອດ​ສະ​ປາຍ​ແມ່ນ​ປະ​ເທດ​ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ການ​ຊຸດ​ໂຊມ​ດ້ານ​ເສດ​ຖະ​ກິດ. ອັດ​ຕາ​ລາຍ​ຈາຍ​ງົບ​ປະ​ມານ​ເກີນ​ດູນ​ຂຶ້ນ​ເຖິງ 9% GDP ແລະ ອັດ​ຕາ​ການ​ວ່າງ​ງານ​ລື່ນ​ກາຍ​ລະ​ດັບ 30%. 2-3 ປີ​ມານີ້, ​ອຳ​ນາດ​ການ​ປົກ​ຄອງ​ເຂດ Catalonia ບໍ່​ຍອມ​ຮັບ​ບັນ​ດາ​ນະ​ໂຍ​ບາຍ​ຮັດ​ເຂັມ​ຄັດ​ໂດຍ​ສະ​ຫະ​ພາບ​ເອີ​ລົບ ແລະ ກຸ່ມ​ເອີ​ໂຣ​ຮຽກ​ຮ້ອງ. ຄຳ​ຖາມ​ທີີ່​ວ່າ ເປັນ​ຫຍັງ​ພັດ​ບັງ​ຄັບ Catalonia ແບ່ງ​ປັນ​ການ​ແບກ​ຫາບ​ຊຳ​ລະ​ໜີ້​ສິນ​ຂອງ​ແອດ​ສະ​ປາຍ​ກັບ​ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ຫຼື ກອງ​ທຶນ​ເງິນ​ຕາ​ສາ​ກົນ ໃນ​ຂະ​ນະ​ທີ່ເຂດ Catalonia ພັດ​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ໝູ່​ເຂົາ​ໃນ​ງົບ​ປະ​ມານ​ສູນ​ກາງ, ນັ້ນ​ແມ່ນ​ເຫດ​ຜົນ​ຊຸກ​ຍູ້ເຂດນີ້​ຫວັງແຍກ​ຕົວ​ອອກ. ນອກ​ຈາກ​ເຫດ​ຜົນ​ດ້ານ​ເສດ​ຖະ​ກິດ, ທາງ​ດ້ານ​ພາ​ສາ ແລະ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ກໍ​ເປັນ​ກຳ​ລັງ​ຊຸກ​ຍູ້​ເພື່ອ​ໃຫ້ເຂດ Catalonia ຫວັງ​ແຍກ​ຕົວ​ເປັນ​ລັດ​ເອ​ກະ​ລາດ.

   ການ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ ແລະ ວັດ​ທະ​ນາ​ຖາ​ວອນຂອງ EU

  ປະ​ຈຸ​ບັນ, ຍັງ​ບໍ່​ທັນ​ຮູ້​ວ່າ ສິ່ງ​ໃດ​ຈະ​ເກີດ​ຂຶ້ນ​ໃນ​ຂັ້ນ​ຕໍ່​ໄປ​ຢູ່ ເຂດ Catalonia, ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ພາຍຫຼັງການ​ລົງ​ປະ​ຊາ​ມະ​ຕິຢ່າງບໍ່​ເປັນ​ທາງ​ການ​ຢູ່ເຂດ Catalonia, ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ແອດ​ສະ​ປາຍ ແນ່ນອນ​ວ່າ​ຈະ​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ແບບ​ດຸນ​ດຽງ​ຜົນ​ປະ​ໂຫຍດ​ເພື່ອ​ສ້າງ​ສະ​ຖຽນ​ລະ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ. ຜ່ານ​ບັນ​ຫາ Catalonia, ບັນ​ດາ​ການ​ນຳ EU ກໍ​ຕ້ອງ​ຄິດ​ໄລ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ເພື່ອ​ຈຳ​ກັດ​ໜໍ່​ແໜງ​ແຍກ​ຕົວ​ພ້ອມ​ກັບ​ທ່າ​ອຽງ​ຈຳ​ແນກ​ການ​ປະ​ພຶດ​ທີ່​ພວມ​ມີ​ໄພ​ແຜ່​ລາມ​ອອກ​ສູ່​ວົງ​ກ້​ວາງນັ້ນ ໄດ້​ເປັນ​ສິ່ງທ້າ​ທາຍຕໍ່​ອະ​ທິ​ປະ​ໄຕ​ຂອງຫຼາຍ​ປະ​ເທດ​ໃນ​ທະ​ວີບນີ້. ວິ​ກິດ​ການ​ຢູ່​ແອດ​ສະ​ປາຍ ອາດ​ຈະ​ພາ​ໄປ​ເຖິງ​ເກີດ​ບັນ​ດາ​ຂະ​ບວນ​ການ​ທວງ​ເອົາ​ແຍກ​ຕົວ​ໃນ​ພາກ​ພື້ນ. ສະ​ພາບ​ຂາດ​ສະ​ຖຽນ​ລ​ະ​ພາບ​ຢູ່​ແອດ​ສະ​ປາຍ​ເລີ່ມ​ເກີດ​ຂຶ້ນຈາກເຂດ Catalonia, ຈະ​ເປັນ​ວິ​ກິດ​ການ​​ລວມສຳ​ລັບ​ກຸ່ມ​ເອີ​ໂຣ ຊຶ່ງ​ຍັງ​ບໍ່​ທັນຫຼຸດ​ພົ້ນ​ອອກ​ຈາກວິ​ກິດ​ການ. ສິ່ງ​ທີ່​ເປັນ​ອັນ​ຕະ​ລາຍ​ກ່​ວານັ້ນ ແມ່ນ​ມັນ​ອາດ​ຈະ​ສ້າງ​ເປັນ​ຂະ​ບວນ​ການ​ທວງ​ເອົາ​ເອະ​ລາດ​ໂດຍ​ຂະ​ໜາມ​ນາມ​ເອງ, ແລະ ແຜ່​ຂະ​ຫຍາຍອອກນອກ​ກຸ່ມ EU ເພື່ອ​ຊອກ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ ແລະ ຫຼີກ​ລ່ຽງ​ການ​ແບກ​ຫາບ​ຄວາມ​ຫຍຸ້ງ​ຍາກ​ຮ່ວມ​ຂອງ​ທັງ​ກຸ່ມ.

   ສິ່ງ​ທີ່​ເປັນ​ໜ້າ​ວິ​ຕົກ​ກັງ​ວົນ​ກວ່ານັ້ນ, ແມ່ນ​ຖ​້າ​ຫາກ​ທ່າ​ອຽງ​ແຍກ​ຕົວຮັບ​ໄຊ​ຊະ​ນະ ກໍ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ​ຂອງ EU . ໃນ​ສະ​ພາບ​ດ້ານ​ເສດ​ຖະ​ກິດ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນັ້ນ, ບັນ​ດາ​ສຳ​ພັນ​ທະ​ມິດ​ເຊື່ອມ​ສານ​ເຂົ້າ​ກັນ ແລະ ລ້ວນ​ແຕ່​ມີ​ຄວາມ​ຫວັງ​ຢາກ​ຍົກ​ລະ​ດັບ​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ສະ​ເພາະ​​ຂອງ​ຕົນ, ນີ້​ແມ່ນ​ບັນ​ຫາ​ທີ່ບໍ່​ອາດ​ແກ້​ໄຂ​ໄດ້​ຢ່າງ​ງາຍ​ດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ