ໝູນໃຊ້ບັນດາກາລະໂອກາດໃໝ່ ເພື່ອຟື້ນຄືນທ່າເຕີບໂຕ

(VOVWORLD) - ພາຍຫຼັງລະດັບເຕີບໂຕ GDP ຢູ່ໃນລະດັບພຽງແຕ່ 3,72% ໃນເຄິ່ງຕົ້ນປີ 2023 ນັ້ນ, ເສດຖະກິດ ຫວຽດນາມ ໄດ້ປະກົດມີບັນດາສັນຍານຕັ້ງໜ້າ. ໝາກຜົນນີ້ໄດ້ສະແດງໃຫ້ເຫັນປະສິດທິຜົນໃນການບໍລິຫານເສດຖະກິດມະຫາພາກຂອງລັດຖະບານໃນໄລຍະຜ່ານມາ.
ໝູນໃຊ້ບັນດາກາລະໂອກາດໃໝ່ ເພື່ອຟື້ນຄືນທ່າເຕີບໂຕ - ảnh 1ພາບປະກອບ

ລັດຖະບານ ຫວຽດນາມ ຢັ້ງຢືນຈະພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໝູນໃຊ້ບັນດາກາລະໂອກາດໃໝ່, ຜ່ານຜ່າຮົ້ວຂີດຂວາງ, ສິ່ງທ້າທາຍເພື່ອຟື້ນຄືນທ່າເຕີບໂຕ, ບຸນລຸເປົ້າໝາຍພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກຂອງທັງປີ.

ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ທັງຢູ່ພາຍໃນ ແລະ ຕ່າງປະເທດນັ້ນ, ແຕ່ຕົ້ນປີມາຮອດປະຈຸບັນ, ລັດຖະບານ ຫວຽດນາມ ໄດ້ມານະພະຍາຍາມຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຊຸກຍູ້ການເຕີບໂຕ.

ສະພາບການເສດຖະກິດມີຫຼາຍຈຸດເດັ່ນ

        ໃນສະພາບເສດຖະກິດໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການເຕີບໂຕຊັກຊ້າລົງ, ເສດຖະກິດ ຫວຽດນາມ ຍັງມີຫຼາຍຈຸດເດັ່ນຄື: ຂົງເຂດການບໍລິການໄດ້ມີການຟື້ນຟູເປັນຢ່າງດີ, ເພີ່ມຂຶ້ນ 6,33% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ປະກອບສ່ວນເກືອບ 80% ເຂົ້າລະດັບການເຕີບໂຕລວມຂອງ 7 ເດືອນຕົ້ນປີ; ເງິນເຟີ້ຫລຸດລົງ, ຄວບຄຸມຢູ່ໃນລະດັບເໝາະສົມ… ເປັນໜ້າສົນໃຈແມ່ນ, ສະພາບການເສດຖະກິດ - ສັງຄົມພວມຄ່ອຍໆໄດ້ຮັບການປັບປຸງ, ໄຕມາດ 2 ໄດ້ເຕີບໂຕ 4,14% ສູງກ່ວາໄຕມາດ 1 (3,32%); ການຜະລິດອຸດສາຫະກຳ, ດັດຊະນີການບໍລິຫານການຊື້ສິນຄ້າ (PMI), ການສົ່ງອອກ - ນຳເຂົ້າ, ການດຶງດູດການລົງທຶນຈາກຕ່າງປະເທດ, ສະພາບການວິສາຫະກິດພວມຄ່ອຍໆດີຂຶ້ນ.

ໝູນໃຊ້ບັນດາກາລະໂອກາດໃໝ່ ເພື່ອຟື້ນຄືນທ່າເຕີບໂຕ - ảnh 2ຮອງສາດສະດາຈານ, ປອ ເຈິ່ນດິ່ງທຽນ, ອະດີດຫົວໜ້າສະຖາບັນເສດຖະກິດ ຫວຽດນາມ
(ພາບ:VOV)

        ຕາມຮອງສາດສະດາຈານ, ປອ ເຈິ່ນດິ່ງທຽນ, ອະດີດຫົວໜ້າສະຖາບັນເສດຖະກິດ ຫວຽດນາມ ແລ້ວ, ລັດຖະບານໄດ້ສຸມໃສ່ການເປັນເຈົ້າການຕິດຕາມ, ຕີລາຄາຜົນກະທົບຂອງຕະຫຼາດ, ຈາກນັ້ນ ກໍ່ມີບັນດາການດັດປັບນະໂຍບາຍເງິນຕາໃຫ້ມີໄຫວພິບ, ໜູນຊ່ວຍຍູ້ແຮງການເຄື່ອນໄຫວຜະລິດ, ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຫລຸດຜ່ອນລະບຽບການບໍລິຫານ. ພ້ອມກັນນັ້ນ, ກໍ່ຍູ້ໄວຄວາມຄືບໜ້າໃນການປ່ອຍເງິນລົງທຶນຂອງລັດ, ຖືນີ້ແມ່ນໜຶ່ງໃນບັນດາເສົາຄ້ຳການເຕີບໂຕຂອງພື້ນຖານເສດຖະກິດ. ທ່ານ ເຈິ່ນດິ່ງທຽນ, ຖືວ່າ:

        “ປີນີ້, ລັດຖະບານໄດ້ຮູ້ເຖິງບັນດາບັນຫາ ແລະ ຍົກອອກການກຳນົດທິດເພື່ອແກ້ໄຂ. ໂດຍສັງລວມ, ສະພາບການຂອງໂລກມີສິ່ງທ້າທາຍຫຼາຍຢ່າງ, ພວກເຮົາຄວນຮັບຮູ້ສະພາບການຂອງໂລກເພື່ອແກ້ໄຂຢ່າງມີໄຫວພິບ. ສຳຄັນກ່ວານັ້ນແມ່ນຮັກສາໄດ້ພື້ນຖານ, ສ້າງທ່ວງທ່າໃຫ້ແກ່ໄລຍະຈະມາເຖິງໃຫ້ເຂັ້ມແຂງກ່ວາ. ໃນໂລກທີ່ຂາດສະຖຽນລະພາບ, ໂລກທີ່ປະສົບກັບຄວາມຫຍຸ້ງຍາກຄືປະຈຸບັນນັ້ນ, ຂ້າພະເຈົ້າຖືວ່າ ນັ້ນແມ່ນສິ່ງສຳຄັນ, ແກ່ນສານທີ່ສຸດ”.

        ເພື່ອປະຕິບັດໄດ້ເປົ້າໝາຍເຕີບໂຕໃນຊຸມເດືອນທ້າຍປີ ແລະ ໃນປີຕໍ່ໄປນັ້ນ, ຕາມບັນດານັກຊ່ຽວຊານແລ້ວ, ປັດໄຈສຳຄັນແຖວໜ້າໃນໄລຍະປະຈຸບັນ ຍັງແມ່ນການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວາມສົມດຸນລະຫວ່າງການຄວບຄຸມໄພເງິນເຟີ້ ແລະ ເຕີບໂຕ, ລະຫວ່າງດອກເບ້ຍ ແລະ ອັດຕາແລກປ່ຽນເງິນຕາ, ລະຫວ່າງຄວາມດຸ່ນດ່ຽງຂອງງົບປະມານ ແລະ ການໜູນຊ່ວຍປະຊາຊົນ, ວິສາຫະກິດ. ທ່ານ ປອ ເກິ໋ນວັນລຶກ, ຫົວໜ້ານັກຊ່ຽວຊານເສດຖະກິດ ທະນາຄານລົງທຶນ ແລະ ພັດທະນາ ຫວຽດນາມ (BIDV), ສະເໜີຄວນໝູນໃຊ້ບັນດາໂອກາດໃໝ່, ທ່າໄດ້ປຽບໃໝ່, ຜ່ານຜ່າຮົ້ວກີດຂວາງ, ສິ່ງທ້າທາຍເພື່ອ “ຟື້ນຄືນ” ທ່າເຕີບໂຕໃນຕໍ່ໜ້າ ແລະ ໃນໄລຍະຍາວ:

        “3 ຂໍ້ສຳຄັນເພື່ອໃຫ້ພວກເຮົາສ້າງກຳລັງໜູນໄລຍະຍາວ. ທີໜຶ່ງແມ່ນບັນຫາກ່ຽວກັບໂຄງປະກອບ, ຍ້ອນວ່າປະຈຸບັນ ບັນດາປະເທດຢາກສ້າງພື້ນຖານແບບຍືນຍົງ ແມ່ນຕ້ອງກັບຄືນຫາບັນຫາການສ້າງໂຄງປະກອບ. ທີສອງແມ່ນບັນຫາສະມັດຕະພາບ. ທີສາມແມ່ນ ຕ້ອງເຮັດແຈ້ງກ່ຽວກັບຮູບແບບການເຕີບໂຕຕາມທິດຫັນເປັນດີຈີຕອນຫຼາຍກ່ວ, ຫຼື ເດີນຕາມຮູບແບບນະວັດຕະກຳທີ່ໃໝ່ກ່ວາ. ນີ້ແມ່ນກຳລັງໜູນຂອງການເຕີບໂຕ”.

ຕັດສິນໃຈບັນລຸເປົ້າໝາຍທີ່ໄດ້ວາງອອກລະດັບສູງສຸດ

ໝູນໃຊ້ບັນດາກາລະໂອກາດໃໝ່ ເພື່ອຟື້ນຄືນທ່າເຕີບໂຕ - ảnh 3 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ
(ພາບ: Dương Giang/TTXVN)

        ໂດຍຮັບຮູ້ໄດ້ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕ 6,5% ຄືດັ່ງແຜນການທີ່ໄດ້ວາງອອກນັ້ນ, ນອກຈາກບັນດາມາດຕະການດັ່ງກ່າວ, ທີ່ກອງປະຊຸມສະໄໝສາມັນເດືອນກໍລະກົດ ຜ່ານມາຂອງລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກເຖິງບາງການກຳນົດທິດຊີ້ນຳວ່າ:

        “ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງການ, ປະທານຄະນະກຳມະການປະຊາຊົນບັນດາທ້ອງຖິ່ນ ຕາມພາລະໜ້າທີ່, ສິດອຳນາດຂອງຕົນ ສຸມໃສ່ນຳພາ, ຊີ້ນຳ, ບໍລິຫານ ດ້ວຍຄວາມຕັດສິນໃຈສູງ, ມານະພະຍາຍາມກ່ວາ, ມີຈຸດສຸມໃນການບໍລິຫານຢ່າງເດັດຂາດກ່ວາ ເພື່ອປະຕິບັດບັນດາໜ້າທີ່ໄດ້ວາງອອກ. ສ່ວນກະຊວງແຜນການ ແລະ ການລົງທຶນແມ່ນຕ້ອງປະຕິບັດສຳເລັດແຜນການຈັດແບ່ງລະອຽດງົບປະມານຂອງລັດປີ 2023. ຍູ້ແຮງການເຄື່ອນໄຫວຂອງ 5 ໜ່ວຍປະຕິບັດງານ ກະຕຸກຊຸກຍູ້, ຍູ້ແຮງການປ່ອຍເງິນລົງທຶນຂອງລັດ. ບັນດາທ້ອງຖິ່ນສືບຕໍ່ກວດກາຄືນ, ຫລຸດຜ່ອນເງື່ອນໄຂດຳເນີນທຸລະກິດ ແລະ ຫລຸດຜ່ອນລະບຽບການດ້ານບໍລິຫານ, ສ້າງຄວາມສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດ, ເພີ່ມທະວີການສົ່ງເສີມການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຄຸນນະພາບສູງ, ຊຸກຍູ້ການຮ່ວມມືພາກລັດ - ເອກະຊົນ, ເພີ່ມທະວີລັກສະນະຄາດຄະເນ ແລະ ເຕື້ອງເຖິງບັນດາແຜນການບໍລິຫານເສດຖະກິດມະຫາພາກ”.

        ເຖິງວ່າ, ບັນດາດັດຊະນີເສດຖະກິດມະຫາພາກແມ່ນຍັງບໍ່ທັນປະຕິບັດໄດ້ຄືຄວາມຄາດຫວັງເທື່ອ, ແຕ່ທ່າອ່ຽງພວມນັບມື້ນັບຕັ້ງໜ້າກ່ວາ, ເດືອນນີ້ສູງກ່ວາເດືອນກ່ອນ, ໄຕມາດນີ້ສູງກ່ວາໄຕມາດກ່ອນ. ບັນດາຕົວເລກກ່ຽວກັບການເຕີບໂຕ GDP, ຫຼື ການນຳເຂົ້າ - ສົ່ງອອກ… ລ້ວນແຕ່ສະແດງໃຫ້ເຫັນສິ່ງດັ່ງກ່າວ. ເຖິງວ່າ ຍັງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ລັດຖະບານຈະບໍ່ດັດປັບເປົ້າໝາຍການເຕີບໂຕ, ແຕ່ຫາກຈະສະສົມກາລະໂອກາດ, ຕັດສິນໃຈບັນລຸລະດັບທີ່ວາງອອກໃຫ້ສູງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ