ໝູນ​ໃຊ້​ແນວ​ຄິດ​ໂຮ່​ຈີ​ມິນ ເພື່ອ​ສ້າງ ແລະ ປັບ​ປຸງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນ​າມ ໃຫ້​ສົມ​ບູນ​ແບບ

(VOVWORLD) -ກົງກັບໂອກາດໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ສະຫລຸບ 5 ປີແຫ່ງການປະຕິບັດ ມະຕິເລກ 05 /ສູນກາງ ລົງວັນທີ 15 ມິຖຸນາ ປີ 2016 ຂອງກົມການເມືອງ ກ່ຽວກັບ “ເລື່ອງຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດຄຸນສົມບັດປະທານໂຮ່ຈີມິນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ ມີບົດຂຽນດ້ວຍຫົວຂໍ້ວ່າ: “ໝູນໃຊ້ແນວຄິດໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດ, ປະກອບສ່ວນສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນແບບ”. ໃນບົດຂຽນ ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ ໄດ້ເນັ້ນຫນັກ ການກຳນົດທິດກ່ຽວກັບການເຄື່ອນໄຫວນິຕິບັນຍັດໃນວິວັດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ.
ໝູນ​ໃຊ້​ແນວ​ຄິດ​ໂຮ່​ຈີ​ມິນ ເພື່ອ​ສ້າງ ແລະ ປັບ​ປຸງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ​ຫວຽດ​ນ​າມ ໃຫ້​ສົມ​ບູນ​ແບບ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ 

ຕາມທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວື່ອງດີ່ງເຫ້ວ ແລ້ວ, ແນວຄິດໂຮ່ຈີມິນ ກ່ຽວກັບລັດ ແລະ ກົດໝາຍ, ໃນນັ້ນ ມີແນວຄິດກ່ຽວກັບການເຄື່ອນໄຫວນິຕິບັນຍັດ, ແມ່ນເຂັມຊີ້ທິດໃຫ້ແກ່ການເຄື່ອນໄຫວສ້າງ, ປັບປຸງລະບົບກົດໝາຍຢູ່ຫວຽດນາມ ໃຫ້ສົມບູນແບບ. ການຮ່ຳຮຽນ, ໝູນໃຊ້ແນວຄິດ, ຄຸນສົມບັດປະທານໂຮ່ຈີມິນ ກ່ຽວກັບການເຄື່ອນໄຫວນິຕິບັນຍັດໃນໄລຍະປະຈຸບັນ ແມ່ນມີບົດບາດສຳຄັນທີ່ສຸດ. ໃນໄລຍະຈະມາເຖິງ ການເຄື່ອນໄຫວນິຕິບັນຍັດຂອງຫວຽດນາມ ຕ້ອງຕອບສະຫນອງໃຫ້ໄດ້ຕາມຄຳຮຽກຮ້ອງຕ້ອງການ 6 ປະການ. ນັ້ນແມ່ນ

ທີຫນຶ່ງ: ການເຄື່ອນໄຫວນິຕິບັນຍັດຕ້ອງຮັບປະກັນການສ້າງກອບນິຕິກຳເພື່ອໃຫ້ລັດຈັດຕັ້ງ ແລະ ເຄື່ອນໄຫວໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ.

ທີສອງ: ການເຄື່ອນໄຫວນິຕິບັນຍັດຕ້ອງຮັບປະກັນການເຄົາລົບ ແລະ ປົກປ້ອງສິດທິມະນຸດ, ບັນດາສິດ ແລະ ຄວາມເສລີຂອງພົນລະເມືອງ, ຮັກສາສາຍພົວພັນລະຫວ່າງ ລັດ ແລະ ພົນລະເມືອງ, ລະຫວ່າງ ລັດ ແລະ ສັງຄົມ, ຮັບປະກັນສິດທິມະນຸດໃນທຸກຂົງເຂດການເຄື່ອນໄຫວຂອງລັດ ແລະ ສັງຄົມ.

 ທີສາມ: ການເຄື່ອນໄຫວນິຕິບັນຍັດ ຕ້ອງຮັບປະກັນສິດອຳນາດຂອງລັດ ໂດຍໄດ້ຮັບການຈັດຕັ້ງ ແລະ ປະຕິບັດຕາມບັນດາຫລັກການ: ການຈັດແບ່ງ, ການສົມທົບສິດອຳນາດ ແລະ ຄວບຄຸມສິດອຳນາດ. ພ້ອມກັນນັ້ນ ການຈັດຕັ້ງ ແລະ ປະຕິບັດສິດອຳນາດຕ້ອງໄດ້ຮັບການຄວບຄຸມຢ່າງເຄັ່ງຄັດກັບບັນດາກົນໄກກວດກາສິດອຳນາດລະອຽດ ນັບທັງພາຍໃນກົງຈັກລັດ ແລະ ນອກກົງຈັກລັດ.

ທີສີ່: ການເຄື່ອນໄຫວນິຕິບັນຍັດຕ້ອງຮັບປະກັນກົນໄກປົກປັກຮັກສາລັດຖະທຳມະນູນ ແລະ ກົດໝາຍໃຫ້ສອດຄ່ອງ. ພື້ນຖານຂອງລັດແຫ່ງອຳນາດນິຕິບັນຍັດ ແມ່ນລັດຖະທຳມະນູນ ແລະ ລະບົບກົດໝາຍປະຊາທິປະໄຕ ແລະ ຍຸຕິທຳ. ດັ່ງນັ້ນ ກົນໄກປົກປັກຮັກສາລັດຖະທຳມະນູນ ແລະ ກົດໝາຍ ຍາມໃດກໍ່ແມ່ນຄຳຮຽກຮ້ອງຕ້ອງການ, ແມ່ນເງື່ອນໄຂຈຳເປັນເພື່ອແນໃສ່ຮັບປະກັນໃຫ້ລັດຖະທຳມະນູນ, ກົດໝາຍ ຍາມໃດກໍ່ໄດ້ຮັບການເຄົາລົບ, ຖືເປັນສຳຄັນ ແລະ ປະຕິບັດຕາມຢ່າງເຂັ້ມງວດ.

ທີຫ້າ: ການເຄື່ອນໄຫວນິຕິບັນຍັດ ຕ້ອງຮັບມືໄດ້ກັບບັນດາການກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4.

ທີຫົກ: ການເຄື່ອນໄຫວນິຕິບັນຍັດຕ້ອງຮັບປະກັນ ລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແມ່ນພາຍໃຕ້ການຊີ້ນຳນຳພາຂອງພັກ. ນີ້ແມ່ນເນື້ອໃນສຳຄັນທີ່ສຸດ ສະແດງໃຫ້ເຫັນລັກສະນະພິເສດຂອງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ.

ຕາມທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ແລ້ວ, ໃນໄລຍະຈະມາເຖິງ ສະພາແຫ່ງຊາດຈະສືບຕໍ່ຍູ້ແຮງການປະຕິບັດການຮ່ຳຮຽນແນວຄິດໂຮ່ຈີມິນ ໃນການເຄື່ອນໄຫວນິຕິບັນຍັດ, ສ້າງ ແລະ ຜັນຂະຫຍາຍການປະຕິບັດຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມ ຮອດປີ 2030 ການກຳນົດທິດຮອດປີ 2045.

ຕາມທິດນີ້ ການເຄື່ອນໄຫວນິຕິບັນຍັດ ຂອງສະພາແຫ່ງຊາດ ສຸມໃສ່ເຂົ້າໃນບາງຂົງເຂດສຳຄັນ. ນັ້ນແມ່ນ ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍອະທິປະໄຕ, ຊາຍແດນແຫ່ງຊາດ, ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍການຈັດຕັ້ງກົງຈັກລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍສິດທິມະນຸດ, ສິດພົນລະເມືອງ, ສ້າງພື້ນຖານດ້ານນິຕິກຳໃຫ້ສົມບູນແບບເພື່ອປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕແບບຕາງຫນ້າໃຫ້ຖືກຕ້ອງ, ມີປະສິດທິຜົນ.

ພິເສດແມ່ນປະຊາທິປະໄຕຢູ່ຂັ້ນຮາກຖານ, ສ້າງ ແລະ ປັບປຸງກົດໝາຍວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ - ສິ່ງແວດລ້ອມ ແບບຍືນຍົງ; ສືບຕໍ່ປ່ຽນໃຫມ່ຂັ້ນຕອນນິຕິບັນຍັດ, ເປີດກວ້າງປະຊາທິປະໄຕໃນການສ້າງກົດໝາຍ ເພື່ອໃຫ້ບັນດາການກຳນົດຂອງກົດໝາຍທີ່ມີລັກສະນະເປັນໄປໄດ້, ສອດຄ່ອງກັບພຶດຕິກຳຕົວຈິງ, ມີພື້ນຖານດ້ານວິທະຍາສາດ, ຕິດພັນຢ່າງແຫນ້ນແຟ້ນລະຫວ່າງການສ້າງກົດໝາຍກັບອົງການປະຕິບັດກົດໝາຍ, ໂຄສະນາ, ເຜີຍແຜ່, ແຜ່ຂະຫຍາຍ, ເສີມຂະຫຍາຍແນວຄິດຄຸນສົມບັດປະທານໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດເວົ້າສະເພາະ, ວິວັດການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ ຫວຽດນາມ ເວົ້າລວມ.

ມ້ວນທ້າຍ ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫ້ວ ຢັ້ງຢືນ: ການໝູນໃຊ້, ເສີມຂະຫຍາຍບັນດາຜົນງານອັນລ້ຳຄ່າຂອງແນວຄິດໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດພ້ອມກັບການສືບຕໍ່ປ່ຽນແປງໃຫມ່ການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງແຮງກວ່າ, ຍົກສູງບົດບາດຂອງສະພາແຫ່ງຊາດ, ອົງການຕາງຫນ້າສູງສຸດຂອງປະຊາຊົນ, ອົງການສິດອຳນາດລັດສູງສຸດຂອງຫວຽດນາມ ແມ່ນພື້ນຖານ, ຄວາມຮຽກຮ້ອງຕ້ອງການແບບບັງຄັບເພື່ອສ້າງລະບົບກົດໝາຍໃຫ້ສົມບູນແບບ ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຢູ່ຫວຽດນາມຢ່າງສຳເລັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ