ໝາກຜົນການເລືອກຕັ້ງສ່ອງແສງເຖິງການເລືອກເຟັ້ນ ຂອງຜູ້ມີສິດເລືອກຕັ້ງຢ່າງຖືກຕ້ອງ

ດ້ວຍອັດ​ຕາຜູ້​ມີ​ສິດ​ເລືອກ​ຕັ້ງໄປ​ປ່ອນ​ບັດບັນ​ລຸ 99,35%, ຊຶ່ງ​ແມ່ນ​ອັດ​ຕາ​ສູງ​ສຸດ​ໃນບັນ​ດາການເລືອກ​ຕັ້ງຄັ້ງ​ມໍ່ໆ​ມານີ້, ຈຳ​ນວນ​ຜູ້​ໄດ້​ຮັບ​ການ​ເລືອກ​ຕັ້ງ​ແມ່ນ​ຄົນ​ໜຸ່ມ, ມີ​ລະ​ດັບ​ວຸດ​ທິ​ສຶກ​ສາ​ຂັ້ນ​ມະ​ຫາ​ວິ​ທະ​ຍາ​ໄລ, ເໜືອ​ມະ​ຫາ​ວິ​ທະ​ຍາ​ໄລ​ແມ່ນຫຼາຍກວ່າ​ເມື່ອ​ທຽບ​ໃສ່​ຊຸດ​ກ່ອນໆ. ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021 ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ໝາກ​ຜົນ​ການ​ເລືອກ​ຕັ້ງສ່ອງ​ແສງ​ເຖິງ​ການ​ເລືອກ​ເຟັ້ນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດຢ່າງ​ຖືກ​ຕ້ອງ.

 

ໝາກຜົນການເລືອກຕັ້ງສ່ອງແສງເຖິງການເລືອກເຟັ້ນ ຂອງຜູ້ມີສິດເລືອກຕັ້ງຢ່າງຖືກຕ້ອງ - ảnh 1

      “ໄຊ​ຊະ​ນະ​ທຳ​ອິດ ແລະ ສຳ​ຄັນ​ກວ່າໝູ່​ຂອງ ການເລືອກ​ຕັ້ງ​ຄັ້ງ​ນີ້ ກໍ​ແມ່ນ​ໄຊ​ຊະ​ນະ​ຂອງ​ປະ​ຊາ​ທິ​ປະ​ໄຕ, ການ​ເປີດ​ເຜີຍ ແລະ ຄວາມ​ໂປ່ງ​ໃສ”. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ຫງວຽນ​ແຫ້ງ​ຟຸກ, ເລ​ຂາ​ທິ​ການ​ໃຫຍ່​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຫົວ​ໜ້າ​ຫ້ອງ​ການ​ສະ​ພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ກ່ຽວ​ກັບໝາກ​ຜົນ​ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021 ໃນ​ວັນ​ທີ 22/5 ທີ່​ຜ່ານ​ມາ.

    ຮັບ​ປະ​ກັນ​ປະ​ຊາ​ທິ​ປະ​ໄຕ, ເປີດ​ເຜີຍ ແລະ ກະ​ຈ່າງ​ແຈ້ງ

  ຄວາມ​ຈິງ​ໃນ ການເລືອກ​ຕັ້ງ​ຄັ້ງ​ນີ້, ຢູ່​ທຸກ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ, ຈາກ​ການ​ເລືອກ​ເອົາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ຮັບ​ເອົາ​ຄຳ​ເຫັນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບ່ອນ​ເຂົາ​ເຈົ້າ​ຢູ່​ອາ​ໄສ, ບ່ອນ​ເຮັດ​ວຽກ​ຕະຫຼອດ​ຮອດ​ການ​ດຳ​ເນີນ​ການ​ປຶກ​ສາ​ຫາ​ລື​ຮອບ​ຕ່າງໆ​ເພື່ອ​ຂຶ້ນບ​ັນ​ຊີ​ລາຍ​ຊື່ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ ກໍ​ລ້ວນ​ແຕ່​ຖືກ​ດຳ​ເນີນ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ, ຖືກ​ກັບ​ກົດ​ໝາຍ, ຮັບ​ປະ​ກັການເປີດ​ເຜີຍ ແລະ ກະ​ຈ່າງ​ແຈ້ງ ແລະ ຍຸດ​ຕິ​ທຳ. ວິ​ວັດ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ບັນ​ດາ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ກໍ​ໄດ້​ປະ​ຕິ​ບັດ​ຢ່າງເປີດ​ເຜີຍ ແລະ ກະ​ຈ່າງ​ແຈ້ງ ແລະ ຍຸດ​ຕິ​ທຳ.

      ຫຼັກ​ການ​ເລືອກ​ຕັ້ງ​ຢູ່​ຫວຽດ​ນາມ​ໄດ້​ຮັບ​ການ​ກຳ​ນົດ​ຈາກ​ກົດ​ໝາຍ​ວ່າ​ດ້ວຍການເລືອກ​ຕັ້ງ ສ.ສ.ຊ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ວ່າ : ສາ​ມັນ, ຍຸດ​ຕິ​ທຳ, ໂດຍ​ກົງ ແລະ ປ່ອນ​ບັດ​ລັບ. ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​ວ່າ​ດ້ວຍການ ເລືອກ​ຕັ້ງ ສ.ສ.ຊ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​, ເປັນ​ຄັ້ງ​ທຳ​ອິດ​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້, ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ອະ​ນຸ​ຍາດ​ໃຫ້ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ, ອົງ​ການ​ສຳ​ນັກ​ງານ, ຫົວ​ໜ່ວຍ, ຈັດ​ຕັ້ງ​ແນະ​ນຳຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງຫຼື​ຜູ້​ໄດ້​ຮັບ​ການມອບ​ໝາຍມີ​ສິດເປັນ​ສັກ​ຂີພິ​ຍານການ​ນັບ​ບັດ. ນັກ​ຂ່າວ​ກໍ​ມີ​ສິດ​ເປັນ​ສັກ​ຂີພິ​ຍານການ​ນັບ​ບັດ. ນີ້​ແມ່ນ​ບາດ​ກ້າວ​ເດີນ​ທີ່​ສຳ​ຄັນ ຮັບ​ປະ​ກັນ​ໃຫ້ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ​ຢູ່​ຫວຽດ​ນາມມີ ປະ​ຊາ​ທິ​ປະ​ໄຕ, ເປີດ​ເຜີຍ ແລະ ກະ​ຈ່າງ​ແຈ້ງ.

     ເຄົາ​ລົບ​ສິດ​ເລືອກ​ເຟັ້ນ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ

   ໃນການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021, ມີ 21 ຄົນບໍ່​ແມ່ນ​ສະ​ມາ​ຊິກ​ພັກ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ໝາກ​ຜົນ​ນີ້​ໄດ້​ສ່ອງ​ແສງ​ເຖິງ​ການ​ເລືອກ​ເຟັ້ນ, ເຈດ​ຈຳ​ນົງ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ເພາະ​ຕາມ ກົດ​ໝາຍ​ວ່າ​ດ້ວຍການເລືອກ​ຕັ້ງ ສ.ສ.ຊ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ນັ້ນ, ຜູ້​ມີ​ສິດ​ເລືອກ​ຕັ້ງມີ​ສິດ​ເລືອກ​ເອົາ​ຜູ້​ເປັນ​ຕົວ​ແທນ​ຂອງ​ຕົນ ເຂົ້າ​ໃນ​ອົງ​ການ​ທີ່​ມີ​ອຳ​ນາດ​ແຫ່ງ​ລັດ​ສູງ​ສຸດ.

     ເລື່ອງ​ມີຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງເອງ 2 ຄົນ​ໄດ້​ຮັບ​ການເລືອກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ກໍ​ແມ່ນ​ເລີ່ມ​ມາ​ຈາກ​ການ​ເລືອກ​ເຟັ້ນຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ. ​ໃນ​ມາດ​ຕາ 27 ຂອງລັດ​ຖະ​ທຳ​ມະ​ນູນ​ຫວຽດ​ນາມໄດ້​ລະ​ບຸ​ວ່າ : “ ພົນ​ລະ​ເມືອງ​ຫວຽດ​ນາມ​ມີ​ອາ​ຍຸ​ຄົບ 18 ປີ​ຂຶ້ນ​ໄປ ແມ່ນ​ມີ​ສິດ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ ແລະ ຖ້າ​ຫາກ​ມີ​ອາ​ຍຸ​ຄົບ 21 ປີ​ຂຶ້ນ​ໄປ ແມ່ນມີ​ສິດ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ”. ກົດ​ໝາຍ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຂອງ​ຫວຽດ​ນາມ ກໍ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ບັນ​ດາ​ພົນ​ລະ​ເມືອງ​ປະ​ຕິ​ບັດສິດ​ອອກ​ສະ​ໝັກ​ຮັບ​ເລືອກ​ຕັ້ງເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ. ກໍ​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ, ເພື່ອ​ມີ​ຊື່​ໃນ​ບັນ​ຊີ​ລາຍ​ຊື່​ຂອງ​ການ​ເລືອກ​ຕັ້ງ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງທຸກໆ​ຄົນ ໂດຍບໍ່​ຈຳ​ແນກ​ອາ​ຊີບ, ຕຳ​ແໜ່ງ, ຜູ້​ໄດ້​ຮັບ​ການ​ສະ​ເໜີ ແລະ ຜູ້​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງເອງ ກໍ​ລ້ວນ​ແຕ່​ຕ້ອງ​ຜ່ານ​ການ​ປຶກ​ສາ​ຫາ​ລື​ຮອບ​ຕ່າງໆ​ໂດຍ​ແນວ​ໂຮມ​ປະ​ເທດ​ຊາດ​ເປັນ​ປະ​ທານ, ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ບ່ອນ​ເຮັດ​ວຽກ ແລະ ບ່ອນ​ທີ່​ເຂົາ​ເຈົ້າ​ຢູ່​ອາ​ໄສ​ປະ​ກອບ​ຄຳ​ຄິດ​ເຫັນ, ເລືອກ​ເຟັ້ນ​ດ້ວຍ​ຮູບ​ການ​ປ່ອນ​ບັດ​ໄວ້​ວາງ​ໃຈ. ສຳ​ລັບ​ການ​ຂົນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ກໍ​ໄດ້​ຮັບ​ການ​ດຳ​ເນີນ​ຢ່າງ​ເປີດ​ເຜີຍ ແລະ ຍຸດ​ຕິ​ທຳ ແລະ ໄດ້​ຮັບ​ການ​ຕິດ​ຕາມ​ຢ່າງ​ຈາກ​ປະ​ຊາ​ຊົນ. ຢູ່​ຕາມ​ສະ​ຖານ​ທີ່​ປ່ອນ​ບັດ, ດ້ວຍ​ບັດ​ເລືອກ​ຕັ້ງ​ຂອງ​ຕົນ, ຜູ້​ມີ​ສິດ​ເລືອກ​ຕັ້ງຈະ​ຕັດ​ສິນ​ເລືອກ​ເອົາ​ຜູ້​ໃດ​ທີ່​ເໝາະ​ສົ​ມ​ເພື່ອ​ເຂົ້າ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນຂັ້ນ​ຕ່າງໆ. ເປັນ​ອັນ​ວ່າ ມີ​ບາງ​ຄົນ​ອອກສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອງ ຈະ​ໄດ້​ຮັບ​ການ​ເລືອກ​ຕັ້ງຫຼືບໍ່​ນັ້ນ ກໍ​ລ້ວນ​ແຕ່​ຂຶ້ນ​ກັບ​ຄວາມ​ໄວ້​ວາງ​ໃຈ​ຂອງ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສຳ​ລັບ​ເຂົາ​ເຈົ້າ.

     ການເລືອກ​ຕັ້ງສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ອາ​ຍຸ​ການ 2016-2021 ຢູ່​ຫວຽດ​ນາມ, ສັງ​ເກດ​ໂດຍ​ສັງ​ລວມ​ແລ້ວ ແມ່ນ​ການ​ເລືອກ​ຕັ້ງ​ຢ່າງ​ປະ​ສົບ​ຜົນ​ສຳ​ເລັດ​ເພາະ​ການ​ເລືອກ​ເຟັ້ນ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງແມ່ນ​ປັດ​ໄຈ​ສຳ​ຄັນ​ສ້າງ​ໃຫ້​ມີໝາກ​ຜົນ​ຂອງ​ການ​ເລືອກ​ຕັ້ງຄັ້ງ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ