ໝາກຜົນອັນໃຫຍ່ຫລວງໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢູ່ ຫວຽດນາມ

(VOVWORLD) - ຊຸກຍູ້ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແມ່ນເປົ້າໝາຍສູ້ຊົນຂອງທັງມວນມະນຸດ, ໃນນັ້ນ ມີຫວຽດນາມ. ເຖິງວ່າບັນລຸໄດ້ຫລາຍໝາກຜົນສຳຄັນໃນຂົງເຂດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ກໍຕາມ, ແຕ່ ຫວຽດນາມ ຍັງຄົງສືບຕໍ່ສ້າງນະໂຍບາຍ, ກົດໝາຍໃຫ້ສົມບູນແບບ, ເພີ່ມທະວີບົດບາດຂອງທັງລະບົບການເມືອງ, ຍາດແຍ່ງແຫລ່ງກຳລັງເພື່ອຮັບປະກັນ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.

ສ້າງ ແລະ ປັບປຸງກອບກົດໝາຍ, ນະໂຍບາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍໃຫ້ສົມບູນແບບ, ນຳເອົາ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍເຂົ້າໃນໂຄງການພັດທະນາເສດຖະກິດ ສັງຄົມ ແມ່ນຈຸດສຸມ ຊື່ງພັກ ແລະ ລັດຫວຽດນາມ ປະຕິບັດ, ສ້າງເງື່ອນໄຂສະດວກໃຫ້ແກ່ແມ່ຍິງມີໂອກາດໄດ້ສຳຜັດ ແລະ ເຂົ້າຮ່ວມ ໃນບັນດາຂົງເຂດຂອງຊີວິດສັງຄົມຫລາຍກວ່າ.

 ໝາກຜົນສຳຄັນກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ

ຈຸດພົ້ນເດັ່ນໃນການປະຕິບັດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍຢູ່ຫວຽດນາມ ແມ່ນການສ້າງກອບກົດໝາຍ, ນະໂຍບາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍໃຫ້ສົມບູນແບບ. ຫວຽດນາມ ໄດ້ສ້າງ ແລະ ປະກາດໃຊ້ບັນດາເອກະສານນິຕິກຳ ສະແດງໃຫ້ເຫັນຫລັກການກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ, ບໍ່ຈຳແນກການປະພຶດຕໍ່ ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍປີ 2006 ແລະ ສົນທິສັນຍາຂອງ ສປຊ ກ່ຽວກັບການລົບລ້າງບັນດາຮູບການການຈຳແນກປະພຶດຕໍ່ ຕ້ານຄືນແມ່ຍິງ.

ໝາກຜົນອັນໃຫຍ່ຫລວງໃນການປະຕິບັດຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ຢູ່ ຫວຽດນາມ - ảnh 1 ອັດຕາແມ່ຍິງຫວຽດນາມ ຮູ້ຫນັງສື ແມ່ນ 92%, 

ຫວຽດນາມ ໄດ້ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2011 – 2020 ດ້ວຍຄາດໝາຍຍົກສູງຄວາມຮັບຮູ້, ຮັດແຄບຄວາມແຕກໂຕນລະຫວ່າງເພດຍິງ - ຊາຍ ແລະ ຍົກສູງທີ່ຕັ້ງບົດບາດຂອງແມ່ຍິງ, ຕັ້ງຫນ້າປະຕິບັດບັນດາຂໍ້ລິເລີ່ມສາກົນ ແລະ ພາກພື້ນ ເພື່ອແນໃສ່ຊຸກຍູ້ການປົກປ້ອງສິດຂອງແມ່ຍິງ ແລະ ຕ້ານການຈຳແນກການປະພຶດຕໍ່ສຳລັບແມ່ຍິງ. ເປົ້າໝາຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ຍົກສູງທີ່ຕັ້ງບົດບາດໃຫ້ແກ່ແມ່ຍິງ ແມ່ນຫນຶ່ງໃນ 3 ເປົ້າໝາຍສະຫັດສະວັດ (MDG 2013) ຊື່ງຫວຽດນາມປະຕິບັດສຳເລັດກ່ອນການກຳນົດເວລາເມື່ອປີ 2015 ນຳຫວຽດນາມ ກາຍເປັນຫນຶ່ງໃນບັນດາປະເທດລົບລ້າງຄວາມແຕກໂຕນລະຫວ່າງເພດຊາຍ - ຍິງ ຢ່າງວ່ອງໄວກວ່າໝູ່ໃນຮອບເວລາ 20 ປີຜ່ານມາ.

 ຄວາມຈິງ ແມ່ຍິງ ຫວຽດນາມ ກວມເອົາກວ່າ 50% ຈຳນວນພົນລະເມືອງ ແລະ ເກືອບ 50% ຈຳນວນກຳລັງແຮງງານຂອງສັງຄົມ ພວມນັບມື້ນັບເຂົ້າຮ່ວມເລິກໃນທຸກການເຄື່ອນໄຫວຂອງປະຊາຄົມ. ອັດຕາສ່ວນແມ່ຍິງເຂົ້າຮ່ວມສະພາແຫ່ງຊາດຫວຽດນາມ ຊຸດທີ  14 (ອາຍຸການ 2016 – 2021) ບັນລຸ 26,8%, ນຳຫວຽດນາມ ນອນໃນກຸ່ມປະເທດມີອັດຕາແມ່ຍິງເປັນສະມາຊິກສະພາແຫ່ງຊາດຢູ່ໃນລະດັບສູງຂອງພາກພື້ນ ແລະ ໂລກ. ປະຈຸບັນ ແມ່ຍິງ ດຳລົງຫລາຍຕຳແຫນ່ງເປັນການນຳຫລັກແຫລ່ງຂອງປະເທດຊາດຄື: ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ຮອງປະທານປະເທດ, ລັດຖະມົນຕີ, ຮອງລັດຖະມົນຕີ.

ຢູ່ບັນດາທ້ອງຖິ່ນ, ມີແມ່ຍິງຫລາຍຄົນ ດຳລົງຕຳແຫນ່ງຫລັກແຫລ່ງຢູ່ທຸກຂັ້ນ, ທຸກຂະແຫນງການ, ປະກອບສ່ວນແກ້ໄຂບັນດາບັນຫາສຳຄັນ. ຈຳນວນນັກທຸລະກິດຍິງ ແມ່ນຊາວຊົນເຜົ່າສ່ວນຫນ້ອຍໄດ້ເພີ່ມຂຶ້ນ, ພິເສດໃນຂົງເຂດການສຶກສາ, ສາທາລະນະສຸກ, ເບິ່ງແຍງດູແລສຸຂະພາບປະຊາຊົນ. ບົດບາດຂອງແມ່ຍິງຊົນເຜົ່າສ່ວນຫນ້ອຍນັບມື້ນັບໄດ້ຮັບການເສີມຂະຫຍາຍ.

 ປະຈຸບັນ ອັດຕາແມ່ຍິງຫວຽດນາມ ຮູ້ຫນັງສື ແມ່ນ 92%, ເດັກຍິງ ປະມານ 80% ຢູ່ ເຂດຫ່າງໄກສອກຫລີກ, ເຂດຊົນເຜົ່າສ່ວນຫນ້ອຍ ໄດ້ໄປໂຮງຮຽນຖືກກັບເກນອາຍຸ. ອັດຕານັກສຶກສາຍິງກວມເອົາກວ່າ 50%, ອັດຕາແມ່ຍິງຈົບປະລິຍາໂທແມ່ນກວມເອົາກວ່າ 30% ແລະ ປະລິຍາເອກ ແມ່ນ 17,1%.

 ສືບຕໍ່ປະຕິບັດ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ

ບັນດາຂະແຫນງການກ່ຽວຂ້ອງຂອງຫວຽດນາມ ພວມສ້າງ, ຍື່ນສະເຫນີຕໍ່ທ່ານນາຍົກລັດຖະມົນຕີ ປະກາດໃຊ້ຍຸດທະສາດແຫ່ງຊາດກ່ຽວກັບ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ໄລຍະ 2021 – 2030 ບົນພື້ນຖານຮັບປະກັນໃຫ້ສອດຄອ່ງກັບກົດໝາຍວ່າດ້ວຍ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ປະຕິບັດບັນດາເປົ້າໝາຍສະຫັດສະວັດແບບຍືນຍົງຂອງ ສປຊ, ສົນທິສັນຍາ CEDAW ແລະ ບັນດາຄຳໝັ້ນສັນຍາສາກົນກ່ຽວຂ້ອງອື່ນໃຫ້ມີປະສິດທິຜົນ. ຫວຽດນາມ ກໍ່ໄດ້ນຳເອົາບັນຫາ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແມ່ຍິງເຂົ້າໃນທຸກໂຄງການພັດທະນາເສດຖະກິດ ສັງຄົມ ເປັນພື້ນຖານທີ່ຈຳເປັນເພື່ອຫວຽດນາມ ສັນຕິພາບ, ວັດທະນາຖາວອນ, ພັດທະນາຮອບດ້ານ ແລະ ຍືນຍົງ. ເປັນຫນ້າສົນໃຈ ນັ້ນແມ່ນ ປີ 2019 ຫວຽດນາມ ໄດ້ຮັບຮອງເອົາປະມວນກົດໝາຍແຮງງານ ດ້ວຍ 11 ສິດພິເສດຕາມກົດໝາຍສະຫງວນໃຫ້ແຮງງານຍິງ.

ພ້ອມກັບເລື່ອງປັບປຸງນະໂຍບາຍກົດໝາຍໃຫ້ສົມບູນແບບ, ຫວຽດນາມ ຍັງຊຸກຍູ້ການເຄື່ອນໄຫວສຶກສາ ເພື່ອແນໃສ່ຍົກສູງຄວາມຮັບຮູ້ໃຫ້ແກ່ການນຳທຸກຂັ້ນ, ສັງຄົມ ແລະ ຄອບຄົວ ແລະ ແມ່ຍິງ ກ່ຽວກັບສິດຂອງແມ່ຍິງ, ເພີ່ມທະວີການຮ່ວມມືສາກົນ, ຍາດແຍ່ງທຸກແຫລ່ງກຳລັງເພື່ອຮັບປະກັນ ຄວາມສະເຫມີພາບລະຫວ່າງ ຍິງ -ຊາຍ ແລະ ມອບສິດໃຫ້ແມ່ຍິງ.

ປົດປ່ອຍ ແລະ ພັດທະນາຮອບດ້ານສຳລັບແມ່ຍິງ ແມ່ນຫນຶ່ງໃນບັນດາເປົ້າໝາຍຂອງການປະຕິວັດຫວຽດນາມ. ຫວຽດນາມ ໄດ້ມີຫລາຍແຜນນະໂຍບາຍ, ນະໂຍບາຍ ແລະ ໝາກຜົນຂອງການປະຕິບັດປົດປ່ອຍໃຫ້ແມ່ຍິງ, ສ້າງເງື່ອນໄຂເພື່ອໃຫ້ແມ່ຍິງພັດທະນາ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ແລະ ໄດ້ຮັບການຕີລາຄາສູງໃນຫລາຍປີຜ່ານມາ. ໝາກຜົນນີ້ ຫວຽດນາມ ຈະສືບຕໍ່ຮັກສາ ແລະ ສູ້ຊົນໃຫ້ບັນລຸໄດ້ໃນ ລະດັບສູງກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ