ໝາກຜົນເບື້ອງຕົ້ນພາຍຫລັງ 1 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4

(vovworld)- ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ໃນ​ການ​ກໍ່ສ້າງ​ພັກ​ປະຈຸ​ບັນ” ​ໃນ​​ໄລຍະຫນຶ່ງ​ປີຜ່ານມາ ​ໄດ້​ປະກອບສ່ວນ​ປັບປຸງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດຂອງ​ພັກ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ. ພາຍຫລັງ​ຫນຶ່ງ​ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ໃນ​ທົ່ວ​ພັກ, ຄວາມ​ຮັບ​ຮູ້​ຂອງ​ພະນັກງານ,​ ສະມາຊິກ​ພັກ​ແຕ່ລະຄົນ​ກ່ຽວ​ກັບ​ວຽກ​ງານ​ກໍ່ສ້າງ​ພັກ​ໄດ້​ຮັບ​ການ​ຍົກ​ສູງ​ເທື່ອ​ລະ​ກ້າວ, ​ໝູ່​ຄະນະ, ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ​ໄດ້​ມີ​ມາດ​ຕະການ​ລະອຽດ​ເພື່ອ​ປະຕິບັດ​ການ​ກໍ່ສ້າງ​ພັກ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຢ່າງ​ເຂັ້ມ​ງວດ. ​

ໝາກຜົນເບື້ອງຕົ້ນພາຍຫລັງ 1 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 4 - ảnh 1
ກອງປະຊຸມຊາບຊືມມະຕິສູນກາງພັກຄັ້ງທີ 4
ພາບ:internet

        ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ມີ​ລັກສະນະ​ຕໍ່ສູ້​ສູງ, ຕອບ​ສະຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະຫນາ​ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ພັກ ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ ຊຶ່ງ​ເນື້ອ​ໃນ​ຈຸດ​ສຸມ ​ແລະ ປະຕິບັດ​ຕະຫລອດ​ນັ້ນ​ແມ່ນ​ການ​ປັບປຸງ​ພັກ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ. ວິທີ​ປະຕິບັດ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ຂອງ​ພັກ​ດ້ວຍ​ຄວາມ​ຕັດສິນ​ໃຈ​ເຮັດ​ໃຫ້​ພັກ​ມີ​ຄວາມ​​ໂປ່​ງ​ໃສ, ຕີ​ລາຄາ​ດ້ານ​ດີ​ດ້ານ​ອອ່ນຢ່າ​ງກົງ​ໄປ​ກົງ​ມາ​ເພື່ອ​ປັບປຸງ, ​ແກ້​ໄຂ. ພາຍຫລັງ​ມີ​ມະຕິ​ສູນ​ກາງ​ພັກ, ກົມ​ການ​ເມື​ອງ, ຄະນະ​ເລຂາສູນ​ກາງ​ພັກ​ໄດ້​ປະກາດ​ໃຊ້​ບັນດາ​ເອກະສານ​ຊີ້​ນຳ, ​ແນະນຳ​ຢ່າງ​ຄົບ​ຊຸດ​ເພື່ອ​ກົມ​ການ​ເມືອງ, ຄະນ​ະ​ເລຂາດຳ​ເນີນ​ການ​ສຳ​ຫລວດ​ກວດຄືນ​ແຕ່ລະ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ ດ້ວຍ​ຈິດ​ໃຈ​​ປະຕິບັດ​ເປັນ​ເອກະ​ພາບ​ໃນ​ທ່ົວ​ພັກ, ດ້ວຍ​ໄລຍະ​ອັນ​ລະອຽດ, ຕີ​ລາຄາ​​ຄວາມ​ຈິງຢ່າງ​ກົງ​ໄປ​ກົງ​ມາ,​ ບໍ່​ຈົ່ງ​ຈຽມ​ກັນ, ຫລົບ​ຫລີກ, ຍົກ​ໃຫ້​ເຫັນ​ສິ່ງ​ເຮັດໄດ້ ​ແລະ ​ເຮັດບໍ່​ທັນ​​​ໄດ້, ນັບ​ທັງ​ບັນດາ​ບັນຫາ​ມີ​ຄວາມ​ຮັບຜິດຊອບ​ຂອງ​ອາຍຸ​ການ​ກ່ອນ. ທຸກ​ບັນຫາ​ລ້ວນ​​ແຕ່​ຖືກ​ຍົກ​ອອກ​ມາ​ເພື່ອ​​ໄຈ້​ແຍກ ​ແລະ ມີ​ການ​ສະ​ຫລຸບ​ຢ່າງຈະ​ແຈ້ງ, ​ໂປ່​ງ​ໃສ. ພາຍຫລັງ​ສຳ​ຫວດ​ກວດຄືນ, ຮັບ​ຟັງ ​ແລະ ຮັບ​​ເອົາ​ຄຳ​ເຫັນ​ປະກອບ​ແລ້ວ, ກຳມະການ​ກົມ​ການ​ເມືອງ​, ຄະນະ​ເລຂາ​ສູນ​ກາງ​ພັກ​ແຕ່ລະ​ທ່ານລ້ວນ​ແຕ່​ເຫັນ​ໄດ້​ຄວາມ​ຮັບຜິດຊອບ​ໃນ​ຕຳ​ແຫນ່​ງທີ່​ຕົນ​ເອງ​​ໄດ້ ​ແລະ ພວມ​ຮັບຜິດຊອບ, ມີ​ແຜນການ​ເສີມ​ຂະຫຍາຍ​ດ້ານ​ດີ, ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ພາຍ​ໃຕ້​ການ​ຕິດຕາມ​ຢ່າງ​ໃກ້ຊິດ​ຂອງ​ໝູ່​ຄະນະ. ບັນດາທ່າ​ທີ່​ກ້າ​ຮັບ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຂອງ​ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ​​​ໃນ​ເບື້ອງ​ຕົ້ນໄດ້​ແຜ່​ຂະຫຍາຍ​​ຢ່າງ​ແຂງ​ແຮງ. ຫລັງ​ຈາກ​ນັ້ນ, ບັນດາ​ຫນ່ວຍ​ພັກ, ຄະນະ​ກຳມະການ​ພັກ, ​ຄະນະປະຈຳພັກ, ການ​ນຳບັນດາ​ອົງການ, ຫົວຫນ່ວຍ​ຢູ່​ສູນ​ກາງ, ຄະນະ​ປະຈຳ ​ແລະ ການ​ນຳ​ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄ​ອນທີ່​ຂຶ້ນ​ກັບ​ສູນ​ກາງ​ໄດ້​ດຳ​ເນີນ​ການ​ສຳ​ຫລວດ​ກວດຄືນ, ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ. ທ່ານ​ເລ​ແຄງ​ເຈົາ, ​ເລຂາ​ຫນ່ວຍ​ພັກ 10 ຕາ​ແສງ ​ເຕືອງມາຍ, ​ເມືອງ​ຮ່ວາງ​ມາຍ ນະຄອນ ຮ່າ​ໂນ້ຍ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ບໍ່​ມີ​​ໃຜ​ເຮັດ​ໃຫ້​ຕົນ​ເອງ ​ແລະ ​ເຮັດ​ໃຫ້ພັກ​ມີ​ຄວາມ​ປອດ​​ໃສ​ນອກ​ເຫນືອ​​ຕົວເອງ​ເຮັດ. ສິ່ງ​ສຳຄັນແມ່ນ​ທ່າ​ທີ່​ຂອງ​ຕົນ​ສຳລັບ​ດ້ານ​ດີ​ດ້ານ​ອ່ອນ​ຂອງ​ຕົນ​ເອງ. ຂ້າພະ​ເຈົ້າ​ຄິດ​ວ່າ ທ່າ​ທີ່​ຂອງ​ສະມາຊິກ​ພັກ​ສຳລັບ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4, ທ່າທີ່ຂອງ​ສະມາຊິກ​ພັກສຳລັບ​ພັກ​ແມ່ນ​ບັນຫາ​ສຳຄັນ​ກວ່າ​ໝູ່​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກ​.”

        ​ໃນ​ວິວັດ​ການ​ກະກຽມ ​ແລະ ປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ​ໄດ້​ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​​ໃນ​ທົ່ວ​ພັກ, ປະກອບສ່ວນ​ປັບປຸງ, ຍົກ​ສູງ ​ແລະ ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານແນວ​ຄິດຢູ່​ຄະນະ​ພັກຂັ້ນ​ຕ່າງໆ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ຖັນ​ແຖວ​ພະນັກງານ, ສະມາຊິກ​ພັກ, ​ເຫັນ​ໄດ້​ລັກສະນະ​ຮີບ​ດ່ວນ​ຢ່າງ​ຈະ​ແຈ້ງ ​ແລະ ຄວາມ​ຈຳ​ເປັນ​ຕ້ອງ​ປັບປຸງ​ພັກ. ຫລາຍ​ທ້ອງ​ຖິ່ນມີ​ວິທີ​ເຮັດ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ​ຄື: ​ແຂວງ​ດົ່ງ​ນາຍ​ປະຕິບັດ​ການ​ຮັບ​ເອົາ​ຄຳ​ເຫັນ​ປະກອບ​ຈາກ​ປະຊາຊົນ​ເປັນ​ລະບົບ; ນະຄອນ​ໂຮ່ຈິ​ມິນ ​ໄດ້​ວາງ​ອອກ 6 ໝວດ​ມາດ​ຕະການ ດ້ວຍ 52 ຫນ້າ​ວຽກ​ລະອຽດ; ນະຄອນ ດາ​ຫນັງ, ບີ່​ງດີ້​ງ, ກອນ​ຕູມ, ກວ໋າງບີ່​ງ, ​ເທື່ອ​ທຽນ​ເຫ້ວ, ດັກ​ລັກ, ຟູ​ອຽນ, ​ແຄງ​ຮ່ວາ ​ໄດ້​ສົມທົບ​ກັນປະຕິບັດ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ດ້ວຍ​ການ​ຊາບ​ຊືມ, ​ອົບຮົມ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ ​ແລະ ປະຕິບັດ​ວິ​ໄນ​ໃນ​ພັກ. ​ໃນ​ວິວັດ​ການ​ສຳ​ຫລວດ​ກວດຄືນ, ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍຢ່າງ​ກົງ​ໄປ​ກົງ​ມາ, ຊື່​ສັດ​ໄດ້​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອ​ກະພາບ​ໃນ​ພັກ. ຄະນະ​ພັກ​ທຸກ​ຂັ້ນ, ອົງການ​ຈັດ​ຕັ້ງ​ພັກ ​ແລະ ພະນັກງານ, ສະມາຊິກ​ພັກ​ຕ້ອງ​ຕີ​ລາຄາຕົນ​ເອງ​ຄືນ, ຜ່ານ​ນັ້ນປັບປຸງ​ແນວ​ຄິດ, ການ​ກະທຳ ​ແລະ ມີ​ມາດ​ຕະການ​ລະອຽດ​ເພື່ອ​ແກ້​ໄຂ​, ປັບປຸງ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ. ກ່ຽວ​ກັບ​ວິທີ​ປະຕິບັດ​ນີ້, ທ່ານ ຟ້າ​ມ​ເທ​ຢວຽດ, ອະດີດ​ຜູ້​ປະຈການຳ​ກົມ​ການ​ເມືອງ, ອະດີດ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຕີ​ລາຄາ​ວ່າ:

        “ຜ່ານ​ແຕ່ລະ​ຂັ້ນ​ຕອນ, ວິ​ທິປະຕິບັດ, ຂ້າພະ​ເຈົ້າ​ເຫັນ​ວ່າ ສູນ​ກາງ​ເຮັດ​ຄື​ແນວ​ນັ້ນ​ແມ່ນ​ສະ​ແດງ​​ໃຫ້​ເຫັນ​ທ່າ​ທີ່, ຄວາມ​ຮັບຜິດຊອບ ​ແລະ ສຸ​ມ​ໃສ່​ບັນດາ​ຂົ​ງ​ເຂດ​ທີ່​ສຳຄັນ​ກ່ຽວ​ກັບ​ການກໍ່ສ້າງ​ປັບປຸງ​ພັກ, ປັບປຸງ​ລະບົບ​ອົງການ​ຈັດ​ຕັ້ງ, ​ແກ້​ໄຂ​ສິ່ງ​ທີ່​ຜິດພາດ, ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ບັນດາ​ທ້ອງ​ຖິ່ນ, ຢູ່​ສູນ​ກາງ. ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ​ແມ່ນ​ໂອກາດ​ເພື່ອ​ສຳ​ຫລວດ​ກວດຄືນ​, ​ເຮັດ​ແຈ້ງ ​ເພື່ອ​ປັບປຸງ, ​ແກ້​ໄຂ.”

        ພາຍຫລັງ​ປະຕິບັດ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອ​ນສະຫາຍ, ຈາກ​ສູນ​ກາງ​ລົງ​ຮອດ​ຄະນະ​ພັກ​ຂັ້ນ​ທ້ອງ​ຖິ່ນ ​ໄດ້ ​ແລະ ພວມ​ຕັ້ງຫນ້າ​ປັບປຸງ​, ​ແກ້​ໄຂ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ດ້ວຍ​ວຽກ​ງານ​ລະອຽດ​ຕ່າງໆ, ​ແທດ​ຈິງ ມີ​ປະສິດທິ​ຜົນ​ຄື: ກົມ​ການ​ເມືອງ​​ໄດ້​ສັບ​ຊ້ອນ, ຍົກຍ້າຍ​ພະນັກງານ​ຂັ້ນ​ສູງຈຳນວນ​ຫນຶ່ງ, ຄະນະ​ກຳມະການ​ກວດກາ​ສູນ​ກາງ ​ໄດ້​ລົງ​ກວດກາ, ພິຈາລະນາ, ລົງ​ວິ​ໄນພະນັກງານ​ຂັ້ນ​ກະຊວງ, ຂະ​ແຫນງ​ການ, ຄະນະ​ພັກ​ແຂວງ, ຄະນະ​ພັກ​ນະຄອນ​ຈຳນວນ​ຫນຶ່ງ, ສູນ​ກາງ​​ໄດ້​ສ້າງ​ຕັ້ງຄະນະ​ວຽກ​ງານ​ການ​ເມືອງ​ພາຍ​ໃນ ​ແລະ ຄະນະ​ເສດຖະກິດ​ຄືນ​ໃຫມ່, ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຊີ້​ນຳ​ການ​ເພີ່ມ​ເຕີມ, ​ປັບປຸງກົດໝາຍ​ດວ່າ​ດ້ວຍ​ການ​ປ້ອງ​ກັນ ​ແລະ ຕ້າ​ນການ​ສໍ້​ລາດ​ບັງ​ຫລວງ, ຜັນ​ຂະຫຍາຍ​ການວາງ​ແຜນ​ສັບ​ຊ້ອນ​ພະນັກງານ​ຂອງ​ຄະນະ​ບໍລິຫານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະ​ເລຂາ​ສູນ​ກາງ​ພັກ, ບັນດາ​ຕຳ​ແຫນ່​ງຫລັກ​ແຫ​ລ່ງຂອງ​ພັກ, ລັດ ອາຍຸ​ການ 2016 - 2021 ​ແລະ ອາຍຸ​ການ​ຕໍ​່​ໄປ.

        ການ​ປະຕິບັດ​ມະຕິ​ສູນ​ກາງ​ພັກຄັ້ງ​ທີ 4 ບໍ່​ພຽງ​ແຕ່​ປະຕິ​ດບັດ​ເທື່ອ​ຫນຶ່ງ ຫາກ​ຕ້ອງ​ປະຕິບັດ​ເປັນ​ປະຈຳ, ລຽນຕິດ, ຍາວ​ນານ ສຳລັບ​ແຕ່​ອົງການ​ຮາກຖານ​ພັກ​ກໍ​ຄື​ພະນັກງານ, ສະມາຊິກ​ພັກ​ແຕ່ລະຄົນ. ​ເຮັດ​ຄື​ແນວ​ນັ້ນ, ພະນັກງານ, ສະມາຊິກ​ພັກ​ຈຶ່ງ​ມີ​ເງື່ອນ​ໄຂ​ປະກອບ​ຄຳ​ເຫັນ​​ເຊິ່ງກັນ​ແລະ​ກັນ, ​​ເຫັນ​ໄດ້​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ເພື່ອ​ດັດ​ແກ້​ຢ່າງ​ທັນ​ການ. ສິ່ງ​ດັ່ງກ່າວ​ປະກອບສ່ວນ​ປ່ຽນ​ແປງ​ແນວ​ຄິດ ​ແລະ ການ​ກະ​ທຳ​ຂອງ​ພະນັກງານ, ສະມາຊິກ​ພັກ, ປັບປຸງ​ຈິດ​ໃຈຄວາ​ມຮັບຜິດຊອບ​ຂອງ​ແຕ່ລະຄົນ​ໃນ​ແຕ່​ລະ​ຖານະຕຳ​ແຫນ່​ງວຽກ​ງານ. ນີ້​ກໍ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ກໍ່ສ້າງ, ບຳລຸງ​ສ້າງ​ແຫ​ລ່ງພະນັກງານ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຊີ້​ນຳ​ນຳພາ​ປະ​ເທດ​ຊາດ​ພັດທະນາ​ໃນ​ໄລຍະ​ໃຫມ່.

 

ຕອບກັບ

ຂ່າວ/ບົດ​ອື່ນ