UNDP ໜູນຊ່ວຍປະຊາຊົນເຂດແຄມທະເລຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) -ໂຄງການດັ່ງກ່າວບັນລຸໄດ້ປະສິດທິຜົນຢ່າງຈະແຈ້ງ, ກ່ອນອື່ນໝົດແມ່ນຊ່ວຍໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເຂດແຄມທະເລມີການຫາເງິນລ້ຽງຊີບທີ່ໝັ້ນຄົງ

UNDP ໜູນຊ່ວຍປະຊາຊົນເຂດແຄມທະເລຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ພາຍເຮືອໂມພານັກທ່ອງທ່ຽວໄປຢ້ຽມຢາມເຂດປ່າພ້າວ

(ພາບ: quangnam.gov.vn)

ບັນດາເຂດປ່າຊາຍເລນໄດ້ສ້າງເປັນເຂດແຜ່ນກັນຊົນສຳຄັນລະຫວ່າງທະເລກັບປະຊາຊົນທີ່ດຳລົງຊີວິດຢູ່ເຂດແຄມທະເລ. ໃນຫຼາຍປີມານີ້, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ສົມທົບກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ (GCF) ໜູນຊ່ວຍການປູກທີ່ປ່າຊາຍເລນໃໝ່ປະມານ 4.000 ເຮັກຕາ ຢູ່ບັນດາເຂດແຄມທະເລທີ່ຖືກກະທົບໄດ້ງ່າຍຈາກການປ່ຽນແປງຂອງດິນຟ້າອາກາດ ຢູ່ 5 ແຂວງຄື: ກວາງງ້າຍ, ແທັງຮ໊ວາ, ກວາງນາມ, ກ່າເມົາ ແລະ ນາມດິ້ງ. ໂຄງການດັ່ງກ່າວບັນລຸໄດ້ປະສິດທິຜົນຢ່າງຈະແຈ້ງ, ກ່ອນອື່ນໝົດແມ່ນຊ່ວຍໃຫ້ປະຊາຊົນທີ່ດຳລົງຊີວິດຢູ່ເຂດແຄມທະເລມີການຫາເງິນລ້ຽງຊີບທີ່ໝັ້ນຄົງ, ຕໍ່ຈາກນັ້ນແມ່ນດຶງດູດປະຊາຊົນເຂົ້າຮ່ວມການອະນຸລັກຮັກສາຊີວະພາບ, ສິ່ງແວດລ້ອມ.

        ເອື້ອຍ ຟ້າມທິລິ໊, ຢູ່ຕາແສງ ເກີມແທັງ, ນະຄອນ ໂຮ້ຍອານ, ແຂວງກວາງ ນາມ, ໄດ້ປະກອບອາຊີບພາຍເຮືອໂມ, ພານັກທ່ອງທ່ຽວໄປຢ້ຽມຢາມເຂດປ່າພ້າວ. ໃນຫຼາຍປີມານີ້, ເອື້ອຍ ລິ໊ ໄດ້ເຂົ້າຮ່ວມໂຄງການ “ຟື້ນຟູ ແລະ ອະນຸລັກຮັກສາເຂດປ່າພ້າວ ເກີມແທັງ, ຮັບໃຊ້ການທ່ອງທ່ຽວຊີວະພາບ ແລະ ພັດທະນາແບບຍືນຍົງ” ດ້ວຍການໜູນຊ່ວຍຂອງໂຄງການບັນດາໂຄງການນ້ອຍຂອງກອງທຶນສິ່ງແວດລ້ອມທົ່ວໂລກຢູ່ຫວຽດນາມ (GEF SGP) ແລະ ໂຄງການສະຫະປະຊາຊາດເພື່ອການພັດທະນາ ແລະ ຂຸດຄົ້ນແຫຼ່ງຜົນປະໂຫຍດຊັບພະຍາກອນປ່າພ້າວແບບຍືນຍົງ.

        “ກ່ອນນີ້ເຮັດວຽກຫາເງິນລ້ຽງລູກນ້ອຍແມ່ນລຳບາກຫຼາຍ. ປະຈຸບັນ, ພັດທະນາຮູບການທ່ອງທ່ຽວພາຍເຮືອໂມນີ້ເຫັນວ່າຊີວິດດີຂຶ້ນກວ່າເກົ່າຫຼາຍ.”

        ໂຄງການຂອງ UNDP ແລະ GEF SGP ໄດ້ປະກອບສ່ວນອະນຸລັກຮັກສາເຂດປ່າພ້າວ ແລະ ແບ່ງປັນຜົນປະໂຫຍດກັບປະຊາຊົນທ້ອງຖິ່ນ. ເອື້ອຍ ຫງວຽນທິຮວາມານ, ຊາວທ້ອງຖິ່ນໃຫ້ຮູ້ວ່າ.

        “ກ່ອນນີ້, ເມື່ອການທ່ອງທ່ຽວຍັງບໍ່ທັນໄດ້ພັດທະນາ, ພໍ່ແມ່ປະຊາຊົນໄດ້ອີງໃສ່ອາຊີບການປະມົງເປັນຕົ້ນຕໍ. ຜົວຫາສິນໃນນ້ຳໄດ້ມາເທົ່າໃດກໍ່ຂາຍໝົດເທົ່ານັ້ນ, ແຕ່ບໍ່ມີອາຊີບໃດຖາວອນ. ນັບແຕ່ເມື່ອຜັນຂະຫຍາຍໂຄງການໄດ້ເປັນການປຸກລຸກການເຄື່ອນໄຫວທ່ອງທ່ຽວຢູ່ເຂດປ່າພ້າວນີ້. ບັນດາຊາວປະມົງຄ່ອຍໆຫັນຈາກອາຊີບຫາປາໄປສູ່ການເຄື່ອນໄຫວດ້ານການທ່ອງທ່ຽວ. ເມື່ອການທ່ອງທ່ຽວພັດທະນາ, ປະຊາຊົນຢູ່ທີ່ນີ້, ພິເສດແມ່ນແມ່ຍິງໄດ້ມີອາຊີບທີ່ຖາວອນ ນັ້ນແມ່ນພາຍເຮືອໂມພາແຂກທ່ຽວ.

        ການສ້າງ ແລະ ພັດທະນາເຂດອະນຸລັກຮັກສາປ່າພ້າວ ເກີມແທັງ, ໂຮ້ຍອານຄູ ໄດ້ສ້າງເປັນເຄືອຂ່າຍອະນຸລັກຮັກສາທະເລ ກວາງນາມ, ປະກອບສ່ວນປົວແປງຊີວິດການເປັນຢູ່ຂອງຊາວປະມົງຢູ່ເຂດແຄມທະເລ. ທ່ານ ເລເຫຍື້ອງ, ອະດີດປະທານສະມາຄົມຊາວກະສິກອນ, ຕາແສງ ເກີມແທັງ, ໃຫ້ຮູ້ວ່າ.

        “ໃນເບື້ອງຕົ້ນໂຄງການໄດ້ປູກຕົ້ນພ້າວໃນເນື້ອທີ່ແມ່ນ 75 ແຮັກຕາ, ຫຼັງຈາກນັ້ນໂດຍໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນຢູ່ທີ່ນີ້ ຈຶ່ງໄດ້ພ້ອມກັນປູກພ້າວຕື່ມອີກ ແລະ ປະຈຸບັນເນື້ອທີ່ປ່າພ້າວແມ່ນຂຶ້ນເຖິງ 105 ເຮັກຕາ. ໂຄງການໄດ້ໂຄສະນາສະຕິຄວາມຮັບຮູ້ເພື່ອໃຫ້ປະຊາຊົນປົກປ້ອງ, ຂຸດຄົ້ນປ່າພ້າວແບບຍືນຍົງ. ໃນປີໜຶ່ງສາມາດຂຸດຄົ້ນໄດ້ແຕ່ 2 ຄັ້ງແມ່ນໃນຍາມຕົ້ນປີ ແລະ ກາງປີເພື່ອຮັບປະກັນສິ່ງແວດລ້ອມຊີວະພາບ”.

        ຢູ່ທ້ອງຖິ່ນໃກ້ຄຽງແມ່ນແຂວງ ກວາງງ້າຍ, UNDP ໄດ້ພ້ອມກັບລັດຖະບານຫວຽດນາມ ແລະ ກອງທຶນອາກາດຂຽວ ພວມຜັນຂະຫຍາຍໂຄງການປ່າຊາຍເລນ ໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນຢູ່ເຂດ ເບົ່າກ໊າກ໊າຍ, ບ້ານ ທ້ວນເຟື໊ອກ, ຕາແສງ ບິ່ງທ້ວນ, ເມືອງ ບິ່ງເຊີນ. ໂຄງການປ່າຊາຍເລນດັ່ງກ່າວໄດ້ຮັບການປະຕິບັດນັບແຕ່ປີ  2014 ຈົນມາຮອດປະຈຸບັນ, ດ້ວຍເນື້ອທີ່ປູກປ່າທັງໝົດແມ່ນ 80 ເຮັກຕາ. ປະຈຸບັນ, ໂຄງການໄດ້ໜູນຊ່ວຍວຽກເຮັດງານທຳ, ຮັບປະກັນການຫາເງິນລ້ຽງຊີບໃຫ້ປະມານ 50 ຄອບຄົວຢູ່ອ້ອມຂ້າງໂຄງການ. ເອື້ອຍ ຫງວຽນທິຖຸ່ຍຢຸງ, ພະນັກງານປະສານງານຂອງອົງການ UNDP ປະຈຳທ້ອງຖິ່ນ, ໃຫ້ຮູ້ວ່າ.

        “ສຳລັບຄອບຄົວຢູ່ຕາແສງ ບິ່ງທ້ວນ ເວົ້າລວມ ແລະ ບ້ານ ທ້ວນເຟື໊ອກ ເວົ້າສະເພາະ, ແຕ່ລະປີເມື່ອເກີດພາຍຸລົມແຮງ, ເນື້ອທີ່ປ່າກໍ່ເປັນແຜ່ນກັ້ງບັງໃຫ້ບັນດາຄອບຄົວທີ່ດຳລົງຊີວິດຢູ່ລຽບຕາມເຂດນີ້. ທີ 2 ແມ່ນບັນດາຄອບຄົວກໍ່ສາມາດໄປຫາກຸ້ງ, ປາແບບຫັດຖະກຳຢູ່ເຂດນີ້. ນັບແຕ່ໄດ້ສ້າງເຂດນີ້ຂຶ້ນມາລະບົບຊີວະພາບໄດ້ຮັບການປົວແປງຢ່າງເຫັນໄດ້ຊັດ. ຄຽງຂ້າງນັ້ນ, ບັນດາຄອບຄົວກໍ່ພວມມີທິດທາງເປີດການທ່ອງທ່ຽວຊຸມຊົນ”.

        ໃນຊຸມມື້ທ້າຍເດືອນ ຕຸລາ ປີ 2020, ເມື່ອພວກຂ້າພະເຈົ້າໄປເຖິງເຂດ ເບົ່າກ໊າກ໊າຍ ພາຍຫຼັງພາຍຸ Molave ພັດເຂົ້າຢູ່ແຂວງ ກວາງງ້າຍ, ປ້າ ຫງວຽນທິຫາຍ ໃຫ້ຮູ້ວ່າ, ຍ້ອນມີປ່າຊາຍເລນເປັນແຜ່ນກຳບັງປົກປ້ອງ, ສະນັ້ນຈຶ່ງບໍ່ຖືກຜົນສະທ້ອນຫຼາຍ. ໂດຍໄດ້ຮັບຜົນປະໂຫຍດໂດຍກົງຈາກໂຄງການປ່າຊາຍເລນເຊັ່ນດຽວກັນ, ອ້າຍ ຟ້າມຢຸຍເຫງັຍ ໃຫ້ຮູ້ວ່າ, ນອກຈາກການຂຸດຄົ້ນແຫຼ່ງຜົນປະໂຫຍດສິນໃນນ້ຳໃນບຶງແລ້ວ, ຄອບຄົວຂອງອ້າຍເຫງັຍ ກໍ່ພວມມຸ່ງໄປເຖິງການລ້ຽງກະປູຂຽວເພື່ອເພີ່ມລາຍຮັບຕື່ມອີກ.

        ປ່າຊາຍເລນໂດຍອົງການ UNDP, ລັດຖະບານ ແລະ ກອງທຶນ GCF ປະຕິບັດ ພວມຊີ້ໃຫ້ເຫັນໝາກຜົນໃນເບື້ອງຕົ້ນ, ບໍ່ພຽງແຕ່ໃນຍຸດທະສາດໄລຍະຍາວໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາເຂດຊຸມຊົນທີ່ມີຄວາມສ່ຽງສູງຢູ່ເຂດແຄມທະເລຫວຽດນາມ ເທົ່ານັ້ນ, ຫາກຍັງໃນຊີວິດປະຈຳວັນ, ເມື່ອໄດ້ຊ່ວຍປະຊາຊົນປົວແປງຊີວິດການເປັນຢູ່, ຮັບປະກັນຄວາມປອດໄພ ແລະ ພັດທະນາແບບຍືນຍົງອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ