ການຂັບຮ້ອງຜ່ານສັນຍານຂອງກຸ່ມຄົນພິການຫູໜວກ, ປາກກືກ

(vovworld) - ​ໃນ 6 ​ເດືອນ​ຜ່ານ​ມາ, ຢູ່​ຕາມ​ຖະໜົນ ຫງວຽນ​ເຫ​ວ້, ​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ, ປະຊາຊົນ​ໄດ້​ລື້ງ​ເຄີຍ​ກັບ​ລາຍການ​ສະ​ແດງ​ສິລະ​ປະ​ຂອງຄົນ​ພິການ​ປາກກືກ​,ຫູໜວກກຸ່ມ​ໜຶ່ງ​. ຮອດ​ເວລາ 7 ​ໂມງ​ຄຳ່, ບັນດາ​ສະມາຊິກ​ໃນ​ກຸ່ມ​ໄດ້​ນຳ​ເອົາລຳ​ໂພງມາ​ຕັ້ງ​ຢູ່​ແຫ່ງ​ທີ່​ມີ​ຫຼາຍ​ຄົນ​ໄປ​ຜ່ານ, ​​ແລະ​ ສະ​ແດງ​ບົດ​ເພງ​ຕ່າງໆ​ດ້ວຍ​ກິລິຍາ​ທ່າ​ທາງ​ທີ່​ອ່ອນ​ໂຍນ, ລະ​ມຸ່ນ​ລະ​ມ່ອມ.

        ​ເມື່ອ​ທຳນອງ​ທຳ​ອິດຂອງບົດ​ເພງ “ຊີວິດ​ປຽບ​ເໝືອນ​ດອກ​ໄມ້“ຂອງນັກ​ດົນຕີ ຕ້າ​ກວາງ​ທັ໋ງ ດັງ​ຂຶ້ນ, ຫົວໜ້າ​ກຸ່ມ​ກໍ່​ອອກ​ສັນຍານ​ລຽນ​ເປັນ​ແຖວ ​ແລະ ບັນດາ​ສະມາຊິກ​ກໍ່ເລີ່​ມສະ​ແດງ​ຕາມ​ທຳນອງ​ດົນຕີ.

ການຂັບຮ້ອງຜ່ານສັນຍານຂອງກຸ່ມຄົນພິການຫູໜວກ, ປາກກືກ - ảnh 1
ປ້າ ຟ້າ​ມກາວ​ເຟືອງ​ຖາວ ​ແມ່ນ​ຜູ້​ໜຶ່ງ​ດຽວ​
ໃນ​ກຸ່ມ​ທີ່​ສາມາດ​ຟັງ ​ແລະ ​ເວົ້າ​ໄດ້

        ​ເມື່ອ​ສະ​ແດງ, ເຂົາ​ເຈົ້າ​​ໃຊ້​ມື​ທັງ​ສອງສ້າງ​ເ​ປັນ​ກິລິຍາ​ທ່າ​ທາງອ່ອນ​ໂຍນ​ທີ່​ສຸດ. ບໍ່ພຽງ​ແຕ່​ໃຊ້​ມື​ເທົ່າ​ນັ້ນ, ​ເຂົາ​ເຈົ້າ​ຍັງ​ສະ​ແດງ​ດ້ວຍ​ປາກ, ບາງ​ເທື່ອກໍ່ ຈູ​ນອອກ ບາງ​ເມື່ອກໍ່ ​ແບ​ແບ ຄື​ເດັກນ້ອຍ, ຕີນ​ທັງ​ສອງ ປ່ຽນ​ກັນ​ເອົາ​ຂຶ້ນ​ເອົາ​ລົງ. ​ບາງ​ເທື່ອ​ເຂົາ​ເຈົ້າ​ກໍ່​ເຕັ້ນຕາມ​ຈັ່ງ​ຫວະເປັນ​ວົງມົນ. ນັ້ນ​ແມ່ນຮູບ​ພາບ​ການສະ​ແດງ​ຂອງກຸ່ມປາກກືກ, ຫູໜວກ ເຊິ່ງພວກ​ຂ້າພະ​ເຈົ້າ​ໄດ້​ເຫັນ​ໃນ​ຍາມ​ຄຳ່​ຄືນ​​ເມື່ອຖະໜົນ ຫງວຽນ​ເຫວ້​​ໃຕ້​ໄຟ. ຜູ້​ໄປ​ຜ່ານ​ກໍ່​ຢຸດ​ຊົມລາຍການ​ສະ​ແດງ​ນັບ​ມື້​ນັບ​ຫຼາຍ. ປ້າ ຟ້າ​ມກາວ​ເຟືອງ​ຖາວ ​ແມ່ນ​ຜູ້​ໜຶ່ງ​ດຽວ​ໃນ​ກຸ່ມ​ທີ່​ສາມາດ​ຟັງ ​ແລະ ​ເວົ້າ​ໄດ້, ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ຟັງ​ໄດ້, ​ແຕ່​ພວກ​ນ້ອງ​ຟັງ​ບໍ່​ໄດ້, ດັ່ງ​ນັ້ນ​ຕ້ອງ​ຟັງຜ່ານ​ພາສາ​ຟ້ອນ. ຂັບ​ຮ້ອງ​ດ້ວຍພາສາ​ສັນຍານ​ ຮູ້​ສິກ​ວ່າມີ​ຄວາມ​​ເບີກບານ ມ່ວນ​ຊື່ນ, ສະນັ້ນ​ຂ້າພະ​ເຈົ້າ​ໄດ້​ຄົ້ນ​ຄ້ວາ​ບາງ​ບົດ​ເພງ​ເພື່ອ​ສອນ​ໃຫ້​ພວກ​ນ້ອງ“.

ຕ້ອງ​ຖື​ຕົນ​ເອງ​ວ່າ​ເປັນ​ຜູ້​ປາກກືກ, ຫູໜວກ, ພວກ​ເຮົາ​ຈຶ່ງ​ສາມາດ​ຮັບ​ຮູ້​ໄດ້ຄວາມ​​ປົມດ້ອຍ​ເຊິ່ງ​ເຂົາ​ເຈົ້າ​ພວມ​ປະສົບ. ຄວາມ​ຫຍຸ້ງຍາກ​ແມ່ນ​ຄື​ແນວ​ນັ້ນ, ​ແຕ່​ຍ້ອນ​ພະຍາຍາມ​ຝຶກ​ແອບ, ດັ່ງ​ນັ້ນ​ບັນດາ​ສະມາຊິກ​ໃນ​ກຸ່ມ​ກໍ່​ມີ​ຄວາມຊຳນານ​ເທື່ອ​ລະ​ກ້າວ. ນັບ​ແຕ່​ນັ້ນ, ກຸ່ມ​​ກໍ່​ໄປສະ​ແດງ​ຢູ່​ທົ່ວ​ທຸກ​ແຫ່ງ ​ແລະ ​ໄດ້​ຮັບຄຳ​ຍ້ອງຍໍ​ຢ່າງຫຼວງ​ຫຼາຍ. ​ເມື່ອ​ເຫັນ​ວ່າ​ມີ​ຫຼາຍ​ຄົນ​ມາ​ຊົມ​ແລະ​ນິຍົມ, ກຸ່ມ​ກໍ່​ສະ​ແດງ​​ຫຼາຍ​ບົດໃນ​ຫຼາຍ​ຊົ່ວ​ໂມງ​ຢ່າງ​ຕໍ່​ເນື່ອງ, ໂດຍ​ບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ. ​​ແຕ່ລະ​ເທື່ອ, ​ເມື່ອ​ຜູ້​ຊົມ​ນິຍົມ, ຊົມ​ເຊີຍ​ດ້ວຍ​ການຕົບມື, ບັນດາ​ສະມາ​ຊິກ​ພັດ​ໃຊ້​ມື​ຂວາ​ຈຸ້ມ​ເຂົ້າ​ແລ້ວ​ເອົາ​ຂຶ້ນ​ປາກ​ຫຼັງ​ຈາກ​ນັ້ນກໍ່​​ຄ່ອຍໆ​ແບ​ອອກ​ເຊິ່ງໜ້າ, ອົ້ງມື​ຫງາຍ​ອອກ ​ແລະ ກົ້ມ​ຫົວ​ລົງ​ແທນ​ໃຫ້ຄຳ​ຂອບ​ໃຈ.

ກຸ່ມ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຈາກ​ສະມາຄົມ​ຄົນ​ປາກກືກ​, ຫູໜວກ​ນະຄອນ​ໂຮ​ຈີ​ມິນ, ​ໂດຍ​ປ້າ ຟ້າ​ມກາວ​ເຟືອງ​ທ໋າວ​ ຮັບຜິດຊອບ. ຕົ້ນ​ປີ 2016 ກຸ່ມ​ໄດ້​ຕັດ​ສິນ​ໃຈ​ນຳ​ເອົາ​ຮູບ​ການສະ​ແດງ​ຟ້ອນ​ລຳ​ທຳ​ເພງ​ອອກ​ສູ່​ຖະໜົນ​ຄົນ​ຍ່າງ​ຫງວຽນ​ເຫວ້ ​ເພື່ອ​ທັງ​ແນ​ໃສ່​ຊ່ວຍ​​ຄົນ​ພິການ​ເຊື່ອມ​ຕົວ​ກັບ​ວົງ​ຄະນາ​ຍາດ, ທັງ​ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ທຸກ​ຄົນ. ມາ​ຮອດ​ປະຈຸ​ບັນ, ກຸ່ມ​ຄົນ​ພິການ​ປາກກືກ​, ຫູໜວກມີ​ສະມາຊິກປະມານ 100 ຄົນ.

ການຂັບຮ້ອງຜ່ານສັນຍານຂອງກຸ່ມຄົນພິການຫູໜວກ, ປາກກືກ - ảnh 2
ການຂັບຮ້ອງຜ່ານສັນຍານຂອງກຸ່ມຄົນພິການຫູໜວກ, ປາກກືກ

ການ​ເຄື່ອນ​ໄຫວ​ສະ​ແດງ​ສິລະ​ປະ​ຕາມ​ຖະໜົນ​ຄົນ​ຍ່າງ​ແມ່ນ​ພາກສ່ວນ​ໜຶ່ງ​ຊ່ວຍ​ໃຫ້​ຄົນ​ພິການ​ປາກກືກ, ຫູໜວກມີ​ໂອກາດ​ໄດ້​ສຳຜັດ​ກັບ​ສັງຄົມ, ສ້າງ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ຕົວ​ເຂົາ​ເຈົ້າ​ເອງ, ​ແລະ ​ໄດ້​ຮັບ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ​ແລະ ການ​ແບ່ງປັນ​ຂອງ​ທຸກ​ຄົນ. ​​ເຖິງ​ວ່າບໍ່​ສາມາດ​ຂັບ​ຮ້ອງ​ໄດ້​ກໍ່ຕາມ, ​ແຕ່​ບັນດາ​ກິລິຍາ​ທ່າ​ທາງ, ຮູບຊົງ, ​ອາລົມ​ຈິດ​ຂອງ​ກຸ່ມ​ໄດ້​ຮັບຄວາມ​ປຸກລະດົມ​ແລະ​ການສົ່ງ​ເສີມ​ຈາກ​ຜູ້​ຊົມ​ຫຼາຍ​ທີ່​ສຸດ. ຜູ້​ຊົມ​ທ່ານ​ໜຶ່ງ​ທີ່​ມາ​ຊົມກຸ່ມ​ຄົນ​ພິການ​ປາກກືກ, ຫູໜວກ ສະ​ແດງ ​ໃຫ້​ຮູ້​ວ່າ:

​ການ​ສະ​ແດງຂອງ​ຄົນ​ພິການ, ​ໄດ້​ສ້າງຄວາມ​ປະ​ເອີ​ບ​ໃຈ, ຄວາມ​​​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ຊີວິດ​ໃຫ້​ແກ່​ຂ້າພະ​ເຈົ້າ. ​ເຖິງ​ວ່າພວກ​ເຂົາ​​ເປັນຄົນ​ພິການ​ກໍ່ຕາມ, ແຕ່ຍັງ​ສ້າງ​​ຄວາມ​ເບີກບານ​ມ່ວນຊື່ນໃຫ້​ແກ່​ຕົນ​ເອງ ”.

ສ່ວນຜູ້​ຊົມ​ອື່ນກໍ່​ໃຫ້ຂໍ້​ສັງ​ເກດ​ວ່າ:

ຂ້າພະ​ເຈົ້າ​ບໍ່​ເຂົ້າ​ໃຈ​ຫຼາຍກ່ຽວ​ກັບ​ສັນຍານ​ຂອງ​ພວກເພື່ອນປາກກືກ, ຫູໜວກ, ແຕ່​ຂ້າພະ​ເຈົ້າ​ກໍ່​ສາມາດ​ເຂົ້າ​ໃຈ​ໄດ້​ອາລົມ​ຈິດ​ເຊິ່ງພວກ​ເຂົາ​ສະ​ແດງ​ອອກ. ​ເຂົາ​ເຈົ້າ​ມີ​ມານະ​ຈິດ​ພິ​ເສດ​​ທີ່ພວກ​ເຮົາ​ຄວນຮໍ່າຮຽນ​ເອົາ, ​ແລະສະໜັບສະໜູນ​ຕໍ່ຄວາມ​ມານະ​ພະຍາຍາມນັ້ນຂອງ​ເຂົາ​ເຈົ້າ​​.

ເຖິງ​ວ່າ​ບໍ່​ມີ​ຊີວິດ​ໂຊກ​ດີ​ເໝືອນ​ດັ່ງ​ຄົນ​ປົກກະຕິ​ກໍ່ຕາມ, ​ແຕ່​ບັນດາ​ສະມາຊິກ​ຂອງ​ກຸ່ມ​ຍາມ​ໃດ​ກໍ່​ພະຍາຍາມ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະນະ​ຍາດ, ບໍ່​ສ້າງ​ພາລະ​​ໃຫ້​ແກ່​ສັງຄົມ, ຫາກນຳ​ມາ​ເຊິ່ງຄວາມ​ເບີກບານ​ມ່ວນ​ຊື່ນ​ໃຫ້​ແກ່​ທຸກ​ຄົນ. ​ເມື່ອ​​ເຫັນບັນດາ​ນີ້ວມື​ແບ​ອອກ​ນັ້ນ, ​ໃຜ​ກໍ່​ເຂົ້າ​ໃຈ​ວ່າພວກ​ເຂົາ​ພວມ​ພະຍາ​ຍາມ​ດຳລົງ​ຊີວິດ​ຢ່າງ​ມີ​ຄວາມ​ໝາຍ​ຕາມ​ແບບ​ວິທີ​ສະ​ເພາະ​ຂອງ​ຕົນ. ພວກ​ເຂົາ​ແມ່ນ​ບັນດາ​ດອກ​ໄມ້​ພິ​ເສດ, ພວມ​ອວດ​ອ້າງ​ເບັ່ງ​ບານ​ກິ່ນ​ຫອມ​ໃນ​ແຕ່​ລະ​ຊົ່ວ​ໂມງ, ​ແຕ່​ລະ​ວັນ ​ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ສົດ​ໃສ, ​ເບີກບານ​ມ່ວນ​ຊື່ນ ​ແລະ ມີ​ສີສັນ​ຫຼາກ​ຫຼາຍ​ຂຶ້ນ​ຕື່ມ.

ຖ້າ​ມີ​ໂອກາດ​ຢ້ຽມ​ຊົມ​ບັນດາ​ນັກ​ສີ​ລະ​ປິນ “ຮ້ອງ​ເພງ” ດ້ວຍ​ບັນດາ​ນີ້ວມື​ໃນ​ຖະໜົນ​ຄົນ​ຍ່າງ​ຫງວຽນ​ເຫວ້ຢູ່​ນະຄອນ​ໂຮ​ຈີ​ມິນ. ບັນດາ​ໝູ່​ເພື່ອນ​ຈົ່ງ​ສົ່ງ​ຮອຍ​ຍີ້ມອັນສົດ​ໃສ ​ແລະ ຢ່າ​ລືມ​ຕົບມື​ຊົມ​ເຊີຍ​ລະດົມ​ກຳລັງ​ໃຈ​ໃຫ້​ເຂົາ​ເຈົ້າ ​ແລະ ແນ່ນອນ​ວ່າ ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ຜາ​ສຸກ​ຫຼາຍ​ໄດ໋.

 

ຕອບກັບ

ຂ່າວ/ບົດ​ອື່ນ