ການ​ສອນ​ໜັງ​ສື​ຢູ່ ເຈື່ອງ​ຊາ

(VOVWORLD) - ຢູ່ເມືອງ ເກາະເຈື່ອງຊາ, ແຂວງ ແຄັງຮວ່າ  ຍ້ອນເງື່ອນໄຂດິນຟ້າອາກາດທີ່ມີການຜັນແປຢ່າງຮ້າຍແຮງ, ເງື່ອນໄຂໄປຮຽນໄປສອນຂອງອ້າຍເອື້ອຍຄູ ແລະ ນັກຮຽນຢູ່ທີ່ນີ້ ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ໂດຍໄດ້ຮັບຄວາມສົນໃຈຈາກເຂດດິນຕໍ່ແຜ່ນ, ພ້ອມດ້ວຍຄວາມມານະພະຍາຍາມຂອງອ້າຍຄູ, ເອື້ອຍຄູ ກໍຄືນັກຮຽນ, ໂຮງຮຽນຫຼັງຕ່າງໆຢູ່ກາງທະເລນັ້ນ ຍາມໃດຟົດຟື້ນດ້ວຍສງງກອງ, ສຽງເດັກໆອ່ານໜັງສື ແລະ ຢອກຫຼີ້ນຢ່າງມ່ວນຊື່ນ.
 
ການ​ສອນ​ໜັງ​ສື​ຢູ່ ເຈື່ອງ​ຊາ - ảnh 1ໂຮງຮຽນປະຖົມ ດ້າເຕີຍ (ພາບ: VOV)
ໃນໜຶ່ງຊົ່ວໂມງຂຶ້ນຫ້ອງສອນຢູ່ໂຮງຮຽນປະຖົມ ດ້າເຕີຍ, ຂຶ້ນກັບເມືອງ ເຈື່ອງຊາ, ແຂວງ ແຄັງຮວ່າ, ອ້າຍຄູ ຫງວຽນກົງກວາ ທັງແນະນຳໃຫ້ນ້ອງໆນັກຮຽນ ຊັ້ນ ປ4 ອ່ານໃຫ້ແຈ້ງ ແລະ ເຂົ້າໃຈຄວາມໝາຍຂອງບົດໃນວິຊາ ພາສາຫວຽດ, ທັງຍາດເວລາກວດແກ້ບົດຫັດຂຽນໜັງສືໃຫ້ນັກຮຽນ ຊັ້ນ ປ1 ຫຼື ບົດແກ້ເລກຂອງນັກຮຽນ ຊັ້ນ ປ3. ໂດຍຕ່າງກັບເຂດດິນຕໍ່ແຜ່ນ, ການສອນຢູ່ເກາະ ເຈື່ອງຊາ ມີລັກສະນະສະເພາະ ເຊິ່ງຮຽກຮ້ອງຄວາມພະຍາຍາມຂອງທັງຄູທັງນັກຮຽນ.  ຫ້ອງຮຽນໜຶ່ງມີຄູສອນ 1 ຄົນ ແຕ່ນັກຮຽນພັດມີຫຼາຍເກນອາຍຸທີ່ແຕກຕ່າງກັນ ສະນັ້ນ ກໍໃນຊົ່ວໂມງດຽວຕ້ອງສອນຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ຊັ້ນອະນຸບານ ຮອດ ຊັ້ນ ປ5. ດັ່ງນັ້ນ, ຄູສອນສັບຊ້ອນເວລາໝູນວຽນກັນ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກແນວໃດກໍຕາມ, ແຕ່ຄວາມຄາດຫວັງຢາກນຳເອົາຄວາມຮູ້ຂອງຕົນ ໄປແບ່ງປັນໃຫ້ນັກຮຽນຢູ່ ເຈື່ອງຊາ, ກ່ອນນີ້ 5 ປີ, ອ້າຍຄູ ຫງວຽນກົງກວາ ໄດ້ຂຽນໃບຄຳຮ້ອງສະໝັກໃຈໄປສອນຢູ່ ເຈື່ອງຊາ. ພາຍຫຼັງສອນມາເປັນ 4 ປີ ຢູ່ ໂຮງຮຽນປະຖົມ ຢູ່ເກາະ ຊິງໂຕ່ນ, ອ້າຍຄູ ຫງວຽນກົງກວາ ໄດ້ຍ້າຍມາສອນຢູ່ ເກາະ ດ້າເຕີຍອາ ສືບຕໍ່ສອນໃຫ້ນັກຮຽນທຸກເກນອາຍຸຢູ່ທີ່ນີ້. ອ້າຍຄູ ຫງວຽນກົງກວ່າ ແບ່ງປັນວ່າ: ການມາສອນໜັງສື ແລະ ອຸທິດສ່ວນຢູ່ ເຈື່ອງຊາ ນັ້ນ ແມ່ນຄວາມເປັນກຽດຢ່າງຍິ່ງ, ດັ່ງນັ້ນ, ຍາມໃດອ້າຍຄູ ກວາ ກໍພະຍາຍາມນຳເອົາຄວາມຮູ້ດີທີ່ສຸດມາສິດສອນໃຫ້ນ້ອງໆນັກຮຽນ.

“ຄວາມຫຍຸ້ງຍາກທີ່ສຸດແມ່ນນັກຮຽນຢູ່ນີ້ມີອາຍຸບໍ່ເທົ່າກັນ. ນອກຈາກການສອນໜັງສືແລ້ວ, ນອກຊົ່ວໂມງຮຽນ, ຂ້າພະເຈົ້າຍັງຈັດການດຳເນີນຊີວິດເພື່ອແນໃສ່ປຸກລຸກນ້ຳໃຈຮັກທະເລໝູ່ເກາະ, ຮັກປະເທດຊາດ ແລະ ບ້ານເກີດເມືອງນອນ. ສຳລັບນັກຮຽນ ຊັ້ນ ມ4, ມ5, ປ2, ທຸກໆວັນອາທິດ ຂ້າພະເຈົ້າ ຈະຍາດເວລາສອນຄອມພິວເຕີ ແລະ ພາສາອັງກິດໃຫ້. ຂ້າພະເຈົ້າປາດຖະໜາວ່າ ພາຍຫຼັງຮຽນຈົບ ຊັ້ນ ມ5 ຢູ່ເກາະແລ້ວ, ເມື່ອເຂົ້າຮຽນຕໍ່ຢູ່ເຂດດິນຕໍ່ແຜ່ນ ນ້ອງໆຈະມີຄວາມຮູ້, ທັກສະຢ່າງພຽງພໍ ຄືໝູ່, ສືບຕໍ່ສູ້ຊົນບືນຕົວຂຶ້ນ ກາຍເປັນຜູ້ມີປະໂຫຍດຕໍ່ສັງຄົມ”.

ການ​ສອນ​ໜັງ​ສື​ຢູ່ ເຈື່ອງ​ຊາ - ảnh 2ເຖິງວ່າຢູ່ເຂດພະຍຸລົງແຮງ, ແຕ່ເກາະເຈື່ອງຊາ ຍາມໃດກໍຟົດຟື້ນດ້ວຍສງງກອງ, ສຽງເດັກໆອ່ານໜັງສື ແລະ ຢອກຫຼີ້ນຢ່າງມ່ວນຊື່ນ (ພາບ: VOV)

ຢູ່ຕາແສງເກາະ ຊິງໂຕ່ນ, ອ້າຍຄູ ຟ້າມຊວັນຢ້ຽວ, ສັງກັດ ໂຮງຮຽນປະຖົມ ຊິງໂຕ່ນ ມີຄວາມຜູກພັນກັບນັກຮຽນລຸ້ນຕ່າງໆຢູ່ທີ່ນີ້ມາຫຼາຍປີ. ຍ້ອນຍັງບໍ່ທັນມີອິນເຕີເນັດ, ສະນັ້ນ ການຮຽນ, ການສອນ, ໂດຍສະເພາະແມ່ນການເຂົ້າເຖິງ ຫຼື ອັບເດດບັນດາເນື້ອໃນຂໍ້ມູນ, ຄວາມຮູ້ໃໝ່ໆ ແມ່ນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ,… ແຕ່ອ້າຍຄູ ຢ້ຽວ ພ້ອມກັບບັນດາຄູສອນຄົນອື່ນໆຢູ່ເຂດເກາະ ກໍ່ໄດ້ສຶກສາ, ຄົ້ນຄວ້າດ້ວຍຕົນເອງ ເພື່ອອັບເດດຫຼັກສູດໃໝ່, ປ່ຽນໃໝ່ວິທີການສອນ, ກວດກາຕີລາຄານັກຮຽນ… ຍ້ອນເຫດນັ້ນ, ພາຍຫຼັງຮຽນຈົບ ຊັ້ນ ປ5, ນັກຮຽນຢູ່ທີ່ນີ້ລ້ວນແຕ່ມີເງື່ອນໄຂຢ່າງພຽງພໍເພື່ອເຂົ້າຮຽນ ຊັ້ນ ມ1 ຢູ່ເຂດດິນຕໍ່ແຜ່ນ. ອ້າຍຄູ ຟ້າມຊວັນຢ້ຽວ ໃຫ້ຮູ້ວ່າ:

“ກ່ອນອື່ນໝົດແມ່ນຄວາມເມົາມົວກັບການສິດສອນ. ທີສອງແມ່ນ ໄດ້ປະກອບສ່ວນເຫື່ອແຮງຂອງຕົນເຂົ້າໃນການສິດສອນນັກຮຽນໃຫ້ດີກວ່າ. ການສອນໜັງສືຢູ່ເຂດພະຍຸລົມແຮງ ກໍແມ່ນຄວາມເອກອ້າງທະນົງໃຈສຳລັບອ້າຍຄູເອື້ອຍຄູຢູ່ ເຈື່ອງຊາ ຄືພວກຂ້າພະເຈົ້າ”.

ໂດຍຜ່ານຜ່າຄວາມຫຍຸ້ງຍາກລຳບາກ, ບັນດາອ້າຍເອື້ອຍຄູຢູ່ ເຈື່ອງຊາ ຍາມໃດກໍຖືເກາະເປັນເຮືອນ, ຖືນັກຮຽນເປັນລູກຫຼາຂອງຕົນ, ຍາມໃດກໍສະຫງວນອາລົມຈິດຄວາມຮັກແພງ, ນຳຄວາມຂອງຕົນ ເພື່ອຖ່າຍທອດຢູ່ໃຫ້ແກ່ເດັກໆເຕີບໃຫຍ່. ມີນັກຮຽນຫຼາຍລຸ້ນຢູ່ໝູ່ເກາະເຈື່ອງຊາ ໄດ້ເຕີບໃຫຍ່ໃນອ້ອມແຂນແຫ່ງຄວາມຮັກແພງຂອງຄອບຄົວ, ພະນັກງານນັກຮົບ ແລະ ອ້າຍເອື້ອຍຄູ. ນ້ອງ ຫວໍຈຸກກວິ່ງ, ນັກຮຽນຊັ້ນ ປ3, ໂຮງຮຽນປະຖົມ ຊິງໂຕ່ນ ແລະ ນ້ອງ ເລທິກິມທື, ນັກຮຽນຊັ້ນ ປ5 ໂຮງຮຽນປະຖົມ ດ້າເຕີຍອາ, ໃຫ້ຮູ້ວ່າ:

“ນາຍຄູສອນເຂົ້າໃຈໄດ້ງ່າຍ ແລະ ໄດ້ບອກສອນໃຫ້ຫຼານຢ່າງສຸດໃຈ. ຫຼານຈະພະຍາຍາມຮຽນໃຫ້ເກັ່ງ ເພື່ອຕອບແທນບຸນຄຸນຂອງອ້າຍຄູ”.

“ມື້ໜຶ່ງນ້ອງຮຽນ 2 ຕອນ. ຕອນເຊົ້າຮຽນແຕ່ 7 ໂມງ ຫາ 10 ໂມງ, ຕອນບ່າຍຮຽນແຕ່ 2 ໂມງ ຫາ 4 ໂມງ. ນ້ອງເຫັນວ່າ ອ້າຍສອນເຂົ້າໃຈໄດ້ງ່າຍ. ນ້ອງມັກຢູ່ ເຈື່ອງຊາ, ຮັກທະເລໝູ່ເກາະ, ຮັກທະຫານເຮືອຫຼາຍ. ນ້ອງຈະພະຍາຍາມຮ່ຳຮຽນ ເພື່ອກາຍເປັນຜູ້ທີ່ມີປະໂຫຍດໃຫ້ແກ່ປະເທດຊາດ”.

ຢູ່ໝູ່ເກາະທີ່ແສນໄກ, ເງື່ອນໄຂດິນຟ້າອາກາດທີ່ຮ້າຍແຮງ, ຂາດເຂີນທັງທາງດ້ານຈິດໃຈ ແລະ ວັດຖຸ ແຕ່ຄວາມສຸກຂອງອ້າຍຄູເອື້ອຍຄູແມ່ນ ໄດ້ເຫັນນັກຮຽນເປັນຄົນຄຳຮູ້, ຟັງຄວາມ, ດຸໝັ່ນຮ່ຳຮຽນ, ມີຫຼາຍທັກສະດຳລົງຊີວິດຢູ່ເຂດທະເລໝູ່ເກາະ. ນ້ອງໆລ້ວນແຕ່ເປັນຄົນສະຫຼາດ, ມັກຮຽນ, ສາມາດຂັບຮ້ອງໄດ້ຫຼາຍບົດເພງ, ບົດກະວີກ່ຽວກັບປະທານໂຮ່ຈີມິນ, ບ້ານເກີດເມືອງນອນ ແລະ ໝູ່ເກາະເຈື່ອງຊາຫຼາຍບົດ. 

ດ້ວຍຄວາມຮັກທະເລ, ໝູ່ເກາະ, ບ້ານເກີດເມືອງນອນ ພ້ອມດ້ວຍຄວາມຮັບຜິດຊອບຂອງຜູ້ເປັນຄູ ຄື ອ້າຍຄູ ຫງວຽນກົງກວາ, ຟ້າມຊວັນຢ້ຽວ ພ້ອມດ້ວຍອ້າຍເອື້ອຍຄູຫຼາຍຄົນທີ່ພວມເຮັດວຽກຢູ່ເຈື່ອງຊາ... ໄດ້ສະໝັກໃຈຜູກພັນ ແລະ ຮ່ວມເດີນທາງພ້ອມກັບນ້ອງໆນັກຮຽນຢູ່ກາງທະເລທີ່ກວ້າງໃຫຍ່ໄພສານ. ຮູບພາບອ້າຍເອື້ອຍຄູຢືນສອນໜັງສືຢູ່ໜ້າກະດານໃນແຕ່ລະມື້ເພື່ອຖ່າຍທອດຄວາມຮູ້ໃຫ້ນັກຮຽນຢູ່ເຈື່ອງຊາ ນັ້ນ ໄດ້ ແລະ ກຳລັງປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຂອງປະເທດຊາດຢູ່ເຂດພະຍຸລົມແຮງ./.

ຕອບກັບ

ຂ່າວ/ບົດ​ອື່ນ