ການຫັນເປັນດີຈີຕອນ ສ້າງກຳລັງໜູນພັດທະນານະຄອນ ດ່ານັ້ງ ໃຫ້ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ

(VOVWORLD) -ໜຶ່ງໃນບັນດາຜົນສຳເລັດໃນເບື້ອງຕົ້ນຂອງນະຄອນ ດ່ານັ້ງ ໃນການຫັນເປັນດີຈີຕອນ ແມ່ນການຜັນຂະຫຍາຍຫຼາຍໂປແກຼມ, ຫຼາຍຊ່ອງເພື່ອໃຫ້ປະຊາຊົນ, ວິສາຫະກິດໄດ້ສຳຜັດນຳໃຊ້ຢ່າງງ່າຍດາຍ.
ການຫັນເປັນດີຈີຕອນ ສ້າງກຳລັງໜູນພັດທະນານະຄອນ ດ່ານັ້ງ ໃຫ້ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ - ảnh 1(ນະຄອນ ດ່ານັ້ງ ໄດ້ປະກາດໃຊ້ບັນດານະໂຍບາຍສຳຄັນເພື່ອຊຸກຍູ້ການຫັນເປັນດີຈີຕອນ)

ມະຕິຂອງກົມການເມືອງ ກ່ຽວກັບການກໍ່ສ້າງ ແລະ ພັດທະນານະຄອນ ດ່ານັ້ງ ຮອດປີ 2030, ວິໄສທັດຮອດປີ 2045 ກຳນົດເປົ້າໝາຍຮອດປີ 2030 ນະຄອນ ດ່ານັ້ງ ກໍ່ສ້າງຕົວເມືອງອັດສະລິຍະຢ່າງສົມບູນແບບ, ເຊື່ອມຕໍ່ຢ່າງຄົບຊຸດກັບບັນດາເຄືອຂ່າຍເຂດຕົວເມືອງອັດສະລິຍະຢູ່ພາຍໃນປະເທດ ແລະ ຢູ່ພາກພື້ນ ອາຊຽນ. ເພື່ອບັນລຸໄດ້ເປົ້າໝາຍດັ່ງກ່າວ, ທາງນະຄອນໄດ້ສ້າງແຜນຮ່າງຫັນເປັນດີຈີຕອນຮອດປີ 2025, ກຳນົດທິດຮອດປີ 2030, ໂດຍໄດ້ກຳນົດວ່າ ການຫັນເປັນດີຈີຕອນແມ່ນກຳລັງໜູນສ້າງບາດກ້າວບຸກທະລຸໃນບັນດາຂົງເຂດ, ມຸ່ງໄປເຖິງການສ້າງນະຄອນ ດ່ານັ້ງ ໃຫ້ກາຍເປັນເຂດຕົວເມືອງຊີວະພາບທັນສະໄໝ, ອັດສະລິຍະ, ເປັນ
ໜ້າດຳລົງຊີວິດ.

ໜຶ່ງໃນບັນດາຜົນສຳເລັດໃນເບື້ອງຕົ້ນຂອງນະຄອນ ດ່ານັ້ງ ໃນການຫັນເປັນດີຈີຕອນ ແມ່ນການຜັນຂະຫຍາຍຫຼາຍໂປຼແກຼມ, ຫຼາຍຊ່ອງເພື່ອໃຫ້ປະຊາຊົນ, ວິສາຫະກິດໄດ້ສຳຜັດນຳໃຊ້ຢ່າງງ່າຍດາຍ. ຜ່ານນັ້ນ, ສ້າງການກະທົບຕອບລະຫວ່າງອຳນາດການປົກຄອງ ແລະ ປະຊາຊົນທາງອິນເຕີແນັດ. ມີຫຼາຍໂປຼແກຼມນຳມາເຊິ່ງປະສິດທິຜົນສູງຄື: ພື້ນຖານສະສົມຫຼາຍການບໍລິການ, ໂປຼແກຼມ Danang Smart City, ພື້ນຖານພົນລະເມືອງ MyPortal, ໂປແກຼມ Chatbot ເອເລັກໂຕນິກໃຫ້ຄຳປຶກສາ, ແນະນຳເຮັດລະບຽບການບໍລິຫານ ແລະ ການບໍລິການສາທາລະນະ…

ທ່ານນາງ ຫງວຽນທິລານ, ຢູ່ເມືອງ ແທັງເຄ, ນະຄອນ ດ່ານັ້ງ ໃຫ້ຮູ້ວ່າ, ການຫັນເປັນດີຈີຕອນໄດ້ຊ່ວຍໃຫ້ປະຊາຊົນ ແລະ ອຳນາດການປົກຄອງມີຄວາມໃກ້ຊິກ, ສະດວກກວ່າໃນການແກ້ໄຂບັນດາລະບຽບການບໍລິຫານ.

“ພໍ່ແມ່ປະຊາຊົນມີຄວາມສະດວກກວ່າໃນການຊື້-ຂາຍ ກໍຄືປະຕິບັດບັນດາລະບຽບການບໍລິຫານຢ່າງໄວ ແລະ ສະດວກກວ່າ, ປະຊາຊົນບໍ່ຕ້ອງໄປມາຫຼາຍເທື່ອ”.

ການຫັນເປັນດີຈີຕອນ ສ້າງກຳລັງໜູນພັດທະນານະຄອນ ດ່ານັ້ງ ໃຫ້ກາຍເປັນຕົວເມືອງອັດສະລິຍະ, ທັນສະໄໝ - ảnh 2(ດ່ານັ້ງ ໄດ້ປະຕິບັດຮູບແບບຕະຫຼາດ 4.0 ເພື່ອຊຳລະທີ່ບໍ່ນຳໃຊ້ເງິນສົດຢູ່ຕະຫຼາດຂັ້ນນະຄອນບາງແຫ່ງ)

ຕາມການຕີລາຄາຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ແລ້ວ, ເສດຖະກິດດີຈີຕອນປີ 2021 ຂອງນະຄອນ ດ່ານັ້ງ ໄດ້ປະກອບສ່ວນ GRDP ຂອງທ້ອງຖິ່ນເກືອບ 13%. ປະຈຸບັນ, ນະຄອນ ດ່ານັ້ງ ໄດ້ສ້າງສູນແລກປ່ຽນການຄ້າເອເລັກໂຕນິກ ແລະ ໂປແກຼມ ຊ່ວຍໃຫ້ວິສາຫະກິດແນະນຳ, ໂຄສະນາຜະລິດຕະພັນ ແລະ ດຳເນີນທຸລະກິດທາງອອນລາຍ. ມາຮອດປະຈຸບັນ, ມີວິສາຫະກິດກວ່າ 1.000 ແຫ່ງ ແລະ ມີ 2.500 ຜະລິດຕະພັນ ເຂົ້າຮ່ວມສູນແລກປ່ຽນ ແລະ ມີວິສາຫະກິດ 100% ຢູ່ ດ່ານັ້ງ ນຳໃຊ້ໃບບິນເອເລັກໂຕນິກ ແລະ ໄດ້ປະຕິບັດຮູບແບບຕະຫຼາດ 4.0 ເພື່ອຊຳລະທີ່ບໍ່ນຳໃຊ້ເງິນສົດຢູ່ຕະຫຼາດຂັ້ນນະຄອນບາງແຫ່ງ… ເອື້ອຍ ໂຮ່ທິຍືງາ, ເຈົ້າຂອງວິສາຫະກິດເອກະຊົນ ແທັງດາດ, ໃຫ້ຮູ້ວ່າ:

“ໃນວຽກງານແກ້ໄຂເອກະສານ, ແທນທີ່ວິສາຫະກິດຕ້ອງມາແກ້ໄຂຢູ່ພາກສ່ວນປະຕູດຽວຫຼາຍເທື່ອເພື່ອດັກແກ້ ແລະ ສົ່ງເອກະສານ, ປະຈຸບັນ ວິສາຫະກິດພຽງສົ່ງເອກະສານຜ່ານທາງອິນເຕີແນັດ ກໍຄືທຸກຂອດດັດປັບເອກະສານລ້ວນແຕ່ປະຕິບັດຢູ່ເຮືອນ”.

ປະຈຸບັນ, 100% ການບໍລິການສາທາລະນະຂອງນະຄອນ ດ່ານັ້ງ ມີເງື່ອນໄຂຢ່າງພຽງພໍເພື່ອຜັນຂະຫຍາຍທາງອອນລາຍລະດັບ 4. ນະຄອນ ດ່ານັ້ງ ໄດ້ສ້າງບັນຊີເອເລັກໂຕນິກໃຫ້ຜູ້ເຕີບໃຫຍ່, ມີເອກະສານສຸຂະພາບເອເລັກໂຕນິກ ສົມທົບກັບລະຫັດ ID ໜຶ່ງດຽວ… ປີ 2021, ເປັນເທື່ອທີ 2 ນະຄອນ ດ່ານັ້ງ ໄດ້ຮັບລາງວັນ “ນະຄອນອັດສະລິຍະ ຫວຽດນາມ” ຢ່າງລຽນຕິດ, ເປັນເທື່ອທີ 2 ໄດ້ຮັບລາງວັນຫັນເປັນດີຈີຕອນ ຫວຽດນາມ. ທ່ານ ເຈິ່ນເຟືອກເຊີນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ຢືນຢັນວ່າ:

“ດ້ວຍບົດບາດໃຈກາງກ່ຽວກັບ startup, ການປ່ຽນແປງໃໝ່ປະດິດຄິດສ້າງ, ທ່ອງທ່ຽວ, ການຄ້າ ແລະ ການເງິນ, ດ່ານັ້ງ ຕ້ອງສ້າງເຂດຕົວເມືອງອັດສະລິຍະເຊື່ອມຕໍ່ຢ່າງຄົບຊຸດກັບເຄືອຂ່າຍເຂດຕົວເມືອງຢູ່ພາຍໃນປະເທດ ແລະ ພາກພື້ນ ອາຊຽນ. ນະຄອນ ດ່ານັ້ງ ໄດ້ປະກາດໃຊ້ບັນດານະໂຍບາຍສຳຄັນເພື່ອຊຸກຍູ້ການຫັນເປັນດີຈີຕອນ, ໃນນັ້ນ, ແຜນຮ່າງຫັນເປັນດີຈີຕອນໃນບໍລິເວນນະຄອນຮອດປີ 2025, ກຳນົດທິດຮອດປີ 2030 ໄດ້ກຳນົດວ່າແມ່ນໜຶ່ງໃນບັນດາໂຄງການມີລັກສະນະກຳລັງໜູນເພື່ອພັດທະນານະຄອນ”.

ມະຕິອົງຄະນະພັກນະຄອນ ດ່ານັ້ງ ຄັ້ງທີ 22 (ອາຍຸການ 2020-2025) ກຳນົດ 1 ໃນຈຳນວນ 3 ໜ້າທີ່ຈຸດສຸມບຸກທະລຸນັ້ນແມ່ນ: ການປ່ຽນແປງໃໝ່ຮູບແບບການເຕີບໂຕຢ່າງແຮງ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ຈຸດສຸມແມ່ນການພັດທະນາອຸດສາຫະກຳເຕັກໂນໂລຊີສູງ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງແຮງ ຕິດພັນກັບ startup, ຫົວຄິດປະດິດສ້າງ, ນະຄອນອັດສະລິຍະ, ສ້າງພື້ນຖານເພື່ອຊຸກຍູ້ການພັດທະນາຢູ່ບັນດາຂະແໜງການ, ຂົງເຂດໃໝ່, ໂດຍສະເພາະແມ່ນເສດຖະກິດດີຈີຕອນ, ສັງຄົມດີຈີຕອນ ແລະ ອຳນາດການປົກຄອງດີຈີຕອນ./.

ຕອບກັບ

ຂ່າວ/ບົດ​ອື່ນ