ກາລະໂອກາດຍົກສູງການຮ່ວມມືລະຫວ່າງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາຮ່ວມມືເຂດອ່າວເປີເຊຍ

(VOVWORLD) - ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ສະພາຮ່ວມມືເຂດອ່າວເປີເຊຍ (GCC) ໄດ້ຈັດກອງປະຊຸມສຸດຍອດຄັ້ງທຳອິດ ໃນວັນທີ 20 ຕຸລາ ຜ່ານມາ ຢູ່ປະເທດ ອາຣັບບິ ຊາອຸດິ.
ກາລະໂອກາດຍົກສູງການຮ່ວມມືລະຫວ່າງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາຮ່ວມມືເຂດອ່າວເປີເຊຍ - ảnh 1ກອງປະຊຸມສຸດຍອດ ອາຊຽນ ແລະ GCC
(ພາບ:VGP )

ຕາມນັກຊ່ຽວຊານຫຼາຍທ່ານແລ້ວ, ເຫດການນີ້ໄດ້ເປີດໄລຍະແຫ່ງການຮ່ວມມືໃໝ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນຫຼາຍຢ່າງລະຫວ່າງ ອາຊຽນ ແລະ GCC, ນັບແຕ່ດ້ານການຄ້າ, ພະລັງງານຕະຫຼອດຮອດພູມສາດການເມືອງ.

        ການນຳຂັ້ນສູງ 10 ປະເທດ ອາຊຽນ ແລະ 6 ປະເທດຂຶ້ນກັບ GCC, ເຊິ່ງລວມມີ: ອາຣັບບິ ຊາອຸດິ, ຄູເວດ, ສະຫະລັດ ອາຣັບ ເອມີເລັດ (UAE), ໂອມານ, ກາຕາ ແລະ ບາເຣນ ໄດ້ຈັດກອງປະຊຸມສຸດຍອດໃນວັນທີ 20 ຕຸລາ, ຢູ່ນະຄອນ Riyadh ຂອງ ອາຣັບບິ ຊາອຸດິ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍປະຫວັດສາດ, ສ້າງໄລຍະໃໝ່ໃນການພົວພັນລະຫວ່າງສອງອົງການນັບມື້ນັບມີອິດທິພົນໃຫຍ່ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ການພົວພັນການເມືອງພວມຢູ່ໃນໄລຍະດີທີ່ສຸດ

        ອາຊຽນ ແລະ GCC ສ້າງຕັ້ງການພົວພັນຢ່າງເປັນທາງການໃນປີ 1990, ແຕ່ຍັງບໍ່ເຄີຍໄດ້ຈັດ ກອງປະຊຸມສຸດຍອດຮ່ວມກັນເທື່ອ. ເພື່ອອະທິບາຍໃຫ້ສິ່ງດັ່ງກ່າວ, ນັກຊ່ຽວຊານ Sharon Seah, ມາຈາກ ສູນຄົ້ນຄ້ວາ ອາຊຽນ ຂຶ້ນກັບສະຖາບັນ ISEAS-Yusof Ishak, ຖືວ່າ ໃນປະຫວັດສາດແຫ່ງການສ້າງຕັ້ງຂອງອົງການສາກົນ, ບັນດາທົດສະວັດທຳອິດ ແມ່ນເປັນເວລາເພື່ອສຸມໃສ່ຮັດແໜ້ນການພົວພັນ ລະຫວ່າງບັນດາປະເທດສະມາຊິກ ຫຼັກແຫຼ່ງໃນອົງການ. ດັ່ງນັ້ນ, ໃນສະພາບການຜັນແປຢ່າງແຮງ ຢູ່ເຂດຕາເວັນອອກກາງ ແລະ ເຂດອ່າວເປີເຊຍ ໃນທ້າຍສະຕະວັດທີ 20 ແລະ ຕົ້ນສະຕະວັດທີ 21, GCC ໄດ້ຮັບການສ້າງຕັ້ງໃນປີ 1981, ຕ້ອງສະຫງວນບຸລິມະສິດໃຫ້ແກ່ການພົວພັນພາຍໃນກຸ່ມ.

ນັກຊ່ຽວຊານ Jean Loup Samaan ມາຈາກສະຖາບັນຕາເວັນອອກກາງ ຂຶ້ນກັບມະຫາວິທະ ຍາໄລແຫ່ງຊາດ ສິງກະໂປ (NUS) ກໍ່ໄດ້ຕີລາຄາວ່າ ໃນຫຼາຍປີຜ່ານມາ, ການພົວພັນລະຫວ່າງ ອາຊຽນ ແລະ GCC ຍັງຈຳກັດ ຢູ່, ສ່ວນຫຼາຍແມ່ນສຸມໃສ່ການແລກປ່ຽນວັດທະນະທຳ. ທ່ານຖືວ່າ ທັງສອງຝ່າຍ ລ້ວນແຕ່ຍັງບໍ່ທັນມີຄວາມຕັ້ງໃຈຕໍ່ການພົວພັນນີ້ເທົ່າທີ່ຄວນ, ເຖິງວ່າ ທັງສອງຝ່າຍຈະບໍ່ ມີຄວາມບໍ່ລົງລອຍກັນໃຫຍ່ ໃນໄລຍະຈະມາເຖິງ.

ແຕ່ເຖິງຢ່າງໃດກໍ່ຕາມ, ດ້ວຍການເພີ່ມທະວີລະດັບຜົນສະທ້ອນຂອງ ອາຊຽນ ແລະ GCC ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ, ລັກສະນະຂອງການພົວພັນ ອາຊຽນ - GCC ກໍ່ມີການປ່ຽນແປງ. ການພົວພັນການເມືອງລະຫວ່າງສອງກຸ່ມພວມ ເພີ່ມຄວາມໄວໃນກ່ວາ 1 ທົດສະວັດຜ່ານມາ. ແຕ່ປີ 2009, ສອງຝ່າຍໄດ້ ຈັດບັນດາການພົບປະປະຈຳປີຂັ້ນລັດຖະມົນຕີ ແລະ ຢູ່ບັນດາກອງປະຊຸມຂອງ ສປຊ ປະຈຳປີ ຢູ່ນິວຢອກ (ປະເທດ ອາເມລິກາ), ບັນດາລັດຖະມົນຕີ ອາຊຽນ ແລະ GCC ກໍ່ໄດ້ຈັດກອງປະຊຸມຮ່ວມ.

ເປັນໜ້າສົນໃຈແມ່ນ, ປະຈຸບັນ, ທັງ 6 ປະເທດສະມາຊິກ GCC ລ້ວນແຕ່ໄດ້ລົງນາມໃນສົນທິສັນຍາໄມຕີຈິດ ແລະ ການຮ່ວມມືຂອງ ອາຊຽນ, ຫຼ້າສຸດແມ່ນ ຄູເວດ ໃນເດືອນ ກັນຍາ ຜ່ານມາ. ນີ້ແມ່ນກົນໄກໂອ້ລົມສົນທະນາສັນຕິພາບໂດຍ ອາຊຽນ ໄດ້ສ້າງຂຶ້ນແຕ່ປີ 1976 ເພື່ອຜ່ານນັ້ນ ກໍ່ຄ່ອຍໆຍົກລະດັບການຮ່ວມມື, ເບື້ອງຕົ້ນແມ່ນພາຍໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫຼັງຈາກນັ້ນແມ່ນອອກສູ່ໂລກ. ຕາມນັກຊ່ຽວຊານ Jean Loup Samaan ແລ້ວ, ປະຈຸບັນ, ການພົວພັນທາງດ້ານການເມືອງລະຫວ່າງ ອາຊຽນ ແລະ GCC ພວມຢູ່ໃນໄລຍະດີທີ່ສຸດ, ສອງຝ່າຍລ້ວນແຕ່ເພີ່ມທະວີກຳລັງພາຍໃນ ແລະ ມີຄວາມໝັ້ນໃຈທີ່ຈະອອກສູ່ພາຍນອກ.

ກາລະໂອກາດຍົກສູງການຮ່ວມມືລະຫວ່າງ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ ແລະ ສະພາຮ່ວມມືເຂດອ່າວເປີເຊຍ - ảnh 2ບັນດາເຈົ້າໜ້າທີ່ເຂົ້າຮ່ວມກອງປະຊຸມ
(ພາບ:VOV)

ຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຮູບຫຼາຍແບບ

ເຖິງວ່າການພົວພັນດ້ານການເມືອງ ແມ່ນກຳລັງໜູນເພື່ອໃຫ້ ອາຊຽນ ແລະ GCC ຍົກລະດັບການ ພົວພັນສອງຝ່າຍ ແຕ່ເສດຖະກິດໄດ້ຮັບຖືວ່າແມ່ນເສົາຄ້ຳຕົ້ນຕໍໃນ ການຮ່ວມມື ອາຊຽນ - GCC ໃນຊຸມປີຕໍ່ໆໄປ. ທ່ານສາດສະດາຈານ Joseph Liow, ຈາກມະຫາວິທະຍາໄລ ເຕັກໂນໂລຊີ Nanyang (ປະເທດ ສິງກະໂປ), ໄດ້ໃຫ້ຂໍ້ສັງເກດວ່າ: ການຄ້າ, ພະລັງງານ ແລະ ເສດຖະກິດຈະແມ່ນ 3 ທິດຮ່ວມມືໂດຍບັນດາປະເທດ ອາຊຽນ ແລະ GCC ມີຄວາມສົນໃຈທີ່ສຸດ.

ນັກຊ່ຽວຊານ Sharon Seah, ມາຈາກສູນຄົ້ນຄ້ວາ ອາຊຽນ ຂຶ້ນກັບສະຖາບັນ ISEAS-Yusof Ishak ໄດ້ຖືວ່າ: ອາຊຽນ ແລະ GCC ຈະສ້າງແຜນການເຄື່ອນໄຫວລວມໃຫ້ແກ່ 4 – 5 ປີຈະມາເຖິງໂດຍໄວ, ໃນນັ້ນ ສຸມໃສ່ການຮ່ວມມືໃນບາງຂົງເຂດ, ຄື: ການປະສານສົມທົບດ້ານລາຄາ ແລະ ລະບົບການສະໜອງພະລັງງານ, ແລກປ່ຽນເຕັກໂນໂລຊີ ກາກບອນ ຕ່ຳ, ການຮ່ວມມືການເງິນ - ທະນາຄານ ຫຼື ຫັນການຢັ້ງຢືນອາຫານ Halal ເປັນມາດຖານ. ທ່ານນາງ Sharon Seah ຄາດຄະເນຈະມີການເຕີບໂຕກ່ຽວກັບດ້ານການຄ້າລະຫວ່າງສອງຝ່າຍໃນຊຸມປີຈະມາເຖິງ.

ໄປຄຽງຄູ່ກັບພະລັງງານ ແລະ ການຄ້າ, ນັກຊ່ຽວຊານບາງທ່ານກໍ່ໃຫ້ຂໍ້ສັງເກດວ່າ: ອາຊຽນ ແລະ GCC ຈະຍົກລະດັບບັນດາການໂອ້ລົມສົນທະນາດ້ານການເມືອງ, ຍ້ອນສອງຝ່າຍມີບັນດາຄວາມສົນໃຈລວມກ່ຽວກັບສະພາບການສາກົນໃນປະຈຸບັນ. ນັກຊ່ຽວຊານ Mohammed Al-Sulami, ປະທານສະຖາບັນຄົ້ນຄ້ວາສາກົນກ່ຽວກັບ ອີຣານ (Rasanah) ຕັ້ງຢູ່ Riyadh ໄດ້ຕີລາຄາເລື່ອງເພີ່ມທະວີການພົວພັນກັບ ອາຊຽນ ແມ່ນວິທີການເພື່ອໃຫ້ GCC ຊອກຫາສຽງເວົ້າລວມເພື່ອແນໃສ່ຫລຸດຜ່ອນຄວາມກົດດັນດ້ານພູມສາດການເມືອງ ໃນຂະນະທີ່ຕິດຂັດລະຫວ່າງການແກ່ງແຍ້ງຂອງບັນດາປະເທດມະຫາອຳນາດ.

ໂດຍລວມແລ້ວ, ບັນດານັກຊ່ຽວຊານລ້ວນແຕ່ຖືວ່າ: ກອງປະຊຸມສຸດຍອດຄັ້ງທຳອິດລະຫວ່າງ ອາຊຽນ ແລະ GCC ແມ່ນຂີດໝາຍປະຫວັດສາດ, ສ່ອງແສງຄວາມມຸ່ງມາດປາດຖະໜາໃນການຫັນບັນດາຄວາມສາມາດບົ່ມຊ້ອນຮ່ວມມືທີ່ໃຫຍ່ຫຼວງ ແຕ່ຍັງບໍ່ທັນໄດ້ປະຕິບັດລະຫວ່າງສອງກຸ່ມ ໃຫ້ປະກົດຜົນເປັນຈິງ, ພ້ອມທັງກໍ່ຖືວ່າ ທັງ ອາຊຽນ ແລະ GCC ລ້ວນແຕ່ພວມຢາກຊອກຫາຄວາມເປັນຫຼາຍຮູບຫຼາຍແບບ ແລະ ເປັນເຈົ້າຕົນເອງໃນນະໂຍບາຍພົວພັນຕ່າງປະເທດ./.

ຕອບກັບ

ຂ່າວ/ບົດ​ອື່ນ