ຂະບວນການ startup ຢູ່ເຂດ ເດີດມຸຍ - ກາເມົາ

(VOVWORLD) -ບັນດາຜະລິດຕະພັນທີ່ຜະລິດຈາກປາຫອນໄກ່ ເດີມເຢຍ ລວມມີ: ປາແຫ້ງ, ຢໍ່ປາ, ນ້ຳປາ… ຂອງອ້າຍ ທາຍ ໄດ້ຮັບການຕີລາຄາສູງ
ຂະບວນການ startup ຢູ່ເຂດ ເດີດມຸຍ - ກາເມົາ - ảnh 1(ຜະລິດຕະພັນທີ່ຜະລິດຈາກປາຫອນໄກ່ ເດີມເຢຍ)

        ໃນການເຄື່ອນໄຫວ startup ລະັບຊາດຢູ່ແຂວງ ກາເມົາ ມີຫຼາຍຄົນມີຄວາມມຸ່ງມາດປາດຖະໜາ, ້າຄິດກ້າທຳ startup. ເສັ້ນທາງ startup ຂອງປະຊາຊົນຢູ່ເຂດດິນແດນ ເດີດມຸຍ ຍາມໃດກໍ່ມີການຮ່ວມເດີນທາງ, ການໜູນຊ່ວຍຂອງບັນອົງການທີ່ມີໜ້າທີ່ຂອງແຂວງ ກາເມົາ, ຜ່ານນັ້ນ, ກໍ່ມີຫຼາຮູບແບບ startup ທີ່ເຕັມໄປດ້ວຍແງ່ຫວັງ.

        ເດືອນ ທັນວາ 2022, ອ້າຍ ຫງວຽນມິງທາຍ ຢູ່ຕາແສງ ຫງວຽນຮວນ, ເມືອງ ເດີມເຢຍ, ແຂວງ ກາເມົາ ໄດ້ຮັບລາງວັນທີ 1 ການເສັງ “startup ປະດິດຄິດສ້າງແຂວງ ກາເມົາ” ປີ 2021. ບັນດາຜະລິດຕະພັນທີ່ຜະລິດຈາກປາຫອນໄກ່ ເດີມເຢຍ ລວມມີ: ປາແຫ້ງ, ຢໍ່ປາ, ນ້ຳປາ… ຂອງອ້າຍ ທາຍ ໄດ້ຮັບການຕີລາຄາສູງ ຍ້ອນວ່າທັງແຊບ, ທັງງາມ ແລະ ກໍ່ແມ່ນຜະລິດຕະພັນໃໝ່ສຳລັບທັງປະຊາຊົນຢູ່ບໍລິເວນແຂວງ ກາເມົາ ອີກດ້ວຍ.

        ປີ 2020, ໃນວິວັດການເຂົ້າຮ່ວມການສ້າງສະຫະກອນທ້ອງຖິ່ນ, ອ້າຍ ທາຍ ຮູ້ສຶກໄດ້ຢ່າງຈະແຈ້ງຕໍ່ຄວາມລຳບາກຂອງຊາວປະມົງ, ຫຼາຍຜະລິດຕະພັນໄດ້ໃຊ້ເປັນອາຫານໃຫ້ກະປູ ຫຼື ຂາຍດ້ວຍລາຄາຕ່ຳ. ປາຫອນໄກ່ ແມ່ນປາຊະນິດທີ່ບໍ່ມີມູນຄ່າສູງສຳລັບຊາວປະມົງ. ຈາກເລື່ອງປະຊາຊົນທ້ອງຖິ່ນເອົາປາຊະນິດນີ້ເຮັດເປັນນ້ຳປາ, ອ້າຍບ່າວອາຍຸ 30 ປີຄົນນີ້ໄດ້ເກີດແນວຄວາມຄິດ startup ດ້ວຍບັນດາຜະລິດຕະພັນປາຫອນໄກ່ແຫ້ງ, ຢໍ່ປາ, ນ້ຳປາ.. ແລະ ກໍ່ໄດ້ຮັບຄວາມນິຍົມທີ່ສຸດ, ອ້າຍ ຫງວຽນມິງທາຍ ແບ່ງປັນວ່າ:

        ກ່ອນນີ້, ຂ້າພະເຈົ້າໄດ້ວາງເປົ້າໝາຍແມ່ນຜົນກຳໄລ, ຕໍ່ມາ, ໄດ້ຕັ້ງເປົ້າໝາຍວ່າ ນອກຈາເລື່ອງຫາກຳໄລແລ້ວ, ຕ້ອງສ້າງຜະລິດຕະພັນໃຫ້ສົມບູນກວ່າ, ນຳມາເຊິ່ງຜົປະໂຫຍດຫຼາຍຢ່າງມາໃຫ້ວົງຄະນະຍາດ. ຜ່ານນັ້ນ, ຂ້າພະເຈົ້າຈະຊ່ວຍປະຊາຊົນໄດ້ຫຼາຍກວ່າ. ຂ້າພະເຈົ້າເຮັດວຽກງານນີ້ສ່ວນໜຶ່ງກໍ່ເພື່ອຫາກຳໄລ ແລະ ສ່ວນໜຶ່ງແມ່ນສ້າງວຽເຮັດງານທຳເພື່ພ້ອມກັບທ້ອງຖິ່ນພັດທະນາ”.

        ແຂວງ ກາເມົາ ໄດ້ຮັບການຕີລາຄາວ່າແມ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ມີເງື່ອນໄຂເພື່ອເລີ່ມທຸລະກິດພັດທະນາການຜະລິດ, ດຳເນີນທຸລະກິດ. ໃນໄລຍະຜ່ານມາ, ຍາມໃດທາງແຂວງ ກໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາແນວຄິດ startup ໄດ້ເຂົ້າສູ່ການດຳລົງຊີວິດ. ການເສັງ startup ແຂວງ ກາເມົາ ທີ່ຈັດຂຶ້ນໃນຊຸມປີຜ່ານມາ ໄດ້ປະກອບສ່ວນຫຼາຍຢ່າງເພື່ອປຸກລຸກ, ແຜ່ຂະຫຍາຍຄວາມຄາດຫວັງເລີ່ມ startup ຂອງຫຼາຍຄົນ, ໂດຍສະເພາະແມ່ນລຸ້ນໜຸ່ມ.

ຂະບວນການ startup ຢູ່ເຂດ ເດີດມຸຍ - ກາເມົາ - ảnh 2(ການເສັງ startup ແຂວງ ກາເມົາ)

        ຍ້ອນເຫດນັ້ນ, ຢູ່ເຂດ ເດີດມຸຍ - ກາເມົາ ຍັງມີຫຼາຍຄົນທີ່ມີຄວາມຝັກໃຝ່ startup. ໃນການເສັງ startup ຄັ້ງທີ 3 ເຊິ່ງບັນດາອົງການທີ່ມີໜ້າທີ່ແຂວງ ກາເມົາ ຈັດຂຶ້ນໃນເດືອນ ຕຸລາ 2022, ມີກວ່າ 80 ໂຄງການ startup ເຂົ້າຮ່ວມ. ອ້າຍ ດັ້ງກວກຮຸຍ, ຕາແສງ 6, ນະຄອນ ກາເມົາ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານເພື່ອຄຸ້ມຄອງ, ເບິ່ງແຍງດູແລລູກຄ້າດ້ວຍຊອບແວ. ໃນທ່າອ່ຽງຫັນເປັນດີຈີຕອນ, ອ້າຍ ຮຸຍ ໄດ້ສ້າງໂປຼແກຼມ LNB Group ດຳເນີນທຸລະກິດຕາມທິດໂຄສະນາຮ່ວມສຳພັນ. ມາຮອດປະຈຸບັນ, ໂປຼແກຼມດັ່ງກ່າວມີບັນຊີຜູ້ນຳໃຊ້ກວ່າ 1.500 ຄົນ ແລະ 40% ແມ່ນເຄື່ອນໄຫວເປັນປະຈຳ. ອ້າຍ ດັ້ງກວກຮຸຍ ໃຫ້ຮູ້ວ່າ:

        ກ່ອນອື່ນໝົດຂ້າພະເຈົ້າຕ້ອງແບ່ງປັນຄຸນຄ່າໃຫ້ແກ່ຜູ້ໃຊ້ສອຍ. ຜູ້ໃດນຳໃຊ້ກໍ່ໄດ້ຮັບຄຸນຄ່, ຂ້າພະເຈົ້າແບ່ງປັນຜົນກຳໄລຈາກບັນດາຜູ້ສະໜອງໃຫ້ຜູ້ຮ່ວມງານ, ຜູ້ບໍລິໂພກ ເຊິ່ງຕອນນັ້ນແມ່ນສາມາດແຜ່ຂະຫຍາຍຢ່າງງ່າຍກວ່າ, ໃນຕົວຈິງສິ່ງດັ່ງກ່າວໄດ້ຊ່ວຍໃຫ້ຂ້າເຈົ້າຫຼຸດຜ່ອນລາຍຈ່າຍໄດ້ຫຼາຍ”.

        ຜະລິດຕະພັນຂອງບັນດາໂຄງການໄດ້ຊ່ວຍເຊື່ອມຕໍ່ປະຊາຄົມ, ບັນດາຂະແໜງອາຊີບ, ສ້າງລາຍຮັບຕື່ມອີກ, ສ້າງວຽກເຮັດງານທຳໃຫ້ແກ່ຊາວທ້ອງຖິ່ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ, ນຳມາເຊິ່ງແຫຼ່ງລາຍຮັບເປັນປົກກະຕິໃຫ້ແກ່ປະຊາຄົມ. ທ່ານ ເລວັນຊື, ຮອງປະທານຄະນະກຳມະການປະຊາຊົນແຂວງ ກາເມົາ, ແບ່ງປັນວ່າ:

        ເພື່ອປຸກລຸກແນວຄວາມຄິດ startup, ພິເສດແມ່ນ startup ປ່ຽນແປງໃໝ່ປະດິດຄິດສ້າງ, ກ່ອນອື່ນໝົດ, ລຸ້ນໜຸ່ມຕ້ອງຊອກຫາເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ອະນຸລັກຮັກສາ, ເສີມຂະຫຍາຍທ່າແຮງຂອງທ້ອງຖິ່ນຕົນ, ໂດຍສະເພາະແມ່ນບັນດາຜະລິດຕະພັນທີ່່ມີຄວາມສາມາດບົ່ມຊ້ອນ, ມີທ່າໄດ້ປຽບ. ພ້ອກັນນັ້ນແມ່ນຕ້ອງນຳໃຊ້ວິທະຍາສາດເຕັກໂນໂລຊີ ແລະ ຕ້ອງມຄວາມຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ແນ່ນອນວ່າ ພວກເຮົາຈະມີບັນດາໂຄງການຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ”.

        ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີອະນຸມັດຜ່ານແຜນຮ່າງ “ໜູນຊ່ວຍລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງລະດັບຊາດຮອດປີ 2025”, ແຂວງ ກາເມົາ ຖືນີ້ແມ່ນກາລະໂອກາດ, ແມ່ນປະຖົມປັດໄຈເພື່ອໃຫ້ບັນດາແນວຄວາມຄິດ, ການປະດິດຄິດສ້າງໄດ້ປະຕິບັດ ແລະ ພັດທະນາ. ທາງແຂວງໄດ້ເອົາໃຈໃສ່ເຖິງໜ້າທີ່ສ້າງລະບົບຊີວະພາບ startup ປ່ຽນແປງໃໝ່ປະດິດຄິດສ້າງທີ່ສຸດ ແລະ ພວມສ້າງເງື່ອນໄຂດີທີ່ສຸດເພື່ອສ້າງລະບົບຊີວະພາບ startup ແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ