ຄອບຄົວມີສາມລຸ້ນຄົນເມົາມົວກັບສິລະປະພື້ນເມືອງຂອງຫວຽດນາມ


(vovworld)-ຍາມ​ໃດ​ກໍ​ອ່​ວາຍ​ຫນ້າ​ເມືອ​ຫາ​ປະ​ເທດ​ຊາດ, ນັກ​ສິ​ລະ​ປິນ​ຫວຽດ​ນາມ ຫລາຍ​ຄົນ ພວມ​ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ ແລະ ເຮັດ​ວຽກ​ຢູ່ ສ​.ເຊັກ ໄດ້​ສະ​ແດງ​ຄວາມ​ຮັກ​ຕໍ່​ວັດ​ທະ​ນະ​ທຳ​ຂອງ​ບ້ານ​ເກີດ​ເມືອງນອນ ດ້ວຍ​ວິ​ທີ​ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ສິລະ​ປະ​ພື້ນ​ເມືອງ​ໄວ້. ພິ​ເສດ ຜ່ານ​ການ​ເຄື່ອນ​ໄຫວນີ້, ບັນ​ດາ​ນັກ​ສິລະ​ປີນ​ຢາກ​ສອນ​ພາ​ສາ​ຫວຽດ, ແນະ​ນຳ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ ແລະ ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ​ໃຫ້​ລຸ້​ນ​ຄົນ​ທີ 2, ທີ 3 ທີ່​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຕ່າງ​ປະ​ເທດ. ​ໃນ​ລາຍການສາ​ລະ​ຄະ​ດີ​ພາກ​ນີ້, ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຂໍ​ແນະນຳ​ເລື່ອງ​ລາວກ່ຽວ​ກັບ​ຄອບ​ຄົວ​ຊາວ​ຫວຽດ​ນາມ ທີ່ອາ​ໄສ​ຢູ່ ສ.ເຊັກ​, ເຖິງວ່າ​ໄດ້​ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນ​​ເປັນ​ເວລາເກືອບ 20 ປີ ​ແລ້ວ​ກໍ່ຕາມ, ແຕ່​ຍາມ​ໃດ​ກໍ​ຄິດ​ເຖິງເພງ​ພື້ນ​ເມືອງ​ຂອງ​ບ້ານ​ເກີດ​ເມືອງນອນ.

ຄອບຄົວມີສາມລຸ້ນຄົນເມົາມົວກັບສິລະປະພື້ນເມືອງຂອງຫວຽດນາມ - ảnh 1
ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ພ້ອມ​ກັບ​ຄອບ​ຄົວ​ສະ​ແດງ
ສິ​ລະ​ປະ​ຮັບ​ໃຊ້​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ເຊັກ
ພາບ:vov

        ເມື່ອ​ໄດ້​ຮັບຟັງ​ສຽງ​ຂັບ​ກາ​ຈູ​ໂດຍ​ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ສະ​ແດງ, ຊາວ​ຫວຽດ​ນາມ ດຳ​ລົງ​ຊີ​ວິດ​ຢູ່ ເຊັກ ຜູ້​ໃດ​ກໍ​ຮູ້​ສຶກ​ຕື້ນ​ຕັນ​ໃຈ. ດ້ວຍ​ຄວາມ​​ຫວັງ​ຢາກ​ນຳ​ວັດ​ທະ​ນະ​ທຳ​, ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຊາດ​ມາ​ຮັບ​ໃຊ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແລະ ເພື່ອນ​ມິດ​ສາ​ກົນ, ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ຍາ​ມ​ໃດກໍ່ສະ​ແດງ​ບັນດາບົດ​​ເພງ​ພື້ນ​ເມືອງດ້ວຍ​ຄວາມ​ເມົາ​ມົວ ແລະ ສ​ຸດ​ຈິດ​ສຸດ​ໃຈ​.

        “ຂ້າ​ພະ​ເຈົ້າ​ຢາ​ກ​ນຳ​ທຳນອງ​ເພງກາ​ຈູ​ມາ​ສະ​ເຫນີ​ໃຫ້ບັນ​ດາ​ເພື່ອນ​ມິດ​ເຊັກ. ເມື່ອເຫັນ​ຂ້າ​ພະ​ເຈົ້ານຸ່ງ​ຊຸດ​ອາ​ພອນ​ພື້ນ​ເມືອງ​ສະ​ແດງ ກ​ໍ​ຄື​​ເຫັນ​ປະ​ຈັກ​ຕາ​ບັນ​ດາເຄື່ອງ​ດົນ​ຕີ​ພື້​ນ​ເມືອງ​ຂອງ​ຫວຽດ​ນາມ, ພວກເພື່ອນ​ລ້ວນ​ແຕ່​ຕັ້ງ​ໃຈ​ຮັບ​ຟັງ, ເວ​ລານັ້ນ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ”

        ໂດຍ​ດຳ​ລົງ​ຊີ​ວິດ​ຫ່າງ​ຈາກ​ປະ​ເທດ​ຊາດ​ມາ​ເປັນ​ເວ​ລາ 20 ກວ່າ​ປີ​ແລ້ວ, ​ແຕ່ ຈີ້ງ​ທູ​ເຮືອງ ແລະ ​ຜົວ​ຂອງ​ນາງ ​ແມ່ນນັກ​ສິ​ລະ​ປິນ ຫງວຽນ​ແທງ​ເຊີນ ຍາມ​ໃດ​ກໍ​ຄິດ​ວ່າ ຊີ​ວິດ​ຂອງ​ເຂົາ​ເຈົ້າ​ແມ່ນ​ຕິດ​ພັນ​ກັບ ກາ​ຈູ ແລະ ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ. ກ່ອນນີ້, ເຂົາ​ເຈົ້າ​ແມ່ນ​ນັກ​ສຶກ​ສາ​ຂະ​ແຫນງ​ດົນ​ຕີ​ພື້ນ​ເມືອງ​ຂອງ​ສະ​ຖາ​ບັນ​ດົນ​ຕີ​ແຫ່ງ​ຊາດ, ເມື່ອ​ຫ່າງ​ຈາກ​ບ້ານ​ເກີ​ດ​ເມືອງນອນ ຍາມ​ໃດເຂົາ​ເຈົ້າ​ກໍ​ເມົາ​ມົວ​ກັບ​ອາ​ຊີບຢູ່.

        “ໄລ​ຍະ​ທຳ​ອິດ​​ເມື່ອຫາ​ກໍ​ມາ​ດຳ​ລົງ​ຊີ​ວິດ​ຢູ່​ທີ່ນີ້, ພວກ​ຂ້າ​ພະ​ເຈົ້າ​ມີ​ແຕ່ເຮັດ​ທຸ​ລະ​ກິດ​ເທົ່າ​ນັ້ນ. ຮອດວັນ​ບຸນຕ່າງໆ, ພວກ​ຂ້າ​ພະ​ເຈົ້າ​ຈຶ່ງຂັບ​ກາ​ຈູ​ຮັບ​ໃຊ້ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ ເຊັກ​, ຈາກນັ້ນ ມີ​ຫລາຍ​ຄົນ​ຮູ້​ຈັກ​ເຖິງ​ພວກ​ຂ້າ​ພະ​ເຈົ້າ ແລະ ຢາກ​ຮັບ​ຟັງ​​ກາ​ຈູ ໂດຍ​ພວກຂ້າ​ພະ​ເຈົ້າ​ສະ​ແດງ. ສິ່ງ​ດັ່ງກ່າວ​ພາໃຫ້ພວກ​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ນຳ​ທຳນອງ​ເພງກາ​ຈູ​ມາ​ຮັບ​ໃຊ້​ໃຫ້​​ແກ່ພໍ່​ແມ່​ຊາວ​ຫວຽດ​ນາມ.”

                ນັກ​ສິ​ລະ​ປິນ ກີມ​ຢູງ, ແມ່ນ​ຜູ້​ຂັບ​ກອນ​ທີ່​ມີ​ຊື່​ສຽງ​ທາງ​ວິ​ທະ​ຍຸກະ​ຈາຍ​ສຽງ​ຫວຽດ​ນາມ, ພາຍ​ຫລັງ​ອອກ​ກິນ​ເບ້ຍ​ບຳ​ນານ, ປ້າຍ້າຍ​ໄປ​ດຳ​ລົງ​ຊີ​ວິດ​ນຳ​ລູກ​ຫລານ​ຢູ່ ເຊັກ. ນັກ​ສິ​ລະ​ປິນ ກີມ​ຢູງ ພ້ອມ​ກັບ​ຄອບ​ຄົວ ​ເຄີຍສະ​ແດ​ງ​ສິ​ລະ​ປະ​ຮັບ​ໃຊ້​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ກໍ​ຄື ເພື່ອນ​ມິດ​ສາ​ກົນ​ຜູ້ນິ​ຍົມ​ສິ​ລະ​ປະ​ພື້ນ​ເມືອງ​ຫວຽດ​ນາມ. ນັກ​ສິ​ລະ​ປິນ ກີມ​ຢູງ ແບ່ງ​ປັນ​ວ່າ:

        “ເມື່ອ​ຂັບ​ກອນ​ຢູ່​ຕ່າງ​ປະ​ເທດ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ຮັບ​ຟັງ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຕົນ​ເອງ​ໄດ້​ນຳ​ເອົາ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາດ​ຫວຽດ​ນາມ ​ມາ​​ໃຫ້​ຊາວ​ຫວຽດ​ນາມ​ກໍ​ຄືເພື່ອນ​ມິດ​ສາ​ກົນ, ໃນ​ນັ້ນ ມີ ​ຊາວ​ເຊັກ ຊື່ງ​ແມ່ນ​ປະ​ເທດ​ທີ່​ຂ້າ​ພະ​ເຈົ້າ​ພວມ​ດຳ​ລົງ​ຊີ​ວິດ.”

        ຄວາມ​ເມົາ​ມົວ​ກັບ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຊ​າດ​ໄດ້​​ສືບ​ທອດ​ເຖິງ​​ລຸ້ນ​ຄົນ​ທີ 3 ໃນ​ຄອບ​ຄົວ. ອ້າຍ ຫງວຽນ​ນາມ​ແຄງ, ລູກ​ຊາຍ​ກົກ​ຂອງ​ເອື້ອຍ ເຮືອງ, ເຖິງວ່າ​ກຳ​ເນີດ ແລະ ເຕີບ​ໃຫຍ່​ຢູ່ ເຊັກ, ໄດ້​ຮັບ​ຜົນ​ສະ​ທ້ອນ​ຈາກວັດ​ທະ​ນະ​ທຳ​ຝ່າຍ​ຕາ​ເວັນ​ຕົກກ​ໍ​ຕາມ ແຕ່​ ແຄງ ພັດ​ເຂົ້າ​ໃຈ​ໄດ້​ວັດ​ທ​ະ​ນະ​ທຳ​ຂອງ​ຊາດ​​ຕົນ.

        “ພໍ່​ເຖົ້າ, ແມ່​ເຖົ້າ, ພໍ່​ແມ່​ຂອງ​ນ້ອງ​ລ້ວນ​ແຕ່​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສິນລະປະພື້ນ​ເມືອງ ສະ​ນັ້ນ ວັ​ດ​ທະ​ນະ​ທຳ​ພື້ນ​ເມືອງ​ໄດ້​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ນ້ອງແລ້ວ. ປະ​ຈຸ​ບັນ ນ້ອງ​ພວມ​ປະ​ດິດ​ແຕ່ງ​ບົດ​ເພງ, ນ້ອງ​ພະ​ຍາ​ຍາມ​ເຮັດ​ແນວ​ໃດ​ບໍ່​ພຽງ​ແຕ່​ປະ​ດິດ​ແຕ່ງ​ບົດ​ເພງ​ດ້ວຍ​ພາ​ສາ ເຊັກ ເທົ່າ​ນັ້ນ ຫາກ​ຍັງ​ແຕ່ງ​ເປັນ​ພາ​ສາ​ຫວຽດ​ອີກ​ດ້ວຍ. ນ້ອງ​ຢາກ​ປະສົມ​ວັດ​ທະ​ນະ​ທຳສອງ​ປະ​ເທດ​ນຳ​ກັນ.”

        ທ່ານ ເຈືອງ​ແມ້ງ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຊັກ ຖື​ວ່າ: ຄອບ​ຄົວ​ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ໄດ້​ນຳ​ເອົາ​ວັດ​ທະ​ນະ​ທຳ​ພື້ນ​​ເມືອງຂອງ​ຊາດ​ມາ​ສູ່ປະ​ຊາ​ຄົມ​ຊາວ​ຫວຽດ​ນາມຢູ່​ເຊັກ.

        “ຄອບ​ຄົວ​ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ໄດ້​ສ້າງ​ຂະ​ບ​ວ​ນ​ກາ​ນ​ວັດ​ທະ​ນະ​ທຳ​ຊອງ​ຊາດໃນ​ໝູ່ປະ​ຊາ​ຄົມຊາວ​ຫວຽດນາມ​ອາ​ໄສ​ຢູ່​ເຊັກ ພ້ອມ​ທັງ​ຊ່ວຍ​ໃຫ້​ລຸ້ນ​ຫນຸ່ມ​ສຳ​ພັດ​ກັບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາ​ມຄື: ກາ​ຈູ, ຂັບ​ແຈ່ວ, ເພງ​ພື້ນ​ເມືອງ…”

        ຄວາມ​ນິ​ຍົມ, ເມົາ​ມົວ​ກັບ​ສິ​ລະ​ປະ​ພື້ນ​ເມືອງ​ຂອງ​ຊາດ ຂອງ​ຄອບ​ຄົວ​ນັກ​ສິ​ລະ​ປິນ ຈີ້ງ​ທູ​ເຮືອງ ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ຊີ​ວິດທາງ​ດ້ານ​ຈິດ​ໃຈ​​ຂອງ​ຊາວ​ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ອຸດົມສົມ​ບຸນ​ຍິ່ງ​ຂຶ້ນ ແລະ ເຂົາ​ເຈົ້າ​ພວມ​ຮ່ວມ​ແຮງ​ຮ່ວ​ມ​ໃຈ​ຮັກ​ສາ ແລະ ພັດ​ທະ​ນາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ຂອງ​ຊາດ.

 

 

 

ຂ່າວ/ບົດ​ອື່ນ