ງານວາງສະແດງກ່ຽວກັບທ່ານ Steve Jobs ຜູ້ກໍ່ຕັ້ງເທັກໂນໂລຊີແກ່ໂລກ

(vovworld) - ​ເນື່ອງ​ໃນ​ໂອກາດ​ລະນຶກ 1 ປີ​ແຫ່ງ​ວັນ​ທ່ານ Steve Jobs ​ຜູ້​ກໍ່​ຕັ້ງ​ກຸ່ມ​ບໍລິສັດ Apple ​ເຖິງ​ແກ່​ມໍລະນະ​ກຳ, ງານ​ວາງສະ​ແດງ​ທີ່​ມີ​ຫົວ​ຂໍ້​ວ່າ: “ຈິນ​ຕະນາ​ການ​ທີ່​ແປກ​ປະຫຼາດ” ​ໂດຍ​ບັນດາ​ນັກ​ສິລະ​ປິ​ນ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ຢູ່ ຫໍ​ສະໝຸດ​ແຫ່ງ​ຊາດ ທີ່​ຮ່າ​ໂນ້ຍ ​ແຕ່​ວັນ​ທີ 5 -7/10/2012. ດ້ວຍ ພາບ​ສີ​ຂັດມັນ 21 ​ແຜ່ນ ​ແລະ ສິລະ​ປະ​ຄວັດ 1 ຢ່າງ ​ໄດ້​ວາບ​ພາບ​ຊີວິດ ​ແລະ ພາລະກິດ​ຂອງ​ຜູ້​ທີ່​ເຮັດ​ໃຫ້​ໂລກ​ປ່ຽນ​ແປງ.

ງານວາງສະແດງກ່ຽວກັບທ່ານ Steve Jobs ຜູ້ກໍ່ຕັ້ງເທັກໂນໂລຊີແກ່ໂລກ - ảnh 1
ຮູບປັ້ນທ່ານ Steve Jobs ຢູ່ງານວາງສະແດງ
ພາບ: baomoi.com

        ງານວາງສະ​ແດງ​ໄດ້​ແນະນຳ​ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ແລະ ບໍ່​ເຄີຍ​ເຫັນ​ມາກ​ອ່ນ​ໃນ​ຂະ​ແຫນງ​ວິຈິດ​ສິນ ຫວຽດນາມ. ພາບ​ຂັດ​ມັນ 21 ​ແຜ່ນ ​ເຮັດ​ດ້ວຍ​ເຫລັກ ​ແລະ composit ມີ​ຄວາມ​ສູງ​ກວ່າ 2 ​ແມັດ ​ແມ່ນ​ການ​​ປະສານສົມທົບ​ລະຫວ່າງ​ ຈິດຕະກອນ Bui Van Khoa ​ແລະ ນັກຈິດຕະກຳ Le Dinh Quy ພ້ອມ​ກັບ​ທ່ານ Nguyen Duc Tien, ນັກ​ຄົ້ນ​ຄ້ວາ ກ່ຽວ​ກັບ Apple   ​ແລະ ທ່ານ Steve Jobs.  ​ງານ​ວາງສະ​ແດງ “ຈິນ​ຕະນາ​ການ​ທີ່​ແປກ​ປະຫຼາດ” ​​ໄດ້​ສະ​ແດງ​ໃຫ້​ເຫັນ​ອິດ​ທິພົນ​ຂອງ​ທ່ານ Steve Jobs ​ໃນ​ຂົງ​ເຂດ​ເທັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ ດ້ວຍ​ສັນຍາ​ລັກ​ໝາກ​​ແອບ​ເປິ້ນປະກົດ​​ໃນ​ພາບ​ແຕ້ມ​​ເປັນສ່ວນ​ຫລາຍ. ​ເມື່ອ​ແບ່ງປັນ​ກ່ຽວ​ກັບ​ແນວ​ຄວາມ​ຄິດ​ຂອງ​ຕົນ​ໃນ​ວິວັດ​ການ​ຜະລິດ​ບັນດາ​ພາບ​ແຕ້ມ ​ແລະ ຮູບ​ຄວັດ​ນັ້ນ, ດຣ Nguyen Duc Tien ​ໃຫ້​ຮູ້​ວ່າ: ບັນດາ​ຜະລິດ​ຕະພັນ​ດັ່ງກ່າວ​​ແມ່ນ​ການວາດ​ພາບ​ຊີວິດ​ຂອງ​ທ່ານ Steve Jobs ຜ່ານ​ຮູບ​ແຕ້ມ.

        “ຂ້າພະ​ເຈົ້າ​ຢາກ​ພ້ອມ​ກັບຈິດຕະກອນ ຫວຽດນາມ ວາດ​ພາບ​ໂດຍ​ສັງ​ເຂ​ບ ​ແລະ ພັນ​ລະນາ​ຈຸດ​ພົ້ນ​ເດັ່ນ​ກ່ຽວ​ກັບ​ທ່ານ Steve Jobs ຕິດ​ພັນ​ກັບ​​ການ​ປະຕິວັດ​ເທັກ​ໂນ​ໂລ​ຊີ​ 7 ຄັ້ງຊຶ່ງ​ທັງ​ໂລກ​ຮັບ​ຮູ້. ນີ້​ແມ່ນ​ການ​ປະຕິວັດ​ອຸດສາຫະກຳ​ໃນ​ຕະຫລອດ 35 ປີ ​ແຕ່​ປີ 1977 - 2012 ຄື: ການ​ປະຕິວັດ​ອຸດສາຫະກຳ​ກ່ຽວ​ກັບ​ຄອມ​ພິວ​ເຕີ​ສ່ວນ​ບຸກຄົນ, ການ​ປະຕິວັດ​ອຸດສາຫະກຳ​ກ່ຽວ​ກັບ​ດົນຕີ, ຮູບ​ເງົາກະຕຸນ 3D, ​ໂທລະສັບ​ມື​ຖື, ຄອມ​ພິວ​ເຕີ…. ສິ່ງ​ພິມ ​ແລະ ພິມຈຳຫນ່າຍ.”

        ​​ເລື່ອງ​ວາດ​ພາບ​ການ​ປະຕິວັດ​ອຸດສາຫະກຳ 7 ຄັ້ງ​ນັ້ນ ບໍ່​ພຽງ​ແຕ່​ນຳ​ມາ​ໃຫ້​ຜູ້​ຊົມບັນດາ​ຮູບ​ພາບ​ທີ່ີມີສີສັນ​ຫລາກ​ຫລາຍ​ເທົ່າ​ນັ້ນ ຫາກ​ຢາກ​ສົ່ງ​ສານ​ເຖິງ​ຜູ້​ທີ່​ຮັກ​ແພງ​ທ່ານ Steve Jobs ​ດ້ວຍສານ​ທີ່​ຈະ​ແຈ້ງ​ພ້ວມບັນດາ​ປັດ​ຊະ​ຍາ​ກ່ຽວ​ກັບ​ຊີວິດ, ຫົວຄິດ​ປະດິດ​ສ້າງ ກ່ຽ​ວກັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ Steve Jobs. ດຣ Nguyen Duc Tien ​​ແບ່ງປັນ ວ່າ:

        “ມີ​ສານຕົ້ນຕໍ 3 ສະບັບ ພວກ​ຂ້າພະ​ເຈົ້າ​ຢາກ​ສົ່ງ​ເຖິງ​ຜູ້​ຊົມ, ນັ້ນ​ແມ່ນ ພວກ​ຂ້າພະ​ເຈົ້າ​ຢາກ​ສະ​ແດງຄວາມ​ຮັບ​ຮູ້​ອີກ​ເທື່ອ​ຫນຶ່ງຕໍ່​ທ່ານ ແທນທີ່ຄວາມຂອບອົກ​ຂອບ​ໃຈ​ທ່ານ ຍ້ອນ​ໄດ້​ມີ​ການ​ປະກອບສ່ວນ​ໃຫ້​ແກ່​ວົງ​ຄະນາ​ຍາດ. ທີ​ສອງ​ແມ່ນ ຂ້າພະ​ເຈົ້າ​ຢາກ​ສົ່ງ​ສານ​ເຖິງ​ເພື່ອນ​ຊາວ​ຫນຸ່ມ ຫວຽດນາມ ຕ້ອງ​ສ້າງ​ໃຫ້​ຕົນ​ເອງ​ມີ​ຄວາມ​ຊຳນານ​ງານ​​ໃນອາຊີບ​ເພື່ອມີ​ຫົວຄິດ​ປະດິດ​ສ້າງ​​ໃນບັນດາ​ຜະລິດ​ຕະພັນ​ທີ່ໄດ້​ຮັບ​ການຮັບ​ຮູ້ຈາກວົງ​ຄະນາ​ຍາດ​. ທີ​ສາມ ພວກ​ຂ້າພະ​ເຈົ້າ​ຢາກ​ປະກອບສ່ວນ​ໃຫ້​ແກ່​ຂະ​ແຫນງ​ວິຈິດ​ສິນ ຫວຽດນາມ ພັດທະນາ​ອອກ​ສູ່​ໂລກ.”



ງານວາງສະແດງກ່ຽວກັບທ່ານ Steve Jobs ຜູ້ກໍ່ຕັ້ງເທັກໂນໂລຊີແກ່ໂລກ - ảnh 2
ງານວາງສະແດງກ່ຽວກັບທ່ານ Steve Jobs
ພາບ: internet

        ​​ເມື່ອ​ເວົ້າ​ເຖິງ​ວິວັດ​ການ​ຜະລິດ​ຮູບ​ພາບ​ທີ່​ເປັນ​ເອກະລັກ​ສະ​ເພາະ​ດັ່ງກ່າວ, ຈິດຕະກອນ Bui Van Khoa ​ໃຫ້​ຮູ້​ວ່າ:

        “ຈາກ​ຕົວ​ລະຄອນ​ໃນ​ຂົງ​ເຂດ​ວິທະຍາສາດ​ເທ​ັກ​ໂນ​ໂລ​ຊີ​ນຳ​ສະ​ເໜີ​ໃນ​ຜະລິດ​ຕະພັນ​ວິ​ຈິດ​ສິນ​ແມ່ນ​ບັນຫາ​ຍາກ​ທີ່​ສຸດ. ຮູບ​ພາບ​ແຜ່ນ​ທຳ​ອິດ​ຂ້າພະ​ເຈົ້າ​ແຕ້ມ​ກ່ຽວ​ກັບ​ທ່ານ Steve Jobs ​ແມ່ນ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົມ​ກວ່າ​ໝູ່. ​ໃນ​ການ​ແຕ້ມ​ພາບ​ແຕ່ລະ​ແຜ່ນ​ນັ້ນ ຂ້າພະ​ເຈົ້າ​ຕ້ອງ​ຄົ້ນ​ຄ້ວາ​ຢ່າງ​ລະອຽດ​ກ່ຽວ​ກັບ​ສີສັນ, ​ອົງ​ປະກອບ ​ແລະ ​ເນື້ອ​ໃນ ຕ້ອງ​ຕິດ​ພັນ​ກັບ​ເທັກ​ໂນ​ໂລ​ຊີ​ຊຶ່ງ​ທ່າ​ນ Steve Jobs ປະສົບ​ຜົນສຳ​ເລັດ.”

        Steve Jobs ​ແມ່ນ​ຜູ້​ມີ​“ຈິນ​ຕະນາ​ການ​ທີ່​ແປກ​ປະຫຼາດ” ​​. ​ໃນ​ທ່າມກາງ​ໂລກ​ພວມ​ຊົມ​ໃຊ້​ບັນດາ​ຜົນງານ​ຂອງ​“ຈິນ​ຕະນາ​ການ​ທີ່​ແປກ​ປະຫຼາດ” ​​​ນັ້ນ ​ແຕ່​ທ່ານ​ໄດ້​ອຳ​ລາຈາກ​ພວກ​ເຮົາ​ໄປ​ແລ້ວ. ​ແຕ່ສຳລັບ​ງານ​ວາງສະ​ແດງ​ຄັ້ງ​ນີ້ ບັນດາ​ນັກ​ຈິດຕະກອນ ຫວຽດນາມ ​ໄດ້​ຊ່ວຍ​ໃຫ້​ລຸ້ນຫນຸ່ມ ຫວຽດນາມ ມີ​ໂອກາດ​ເພື່ອ​ທົບ​ທວນຄືນ​ພາລະກິດ​ຂອງ​ຜູ້​ຍິ່ງ​ໃຫຍ່, ນັກ​ປະຕິວັດ​ໃນ​ຂົງ​ເຂດ​ເທັກ​ໂນ​ໂລ​ຊີ​ດ້ວຍ​“ຈິນ​ຕະນາ​ການ​ທີ່​ແປກ​ປະຫຼາດ” ​​, ວິ​ທີ​ປະຕິບັດ​ກໍ​ແຕກ​ຕ່າງ​.

ຂ່າວ/ບົດ​ອື່ນ