ຈອກນ້ຳຊາສົດທີ່ເຕັມໄປດ້ວຍຄວາມອົບອຸ່ນ

(VOVWORLD) - ຢູ່ຮ່າໂນ້ຍ ຫຼື ບໍ່ວ່າຢູ່ແຂວງ, ນະຄອນໃດໃນປະເທດ ຫວຽດນາມ, ເມື່ອເວົ້າເຖິງບັນດາຮ້ານນ້ຳດື່ມກຸສົນແມ່ນມີຫຼາຍທີ່ສຸດ. ແຕ່ຮ້ານນ້ຳຊາສົດກຸສົນທີ່ມີອາຍຸເກືອບ 20 ປີພັດຊອກຫາຍາກທີ່ສຸດ. ຮ້ານນ້ຳຊາສົດຂອງປ້າແຊນ ຕັ້ງຢູ່ເຮືອນເລກທີ 76 ຖະໜົນເຈີ່ນຊວນຊ້ວານ ແມ່ນຮ້ານນ້ຳຊາຄືດັ່ງນັ້ນ.
ຈອກນ້ຳຊາສົດທີ່ເຕັມໄປດ້ວຍຄວາມອົບອຸ່ນ - ảnh 1

ປ້າແຊນ ແມ່ນຜູ້ທີ່ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ປ້າຍັງໄດ້ປະຢັດເງິນເດືອນເທື່ອລະເລັກລະຫນ້ອຍຂອງຕົນເພື່ອຊ່ວຍເຫຼືອບັນດາຜູ້ທຸກຍາກກ່ວາຕົນ. ຈົ່ງພ້ອມກັບ ຢ້ຽວຮົ່ງ, ໄປແວ່ດື່ມນ້ຳຊາສົດກຸສົນຢູ່ຮ້ານປ້າແຊນ ແລະ ຟັງປ້າເລົ່າເລື່ອງກ່ຽວກັບການປະຕິບັດວຽກງານກຸສົນຂອງຕົນ.

        ຕອນທ່ຽງມື້ໜຶ່ງທ້າຍເດືອນກໍລະກົດທີ່ຮ້ອນອົບເອົ້າ, ອຸນຫະພູມຢູ່ຕາມທ້ອງຖະໜົນຂຶ້ນເຖິງ 40 ອົງສາ C. ມີແມ່ຍິງຜູ້ໜຶ່ງ, ອາຍຸເກືອບ 70 ປີ ແຕ່ຜົມຍັງດຳຢູ່, ສຽງເວົ້າເສາະໃສຕ້ອນຮັບຂ້າພະເຈົ້າດ້ວຍຄວາມສຸດຈິດສຸດໃຈ, ນັ້ນແມ່ນປ້າ ແຊນ, ເຈົ້າຂອງຮ້ານນ້ຳຊາສົດກຸສົນທີ່ຍືນຍົງຄົງຕົວມາເປັນເວລາເກືອບ 20 ປີແລ້ວ. ປ້າແຊນ ໄດ້ວາງຕຸກນ້ຳບໍລິສຸດ 20 ລິດ ໄວ້ເທິງໂຕະ inox ທີ່ຕັ້ງຢູ່ປາກຮ່ອມທາງເຂົ້າ, ຂ້າງຕຸກນ້ຳແມ່ນພາຈອກແກ້ວ, ຖັດໄປແມ່ນນ້ຳດື່ມບໍລິສຸດຕຸກນ້ອຍປະມານ 20 ຕຸກ ສະຫງວນໃຫ້ຜູ້ທີ່ຟ້າວໄປຂຶ້ນລົດເມ, ບໍ່ມີເວລານັ່ງດື່ມນ້ຳຊາສົດຂອງປ້າ. ຢູ່ຂ້າງໂຕະແມ່ນບ່ອນຕັ້ງການ້ຳຊາສົດປະລິມານ 4 ລິດ ວາງໄວ້ເທິງຕັ່ງຢາງສີແດງ. ໂຕະວາງນ້ຳດື່ມໄດ້ຕັ້ງຢູ່ຫ່າງຈາກຮ້ານຂາຍຊຸດເຊື້ອຍາວເກືອບ 3 ແມັດ, ເຊິ່ງແມ່ນບ່ອນທີ່ປ້າໄດ້ເຮັດວຽກເຝົ້າຍາມຫຼາຍປີມານີ້ດ້ວຍລະດັບເງິນເດືອແມ່ນ 2 ລ້ານດົ່ງ/ເດືອນ.

        ປ້າ ແຊນ ຈ່ອຍຫຼາຍ, ໂນນແກ້ມມີແຕ່ກະດູກ. ປ້າເກົ້າຜົມຢູ່ງ່ອນດົ້ນ, ເຖິງວ່າປ້າມີຜົນດຳ ແຕ່ກໍ່ຫຼົ່ນຫຼາຍ, ເທິງຈອມຂວັນລ້ານເປັນວົງກ້ວາງ. ປ້ານຸ່ງເສື້ອເຊີດສີຊ້ຳ, ໂສ້ງດຳ, ໃສ່ເກີບຢາງສີຂີ້ໝ້ຽງເຖິງວ່າໄດ້ດຳລົງຊີວິດຢູ່ໃຈກາງນະຄອນຫຼວງກໍ່ຕາມ ແຕ່ເມື່ອເບິ່ງປ້າແລ້ວຄືດັ່ງຊາວກະສິກອນແທ້ໆ.

“ກ່ອນນີ້, ຂ້າພະເຈົ້າຂາຍກະເປົາ, ຖົງຢູ່ນີ້. ຫຼັງຈາກຕົນເອງມີອາຍຸຫຼາຍແລ້ວກໍ່ເຊົາຂາຍ, ແລ້ວມາເຮັດວຽກ, ເປັນຜູ້ເຝົ້າຍາມໃຫ້ຮ້ານຂາຍເສື້ອຍາວແຫ່ງນີ້ກໍ່ເປັນເວລາເກືອບ 10 ປີແລ້ວ. ຂ້າພະເຈົ້າຄິດວ່າ, ເມື່ອເສຍຊີວິດແລ້ວໃຜໆກໍ່ກາຍເປັນຂີ້ຝຸ່ນຄືກັນໝົດ ມີພຽງແຕ່ວຽກງານທີ່ພວກເຮົາເຮັດນັ້ນຈະຍືນຍົງຄົງຕົວພ້ອມກັບການເວລາ.”

ຈອກນ້ຳຊາສົດທີ່ເຕັມໄປດ້ວຍຄວາມອົບອຸ່ນ - ảnh 2 ປ້າແຊນ ຈ່ອຍຫຼາຍ

ຕອນເຊົ້າແຕ່ລະວັນ, ປ້າແຊນ ໄປຕະຫຼາດຢູ່ໃກ້ເຮືອນເພື່ອຊື້ໃບຊາສົດ, ຫຼັງຈາກນັ້ນ ປ້າ ລ້າງໃຫ້ສະອາດ ແລະ ຕົ້ມເອົານ້ຳເມື່ອຮອດເວລາ 8 ໂມງເຊົ້າ, ນັ້ນກໍ່ແມ່ນເວລາທີ່ປ້າເລີ່ມເຮັດວຽກງານເປັນຜູ້ເຝົ້າຍາມໃຫ້ຮ້ານຂາຍເສື້ອຍາວຢູ່ຖະໜົນ ເຈີ່ນຊວນຊ້ວານ. ປ້າແຊນ ໄດ້ເລີ່ມເປີດຮ້ານນ້ຳຊາສົດກຸສົນນີ້ນັບແຕ່ປີ 2000, ມາຮອດປະຈຸບັນແມ່ນຄົບຮອບ 17 ປີແລ້ວ. ນອກຈາກນ້ຳຊາສົດແລ້ວ, ຍັງມີນ້ຳດື່ມບໍລິສຸດທັງຕຸກໃຫຍ່, ຕຸກນ້ອຍທີ່ປ້າສະໜອງໂດຍບໍ່ເສຍຄ່າຈັກດົ່ງໃຫ້ຄົບເຈັບ, ພີ່ນ້ອງຄົນເຈັບຢູ່ໂຮງໝໍຕາສູນກາງໃກ້ໆນັ້ນ ແລະ ໃຫ້ບັນດາຜູ້ທີ່ຫາຍເຄື່ອງຂາຍຕາມທາງ, ຜູ້ລໍຖ້າລົດເມອີກດ້ວຍ. ບາງຄົນເດີນຜ່ານໄປມາກໍ່ກິນນ້ຳຊາຈອກໜຶ່ງ, ບາງຄົນກໍ່ຂໍໃສ່ຕຸກໄປກິນ:

-ຂ້າພະເຈົ້າໄດ້ດື່ມນ້ຳຊາສົດຂອງປ້າແຊນ ແຕ່ 2 – 3 ປີມາແລ້ວ. ເກືອບຄືວ່າມື້ໃດຂ້າພະເຈົ້າກໍ່ໄປແວ່ດື່ມນ້ຳຊາປ້າແຊນ. ຈ່າຍເງິນໃຫ້, ປ້າກໍ່ບໍ່ເອົາຈັກເທື່ອ. ມາກິນນ້ຳຊາສົດຂອງປ້າແຊນ, ເວລາກັບ ປ້າ ກໍ່ເອົານ້ຳດື່ມບໍລິສຸດໃຫ້ອີກຕຸກໜຶ່ງ. ຕາມທຳມະດາແລ້ວ, ເມື່ອໄປກິນນຳ້ຊາຢູ່ຮ້ານອື່ນ ແລະ ຊື້ນ້ຳດື່ມບໍລິສຸດຕຸກໜຶ່ງຄືແນວນີ້ກໍ່ເສຍເງິນປະມານ 10.000 ດົ່ງ.

-ອາກາດຮ້ອນເອົ້າຄືແນວນີ້, ໄດ້ກິນນ້ຳຊາສົດຫອມ ແລະ ເຢັນແມ່ນດີຫຼາຍ, ກິນແລ້ວມີກຳລັງ. ຂອບໃຈປ້າແຊນຫຼາຍໆ.

ເຮືອນຢູ່ຂອງປ້າ ມີເນື້ອທີ່ກ້ວາງປະມານ 10 ຕາເມັດເທົ່ານັ້ນ ພໍແຕ່ໄດ້ບັງແດດບັງຝົນໃຫ້ສອງແມ່ລູກ, ແຕ່ບາງເທື່ອກໍ່ມີຄົນມາຢາມ ແລະ ອຸດໜູນເງິນໃຫ້ເລັກຫນ້ອຍຕື່ມເພື່ອ “ຕໍ່ກຳລັງແຮງ” ໃຫ້ຮ້ານນ້ຳຊາສົດກຸສົນຂອງປ້າ, ບາງຄົນກໍ່ເອົາໝາກໄມ້ໃຫ້. ປ້າຮັບສະເພາະຂອງຜູ້ທີ່ດື່ມນ້ຳຊາຂອງປ້າເທົ່ານັ້ນ, ຫຼັງຈາກນັ້ນ ປ້າກໍ່ຈົດລາຍຊື່ຂອງຜູ້ທີ່ຕໍ່ກຳລັງແຮງໃຫ້ປ້າໃສ່ປື້ມໄວ້:

“ມີຜົວເມຍຄູ່ໜຶ່ງຢູ່ຖະໜົນຮ່າງຈ໋ວຍ ໄດ້ມາຖາມຂ້າພະເຈົ້າແລ້ວກໍ່ເອົາເງິນໃຫ້ 2,2 ລ້ານດົ່ງ. ຂ້າພະເຈົ້າຖາມ, ເຂົາເຈົ້າກໍ່ວ່າມີຄົນຢູ່ ອາເມລິກາ ຝາກມາໃຫ້. ເຂົາເຈົ້າດຳລົງຊີວິດຢູ່ ອາເມລິກາ ກໍ່ຮູ້ຈັກເຖິງຮ້ານນ້ຳຊາສົດຂອງຂ້າພະເຈົ້າ ສະແດງຄວາມເຫັນອົກເຫັນໃຈ, ຢາກໄດ້ປະກອບສ່ວນເລັກນ້ອຍເພື່ອ “ໄດ້ແບ່ງປັນຕໍ່ກຳລັງແຮງ”. ຂ້າພະເຈົ້າກໍ່ໃຊ້ຈຳນວນເງິນນັ້ນ ເພື່ອຊື້ວັດຖຸສິ່ງຂອງຮັບໃຊ້ຮ້ານນ້ຳຊາສົດ, ຫາກບໍ່ນຳໃຊ້ໃຫ້ຕົນເອງຈັກດົ່ງເລີຍ. ສຸຂະພາບຂອງຂ້າພະເຈົ້າແຂງແຮງດີ, ບໍ່ເຈັບບໍ່ເປັນຈັກເທື່ອ, ຂ້າພະເຈົ້າຄິດວ່າເປັນຍ້ອນໄດ້ດື່ມນ້ຳຊາສົດ ແລະ ເຮັດວຽກງານກຸສົນ, ດັ່ງນັ້ນຍາມໃດກໍ່ຮູ້ສຶກສະບາຍໃຈ.”

ອາກາດຮ້ອນເອົ້າທີ່ສຸດ, ໄດ້ຮັບຟັງປ້າ ແຊນ ເລົ່າເລື່ອງ, ທັງໄດ້ດື່ມນ້ຳຊາສົດເຢັນໆ, ນ້ຳຊາໄຫຼຮອດບ່ອນໃດກໍ່ຮູ້ສຶກເຢັນສະບາຍຮອດບ່ອນນັ້ນ. ມີບຸກຄົນຄືແນວນັ້ນ, ເຂົາເຈົ້າແມ່ນຄົນທຸກຍາກ, ເຂົ້ານ້ຳຊຳ້ປາພຽງແຕ່ພໍຢູ່ພໍກິນເທົ່ານັ້ນ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແຕ່ຈິດໃຈຂອງເຂົາເຈົ້າຍາມໃດກໍ່ມຸ່ງໄປເຖິງວຽກງານການກຸສົນ, ຍາມໃດກໍ່ຢາກໃຫ້ຊີວິດສົດໃສກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ