ຊາວ​ກະ​ສິ​ກອນດົງ​ຈ່ຽວ ​ຮ່ວມ​ສຳ​ພັນ​ການ​ຜະ​ລິດ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ

(VOVWORLD) - ໂດຍລົບລ້າງຈິນຕະນາການຜະລິດກະສິກຳແບບຍ່ອຍ, ກະແຈກກະຈາຍຊາວກະສິກອນເຂດບິ່ງລຸກຮະ, ເທດສະບານດົງຈ່ຽວ ໄດ້ຮ່ວມສຳພັນເຊິ່ງກັນສ້າງສະຫະກອນ ເພື່ອແນໃສ່ສ້າງເຂດປູກດອກໄມ້ໃຫຍ່ທີ່ສຸດຢູ່ແຂວງ ກວາງນິງ. ດ້ວຍການໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ, ຊາວກະສິກອນດົງຈ່ຽວ ກໍ່ໄດ້ມີຄວາມກ້າແກ່ນນຳໃຊ້ວິສາຫະກິດເຕັກໂນໂລຢີເຂົ້າໃນການຜະລິດ, ຈາກນັ້ນ ກໍ່ສ້າງທິດເດີນຢ່າງໝັ້ນແກ່ນໃຫ້ແກ່ເສດຖະກິດເຂດດິນແດນແຫ່ງນີ້.

ຊາວ​ກະ​ສິ​ກອນດົງ​ຈ່ຽວ ​ຮ່ວມ​ສຳ​ພັນ​ການ​ຜະ​ລິດ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ - ảnh 1ເຂດປູກດອກບົວຂອງຊາວກະສິກອນ ຢູ່ ດົງຈຽວ (ພາບ: VOV)

ພາຍຫຼັງເຂົ້າຮ່ວມສະຫະກອນການບໍລິການທ່ອງທ່ຽວ ທຽນເດື່ອງທຽນມຸກຮວາ ມາເປັນເວລາ 8 ເດືອນ, ປ້າ ຫງວຽນທິເລ, ບ້ານບິ່ງລຸກຮະ, ເມືອງຮົ່ງຝອງ ໄດ້ປູກດອກພຸດ ແລະ ດອກບົວ ແທນທີ່ຈະປູກເຂົ້າທີ່ບໍ່ມີປະສິດທິຜົນໃນເນື້ອທີ່ປູກຝັງຂອງຕົນ. ນີ້ແມ່ນດອກໄມ້ສອງຊະນິດທີ່ເໝາະສົມກັບດິນແດນຂອງທ້ອງຖິ່ນ ແຕ່ໃນເມື່ອກ່ອນບໍ່ໄດ້ຮັບການພັດທະນາ ຍ້ອນບໍ່ມີການເຊື່ອມຕໍ່ໃນການບໍລິໂພກ. ຜ່ານການປູກທົດລອງມາເປັນສອງລະດູຕາມຮູບແບບຂອງສະຫະກອນ, ປ້າ ຫງວຽນທິເລ ຮູ້ສຶກດີໃຈ ຍ້ອນວ່າ ດອກໄມ້ສອງຊະນິດນີ້ໄດ້ມີການພັດທະນາທີ່ດີ, ຜະລິດຕະພັນໄດ້ຮັບຈຳໜ່າຍໂດຍໄວ ແລະ ຈາກນັ້ນ ລາຍຮັບຂອງຄອບຄົວກໍ່ເພີ່ມຂຶ້ນ:

ຄອບຄົວຂ້າພະເຈົ້າໄດ້ປູກດອກພຸດ 3 ໄລ່. ເມື່ອກ່ອນສະມັດຕະພາບບໍ່ສູງປານໃດ, ແຕ່ນັບແຕ່ເວລາເຂົ້າຮ່ວມສະຫະກອນການບໍລິການທ່ອງທ່ຽວ ທຽນເດືອງທຽນມຸກວາ ລາຍຮັບເກັບມາໄດ້ 2 – 3 ລ້ານ ດົ່ງຕໍ່ໄລ່. ຢູ່ເຂດນາຕ່ຳ, ມີນ້ຳ ແລະ ຫຍ້າຫຼາຍ ຂ້າພະເຈົ້າໄດ້ປູກດອກບົວ. ປັດຈຸບັນ, ການຂາຍດອກບົວຂອງຂ້າພະເຈົ້າກໍ່ມີລາຍຮັບດີ ແລະ ແນນ່ອນວ່າໃນອະນາຄົດ ມັນຈະມີປະສິດທິຜົນສູງກວ່າດອກພຸດ.

ນອກຈາກຄອບຄົວປ້າເລ ແລ້ວ, ສະຫະກອນດັ່ງກ່າວ ຍັງແມ່ນຊາຍຄາລວມທີ່ຊ່ວຍເຫຼືອສະມາຊິກຜະລິດດອກໄມ້ແບບຍ່ອຍ ກະແຈກກະຈາຍ ກວ່າ 100 ຄອບຄົວ ຢູ່ ເມືອງຮົ່ງຟອງ ເພື່ອເຊື່ອມຕໍ່ຮ່ວມສຳພັນ ແລະ ພ້ອມກັນພັດທະນາ. ໂດຍໄດ້ຮັບການສ້າງຕັ້ງຂຶ້ນແຕ່ເດືອນ ເມສາ ປີ 2023, ສະຫະກອນມີເນື້ອທີ່ປູກດອກພຸດປະມານ 15 ເຮັກຕາ ດ້ວຍຫຼາຍແນວພັນທີ່ອຸດົມສົມບູນຄື: ດອກພຸດຂາວ, ດອກພຸດສີອິດ ແລະ ດອກພຸດແບບດັ້ງເດີມຂອງທ້ອງຖິ່ນ… ສ່ວນຍັງເຫຼືອແມ່ນເນື້ອທີ່ດິນຕ່ຳ, ເຊິ່ງໄດ້ຖາກຖາງ ເພື່ອປູກດອກໄມ້ຊະນິດໃໝ່ຄື: ດອກບົວ, ດອກ ຜັກຂະຈອນ… ບັນດາສວນປູກດອກໄມ້ລ້ວນແຕ່ໄດ້ຮັບເບ້ຍໄມ້ໂດຍ ສະຖະບັນຄົ້ນຄ້ວາແນວພັນປູກສູນກາງ ສະໜອງ ແລະ ແນະນຳປູກຕາມມາດຖານກະສິກຳ orgarnic.

ທ່ານ ຫງວຽນແມ້ງງາດ, ຫົວໜ້າສະຫະກອນ ໃຫ້ຮູ້ວ່າ: ຂັ້ນຕອນປູກ, ບົວລະບັດ, ກັນແມງໄມ້, ພະຍາດ ຕະຫຼອດຮອດເວລາເກັບກ່ຽວ ກໍ່ລ້ວນແຕ່ໄດ້ມີການແນະນຳຢ່າງລະອຽດໃຫ້ແກ່ບັນດາສະມາຊິກ ເພື່ອຮັບປະກັນຄຸນນະພາບຜະລິດຕະພັນ:

ສະຫະກອນພວມສ້າງບັນດາຮູບແບບດອກໄມ້ ແລະ ການບໍລິການທ່ອງທ່ຽວລົງຕົວຈິງ ທີ່ນຳມາເຊິ່ງປະສິດທິຜົນສູງ. ໃນເບື້ອງຕົ້ນ, ການປູກດອກຜັກຂະຈອນ, ດອກພຸດ ແລະ ດອກບົວ ກໍ່ໄດ້ນຳມາເຊິ່ງປະສິດທິຜົນສູງ. ໂດຍສະເພາະ ດອກຜັກຂະຈອນ ແລະ ບັນດາຮູບແບບອື່ນໆ, ພວມຄ່ອຍໆນຳໃຊ້ເຕັກໂນໂລຢີອັດສະລິຍະເຂົ້າໃນການ ຫົດນ້ຳ ແລະ ລະບາຍອອກ, ສ້າງເປັນລະບົບມູນຄ່າໃນຜະລິດຕະພັນ, ສ້າງພື້ນຖານການສ້າງເຄື່ອງໝາຍການຄ້າ ດອກໄມ້ດົ່ງຈ່ຽວ.

ສິ່ງທີ່ບັນລຸປະສິດທິຜົນທີ່ສຸດຂອງສະຫະກອນ ນັບແຕ່ເວລາສ້າງຕັ້ງນັ້ນ ແມ່ນການນຳໃຊ້ດິນເຂດຕ່ຳທີ່ບໍ່ໄດ້ນຳໃຊ້, ດິນປູກເຂົ້າທີ່ມີປະສິດທິຜົນຕ່ຳຢູ່ ດົງຈ່ຽວ. ໃນເນື້ອທີ່ປູກດອກໄມ້ 40 ເຮັກຕາ ຂອງສະຫະກອນ ມີເຄິ່ງໜຶ່ງແມ່ນດິນຕ່ຳປະເປົ່າ ວ່າງ ຫຼື ດິນປູກເຂົ້າທີ່ມີປະສິດທິຜົນຕ່ຳ, ໄດ້ຫັນມາເປັນການປູກດອກບົວ ແລະ ດອກຜັກຂະຈອນ. ດ້ວຍເນື້ອທີ່ປູກຝັງທີ່ກວ້າງໃຫຍ່, ເທດສະບານ ດົ່ງຈ່ຽວ ໄດ້ວາງແຜນກຳນົດ ແລະ ຈັດຕັ້ງປະຕິບັດສຳເລັດພື້ນຖານໂຄງລ່າງ, ມີຂໍ້ກຳນົດຢ່າງຈະແຈ້ງກ່ຽວກັບໜ້າທີ່ຜະລິດເຂດປູກດອກໄມ້, ເຂດສ້າງການບໍລິການລົງຕົວຈິງ, ອາຫານການກິນ, ອອກກຳລັງກາຍ, ຫຼິ້ນກິລາ… ມຸ່ງໄປເຖິງການສ້າງສະຖານທີ່ທ່ອງທ່ຽວກະສິກຳໃໝ່. ທ່ານ ຫງວຽນຮວ່າງທ້ຽນ, ປະທານຄະນະກຳມະການປະຊາຊົນເມືອງຮົ່ງຝອງ ໃຫ້ຮູ້ວ່າ: ເມືອງຮົ່ງຝອງ ມີຄວາມປາດຖະໜາຢາກສ້າງມູນຄ່າ, ເຄື່ອງໝາຍການຄ້າໃໝ່ໃຫ້ແກ່ເຂດຊົນນະບົດໃໝ່ດົງຈ່ຽວ:

ດ້ວຍເປົ້າໝາຍປະຕິຮູບເຂດດອກໄມ້ທີ່ເປັນທ່າແຮງທີ່ມີຢູ່ແລ້ວນັ້ນ, ພວກຂ້າພະເຈົ້າໄດ້ຂົນຂວາຍປະຊາຊົນຫັນບັນດາແຫຼ່ງກຳລັງເປັນສັງຄົມ ເພື່ອເປີດກວ້າງບັນດາເສັ້ນທາງ, ຍົກລະດັບພື້ນຖານໂຄງລ່າງຄົມມະນາຄົມ, ກາຍເປັນສະຖານທີ່ລົງຕົວຈິງການບໍລິການກະສິກຳ ເພື່ອຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

ການສ້າງບັນດາສະຫະກອນຮ່ວມສຳພັນການຜະລິດ ທີ່ພວມສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາເສດຖະກິດກະສິກຳ. ພິເສດ, ດ້ວຍທ້ອງຖິ່ນທີ່ມີສະຫະກອນຫຼາຍແຫ່ງຄື ດົ່ງຈ່ຽວ ບັນດາຮາກຖານນີ້ ພວມປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປ່ຽນແປງຈິນຕະນາການໃນການຜະລິດກະສິກຳ. ດ້ວຍວິທີການເຮັດທີ່ມີປະສິດທິຜົນ, ຄືວິທີສະຫະກອນການບໍລິການທ່ອງທ່ຽວ ທຽນເດືອງທຽນມຸກຮວາ ພວມຜັນຂະຫຍາຍ ຈະຊ່ວຍຊາວກະສິກອນມີກຳລັງໜູນ ເພື່ອສ້າງໂສມໜ້າພັດທະນາຊົນນະບົດແບບຍືນຍົງຢູ່ເຂດດິນແດນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ