ດົ່ງບ່າວຫວຽດຟຸກ - ໂຄງການເຊື່ອມຕໍ່ຄວາມຮັກທັງຊາດ

(VOVWORLD) -ສິ່ງທີ່ໜ້າປະທັບໃຈໃນແຕ່ລະໜ້າປື້ມບໍ່ພຽງແຕ່ແນະນຳກ່ຽວກັບຊຸດອາພອນທີ່ເປັນມູນເຊື້ອຂອງແຕ່ລະຊົນເຜົ່າເທົ່ານັ້ນ, ຫາກຍັງສະໜອງຂໍ້ມູນກ່ຽວກັບຕົ້ນກຳເນີດ, ວັດຖຸຜະລິດ, ການອອກແບບ ກໍຄືວິທີນຸ່ງຖືຕິດພັນກັບງານບຸນພື້ນເມືອງ
ດົ່ງບ່າວຫວຽດຟຸກ - ໂຄງການເຊື່ອມຕໍ່ຄວາມຮັກທັງຊາດ - ảnh 1ນີ້ແມ່ນໂຄງການຮຽບຮຽງປຶ້ມໂດຍສົມທົບກັບເຕັກໂນໂລຊີເໝືອນຈິງ AR
(ພາບ: daibieunhandan.vn)

“ດົ່ງບ່າວຫວຽດຟຸກ” ແມ່ນໂຄງການຮຽບຮຽງປຶ້ມໂດຍສົມທົບກັບເຕັກໂນໂລຊີເໝືອນຈິງ AR (augmented reality) ວາດພາບຊຸດອາພອນທີ່ເປັນມູນເຊື້ອຂອງ 54 ຊົນເຜົ່າ ຫວຽດນາມ ທີ່ພວມດຶງດູດຄວາມສົນໃຈທາງສື່ສັງຄົມອອນລາຍ. ສິ່ງທີ່ໜ້າປະທັບໃຈໃນແຕ່ລະໜ້າປື້ມບໍ່ພຽງແຕ່ແນະນຳກ່ຽວກັບຊຸດອາພອນທີ່ເປັນມູນເຊື້ອຂອງແຕ່ລະຊົນເຜົ່າເທົ່ານັ້ນ, ຫາກຍັງສະໜອງຂໍ້ມູນກ່ຽວກັບຕົ້ນກຳເນີດ, ວັດຖຸຜະລິດ, ການອອກແບບ ກໍຄືວິທີນຸ່ງຖືຕິດພັນກັບງານບຸນພື້ນເມືອງ ຫຼື ຮີດຄອງປະເພນີ, ການເຫຼື້ອມໃສເຊື່ອຖືຂອງແຕ່ລະຊົນເຜົ່າອີກດ້ວຍ.

        ໃນເບື້ອງຕົ້ນ, ໂຄງການ “ດົ່ງບ່າວຫວຽດຟຸກ” ພຽງແມ່ນນິພົນວິທະຍາຈົບການສຶກສາຂອງນັກສຶກສາ 3 ຄົນຄື: ເຈິ່ມມິນຖາວ, ເລຫວູຮວຽນເຈີນ ແລະ ດັ້ງຖາວຍີ, ຮຽນລົງເລິກຂະແໜງກຣາຝິກ, ມະຫາວິທະຍາໄລ FTP ເກີນເທີ. ກຸ່ມໄດ້ພັດທະນາຫົວເລື່ອງເປັນຊຸດສະສົມປື້ມສີລະປະ (Artbook) ດ້ວຍພາບແຕ້ມ 108 ແຜ່ນ, 200 ໜ້າ layout (ຄ້າຍຄືເວັບໄຊ) ສະແດງຢ່າງມີີຊີວິດຊີວາກ່ຽວກັບບັນດາຊຸດອາພອນຂອງເພດຊາຍ ແລະ ເພດຍິງທີ່ເປັນມູນເຊື້ອຂອງ 54 ຊົນເຜົ່າ ຫວຽດນາມ. ນາງ ເຈິ່ມມິນຖາວ, ຜູ້ຮັບຜິດຊອບການອອກແບບໂຄງການດັ່ງກ່າວ, ໃຫ້ຮູ້ວ່າ:

        “ນີ້ແມ່ນຫົວເລື່ອງທີ່ບໍ່ມີຜູ້ຊອກຮູ້ຫຼາຍ ສະນັ້ນຈຳນວນຄວາມຮູ້, ຂໍ້ມູນມີຢູ່ແລ້ວບໍ່ມີຫຼາຍ, ພວກຂ້າພະເຈົ້າມານະພະຍາຍາມຊອກຫາແຫຼ່ງຂໍ້ມູນທີ່ແຕກຕ່າງກັນເພື່ອຍົກອອກຈຸດລວມສຸດ ແລະ ນຳເຂົ້າປຶ້ື້ມເພື່ອເປັນຕົວຢ່າງ, ລວມມີພາບແຕ້ມ 108 ແຜ່ນ. ພວກຂ້າພະເຈົ້າມີເວລາພຽງ 3 ເດືອນເພື່ອທັງເຮັດ, ທັງແຕ້ມ, ເຮັດປື້ມ… ວຽກທີ່ຕ້ອງເຮັດຫຼາຍທີ່ສຸດ”.

        ດ້ວຍຄວາມເມົາມົວວັດທະນະທຳທີ່ເປັນມູນເຊື້ອຂອງຊາດ, ພ້ອມກັບການແນະນຳຂອງຄູ, ກຸ່ມໄດ້ລາຍງານນິພົນວິທະຍາຈົບການສຶກສາບັນລຸຜົນສຳເລັດ. ພາຍຫຼັງທີ່ທາບທາມຄວາມເຫັນຈາກທີ່ປຶກສາດ້ານວິຈິດຕະກຳ, ມາຮອດປະຈຸບັນນິພົນວິທະຍາຈົບການສຶກສານັ້ນໄດ້ກາຍເປັນໂຄງການປະຊາຄົມ, ປະກອບສ່ວນແຜ່ກະຈາຍຈຸດຄວາມງາມຂອງຊຸດອາພອນທີ່ເປັນມູນເຊື້ອຂອງ ຫວຽດນາມ.

ດົ່ງບ່າວຫວຽດຟຸກ - ໂຄງການເຊື່ອມຕໍ່ຄວາມຮັກທັງຊາດ - ảnh 2ຊຸດອາພອນຂອງເພດຊາຍ ແລະ ເພດຍິງທີ່ເປັນມູນເຊື້ອຂອງຊົນເຜົ່າ ຫວຽດນາມ
(ພາບ: sggp.org.vn)

        ສະມາຊິກໃນໂຄງການ “ດົ່ງບ່າວຫວຽດຟຸກ” ແຕ່ລະຄົນໄດ້ລົງເລິກຂັ້ນຕອນໃດໜຶ່ງ, ຜູ້ວາດຈຸດພື້ນຖານການອອກແບບ, ຜູ້ສ້າງກຣາຝິກ, ຊອບແວ, ຜູ້ຮັບຜິດຊອບດ້ານການສຽງ, ວີດີໂອ… ພຽງແຕ່ເປີດກອງຖ່າຍຮູບຂອງໂທລະສັບມືຖື, ສະແກນ QR ໃນປື້ມ, ຜູ້ຊົມຈະເຫັນໄດ້ພາບ 3 ມິຕິ ແລະ ກະທົບຕອບຜ່ານຮູບພາບທີ່ມີຊີວິດຊີວາ, ສຽງໃນໂປຼແກຼມ. ໂຄງການນີ້ນັບມື້ນັບດຶງດູດຄວາມສົນໃຈຂອງພວກເພື່ອນໜຸ່ມເຂົ້າຮ່ວມ. ອ້າຍ ເຈິນທາຍແທັງ, ນັກຊ່ຽວຊານອອກແບບກຣາຝິກຢູ່ນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:

        “ຂ້າພະເຈົ້າໄດ້ຮູ້ຈັກໂຄງການ “ດົ່ງບ່າວຫວຽດຟຸກ” ຜ່ານສື່ສັງຄົມອອນລາຍ. ຂ້າພະເຈົ້າມີຄວາມປະທັບໃຈຫຼາຍ. ພາບແຕ້ມກ່ຽວກັບຊຸດອາພອນຂອງປະຊາຊົນບັນດາເຜົ່າທາງສື່ສັງຄົມອອນລາຍ ແມ່ນມີຫຼາຍ, ແຕ່ນີ້ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າເຫັນວ່າມີການສົມທົບກັບເຕັກໂນໂລຊີເໝືອນຈິງ. ເປັນຄັ້ງທຳອິດຮັບຊົມ ຂ້າພະເຈົ້າເຫັນວ່າໂຄງການມີຊີວິດຊີດຊີວາທີ່ສຸດ, ສຳລັບບັນດາຜູ້ທີ່ມັກຮັກການຄົ້ນຫາຄືຂ້າພະເຈົ້າ ປື້ມຫົວນີ້ແມ່ນມີຜົນປະໂຫຍດຕົວຈິງທີ່ສຸດ. ຂ້າພະເຈົ້າສາມາດເກັບກຳບັນດາຂໍ້ມູນກ່ຽວກັບບັນດາເຜົ່າທີ່ຕົນມັກໄວ້”.

        ປະຈຸບັນ, ໂຄງການ “ດົ່ງບ່າວຫວຽດຟຸກ” ມີສະມາຊິກ 15 ຄົນ ແມ່ນນັກສຶກສາຫາກໍ່ຮຽນຈົບ, ດຳລົງຊີວິດກະແຈກກະຈາຍຢູ່ທ້ອງຖິ່ນຕ່າງໆ, ແບ່ງເປັນ 2 ທິມ, ອອກແບບ ແລະ marketing. ຈັດການພົບປະທາງອອນລາຍປະຈຳອາທິດ, ກຸ່ມແບ່ງວຽກໃຫ້ສະມາຊິກຄົນໜຶ່ງຂຶ້ນແຜນດ້ານແນວຄິດ ແລະ ເນື້ອໃນໃຫ້ແກ່ວຽກງານໃນອາທິດຕໍ່ໄປ. ໂດຍຮັບຮູ້ປະສິດທິຜົນຢ່າງແທດຈິງຂອງໂຄງການ, ນັກຄົ້ນຄວ້າວັດທະນະທຳ ເຍິມຮຸ່ງ, ໃຫ້ຮູ້ວ່າ:

        “ໂຄງການມີຄວາມໝາຍທີ່ສຸດ. ພວກເພື່ອນໜຸ່ມເຮັດໄດ້ວຽກງານອະນຸລັກຮັກສາບັນດາຄຸນຄ່າທີ່ເປັນມູນເຊື້ອ, ຂ້າພະເຈົ້າຕີລາຄາສູງວຽກງານທີ່ຕັ້ງໜ້ານີ້. ຂ້າພະເຈົ້າຫວັງວ່າ, ໂຄງການຈະແຜ່ຂະຫຍາຍນັບມື້ນັບກວ້າງຂວາງ ແລະ ຕອບສະໜອງຄວາມຕ້ອງການຄົ້ນຄວ້າກ່ຽວກັບກົກເຄົ້າເຫງົ້າກໍ່, ບັນດາຜົນງານຂອງລຸ້ນປູ່ລຸ້ນພໍ່.ພ້ອມທັງສ້າງຄວາມເອກອ້າງທະນົງໃຈກ່ຽວກັບວັດທະນະທຳບັນດາເຜົ່າ, ພິເສດແມ່ນວັດທະນະທຳຊຸດອາພອນ”.

        ທາງກຸ່ມໄດ້ເອົາພາບແຕ້ມທັງໝົດ 108 ແຜ່ນໃນໂຄງການ “ດົ່ງບ່າວຫວຽດຟຸກ”  ທີ່ອະທິບາຍຊຸດອາພອນຂອງ 54 ຊົນເຜົ່າ ລົງສື່ສັງຄົມ Facebook. ບັນດາບົດຂຽນໄດ້ຂຽນຄຳນຳຫຼັກແຫຼມ, ໃກ້ຊິດຕິດແທດ, ດຶງດູດຜູ້ຊົມເປັນຈຳນວນຫຼາຍ ແລະ ໄດ້ຮັບຄຳວິເຄາະຢ່າງຕັ້ງໜ້າຈາກມະຫາຊົນ. ໂຄງການດັ່ງກ່າວໄດ້ປະກອບສ່ວນອານຸລັກຮັກສາ ແລະ ເສີມຂະຫຍາຍຊຸດອາພອນບັນດາເຜົ່າທີ່ເປັນມູນເຊື້ອໄວ້.

ຕອບກັບ

ຂ່າວ/ບົດ​ອື່ນ