ດ້ຽນບຽນຝູ - ບ່ອນສ້າງຄວາມຮັກພ້ອມກັບຄວາມຄາດຫວັງສັນຕິພາບ

(VOVWORLD) - ບັນດາວັດຖຸພັນປະຫວັດສາດໃນຫໍພິພິຕະພັນໄຊຊະນະ ດ້ຽນບຽນຝູ ໄດ້ສ້າງຄວາມຮັກໃຫ້ແກ່ເພື່ອນໜຸ່ມ 2 ຄົນ
ດ້ຽນບຽນຝູ - ບ່ອນສ້າງຄວາມຮັກພ້ອມກັບຄວາມຄາດຫວັງສັນຕິພາບ - ảnh 1(ງານດອງຂອງເພື່ອນ ເຈິ່ນງອັກກວິ່ງແອັງ ແລະ Guillaume Richard)

ລະດູດອກບານບານສະພັ່ງຢູ່ ດ້ຽນບຽນຝູ ເມື່ອເດືອນ ມີນາ 2024, ສາຍພົວພັນລະຫວ່າງບັນດາເພື່ອນຊາວ ຫວຽດນາມ - ຝລັ່ງ ກໍ່ເລີ່ມແຕກດອກອອກຜົນ, ຊີ້ໃຫ້ເຫັນວ່າ ດ້ຽນບຽນຝູ - ສະໜາມຮົບທີ່ດຸເດືອດໃນເມື່ອກ່ອນ, ປະຈຸບັນ ໄດ້ກາຍເປັນເຂດສ້າງຄວາມຮັກ, ຄວາມຜາສຸກຂອງຄູ່ບ່າວສາວ ແລະ ຄວາມຄາດຫວັງສັນຕິພາບ.

ໃນຂະບວນຄົນທີ່ມາຢ້ຽມຢາມຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ມີບັນດາແຂກທີ່ພິເສດທີ່ສຸດ: 2 ຄອບຄົວ ຫວຽດນາມ - ຝລັ່ງ. ເຂົາເຈົ້າມາຢ້ຽມຢາມຫໍພິພິທະພັນກ່ອນຈັດງານດອງໃຫ້ເພື່ອນ ເຈິ່ນງອັກກວິ່ງແອັງ ແລະ Guillaume Richard. ນີ້ກໍ່ແມ່ນບ່ອນທີ່ເລີ່ມເກີດມີຄວາມຮັກລະຫວ່າງຄູ່ບາວສາວດັ່ງກ່າວກ່ອນນີ້ 7 ປີ, ເມື່ອ ກວິ່ງແອັງ ເຂົ້າຮ່ວມເປັນນັກອາສາສະໝັກຢູ່ຫໍພິພິທະພັນໄຊຊະນະ ດ້ຽນບຽນຝູ. ກວິ່ງແອັງ, ແບ່ງປັນວ່າ:

“ພວກນ້ອງໄດ້ພົບປະກັນເມື່ອລາວມາທ່ຽວຢູ່ທີ່ນີ້. ພວກນ້ອງໄດ້ແບ່ງປັນຫຼາຍຢ່າງກ່ຽວກັບປະຫວັດສາດ, ວັດທະນະທຳ. ຄອບຄົວຂອງລາວມີມູນເຊື້ອຮັກຫອມສັນຕິພາບ. ໃນສົງຄາມ ອິນດູຈີນ, ພໍ່ປູ່, ແມ່ຍ່າໄດ້ເຂົ້າຮ່ວມບັນດາຂະບວນການຢຸດງານເພື່ອຄັດຄ້ານສົງຄາມ. ພວກນ້ອງມີຈຸດລວມແມ່ນຮັກຫອມສັນຕິພາບ. ສຳລັບພວກນ້ອງແລ້ວ, ນີ້ແມ່ນເຂດດິນແດນທີ່ນ້ອງໄດ້ກຳເນີດຂຶ້ນ ແລະ ກໍ່ແມ່ນແຫ່ງເລີ່ມຕົ້ນທຸກຢ່າງ”.

ບັນດາເລື່ອງລາວປະຫວັດສາດທີ່ສະຫງ່າອົງອາດກ່ຽວກັບໄຊຊະນະ ດ້ຽນບຽນຝູ, ບັນດາວັດຖຸພັນປະຫວັດສາດໃນຫໍພິພິຕະພັນໄຊຊະນະ ດ້ຽນບຽນຝູ ໄດ້ສ້າງຄວາມຮັກໃຫ້ແກ່ເພື່ອນໜຸ່ມ 2 ຄົນ, ລົບລ້າງໄລຍະຫ່າງດ້ານພູມສາດ, ເຜົ່າພັນ ແລະ ອະດີດຕະການໃນປາງສົງຄາມ. ທ້າວ Guillaume Richard, ເປັນເຂີຍ ຫວຽດແບ່ງປັນຄວາມໃນໃຈວ່າ:

 “ພວກຂ້າພະເຈົ້າຈັດງານດອງກົງກັບໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ. ຄວາມຮັກຂອງພວກຂ້າພະເຈົ້າແມ່ນເລີ່ມມາຈາກຈຸດເວລາທີ່ຂ້າພະເຈົ້າໄດ້ເລືອກສະຖານທີ່ຢ້ຽມຢາມປະຫວັດສາດພິເສດແຫ່ງນີ້. ຫຼັງຈາກນັ້ນພວກຂ້າພະເຈົ້າໄດ້ຮັກກັນເປັນເວລາ 4 ປີ, ເຖິງວ່າຫ່າງໄກກັນດ້ານພູມາດແລະ ຍ້ອນໂຄວິດ-19, ແຕ່ພາຍຫຼັງທີ່ ກວິ່ງແອັງ ໄປຮ່ຳຮຽນຢູ່ ຝລັ່ງ, ພວກຂ້າພະເຈົ້າກໍ່ໄດ້ຕົກລົງກັນຈັດງານດອງ”.

ເຈົ້າບາວ Guillaume Richard, ຕັດສິນໃຈພາພໍ່ປູ່, ແມ່ຍ່າຈາກ ຝລັ່ງ ມາຢ້ຽມຢາມບ້ານເກີດເມືອງນອນຂອງເຈົ້າສາວກ່ອນມື້ຈັດງານດອງ, ຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດ ຄືດັ່ງວິທີຜູກມັດນ້ຳໃຈຄວາມຮັກແພງລະຫວ່າງ 2 ຄອບຄົວ, ເພື່ອໃຫ້ມີຄວາມເຂົ້າໃຈຕື່ມອີກກ່ຽວກັບວັດທະນະທຳ, ປະຫວັດສາດ ຫວຽດນາມ ເວົ້າລວມ ແລະ ດ້ຽນບຽນ ເວົ້າສະເພາະ. ທ່ານ Michel Gagne Richard, ພໍ່ປູ່ຂອງ Guillaume Richard, ແບ່ງປັນວ່າ:

“ພວກຂ້າພະເຈົ້າຮັກແພງ ກວິ່ງແອັງ ທີ່ສຸດ, ນັບແຕ່ເມື່ອ ກວິ່ງແອັງ ກາຍເປັນສະມາຊິກໃນຄອບຄົວ. ແລ້ວຂ້າພະເຈົ້າຄິດເຖິງປະຫວັດສາດພິເສດຂອງ 2 ປະເທດ ແລະ ມູນເຊື້ອຮັກຫອມສັນຕິພາບຂອງຄອບຄົວຂ້າພະເຈົ້າ. ພວກຂ້າພະເຈົ້າໄດ້ລົງຖະໜົນເປັນຫຼາຍຄັ້ງເພື່ອຄັດຄ້ານສົງຄາມໃນໂລກ. ເປັນວາດສະໜາ ແທ້ໆ ທີ່ໄດ້ຕິດພັນຫຼານຂອງຂ້າພະເຈົ້າກັບຍິງສາວທີ່ໜ້າຮັກໃນຄອບຄົວປະຕິວັດຢູ່ ດ້ຽນບຽນ, ຄືດັ່ງການຕິດພັນ ແລະ ປອງດອງລະຫວ່າງ 2 ປະເທດພວກເຮົາ ແລະ ເປີດອະນາຄົດທີ່ເຕັມໄປດ້ວຍຄວາມຫວັງ”.

ເປັນທີ່ຈະແຈ້ງແລ້ວວ່າ, ເລື່ອງລາວກ່ຽວກັບຄູ່ບ່າວສາວຊາວ ຫວຽດນາມ ແລະ ຝລັ່ງ ຊີ້ໃຫ້ເຫັນວ່າ ດ້ຽນບຽນຝູ ແມ່ນເຂດເລີ່ມຕົ້ນຂອງເສັ້ນທາງແຫ່ງສັນຕິພາບ, ຄວາມຜາສຸກ ແລະ ການຮ່ວມມືລະຫວ່າງ 2 ຊາດ ຫວຽດນາມ ແລະ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ