ຕະຫລາດນຳ້ພາກໃຕ້ຫວຽດນາມຢູ່ນະຄອນຫລວງ ຮ່າໂນ້ຍ

(vovworld)- ​ເປັນ​ຄັ້ງ​ທຳ​ອິດ, ​ທີ່ຕະຫລາດ​ນຳ້​ພາກ​ໃຕ້​ຫວຽດນາມ ຊື່​ງ​ແມ່ນ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ເຂດ​ແມ່​ນຳ້​ລຳ​ເຊ​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຫວຽດນາມ ປະ​ກົດຢູ່​ໝູ່​ບ້ານ​ວັດທະນະທຳ - ທ່ອງ​ທ່ຽວ​ບັນດາ​ເຜົ່າ​ຫວຽດນາມ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົ້ນ​ເດັ່ນ​ໃນ​ສັບປະດາ“ມະຫາ​ສາມັກຄີ​ບັນເຜົ່າ -​ມໍລະດົກ​ວັດທະນະທຳ ຫວຽດນາມ” ຊື່​ງດຳ​ເນີນ​ໄປ​ແຕ່​ວັນ​ທີ 20-24/11. ​ໃນ​ລາຍການ​ສາລະ​ຄະດີ​ພາກ​ນີ້ ​ນັກ​ຂ່າວ ບູ່​ຍຮັ່ງ ຂໍ​ແນະນຳ​ຕະຫລາດ​ນຳ້​ພາກ​ໃຕ້​ຫວຽດ​ນາມຢູ່​ນະຄອນຫລວງ ຮ່າ​ໂນ້ຍ. ​

ຕະຫລາດນຳ້ພາກໃຕ້ຫວຽດນາມຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 1
ຂາຍໝາກໄມ້ຢູ່ເທິງເຮືອ

        ​ເພື່ອ​ສ້າງ​ຕະຫລາດ​ນຳ້​ພາກ​ໃຕ້​ຢູ່ ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ຕ້ອງ​​ໃຊ້ເວລາ, ກຳລັງ​ເຫື່ອ​ແຮງ​​ເພື່ອ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ. ​ເພາະວ່າ ​ຢາກ​ຈັດຕະຫລາດ​ນຳ້ ຕ້ອງ​ຕໍ່​ເຮືອ​ນ້ອຍ​ຫລາຍ​ລຳ ​ແລະ ກະກຽມ​ໝາກ​ໄມ້​ທຸກ​ຊະນີດ​ ກໍ​ຄື​ອາຫານ​ຫຼາຍ​ເຍື່ອງ​ຂອງ​ພາກ​ໃຕ້ເພື່ອ​ສົ່ງ​ມາຮ່າ​ໂນ້ຍ. ທ່ານ ​ເຍີ​ມຮູ່ງ, ຜູ້ມີ​​ແນ​ວຄວາມ​ຄິດ ​ແລະ ຮັບຜິດຊອບ​​ວຽກ​ງານ​ຈັດຕະຫລາດ​ນຳ້​​ພາກ​ໃຕ້ຢູ່ ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

        “ ພາ​ຍຫລັງ​ຕໍ່​ກຳ​ປັ່ນນ້ອຍ 25 ລຳ​ສຳ​ເລັດ, ພວກ​ຂ້າພະ​ເຈົ້າ​ຕ້ອງ​ຂົນ​ສົ່ງ​ດ້ວຍ container ຈາກ​ນະຄອນ ​ເກີນ​​ເທີ ​​ມາ​ຮ່າ​ໂນ້ຍ. ​ເຮືອ​ແຕ່​ລະ​ລຳ​ມີ​ນຳ້ຫນັກ​ແຕ່ 1 ​ໂຕນ - 15 ​ໂຕນ. ພ້ອມ​ກັນນັ້ນ ພວກ​ຂ້າພະ​ເຈົ້າ​ຍັງ​ສົ່ງໝາກ​ໄມ້​ທຸກ​ຊະນີ​ດ ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ເຂດ​ພາກ​ໃຕ້ ແລະ ອາຫານ​ພິ​ເສດ​ຫລາຍ​ເຍື່ອງຂອງ​ນະ​ຄອນ​ເກີນ​ເທີ​ໄປນຳອີກ.”

        ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊື້​ຂາຍ​ຢູ່​ຕະຫລາດນ້ຳ ສາມາດ​ທ່ຽວຊົມ, ຊື້​ເຂົ້າຫນົມ​, ໝາ​ກ​ໄມ້​ທຸກ​ຊະນີ​ດ ​ແລະ ​ໄດ້​ຮັບ​ປະທານ​ອາຫານ​ພິ​ເສດ​ຫລາຍ​ເຍື່ອງຂອງ​ພາກ​ໃຕ້. ນອກ​ນັ້ນ ນັກ​ທ່ອງ​ທ່ຽວ​ສາມາດ​ນັ່ງ​ຮ້ອງ​ລຳ​ທຳ​ເພງ​ພື້ນ​ເມືອງ​ກັບ​ຊາວ​ພາກ​ໃຕ້​ອີກ​ດ້ວຍ. ​ອ້າຍ ຫງວຽນ​ຮ່ວາງ​ຫາຍ, ຢູ່​ເມືອງ ກາຍຣັງ, ນະຄອນ ​ເກີນ​ເທີ, ຜູ້​ພາຍ​ເຮືອ​ຢູ່​ຕະຫລາດ​ນຳ້​ແບ່ງປັນ​ວ່າ:

        “​ເມື່ອ​ໄດ້​ເຂົ້າ​ຮ່ວມ​ຕະຫລາດ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກ​ພາກ​ພູມ​ໃຈ​ຫລາຍ ​ເພາະວ່າ ​ໄດ້​ນຳ​ເອົາ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້​ມາ​​ແນະນຳ​ໃຫ້​ຊາວ​ພາກ​ເຫນືອ. ຂ້າພະ​ເຈົ້າພາຍ​ເຮືອພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ຕະຫລາດ​ເພື່ອ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບຈຸ​ດ​ພິ​ເສດ​ສະ​ເພາະ​ຂອງຕະຫລາດນ້ຳ​.”

ຕະຫລາດນຳ້ພາກໃຕ້ຫວຽດນາມຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 2
photo:thongtinthuongmai.vn

        ນາງ ຫງວຽນ​ທິຢວຽນ, ​ມາ​ຈາກ​ ​​ເມືອງ​ຢາ​ເລີມ ຮ່າ​ໂນ້ຍ ​ຮູ້​ສຶກພາກ​ພູມ​ໃຈ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ຕະຫລາດ​ນຳ້​, ນາງໃຫ້​ຮູ້​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດ ​ທີ່ຂ້າພະ​ເຈົ້າ​ໄດ້​ເຂົ້າຮ່ວມຕະຫລາດ​ນຳ້​ຂອງ​ພາກ​ໃຕ້. ບັນຍາກ​ກາດ​ຊື້​ຂາຍ​ເຄື່ອງ​ຂອງຢູ່​ເທິງ​ເຮືອ​ມ່ວນ​ຫລາຍ ແລະ ຜູ້​ຊື້​ບໍ່​ເຄີຍຕໍ່ລາຄາ.”

ຕະຫລາດນຳ້ພາກໃຕ້ຫວຽດນາມຢູ່ນະຄອນຫລວງ ຮ່າໂນ້ຍ - ảnh 3

        ຕະຫລາດ​ນຳ້​ພາກ​ໃຕ້​ບໍ່​ພຽງ​ແຕ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກບັນດາ​ເພື່ອນ​ຫນຸ່ມ​ເທົ່າ​ນັ້ນ ຫາກ​ນັບ​ທັງ​ຜູ​້​​ມີອາຍຸ​ສູງ​ອີກ​ດ້ວຍ. ​ເພາະວ່າ ຜູ້​ເຂົ້າ​ຮ່ວມ​ຕະຫລາດ​ນຳ້​​ໄດ້​ເຫັນ​ປະຈັກ​ຕາ​ການ​ຊື້​ຂາຍ​ເຄື່ອງ​ຂອງ​ເທິງ​ເຮ​ືອ, ​ໄດ້​ຮັບ​ຟັງ​ເພງ​ພື້ນ​ເມືອງ​ຂອງ​ພາກ​ໃຕ້​ກໍ​ຄື​ໄດ້​ຊີມ​ໝາກ​ໄມ້​ທຸກ​ຊະນິດ​ທີ່​ແຊບນົວ. ລຸງ​ຫງວຽນ​ວັນ​ດາຍ, ຢູ່​ຕາ​ແສງ ດົງ​ມາຍ ​ເມືອງ ຮ່າ​ດົງ ຮ່າ​ໂນ້ຍ ​ແບ່ງປັນ​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ວ່າ ​ການ​ແນະ​ນຳຕະຫລາດ​ນຳ້​ພາກ​ໃຕ້​ຄື​ແນວ​ນີ້​ແມ່ນ​ດີ​ຫລາຍ. ຂ້າພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ຕະຫລາດ​ນຳ້​ພາກ​ໃຕ້. ຫວັງ​ວ່າ ​​ຕະຫລາດ​ນຳ້​ຄື​ແນວ​ນີ້​​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ທຸກ​ປີເພື່ອ​ແນະນຳ​ໃຫ້​ຊາວ​ຮ່າ​ໂນ້ຍ.”

        ຕະຫລາດ​ນຳ້​ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ​ໄດ້​​ແນະ​ນຳຈຸດ​ພິ​ເສດ​ສະ​ເພາະ, ສິ່ງ​ທີ່​ໃຫມ່​ອ່ຽມ, ​ສ້າງ​ຄວາມດູດ​ດື່ມ, ​ຄວາມປະ​ທັບ​ໃຈໃຫ້​ແກ່​ຜູ້​ຊົມກ່ຽວ​ກັບ​ວັດທະນະທຳ ​ທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ທິດ​ຕາ​ເວັນ​ຕົກ​ພາກ​ໃຕ້,  ທັງ​ປະກອບສ່ວນ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນ​ຄ່າ​ວັດທະນະທຳ​ອັນ​ດີງາມ​ຂອງ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ