ບົດບັນທຶກສົງຄາມ1-2-3-4 ປີ 1975 - ການສັງເກດວັດທະນະທຳມະນຸດຂອງຜູ້ຮັບໄຊຊະນະ

ບົດ​ບັນ​ທຶກ​ສົງ​ຄາມ ເດືອນ 1-2-3-4 ປີ 1975 ແມ່ນ​ຫົວ​ເລື່ອງ​ຂອງປຶ້ມ​ນະ​ວະ​ນິ​ຍາຍ​ປະ​ຫວັດ​ສາດ​ຂອງ​ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ຊຶ່ງ​ຫາ​ກໍ​ສະ​ເໜີ​ຕໍ່​ຜູ້​ອ່ານທົ່ວ​ປະ​ເທດ. ບັນ​ດາ​ເລື່ອງ​ລ​າວ​ປະ​ຫວັດ​ສາດ​ໄດ້​ຖືກ​ເລົ່າ​ຄືນ​ໃນ​ບົດ​ປະ​ພັນ ຊ່ວຍ​ໃຫ້​ຜູ້​ອ່ານ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ຟົດ​ເດືອດໃນ​ຊຸມ​ວັນ​​ສຸດ​ທ້າຍ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງ​ຊາດ​ຫວຽດ​ນາມ. ປຶ້ມ​ນະ​ວະ​ນິ​ຍາຍ​ຫົວ​ນີ້ ໄດ້​ສ່ອງ​ແສງເຖິງ​ການ​ສັງ​ເກດ​ດ້ວຍ​ຄວາມ​ຍຸ​ດຕິ​ທຳຂອງ​ນັກ​ຂ່າວ​ຜູ້​ໜຶ່ງ ຊຶ່ງ​ແມ່ນ​ຕົວ​ພະ​ຍານ​ປະ​ຫວັດ​ສາດ​ກ່ຽວ​ກັບ​ໄລ​ຍະ​ປະ​ຫວັດ​ສາດ​ທີ່​ເຈັບ​ປວດ ແລະ ສະ​ຫງ່າ​ອົງ​ອົງ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ.

 

ບົດບັນທຶກສົງຄາມ1-2-3-4 ປີ 1975 - ການສັງເກດວັດທະນະທຳມະນຸດຂອງຜູ້ຮັບໄຊຊະນະ - ảnh 1
ນັກ​ຂ່າວ ເຈີນ​ມາຍ​ແຫ້ງ

    ບົດ​ບັນ​ທຶກ​ສົງ​ຄາມ ເດືອນ 1-2-3-4 ປີ 1975 ຊຶ່ງ​ແມ່ນ​ຫົວ​ເລື່ອງ​ຂອງປຶ້ມ​ນະ​ວະ​ນິ​ຍາຍ​ ທີ່​ເວົ້າເຖິງຊຸມ​ວັນ​​ພັງ​ທະ​ລາຍຂອງ​ອຳ​ນາດ​ການ​ປົກ​ຄອງ ຫງວຽນ​ວັນ​ຖ້ຽວ ໃນ 4 ເດືອນ​ສຸດ​ທ້າຍ​ຂອງ​ສົງ​ຄາມ​ ຄື​ໃນເດືອນ 1-2-3-4 ປີ 1975. ນັກ​ກະ​ວີ ຫິ້ວ​ຖິງ ປະ​ທານ​ສະ​ມາ​ຄົມ​ນັກ​ປະ​ພັນ​ວັນ​ນະ​ຄະ​ດີ​ຫວຽດ​ນາມ ຖື​ວ່າ ບົດ​ປະ​ພັນ​ຂອງ ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ໄດ້​ວາດ​ພາບ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ເຖິງ​ການ​ລົ້​ມເຫຼວ, ຮູບ​ພາບ​ຂອງນາຍ​ທະ​ຫານ​ເກືອບ​ທັງ​ໝົດ ແລະ ຊາ​ຕະ​ກຳ​ຂອງ​ບັນ​ດາ​ຜູ້​ກຳ​ອຳ​ນາດ​ໃນ​ອຳ​ນາດ​ການ​ປົກ​ຄອງ​ຫ່​ຸ​ນ​ໄຊ​ງ່ອນ​ໃນ 4 ເດືອນສຸດ​ທ້າຍ​ຂອງ​ການ​ຕໍ່​ຕ້ານ​ຕ້ານ​ອາ​ເມ​ລິ​ກາ​ກູ້​ຊາດ​ຂອງ​ຊາດ​ຫວຽດ​ນາມໂດຍ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ.

    ທ່ານ ເຈີນ​ມາຍ​ແຫ້ງ ໃນ​ອະ​ດີດ​ແມ່ນນ​ັກ​ຂ່າວ​ສະ​ໜາມ​ຮົບ​ພາກ​ໃຕ້​ຂອງ​ສຳ​ນັກ​ຂ່າ​ວ ສານຫວຽດ​ນາມ, ຕົ້ນປີ 1975, ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ໄດ້​ຕິດ​ຕາມ​ບັນ​ດາ​ກອງ​ກຳ​ລັງ​ທະ​ຫານຫຼວງ​ບຸກ​ເຂົ້າ​ປົດ​ປ່ອຍ​ບັນ​ດາ​ນະ​ຄອນ, ເທດ​ສະ​ບານ​ຈາກ ເຫ້ວ​ລົງ​ຮອດ​ໄຊ​ງ່ອນ ແລະ ໂຊກ​ດີ, ທ່ານ​ໄດ້​ເຫັນ​ປະ​ຈັກ​ຕາ​ຈຸດ​ເວ​ລາ​ປະ​ຫວັດ​ສາດ​ເມື່ອ​ຕອນ​ທຽງ​ວັນ​ທີ 30/4/1975 ຢູ່​ທຳ​ນຽບ​ເອ​ກະ​ລາດ. ສຳ​ລັບ​ທ່ານ​ແລ້ວ, ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ໃນ​ປະ​ຫວັດ​ສາດ ແລະ ໃນ​ການ​ດຳ​ລົງ​ຊີວ​ິດ. ນີ້​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນ​ເພື່ອ​ຊ່ວຍ​ທ່ານ​ແຕ່ງ​ປຶ້ມ​ຫົວ​ນີ້​ໄດ້. ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ໃຫ້​ຮູ້​ວ່າ :

“ ຂ້າ​ພະ​ເຈົ້າ​ມີ​ເຈດ​ຈຳ​ນົງ​ແຕ່ງ​ປຶ້ມ​ຫົວ​ນີ້ ນັບ​ແຕ່​ຈຸດ​ເວ​ລາ​ທຳ​ອິດ​ເມື່ອ​ໄຊ​ງ່ອນ​ໄດ້​ຮັບ​ການ​ປົດ​ປ່ອຍ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ພະ​ຍາ​ຍາມ​ຈົດ​​ບັນ​ທຶກ​ໄວ້​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຕົນ​ໄດ້​ເຫັນ​ປະ​ຈັກ​ຕາ. ນັ້ນ​ແມ່ນທຸກ​ສິ່ງໄດ້​ຜ່ານ​ພົ້ນ​ໄປ ແຕ່​ກໍ​ເປັນ​ສິ່ງ​ໃນ​ວັນ​ນີ້ ”

    ແນວ​ຄວາມ​ຄິດ​ແຕ່ງປຶ້ມ​ນະ​ວະ​ນິ​ຍາຍ​ຫົວ​ນີ້ ໄດ້​ມີ​ມາ​ແຕ່​ດົນ​ນານ, ແຕ່​ພາຍຫຼັງ​ເກືອບ 40 ປີ, ປຶ້ມ​ນະ​ວະ​ນິ​ຍາຍ​ໜາ​ເກືອບ 500 ໜ້າ, ປະ​ກອບ​ດ້ວຍ 19 ພາກ ທີ່​ພາດ​ຫົວ​ຂໍ້ “ບົດ​ບັນ​ທຶກ​ສົງ​ຄາມ ເດືອນ 1-2-3-4 ປີ 1975 ” ໄດ້​ຖືກ​ສະ​ເໜີ​ຕໍ່​ຜູ້​ອ່ານ. ຊ່ວງ​ເວ​ລານັ້ນ ກໍ​ແມ່ນ​ໄລ​ຍະ​ເພື່ອ​ໃຫ້​ນັກ​ປະ​ພັນ​ເລືອກ​ເຟັ້ນ, ມີ​ການ​ສັງ​ເກດ​ໂດຍ​ພາ​ວະ​ວິ​ໄສ. ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ຫວນ​ຄືນ​ວ່າ : 

    “ ຮອດ​ປີ 2012, ຂ້າ​ພະ​ເຈົ້າຈຶ່ງ​ແຕ່ງ​ຄືນ​ບົດ​ປະ​ພັນ. ແລະ ກໍ​ໂຊກ​ດີຫຼາຍ, ຖ​້າ​ວ່າ​ຂ້າ​ພະ​ເຈົ້າ​ໃຫ້​ພິມ​ຈ​ຳ​ໜ່າຍເມື່ອ​ປີ 2002 , ແມ່ນ​ຈະ​ບໍ່​ໄດ້​ຮັບ​ຜົນ. ເພາະ​ຄາວ​ນັ້ນ, ຂ້າ​ພະ​ເຈົ້າ​ຂຽນ​ດ້ວຍ​ສະ​ພາ​ວະ​ຜູ້​ຮັບ​ໄຊ​ຊະ​ນະ- ຄົນ​ຖືກ​ປະ​ລ​າໄຊ. ແຕ່​ພາຍຫຼັງ 10 ປີ, ໄດ້​ຂຽນ​ຄືນນັ້ນ ແມ່ນ​ແຕກ​ຕ່າງ​ກັນ​ຢ່າງ​ສິ້ນ​ເຊິ່ງ. ຫວຽດ​ນາມ ແລະ ອາ​ເມ​ລິ​ກາບໍ່​ພຽງ​ແຕ່​ໄດ້​​ສ້າງ​ການ​ພົວ​ພັນ​ເປັນ​ປົກກະ​ຕິ​ເທົ່າ​ນັ້ນ, ຫາກ​ໄດ້​ກ້າວ​ໄປ​ເຖິງ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຂອງ​ກັນ.  ”

  ປຶ້ມ​ນະ​ວະ​ນິ​ຍາຍ​ຫົວ​ນີ້ຂອງນັກ​ຂ່າວ ເຈີນ​ມາຍ​ແຫ້ງ ໄດ້​ຮັບ​ການ​ຕີ​ລາ​ຄາ​ຈາກ​ຜູ້​ອ່ານ​ວ່າ ປະ​ສົບ​ຜົນ​ສຳ​ເລັດ, ໃນ​ການ​ເລືອກ​ເຟັ້ນ, ຮວບ​ຮ່ວມ​ຈາກ​ສາງ​ເອ​ກະ​ສານ​ໃຫຍ່. ສ່ວນສັງເກດ​ໃນ​ແງ່​ມຸມ​ສິ​ລະ​ປະ, ນັກ​ປະ​ພັນ ບຸຍ​ຫວຽດ​ທັ້ງ ຖ​ື​ວ່າ “ບົດ​ບັນ​ທຶກ​ສົງ​ຄາມ ເດືອນ 1-2-3-4 ປີ 1975” ແມ່ນ​ບົດ​ປະ​ພັນ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກ​ສະ​ນະ​ວັນ​ນະ​ຄະ​ດີ ຊຶ່ງ​ສະ​ແດງ​ອອກ​ຜ່ານ​ວິ​ທີ​ສ້າງ​ຕົວ​ລະ​ຄອນ​ດ້ວຍ​ການ​ພັນ​ລະ​ນາ ແລະ ວິ​ທີ​ສຳ​ພັດ. ນັກ​ປະ​ພັນ ບຸຍ​ຫວຽດ​ທັ້ງ ເວົ້າ​ວ່າ : 

    “ ນັກ​ປະ​ພັນ, ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ໄດ້​ເລືອກ​ເອົາ​ຈຸດ​ເລີ່ມ​ຕົ້ນ​ທີ່​ແທດ​ເໝາະ, ນັ້ນ​ແມ່ນ​ພາຍຫຼັງ​ໄຊ​ຊະ​ນະ​ເຟືອກ​ລອງ ແລະ ວັນ​ຄິ​ດສ​ມາດສຸດ​ທ້າຍ​ຂອງ​ລະ​ບອບ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມ​ເດືອນ 12/1974 ດ້ວຍ​ຮູບ​ພາບ​ທີ່​ໜ້າ​ໂສກ​ເສົ້າ, ບົ່ງ​ບອກ​ເຖິງ​ການ​ລົ້ມ​ເຫຼວ​ທີ່ບໍ່​ອາດຫຼີກ​ເວັ້ນ​ໄດ້​ຂອງລະ​ບອບ​ສາ​ທາ​ລະ​ນະ​ລັດ​ຫວຽດ​ນາມໃນ​ຊຸມ​ເດືອນ​ຕໍ່​ມາ ”.

     ສຳ​ລັບ ນັກ​ຂ່າວ ເຈີນ​ມາຍ​ແຫ້ງ ແລ້ວ, ປຶ້ມ​ນະ​ວະ​ນິ​ຍາຍ​ຫົວ​ນີ້ ​ແມ່ນ​ຂອງຂວັນ​ແຫ່ງ​ຊາ​ຕະ​ກຳ, ອັນ​ໄດ້​ມາ​ເຊິ່ງ​ຄວາມ​ສຸກ, ຄວາມ​ເຊື່ອ​ໝັ້ນໃຫ້​ທ່ານ ເພື່ອ​ເປັນ​ກຳ​ລັງ​ຊຸກ​ຍູ້​ທ່ານ​ສືບ​ຕໍ່​ເມົາ​ມົວ​ກັບ​ວັນ​ນະ​ຄະ​ດີ, ດ້ວຍ​ພັນ​ທະ​ສັງ​ຄົມ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນ​ນັກ​ຂ່າວ

ຕອບກັບ

ຂ່າວ/ບົດ​ອື່ນ