ບັນຍາກາດຕ້ອນຮັບບຸນວັນເພງເດືອນ 8 ຢູ່ ນະຄອນຫລວງ ຮ່າໂນ້ຍ


(vovworld)- ໃນ​ຊຸມມື້ນີ້ ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ​ໃນ​ຖະ​ຫນົນ​ສາຍ​ຕ່າງໆ, ພິ​ເສດ ຢູ່​ຄຸ້ມ​ຖະ​ຫນົນ​ເກົ່າ​ຮ່າ​ໂນ້ຍ. ບັນດາຮ້ານ​ຄ້າ​ຢູ່​ສອງ​ຟາກ​ທາງສ່ວນ​ຫຼາຍ​ແມ່ນຂາຍ​ເຄື່ອງ​ຫລິ້ນ​ຂອງ​ເດັກ​ຫລາ​ຍ​ປະ​ເພດ​ຄື: ຫນ້າ​ກາກ, ໂ​ຄມ​ໄຟ​ ຮູບດ​ວງດາວ, ​ໂຄມ​ໄຟ​ເປັນ​ພວງ, ກອງ…ພ​ອ້ມ​ກັບ​ກີ່ນ​ຫອມ​ຂອງ​ເຂົ້າ​ຫ​ນົມ​​ພື້ນ​ເມືອງ​ປະ​ເພດ​ຕ່າງໆ.

ບັນຍາກາດຕ້ອນຮັບບຸນວັນເພງເດືອນ  8 ຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 1
ເດັກ​ນ້ອຍ​ດີ​ໃຈ​ຫລາຍ​ເມື່ອ​ໄດ້​ຕ້ອນ​ຮັບ​ບຸນ​ບັນ​ເພງ​ເດືອນ 8

        ຖະ​ຫນົນ ຮ່າງ​ມ໋າ, ເລືອງວັນ​ການ, ຮ່າງ​ບົງ, ຮ່າງ​ເດືອງ, ຕະ​ຫລາດ​ດົງ​ຊວນ… ແມ່ນ​ບັນ​ດາ​ຖະ​ຫນົນ​​ຄັບ​ຄາ​ຫນາ​ແຫນ້ນ​ທີ່​ສຸດ ເມື່ອ​ບຸນ​ວັນ​ເພງ​ເດືອນ 8 ວຽນ​ມາ. ຢູ່​ສອງ​ຟາກ​ທາງ, ສິນ​ຄ້າ​ປະ​ເພດ​ຕ່າງໆ​ເພື່ອ​ຮັບ​ໃຊ້​ບຸນ​ວັນ​ເພງ​ເດືອນ 8 ຄື: ເຄື່ອງ​ຫລິ້ນ​ຂອງ​ເດັກ, ໂຄມ​ໄຟ​​ຮູບດວງ​ດາວ ທີ່​ມີ​ສີ​ສັນ​ຫລາກ​ຫລາຍ ພ້ອມ​ກັບ​ຜູ້​ມາ​ຊື້​ເຄື່ອງຫລິ້ນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກີ່ນ​ຫອມ​ຂອງ​ເຂົ້າ​ຫນົມ​​ພື້ນ​ເມືອງ ພ້ອມ​ກັບ​ສຽງ​​ກອງ, ການຟ້ອນ​ສິງ​ໂຕ ​ໄດ້​ສ້າງ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນທີ່​ສຸດ. ເຄື່ອງ​ຫລິ້ນ​ຂອງ​ເດັກ​ໃນ​ບຸນ​ວັນ​ເພງ​ເດືອນ 8 ປີນີ້ ແມ່ນ​ຫລາຍ​ຮູບ​ຫລາຍ​ແບບ ແຕ່​ບັນ​ດາ​ເຄື່ອງ​ຫລິ້ນ​ພື້ນ​ເມືອງ​ທີ່​ຜະ​ລິດ​ຢູ່​ໝູ່​ບ້ານ​ອາ​ຊີບຕ່າງໆ ຖືກ​ວາງ​ຂາຍ​ຫລາຍກວ່າ​ໝູ່. ເອື້ອຍ ເລ​ທິຮົ່ງ​ເທຶອງ, ເຈົ້າ​ຂອງ​ຮ້ານ​ຂ​າຍ​ເຄື່ອງ​ຢູ່​ຖະ​ຫນົນ ຮ່າງ​ມ້າ ໃຫ້​ຮູ້​ວ່າ: ປີນີ້ ເຄື່ອງ​ຫລິ້ນ​ຂອງ​ເດັກ​ ​ຜະ​ລິດ​ຢູ່ ຫວຽດ​ນາມ ແມ່ນ​ງາມກວ່າ​ຊຸມ​ປີ​ກ່ອນ. ໂຄມ​ໄຟ​ເຮັດ​ດ້ວຍ​ເຈ້ຍ ແລະ ຮູບ​ຂອງ​ຕົວ​ລະ​ຄອນ​ໃນ​ເລື່ອງ​ກະ​ຕຸນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ເດັກ, ລາ​ຄາ​ກໍ​ເໝາະ​ສົມ.

        “ເຄື່ອງ​ຫລິ້ນ​ຂອງ​ເດັກ​ໃນ​ບຸນ​ວັນ​ເພງ​ເດືອນ 8 ປີນີ້ ສ່ວນ​ຫລາຍ​ແມ່ນ​ຜະ​ລິດ​ຢູ່ ຫວຽດ​ນາມ. ໃນ​ນັ້ນ ຫລາຍ​ສຸດ ແມ່ນ​ໂຄມ​ໄຟຮູບ​ດວງດາວ​, ​ໂຄມ​ໄຟ​​ເປັນ​ຮູບ​ຕ່າງໆ, ຫົວສິງ​ໂຕ ​ແລະ ກອງນ້ອຍ”.

        ມີການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຖືກ​ຈັດ​ຂຶ້ນ​ຢູ່​​ເຂ​ດ​ຊຸມ​ຊົນ​ຄື:  ການ​ວາງ​ສະ​ແດງ, ຕະ​ຫລາດ​ນັດ, ການ​ລະ​ຫລິ້ນ​ພື້ນ​ເມືອງ, ລາຍ​ການ​ສິ​ລະ​ປະ​ສະ​ຫງວນ​ໃຫ້​ແກ່​ເດັກ ເຮັດ​ໃຫ້​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຍິ່ງ​ຟົດ​ຟື້ນ​ມ່ວນ​ຊື່ນ.ພິ​ເສດ ແມ່ນ​ ບຸນ​ວັນ​ເພງ​ເດືອນ 8 ຈັດ​ຂຶ້ນ​ຢູ່​ຄ​ຸ້ມ​ຖະ​ຫນົນ​ເກົ່າ ຮ່າ​ໂນ້ຍ ດຳ​ເນີນ​ແຕ່​ວັນ​ທີ 13-26/9 ຢູ່ ຕະ​ຫລາດ ດົງ​ຊວນ, ເຮືອນ​ມໍ​ລະ​ດົກ ເລັກ​ທີ 87 ມ້າໄມ. ງານ​ບຸນນີ້ ໄດ້​ເຮັດ​ໃຫ້​ ບັນ​ຍາ​ກາດ​ຕ້ອ​ນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຂອງພວກ​ນ້ອງ​ອະ​ນຸ​ຊົນ​ນະ​ຄອນ​ຫລວງ ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ. ພາຍ​ໃຕ້​ການ​ແນະ​ນຳ​ຂອງ​ບັນ​ດາ​ນັກ​ສິ​ລະ​ປະ​ກອນ, ພວກ​ນ້ອງ​ອະ​ນຸ​ຊົນ ເຍົາ​ວະ​ຊົນ​ໄດ້​ເຊື່ອມ​ຕົວ​​ເຂົ້າກັບ​ບັນ​ດາ​ຍາ​ກາດ​ເບິກ​ບານ​ມ່ວນ​ຊື່ນ​ຂອງ​ງານ​ບຸນ ຜ່ານ​ການ​ກະ​ກຽມ​ເຮັດ​ເຄື່ອງ​ຫລິ້ນ​ພື້ນ​ເມືອງປະ​ເພດ​ຕ່າງໆ. ຫລານ ຫງວຽນ​ແອງ​ທື ຢູ່ ເມືອງ ເກົາ​ໄຢ ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ:

        “ປີນີ້ ມີ​ການ​ລະ​ຫລິ້ນ​ຫລາຍ​ຢ່າງ​ທີ່​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຄື: ບັນ​ດາ​ການ​ລະ​ຫລິ້ນ​ພື້ນ​ເມືອງ. ຈາກນັ້ນ ຫລານ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ ແລະ ບັນ​ດາ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ.”

ບັນຍາກາດຕ້ອນຮັບບຸນວັນເພງເດືອນ  8 ຢູ່ ນະຄອນຫລວງ ຮ່າໂນ້ຍ - ảnh 2
ບັນ​ຍາ​ກາດ​ບຸນ​ວັນ​ເພງ​ເດືອນ 8 ຢູ່​ຖະ​ຫນົນ​ສາຍ​ຕ່າງໆ

        ໃນ​ໂອ​ກາດນີ້ ກຸ່ມ​ສາ​ລາ​ບ້ານ​ຫວຽດ​ນາມ ແລະ ບັນ​ດາ​ນັກ​ສິ​ລະ​ປະ​ການ​ພື້ນ​ເມືອງ ໄດ້​ຜະ​ລິດ​ໂຄມ​ໄຟ​ເປັນ​ຮູບ​ບັນ​ດາ​ຕົວ​ລະ​ຄອນ​​ປະ​ຫວັດ​ສາດ ດ້ວຍ​ຄວາມ​ສູງ 2 ແມັດ​. ​ອ້າຍ ຫງວຽນ​ວັນ​ກ່​ວຽນ, ນັກ​ສິ​ລະ​ປະ​ການເຮັດ​ໂຄມ​ໄຟ​ຢູ່ ບ້ານ ດານ​ວຽນ, ຕາ​ແສງ ກາວ​ວຽນ ເມືອງ​ແທງອ​ວາຍ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຢາກ​ສອນວິ​ທີ​ເຮັດ​ເຄື່ອງ​ລະ​ຫລິ້ນ​ພື້ນ​ເມືອງ​ໃຫ້​ຄົນ​ລຸ້ນ​ຫລັງສືບ​ທອດ ເພື່ອ​​ບໍ່​ປະ​ໃຫ້​ການ​ລະ​ຫລິ້ນພື້ນ​ເມືອງນີ້​ສູນ​ເສຍ​ໄປ. ​ເພາະ​ນີ້ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ໂດຍຄົນ​ລຸ້ນ​ກ່ອນ​ປະ​ໄວ້, ຖ້າ​​ຖືກສູນ​ເສຍ​ໄປ​ຈະ​ເຮັດ​ໃຫ້ວັດ​ທະ​ນະ​ທຳ​ຫວຽດ​ນາມ ສູນ​ເສຍ​ສ່ວນ​ຫນຶ່ງ.”

        ປະ​ຈຸ​ບັນ, ບຸນ​ວັນ​ເພງ​ເດືອນ 8 ໄດ້​ມ​ີ​ການ​ປ່ຽນ​ແປງ​ຫລາຍ​ແລ້ວ ແຕ່​ຊາວ​ຫວຽດ​ນາມ ລຸ້ນ​ຕ່າງໆ ຍັງ​ຄົງລໍຖ້າ​ໄດ້​ຕ້ອນຮັບ​ວັນ​ບຸນດ້ວຍ​ເຂົ້າ​ຫນົມໜຽວ, ​ເຂົ້າໜົມ​ປິ້ງ​ພື້ນ​ເມືອງ, ໄດ້​ສ​ຳ​ພ​ັດ​ກັບ​​ເຄື່ອງ​ລະ​ຫຼິ້ນ​ພື້ນ​ເມືອງ ຫຼື​ພ້ອມ​ກັນ​ເຮັດໂຄມ​ໄຟ​ຮູບດວງ​ດາວ, ແຕ້ມ​ຫນ້າ​ກາກ, ເຮັດ​ຫົວ​ສິງ​ໂຕ.. ບັນ​ດາ​ເຄື່ອງ​ລະ​ຫລິ້ນ​ພື້ນ​ເມືອງນີ້​ ເຮັດ​ບໍ່​ຍາກ ແຕ່​ພັດ​ມີ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ອັນ​ດີ​ງາມ​ຂອງ​ຊາດ​ຫວຽດ​ນາມ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ