ບັນດາບົດເພງປະຕິວັດເດືອນສິງຫາອະມະຕະ

(vovworld)- ຜົນສຳ​ເລັດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ ໄດ້​ເປີດ​ສັງກາດໃຫມ່​ໃຫ້​ແກ່​ຊາດ​ຫວຽດນາມ. ​ເມື່ອ​ເວົ້າ​ເຖິງ​ການ​ປະຕິວັດ​ເດືອນ​ສິງຫາ ​ຕ້ອງ​ເວົ້າ​ເຖິງ​ບັນດາ​ບົດ​ເພງ​ປະຕິວັດ​ເດືອນ​ສິງຫາ ​ຊື່​ງໄດ້​ປະກອບສ່ວນ​ປຸກລຸກ​ນ້ຳ​ໃຈ​ໃຫ້​ແກ່​ການ​ຕໍ່ສູ້​ຂອງ​ປະ​ເທດ​ຊາດ. ຜ່ານ​ໄລຍະ​ທົດ​ສອບ​ນາ​ໆ​ປະການ, ບັນດາ​ບົດ​ເພງ​ປະຕິວັດ​ເດືອນ​ສິງຫາ ຍັງ​ຄົງ​​ໄດ້​ຮັບ​ຄວາມນິຍົມ​ຈາກ​ຜູ້​ນິຍົມ​ດົນຕີ​ຫວຽດນາມ​ຮຸ່ນ​ຕ່າງໆ.

ບັນດາບົດເພງປະຕິວັດເດືອນສິງຫາອະມະຕະ - ảnh 1
ງານຊຸມນຸມປຸກລະດົມການລຸກຮືຂຶ້ນເພື່ອຍາດເອົາອຳນາດການປົກຄອງ
ດຳເນີນຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍເມື່ອວັນທີ 19/8/1945

ພາບເອກະສານ

ສຽງ​​ເພງ​ທີ່​ທ່ານ​ພວມ​ຮັບ​ຟັງ​ແມ່ນ​ເນື້ອ​ໃນຂອງ​ບົດ​ເພງ“ວັນ​ທີ 19 ​ເດືອນ​ສິງຫາ” ​ໂດຍ​ນັກ​ດົນຕີ ຊວນ​ແອ​ງ ​ເປັນ​ຜູ້​ແຕ່ງ. ບົດ​ເພງ​ໄດ້​ຮັບ​ການ​ແຕ່ງ​ຂຶ້ນ​ກົງ​ກັບ​ວັນ​ທີ 19/8/1945 ຂະນະທີ່​ນັກ​ດົນຕີ ຊວນ​ແອ​ງ ພ້ອມ​ກັບ​ຄະນະຜູ້​ເຂົ້າ​ຮ່ວມການ​ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ພວມ​​​ບຸກເຂົ້າ​ນະຄອນຫລວງ ຮ່າ​ໂນ້ຍ. ​ເວລາ​ນັ້ນ, ບັນ​ຍາກາດອັນຟົດ​ຟື້ນ​ຂອງ​ວັນ​ປະຫວັດສາດ​ໄດ້​ພາ​ໃຫ້​ນັກ​ດົນຕີ​ມີຄວາມ​ຮູ້ສຶກ​ພິ​ເສດ ສະ​ນັ້ນ ທ່ານ​ຈຶ່ງ​​ແຕ່ງ​​ບົດ​ເພງ​ດັ່ງກ່າວ ​ແລະ ​​ແຕ່ງ​ໄດ້​ແຖວ​ປະ​ໂຫຍ​ກໃດ​ທ່ານ​ຂັບຮ້ອງ​ຂຶ້ນ​ເພື່ອ​ໃຫ້​ທຸກ​ຄົນ​ຂັບ​ຮ້ອງ​ຕາມ ​ແລະ ຮອດ​ຕອນ​ແລງ​ວັນ​ດຽວກັນ ບົດ​ເພງ​ໄດ້​ພິມ​ອອກ ​ແລະ ​ນຳ​ມາ​ເຜີຍ​ແຜ່​ຢ່າ​ງກວ້າງຂວາງ, ສຽງ​ເພງ​ກ້ອງ​ກັນ​ວານ​ໄປ​ທົ່ວ​ຖະຫນົນ​ສາຍ​ຕ່າງໆ​ຢູ່​ນະຄອນຫລວງ ຮ່າ​ໂນ້ຍ ພ້ອມ​ກັບ​ບັນດາ​ບົດ​ເພງ​ອື່ນ​ຂອງ​ນັກ​ດົນຕີ ວັນ​ກາວ,​ ຫງວຽນ​ດີງທີ, ​ໂດ໋ຍ້ວນ. ນັກ​ສີລະ​ປິນ ຈູງ​ກຽນ ຊື່ງ​ແມ່ນ​ຜູ້​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ການ​ປະຕິວັດ​ເດືອນ​ສິງ​ຫາ​ທີ່​ສ້າງ​ຄວາມ​ຕື້ນ​ຕັນ​ໃຈ​ໃຫ້​ແກ່​ຜູ້​ຟັງ ​ໄດ້​​ໃຫ້​ຮູ້​ວ່າ:

“​ເມື່ອ​ເວົ້າ​ເຖິງ​ການ​ປະຕິວັດ​ເດືອ​ນສິງຫາ​ຕ້ອງ​ເວົ້າ​ເຖິງ​ບັນດາ​ບົດ​ເພງ​ຄື: (Tiến quân ca) - ​ເພງ​ກ່ຽວ​ກັບ​ການ​ຍົກ​ທັບ​ຂອງ​ນັກ​ດົນ​ຕີ ວັນ​ກາວ, ​ບົດ​ເພງ: Diệt phát xít (ດັບ​ສູນ​ຟາດ​ຊີດ) ຂອງ​ນັກ​ດົນຕີ ຫງວຽນ​ດີງທີ, ​ເພງ: ວັນ​ທີ 19 ​ເດືອນ​ສິງຫາ ຂອງ​ນັກ​ດົນຕີ ຊວນ​​ແອ​ງ ຫລື​ເພງ: Du kích ca (ເພງ​ກ່ຽວ​ກັບກອງ​ຫລອນ)… ບັນດາ​ບົດ​ເພງ​​ເຫລົ່າ​ນັ້ນ ມີ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ຄຸນຄ່າ​ດ້ານ​ສີ​ລະ​ປະ ​ແລະ​ບັນດາ​ບົດ​ເພງ​ດັ່ງກ່າວ ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ​ທຸກ​ຄົນ. ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ປະຕິວັດ​ເດືອນ​ສິງຫາ, ​ຜູ້​ຄົນ​ທັງຫລາຍ​ລ້ວນ​ແຕ່​ຢາກ​ຮັບ​ຟັງ​ບັນດາ​ບົດ​ເພງ​ນີ້ ​ແລະ ອາດ​ຈະ​ເວົ້າ​ໄດ້​ວ່າ ບໍ່​ມີ​ບົດ​ເພງ​ໃດ​​ສາມາດ​ທົດແທນ​ໄດ້.”

ຜ່ານ​ການ​ຜັນ​ແປ​ຫລາຍ​ຢ່າງ​ຂອງ​ປະຫວັດສາດ, ບັນດາ​ບົດ​ເພງ​ກ່ຽວ​ກັບ​ການປະຕິວັດ​ເດືອນ​ສິງຫາ ຍັງ​ຄົງ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ຜູ້​ຟັງ​ຢ່າງ​ຫລວງຫລາຍ. ບັນດາ​ບົດ​ເພງ​ເຫລົ່າ​ນັ້ນ ລ້ວນ​ແຕ່​ຕິດ​ພັນ​ກັບ​ຂີດ​ໝາຍ​ປະຫວັດສາດ. ບົດ​ເພງ​ແມ່ນ​ການ​ປະສານ​ສົມທົບ​ລະຫວ່າງ​ນ້ຳ​ໃຈ​ຮັກ​ຊາດ​ອັນ​ແຮງ​ກ້າ ​ແລະ ສຽງດົນຕີ​ພື້ນ​ເມືອງ​ຂອງ​ຊາດ. ປະຈຸ​ບັນ ບັນດາ​ບົດ​ເພງ​ດັ່ງກ່າວ​ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການສະ​ແດງ​ຢູ່​​ເວທີ​ສະ​ແດງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດນາມ ​ແລະ ຮຸ່ນ​ໄວ​ຫນຸ່ມ​ຫວຽດນາມ ປະຈຸ​ບັນ ສືບ​ຕໍ່​ຮ້ອງ​ເພງ​ປະຕິວັດ​ເດືອນ​ສິງຫາ. ນັກ​ຮ້ອງ ລານ​ແອ​ງ, ຄູ​ສອນ​ສະ​ຖາ​ບັນ​ດົນຕີ ຫວຽດນາມ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ກໍ​ຄື​ນັກ​ຮ້ອງ​ອື່ນ ​ເຄີ​ຍຂັບ​ຮ້ອງ​ບັນດາ​ບົດ​ເພງ​ຄື​ດັ່ງກ່າວ​ໃນ​ໂອກາດ​ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ. ບັນດາ​ບົດ​ເພງ​ນັ້ນ​ລ້ວນ​ແຕ່​ຕິດ​ພັນ​ກັບ​ຂ້າພະ​ເຈົ້າ​ກໍ​ຄື​ຜູ້​ຮ່ວມ​ອາຊີບຈຳນວນ​ຫນຶ່ງ. ນັ້ນ​ແມ່ນ​ບົດ​ເພງ​ມ່ວນ​ຫລາຍ ​ແລະ ມີ​ຄວາມ​ໝາຍ​ດ້ານ​ປະຫວັດສາດ.ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ​ເມື່ອ​ໄດ້​ຂັບ​ຮ້ອງ​ບັນດາ​ບົດ​ເພງ​ດັ່ງກ່າວ​ໃນ​ລາຍການ​ສຳຄັນ​ພິ​ເສດ​ຂອງ​ປະ​ເທດ​ຊາດ”

ບັນດາບົດເພງປະຕິວັດເດືອນສິງຫາ ຍາມໃດກໍມີພະລັງຊີວິດຢ່າງແຮງກ້າ ແລະ ຍືນຍົງຄົງຕົວຕະຫລອດການ.

ສຽງ​ກັງວານ​ຂອງ​ບັນດາ​ບົດ​ເພງ​ກ່ຽວ​ກັບ​ຊຸມ​ວັນ​ໃນ​ເດືອນ​ສິງຫາ​ປະຫວັດສາດ​ນັ້ນ​ຈະຝັງເລິກ
ໃນດວງໃຈຂອງປະຊາຊົນຫວຽດນາມທຸກຄົນກໍ​ຄື​ບັນດາ​ຜູ້​ນິຍົມ​ດົນຕີ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ