ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ

(VOVWORLD) - ຫວຽດນາມ ແລະລາວ ຢືນຢັນ ປັບປຸງ ແລະຮັດແຫນ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.

 ຫວຽດນາມ ແລະ ລາວ ປັບປຸງການພົວພັນດ້ານປ້ອງກັນຊາດ

ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 44,45 ແລະ ບັນດາກອງປະຊຸມກ່ຽວຂ້ອງ ຢູ່ ວຽງຈັນ, ຕອນເຊົ້າວັນທີ 10 ຕຸລາ ຢູ່ ສຳນັກງານກະຊວງປ້ອງກັນປະເທດ ລາວ, ທ່ານ ພົນໂທ ຮ່ວາງຊວນຈຽນ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ ໄດ້ມີການພົບປະກັບ ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ທີ່ການພົບປະ, ສອງຝ່າຍໄດ້ຢືນຢັນຄວາມປາດຖະຫນາຢາກປັບປຸງ ແລະຮັດແຫນ້ນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ - ລາວ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບາງການເຄື່ອນໄຫວສຳຄັນ ລະຫວ່າງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ລາວ ແລະກຳປູເຈຍ ແລະການເຄື່ອນໄຫວກ່ຽວຂ້ອງຢູ່ ກຳປູເຈຍ ໃນເດືອນ ພະຈິກ ຈະມາເຖິງ, ຄາດຄະເນການເຄື່ອນໄຫວຕ່າງໆໃຫ້ແກ່ການຢ້ຽມຢາມລາວ ຂອງທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດບັນດາປະເທດ ອາຊຽນ (ADMM)   ແລະ ADMM ເປີດກວ້າງ (ADMM +) ຢູ່ ສປປ ລາວ ໃນເດືອນ ພະຈິກ.

ກ່ອນຫນ້ານັ້ນ, ຕອນບ່າຍວັນທີ 9 ຕຸລາ ຢູ່ ນະຄອນຫລວງ ວຽງຈັນ, ທ່ານພົນໂທ ເຈີນກວາງເຟືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ແລະພົບປະກັບພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ເນື່ອງໃນໂອກາດທ່ານນຳຫນ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄປເຂົ້າຮ່ວມການພົບປະບັນດາການນຳ ອາຊຽນ - (AIPA 13).

ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ - ảnh 1 ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ເຈີນກວາງເຟືອງ ແລະ ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ ລາວ. ພາບ: quochoi.vn

ນະທີ່ນີ້ ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ: ພັກ, ລັດ, ໃນນັ້ນ ມີສະພາແຫ່ງຊາດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່, ການສະຫນັບສະຫນູນ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ບັນດາອົງການຜູ້ຕາງຫນ້າຂອງ ຫວຽດນາມ ຢູ່ ຕ່າງປະເທດ ເຄື່ອນໄຫວຢ່າງມີປະສິດທິຜົນ. ທ່ານຮອງປະທານສະພາແຫ່ງຊາດ ເຈີນກວາງເຟືອງ ສະເຫນີ ທ່ານເອກອັກຄະລັດຖະທູດ ແລະ ໝູ່ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ສປປ ລາວ, ເພີ່ມທະວີຄວາມສາມັກຄີ, ຄວາມຮັບຜິດຊອບ, ຍົກສູງລະດັບວິຊາການ, ວິຊາສະເພາະຢ່າງບໍ່ຢຸດຢັ້ງ..ຕອບສະຫນອງຄວາມຮຽກຮ້ອງຕ້ອງການນັບມື້ນັບສູງໃນໄລຍະເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ສືບຕໍ່ເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ນັກຂ່າວ VOV ປະຈຳ ສປປ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ