ບັນດາໂຄງການ Startup ຂອງຊາວໜຸ່ມມີລາຍຮັບນັບຕື້ດົ່ງ

(VOVWORLD) - ບັນດາໂຄງການ start up ຂອງຊາວໜຸ່ມທາງພາກໃຕ້ ຫວຽດນາມ ໃນການແຂ່ງຂັນ “ໂຄງການ startup ຊາວໜຸ່ມຊົນນະບົດ” ປີ 2023, ພົ້ນເດັ່ນແມ່ນບັນດາໂຄງການກ່ຽວກັບກະສິກຳປອດສານພິດ, ພະລັງງານທົດແທນ.
ບັນດາໂຄງການ Startup ຂອງຊາວໜຸ່ມມີລາຍຮັບນັບຕື້ດົ່ງ - ảnh 1ຜະລິດໜັງຈາກເປືອກໝາກມ່ວງ
(ພາບ: ຮົ່ງເຟືອງ)

        ການແຂ່ງຂັນ “ໂຄງການ startup ຊາວໜຸ່ມຊົນນະບົດ” ປີ 2023 ຫາກໍ່ໄດ້ຈັດຂຶ້ນຢູ່ນະຄອນ ເກີ່ນເທີ, ໃນນັ້ນ, ມີການເຂົ້າຮ່ວມຂອງ   56  ໂຄງການ startup ຂອງຊາວໜຸ່ມຊົນນະບົດບັນດາແຂວງທາງພາກໃຕ້ ຫວຽດນາມ. ບັນດາໂຄງການນັ້ນໄດ້ສະແດງໃຫ້ເຫັນຄຸນນະທາດ, ຄວາມກ້າຫານໃນການ start up ຂອງໄວໜຸ່ມຍຸກ 4.0 ເຖິງວ່າຈະບໍ່ມີທຶນຮອນ. ຜ່ານນັ້ນ, ກໍ່ມີເພື່ອນໜຸ່ມຫຼາຍຄົນສາມາດຫາເງິນໄດ້ນັບຕື້ດົ່ງໃນຕອນອາຍຸພຽງ 20 ປີ.

        ບັນດາໂຄງການ start up ຂອງຊາວໜຸ່ມທາງພາກໃຕ້ ຫວຽດນາມ ໃນການແຂ່ງຂັນ “ໂຄງການ startup ຊາວໜຸ່ມຊົນນະບົດ” ປີ 2023, ພົ້ນເດັ່ນແມ່ນບັນດາໂຄງການກ່ຽວກັບກະສິກຳປອດສານພິດ, ພະລັງງານທົດແທນ. ນັ້ນແມ່ນບັນດາໂຄງການ, ຄື: ແພໄໝ ບົວດົ່ງທາບ (ແພໄໝເຮັດຈາກເສັ້ນໄຍບົວ); ຜະລິດໜັງຈາກເປືອກໝາກມ່ວງ; ທູບເຮັດຈາກຕົ້ນໄມ້ສະໝູນໄພ…

  ຕົວຢ່າງຄື, ໂຄງການ start up “ຜະລິດໜັງຈາກເປືອກໝາກມ່ວງ” ຂອງກຸ່ມນັກສຶກສາ 5 ຄົນຮຽນຢູ່ບັນດາພະແນກຕ່າງກັນຂອງມະຫາວິທະຍາໄລ ຈ່າວິງ ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນ ແລະ ຫາທິດຈຳໜ່າຍ. ກຸ່ມດັ່ງກ່າວໄດ້ນຳໃຊ້ເປືອກຂອງໝາກໄມ້ຊະນິດຕ່າງໆບໍ່ໄດ້ມາດຕະຖານເພື່ອເຮັດເປັນໜັງ ທີ່ມີຄຸນນະພາບສູງ, ຜະລິດອອກເປັນບັນດາຜະລິດຕະພັນ, ຄື: ກະຕ່າ, ກະເປົາເງິນ. ນາງ ຫງວຽນທິແທັງເວິນ, ຜູ້ຕາງໜ້າກຸ່ມດັ່ງກ່າວ, ແບ່ງປັນວ່າ ຍ້ອນບໍ່ມີແຫຼ່ງທຶນ, ສະນັ້ນ, ໃນຕອນທຳອິດ ກຸ່ມຂອງເຂົາເຂົ້າໄດ້ທົດລອງເຮັດ ເປືອກໝາກມ່ວງ. ເພື່ອບັນລຸໄດ້ຜົນງານດັ່ງກ່າວ, ກຸ່ມຂອງນາງຕ້ອງມີຄວາມມານະພະຍາຍາມຫຼາຍຢ່າງ, ຄົ້ນຄວ້າເພື່ອຜະລິດເປັນໜັງງາມທີ່ສຸດ.

 ປະຈຸບັນ, ຮູບແບບຂອງກຸ່ມແມ່ນຂາຍຜະລິດຕະພັນໃຫ້ບັນດານັກຜະລິດໜັງເປັນຕົ້ນ, ພ້ອມທັງຍັງ ຂາຍໃຫ້ຜູ້ມີຄວາມມັກ ແລະ ຢາກຊອກຫາຜະລິດພັນທີ່ເປັນເອກະລັກສະເພາະ. ກ່ຽວກັບແຟຊັນແບບຍືນຍົງ, ກຸ່ມຍັງຂາຍພວງກະແຈ, ກະເປົນ້ອຍເພື່ອໃຫ້ລູກຄ້າລອງໃຊ້. ລາຄາຂອງພວງກະແຈແຕ່ 25.000 ດົ່ງຫາ 50.000 ດົ່ງ. ນອກນັ້ນ, ພວກຂ້າພະເຈົ້າຍັງຮັບອອກແບບຕາມຄຳສັ່ງນຳອີກ. ຍ້ອນກຽມຈະຮຽຈົບແລ້ວ, ສະນັ້ນ, ຈຸດປະສົງຂອງກຸ່ມແມ່ນຮຽກຮ້ອງເງິນລົງທຶນ, ເພື່ອສາມາດຂາຍຜະລິດຕະພັນຂອງຕົນໄດ້”.

ບັນດາໂຄງການ Startup ຂອງຊາວໜຸ່ມມີລາຍຮັບນັບຕື້ດົ່ງ - ảnh 2ໂຄງການເຊົ່າຕໍ່ບັນດາສວນໝາກພຸກ ຊ່ວຍໃຫ້ຊາວກະສິກອນປູກຕົ້ນໝາກພຸກເປືອກຂຽວໄດ້ຮັກສາອາຊີບ
(ພາບ: ຮົ່ງເຟືອງ)

        ແລະກໍ່ໃນຂົງເຂດກະສິກຳປອດສານພິດ, “ໂຄງການເຊົ່າຕໍ່ບັນດາສວນໝາກພຸກ” ຂອງສະຫະກອນ  ໝາກພຸກເປືອກຂຽວ ຮັກຢິກ, ເທດສະບານ ຟູມີ້, ແຂວງ ບ່າເຣີຍ - ວູງເຕົາ, ພັດອີງໃສ່ຕົ້ນໝາກພຸກເພື່ອພັດທະນາເສດຖະກິດ. ນັບແຕ່ທ້າຍປີ 2021, ພາຍຫຼັງໂລກລະບາດໂຄວິດ - 19, ໃນຕະຫຼາດການເກັບຊື້ໝາກພຸກຖືກຫຼຸດລົງ ແລະ ຂາດປະລິມານໝາກພຸກທີ່ມີຄຸນນະພາບສູງເພື່ອຮັບໃຊ້ຜູ້ບໍລິໂພກ. ເພື່ອຫຼີກລ້ຽງສະພາບດິນເປົ່າຫວ່າງ, ສະຫະກອນ ໝາກພຸກເປືອກຂຽວ ຮັກຢິກ ໄດ້ຕົກລົງປະຕິບັດ “ໂຄງການເຊົ່າຕໍ່ບັນດາສວນໝາກພຸກ” ເພື່ອຊ່ວຍໃຫ້ຊາວກະສິກອນປູກຕົ້ນໝາກພຸກເປືອກຂຽວໄດ້ຮັກສາອາຊີບ, ນຳມາເຊິ່ງລາຍຮັບສູງກວ່າ ແລະ ຊຸກຍູ້ການພັດທະນາແບບຍືນຍົງຈາກຕົ້ນໝາກພຸກຂອງທ້ອງຖິ່ນ. ນາງ ຫງວຽນທິຖຸຍຢຸງ, ຜູ້ຕາງໜ້າສະຫະກອນ, ໃຫ້ຮູ້ວ່າ, ພາຍຫຼັງເວລາ 2 ປີທີ່ຮ່ວມເດີນທາງ, ມາຮອດປະຈຸບັນ, ຄິດສະເລ່ຍແຕ່ລະລະດູເກັບກ່ຽວເພື່ອຂາຍໝາກພຸກ 30 ໂຕນ ກໍ່ຈະມີກຳໄລໄດ້ປະມານ 200 ລ້ານດົ່ງ/ປີ/ສວນ.

        ພວກຂ້າພະເຈົ້າສະໜອງໃຫ້ບັນດາລະບົບຮ້ານຊັບພະສິນຄ້າຢູ່ທ້ອງຖິ່ນ ແລ ບັນດາເຂດໃກ້ຄຽງ. ພວກຂ້າພະເຈົ້າໄດ້ເປີດຮ້ານຂາຍຍ່ອຍຢູ່ຕະຫຼາດ ສະນັ້ນ, ກໍ່ອາດຈະຂາຍສົ່ງນຳອີກ. ບັນດາໝາພຸກທີ່ບໍ່ໄດ້ມາດຕະຖານຄຸນນະພາບສູງ, ພວກຂ້າພະເຈົ້າພວມຄົ້ນຄວ້າເພື່ອເຮັດເປັນນ້ຳຢາ, ໝາກພຸກອົບແຫ້ງ ແລະ ເຮັດເປັນນ້ຳຫວານໝາພຸກ. ວກຂ້າພະເຈົ້າວມປຸກຕົ້ໝາກພຸກຕາມມາດຕະຖານ VietGap, GlovalGap ແລະ ພວມສ້າງລະຫັດເຂດປູກເພື່ອມີໄຫວພິບໃນການສົ່ງອອກດ້ວຍຕົນເອງ”.

        ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ອ້າຍ ໂງຊວັນດ່ຽນ, ຢູ່ນະຄອນ ເກີ່ນເທີ ຍັງປະສົບຜົນສຳເລັດໃນການ startup ດ້ວຍຮູບແບບປຸກຖັ່ງເຊົ່າທິເບດ (ຫຍ້າໜອນ), ນຳມາເຊິ່ງລາຍຮັບສູງ. ບໍລິສັດຫຸ້ນສ່ວນ ຢາສະໝູນໄພ Fungi ໄດ້ສ້າງຂຶ້ນນັບແຕ່ປີ 2018, ມາຮອດປະຈຸບັນ, ອ້າຍ ດ່ຽນ ສາມາດຜະລິດຖັງເຊົ່າພິເບດແຫ້ງ 150 ໂລ/ປີ, ດ້ວຍບັນດາຜະລິດຕະພັນຕົ້ນຕໍ ຄື: ຖັ່ງເຊົາທິເບດສົດ, ນ້ຳເຜິ້ງຖັ່ງເຊົາ, ຢາມ່ອງນ້ຳ, ໃນນັ້ນ, ມີ 2 ຜະລິດຕະພັນບັນລຸມາດຖານ OCOP 4 ດາວ. ອ້າຍ ໂງຊວັນດ່ຽນ, ແບ່ງປັນວ່າ:

        ໃນໄລຍະຈະມາເຖິງ, ຂ້າພະເຈົ້າຈະສືບຕໍ່ຜະລິດອອກຜະລິດຕະພັນເປັນຫຼາຍຮູບຫຼາຍແບບຕື່ມອີກ, ສືບຕໍ່ວິເຄາະເພື່ບັນລຸໃບຮັບຮອງມາດຕະຖານຢູ່ພາຍໃນ ແລະ ຕ່າງປະເທດ, ຄື: ISO, Hasat, OCOP ເພື່ອສາມາດຂາຍສິນຄ້າຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ສ້າງລາຍຮັບໃຫ້ນັບມື້ນັບສູງຂຶ້ນ ແລະ ນຳມາເຊິ່ງລາຍຮັບທີ່ເປັນປົກກະຕິໃຫ້ຜູ້ອອກແຮງງານຫຼາຍຄົນກວ່າອີກ”.

        ໂດຍໄດ້ກ້າລົງທຶນເຂົ້າຂົງເຂດທີ່ຫຍຸ້ງຍາກ, ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ດ້ວຍບັນດາຮູບແບບ startup ທີ່ບັນລຸຜົນສຳເລັດນັ້ນ, ບັນດາຊາວໜຸ່ມທາງພາກໃຕ້ ຫວຽດນາມ ໄດ້ມີກຳໄລຫຼາຍ ແລະ ເປັນປົກກະຕິ. ຜ່ານນັ້ນ, ກໍ່ເສີມຂະຫຍາຍບົດບາດຂອງຊາວໜຸ່ມໃນການພັດທະນາເສດຖະກິດ, ເຂົ້າຮ່ວມການສ້າງໂຄງສ້າງຂະແໜງກະສິກຳໃນຍຸກເຕັກໂນໂລຊີດີຈີຕອນ

ຕອບກັບ

ຂ່າວ/ບົດ​ອື່ນ